ຈຸດພິເສດ ແລະ ການນຳໃຊ້ຂໍ້ມູນພະຍາກອນ ອາກາດ ແລະ ລະດູການ ໃນລະບົບ LaCSA

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຮັດວຽກປະສານງານກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນ​ປ້ອງ​ກັນ​ພືດ (ກົມປູກຝັງ). ໄດ້ຮວ່ມກັນພັດທະນາລະບົບ ບໍລິການຂໍ້ມູນອຸຕຸກະ ເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທືນຮອນ ແລະ ເຕັກນິກ ຈາກອົງການອາຫານ ແລະ ​ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ.

ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເວັບໄຊ໌ ແລະ ແອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ໆມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ເອບ ແລະ ຄອມພິວເຕີ້. ໃນລະ​ບົບແມ່ນປະ​ກອບ ດ້ວຍອົງປະ​ກອບຫຼັກທີ່ສຳຄັນດັ່ງນີ້: ແຜ່ນທີ່ສະ​ແດງຈຸດສະ​ຖານີພ້ອມທັງຂໍ້​ມູນສັງເກດການໃກ້ເວ​ລາຈິງ, ການບໍ​ລິ​ການສະ​ພາບອາກາດ ແລະ ພູມອາກາດ, ການບໍ​ລິ​ການຂໍ້​ມູນອຸ​ຕຸກະ​ເສດ ແລະ ການຕັ້ງຄ່າ-ຄຸ້ມຄອງລະ​ບົບ.

ຂໍ້​ມູນສັງເກດການປະ​ຫວັດພູມອາກາດ, ຂໍ້​ມູນພະ​ຍາກອນອາກາດ ແລະ ພະ​ຍາກອນລະ​ດູ​ການ ແມ່ນຂໍ້​ມູນໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການຈັດຕັ້ງປະ​ຕິ​ບັດລະ​ບົບອຸ​ຕຸກະ​ເສດຂອງ ສ​ປ​ປ ລາວ. ສູນກາງ ຖານຂໍ້​ມູນກ່ຽວກັບສະ​ພາບອາກາດ ແລະ ພູມອາກາດ ແມ່ນຢູ່ພາຍໃຕ້ການຄຸ້ມຄອງ ແລະ ຈັດຕັ້ງປະ​ຕິ​ບັດໂດຍກົມອຸ​ຕຸນິ​ຍົມ ແລະ ອຸ​ທົກກ​ະ​ສ​າດ ບັນດາສະ​ຖານີ​ທີ່ແຈກຢາຍໃນບັນດາເມືອງ ແລະ ແຂວງທົ່ວ ປະ​ເທດ ທີ່ລວມທັງແບບປະ​ຖົມປະ​ຖານ ແລະ ແບບອັດຕະໂນ​ມັດ ທີ່ສົ່ງຜ່ານຂໍ້​ມູນເຂົ້າມາສູນກາງ ຜ່ານສັນຍານອິນເຕີ​ເນັດໂດຍກົງ, ລວມທັງໝົດປະ​ມານ 90 ສະ​ຖານີ. ລະ​ບົບ LaCSA ໄດ້ເຊື່ອມຕໍ່ດຶງຂໍ້​ມູນຈາກ ສ​ະ​ຖານີເຫຼົ່ານີ້ ເພື່ອນຳໃຊ້ໃນການພະ​ລິດ ແລະ ປະ​ມວນຜົນຂໍ້​ມູນຂ່າວ​ສານອຸ​ຕຸກະ​ເສດໃຫ້ແກ່ສັງຄົມ.

ການພະ​ຍາກອນກ່ຽວກັບສະ​ພາບອາກາດ ແມ່ນມີ 2 ຮູບລັກສະ​ນະ ຄື: ການ ພະ​ຍາກອນອາດກາດ ແລະ ການພະ​ຍາກອນພູມອາກາດລະ​ດູ​ການ ທີ່ມີຄວາມແຕກ​ຕ່າງກັນໃນລະ​ດັບເວ​ລາ ແລະ ຮູບແບບການນຳໃຊ້ໃນ ວຽກງານອຸ​ຕຸກະ​ເສດ. ການພະ​ຍາກອນລະ​ອຽດ ແມ່ນຈະ​ມີ 02 ຮູບແບບ ຄື: ການພະ​ຍາກອນອາກາດລາຍວັນ ແລະ ການພະ​ຍາກອນອາກາດ 1 ອາທິດຂ້າງໜ້າ. ຊຶ່ງ ທ່ານສາ​ມາດຮູ້ລ່ວງໜ້າສະ​ພາບອາດກາດ 3 ຊົ່ວໂມງ ແລະ 1 ອາທິດລ່ວງໜ້າຈາກລະ​ບົບ LaCSA; ການພະ​ຍາກອນໄລ​ຍະເວ​ລາດັ່ງກ່າວໃນຂະ​ແໜງອຸ​ຕຸກ​ະ​ເສດ ແມ່ນນຳ ໃຊ້ໃນໄລຍະສັ້ນທຸກມື້ ຫາ 7 ມື້ຂ້າງໜ້າ ທີ່ກ່ຽວ ຂ້ອງກັບກິດຈະ​ກຳບຳລຸງຮັກສາ ແລະ ບົວລະ​ບັດ ເປັນຕົ້ນແມ່ນ: ການປູກ, ການໃຫ້ຝຸ່ນ, ການນຳໃຊ້ຢາປາບ ສັດຕູ​ພືດ, ການເກັບກ່ຽວ, ການໃຫ້ນ້ຳຈາກລະ​ບົບຊົນລະປະ​ທານ ແລະ ການປ້ອງ​ກັນພືດ ຈາກໄພອາກາດ ຮ້ອນເອົ້າ ແລະ ໜາວເຢັນ.

ການພະ​ຍາກອນລະ​ດູ​ການດ້ານໄລ​ຍະເວ​ລາ ແມ່ນນັບເປັນຫຼາຍເດືອນຫາເປັນປີ ແລະ ຫຼາຍປີ ໃນລະ​ບົບອຸ​ຕຸກ​ະ​ເສດຂອງ ສ​ປ​ປ ລາວ (LaCSA) ສ​າ​ມາດໃຫ້ຂໍ້​ມູນພະ​ຍາ​ກອນລະ​ດູ​ການໄລ​ຍະ 3 ຫາ 6 ເດືອນ ລ່ວງໜ້າ ສະ​ເພາະອຸນຫະ​ພູມ ແລະ ນ້ຳຝົນ. ຂໍ້​ມູນດັ່ງກ່​າວແມ່ນນຳໃຊ້ໃນການຕັດສິນໃຈ ໃນການວາງ ແຜນການປູກ​ຝັງປະ​ຈຳລະ​ດູ​ການ ເປັນຕົ້ນແມ່ນ: ການເລືອກຊະ​ນິດແນວພັນທີ່ເໜາະສົມ, ການກຳນົດມື້ເລີ່ມ ກິດຈະ​ກຳປູກຝັງ, ການ ກະ​ກຽມງົບປະ​ມານ ແລະ ຈັດຊື້ອຸບປະ​ກອນສິ່ງຈຳເປັນໃນການປູກຝັງ, ການວາງແຜນການຕະ​ຫຼາດ ສຳລັບການ ຈຳໜ່າຍຜະ​ລິດຕະພັນກະ​ສິກຳ, ການວາງແຜນນຳໃຊ້ຢາປາບສັດຕູ​ພືດ ແລະ ການ ວາງແຜນການຈັດການ ແລະ ຄຸ້ມຄອງ ກ່ຽວກັບສັດຕູ​ພືດ ແລະ ແມງໄມ້ເປັນຕົ້ນ.

ການພະ​ຍາກອນສະ​ພາບອາກາດ ແລະ ການພະ​ຍາ​ກອນລ​ະ​ດູ​ການ ແມ່ນມີຄວາມແຕກຕ່າງກັນຢ່າງຊັດ ເຈນ ດ້ານໄລ​ຍະເວ​ລາ ແລະ ຮູບການນຳໃຊ້ຂໍ້​ມູນ, ບັນດາຊາວກະ​ສິກອນ, ຊ່ຽວຊານກະ​ສິກຳ ແລະ ພາກສ່ວນລົງ ທຶນໃນຂົງເຂດວຽກງານກະ​ສິກຳ ແມ່ນສາ​ມາດເຂົ້າເຖິງຂໍ້​ມູນການພະ​ຍາກອນ ຜ່ານທາງອິ​ນ​ເຕີ​ເນັດ-ເວັບ​ໄຊ໌ ຕາມ ທີ່ຢູ່ຂ້​າງ​ລຸ່ມນີ້ ປະ​ກອບມີ: ການພະ​ຍາກອນອາກາດ 3 ຊົ່ວໂມງລ່ວງໜ້າ, ການພະ​ຍາກອນອາກາດ 7 ວັນ ລ່ວງ ໜ້າ, ການພະ​ຍາກອນລະ​ດູ​ການ 3-6 ເດືອນລ່ວງໜ້າ, ພ້ອມທັງບັນດາຂໍ້​ມູນອຸ​ຕຸກະ​ເສດທີ່ຢູ່ໃນລະ​ບົບ ໂດຍບໍ່ໄດ້ ເສຍຄ່າທຳນຽມໃດໆ.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net

ລະບົບເອບປຼີເກເຊີນ ແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:  https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:   https://www.facebook.com/samisdmh.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ