
Khemmalay SONDAVANH
[English below] ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ຮ່ວມມືຊຸກຍູ້ການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນ ສປປ ລາວ/MAF and FAO Join Forces to Drive Sustainable Livestock Transformation in Lao PDR
ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ຮ່ວມມືຊຸກຍູ້ການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນ ສປປ ລາວ
MAF and FAO Join Forces to Drive Sustainable Livestock Transformation in Lao PDR
ນະຄອນຫຼວງວຽງຈັນ, ສປປ ລາວ, 7 ພະຈິກ 2023. ກົມລ້ຽງສັດ ແລະ ການປະມົງ (ກລປ), ພາຍໃຕ້ ກະຊວງກະສິກຳ ແລະ ປ່າໄມ້ (ກປ), ໂດຍໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດ (FAO) ແຫ່ງ ສະຫະປະຊາຊາດ, ໄດ້ຈັດກອງປະຊຸມລະດັບຊາດເພື່ອປຶກສາຫາລືກ່ຽວກັບການລົງທຶນໃນການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃນລະຫວ່າງ ວັນທີ 6 ຫາ 7 ພະຈິກ 2023 ທີ່ຜ່ານມາ. Continue reading
ກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ
ກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ
ໂຄງການພັດທະນາການປູກມອນ-ລ້ຽງມ້ອນ ແມ່ນມີການຮ່ວມມືກັນລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄື ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ບໍລິສັດ EK Farm and Farm mulberry ຂອງ ສ.ເກົາຫລີ. ຊື່ງເປັນການຈັບມືຮ່ວມກັນ ໃນການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າ ແລະ ພັດທະນາ ການປູກມອນ ແລະ ລ້ຽງມ້ອນ, ໂດຍການສຶກສາລ້ຽງມ້ອນ ເພື່ອຈະນຳເອົາຜົນສຳເລັດ ແລະ ແນວພັນທີ່ເໝາະສົມກຽມລົງສູ່ຊາວກະສິກອນ ກຸ່ມຜູ້ຜະລິດໃນອານາຄົດ. ໂຄງການດັ່ງກ່າວນີ້ໄດ້ເລີ່ມຈັດຕັ້ງປະຕິບັດມາ ນັບແຕ່ເດືອນ ກໍລະກົດ 2022 ຫາ ເດືອນກໍລະກົດ 2023. Continue reading
ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ/POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA
ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ
POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA
ໃນວັນທີ 2 ຕຸລາ 2023, ທີ່ສູນຄົ້ນຄວ້າພືດກະສິກໍາພາກໃຕ້ (ຫຼັກ 35) ເມືອງປາກຊ່ອງ, ແຂວງຈໍາປາສັກ, ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ (CLEAN Project) ຮ່ວມມືກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ໄດ້ເປີດການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ ຂຶ້ນ, ໃຫ້ກຽດເຂົ້າຮ່ວມໃນພິທີເປີດຝຶກອົບຮົມໃນຄັ້ງໂດຍ ທ່ານ ຄໍາເຜີຍ ພຸດໂທ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ທ່ານ ອາເລັກ ດາຮານ ຫົວໜ້າໂຄງການສ້າງຄວາມເຊື່ອມໂຍງເຄືອຂ່າຍກະສິກໍາ ຫຼື ໂຄງການ ຄຣີນ ປະຈໍາລາວ, ທ່ານ ແສງຈັນ ຄໍາມຸນທາ ຮອງປະ ທານສະມາຄໄມກາເຟລາວ, ທ່ານ ຄໍາສອນ ສີຊາຍຸດ ຕ່າງໜ້າສະມາຄົມຄົນຮັກກາເຟ, ທ່ານ ອິນປັນ ແຫວນສົມເພັດ ຮອງຫົວໜ້າສູນຄົ້ນຄວ້າພືດກະສິກໍາພາກໃຕ້ ຫຼັກ 35 ເມືອງປາກຊ່ອງ ແຂວງຈໍາປາສັກ, ຊຶ່ງມີວິທະຍາກອນທີ່ມາຈາກປະເທດອິນໂດເນເຊຍ ທ່ານ ລີໂອ ເພີບາ ໄວລຽດຈາຈາ, ທ່ານ ນ. ປານລະວີ ດາລາດັງ ຜູ້ຊ່ວຍຄູຝຶກ ແລະ ນັກສໍາມະນາກອນທີ່ມາຈາກພະແນກ ກປ ແຂວງຈໍາປາສັກ, ສາລະວັນ ແລະ ແຂວງເຊກອງ, ຫ້ອງການ ກປ ເມືອງປາກຊ່ອງ, ທ່າແຕງ ແລະ ເມືອງເລົ່າງາມ, ສູນຄົ້ນຄວ້າພືດກະສິກໍາພາກໃຕ້, ຜູ້ປະກອບການກາເຟ, ສະມາຄົມກາເຟລາວ ແລະ ສະມາຄົມຜູ້ຮັກກາເຟລາວ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 12 ທ່ານ. Continue reading
ກອງປະຊຸມ ການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ (The Global Conference on Sustainable Livestock Transformation)
ກອງປະຊຸມ ການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ
(The Global Conference on Sustainable Livestock Transformation)
ໃນລະຫວ່າງ ວັນທີ 25-27 ກັນຍາ 2023 ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ (The Global Conference on Sustainable Livestock Transformation) ທີ່ນະຄອນກຸງໂຣມ, ປະເທດອີຕາລີ. Continue reading
ຝຶກອົບຮົມການນໍາໃຊ້ ແລະ ການບໍາລຸງຮັກສາເຄື່ອງກົນຈັກກະສິກໍາ
ໂຄງການປັບປຸງກົນຈັກກະສິກໍາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສາທາລະນະລັດເກົາຫຼີ, ໃນມຸນຄ່າ 3 ລ້ານ 7 ແສນ ໂດລາສະຫະ ລັດ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນປີ 2020-2024 ຢູ່ສູນພັດທະນາກະສິກໍາໜອງແຫ້ວ, ນະຄອນຫຼວງວຽງຈັນ ແລະ ສູນພັດທະນາກະສິກໍາປາກແຈ້ງ, ແຂວງວຽງຈັນ. ໂຄງການດັ່ງກ່າວນີ້ເພື່ອຍົກ ແລະ ປັບປຸງຜົນຜະລິດແນວພັນເຂົ້າລຸ້ນ 3, ໂດຍການນໍາໃຊ້ກົນຈັກເຂົ້າມາຊ່ວຍໃນການການຜະລິດກະສິກໍາ ເພື່ອເປັນການຫຼຸດຜ່ອນແຮງງານຄົນ, ປັບປຸງຊົນລະປະທານ ເພື່ອຕອບສະໜອງໃຫ້ແກ່ການຜະລິດແນວພັນເຂົ້າ ແລະ ຍົກສູງຜົນຜະລິດເຂົ້າໃຫ້ສູງຂຶ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ແລະ ອົງການຈັດຕັ້ງຊາວກະສິກອນໃຫ້ດີຂຶ້ນ. Continue reading
ຝຶກອົບຮົມຄູຝຶກອາສາສະໝັກໝໍດິນ ພາຍໃຕ້ໂຄງການຊ່ວຍເຫຼືອທາງດ້ານວິຊາການປັບປຸງດິນ ແລະ ການບໍລິຫານຈັດການນໍ້າໃຫ້ມີຄວາມຍືນຍົງ
ວິຊາການດິນຂັ້ນບ້ານ ຫຼື ໝໍດິນ ໝາຍເຖິງຜູ້ທີ່ສະໝັກໃຈເຄື່ອນໄຫວ ແລະ ຮັບໃຊ້ໃນວຽກກະສິກໍາຂອງບ້ານເປັນຜູ້ທີ່ໄດ້ຜ່ານການເຫັນດີ ຖືກຄັດເລືອກຈາກຄະນະພັກບ້ານ ຫຼື ການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ໄດ້ຮັບການຝຶກອົບຮົມ ຕາມຫຼັກສູດເຕັກນິກວິຊາການດິນຂັ້ນພື້ນຖານ (ພາກທິດສະດີ ແລະ ປະຕິບັດຕົວຈິງ) ຈາກວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ປະຈໍາແຂວງ ຫຼື ເມືອງ. Continue reading
ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ເຕັກນິກການຜະລິດເຂົ້າ ແລະ ນໍາໃຊ້ກົນຈັກກະສິກໍາ ໃຫ້ກຸ່ມຊາວກະສິກອນ
ໂຄງການປັບປຸງກົນຈັກກະສິກຳ ເປັນໂຄງການທີ່ໄດ້ການຊ່ວຍເຫຼືອລ້າຈາກລັດຖະບານເກົາຫຼີ ໃນມູນຄ່າ 3.700.000 ໂດລາສະຫະລັດ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນນັບແຕ່ປີ 2020-2024, ສະຖານທີ່ຈັດຕັ້ງປະຕິບັດໂຄງການແມ່ນຢູ່ສູນພັດທະນາກະສິກຳໜອງແຫ້ວ, ນະຄອນຫຼວງວຽງ ແລະ ສູນພັດທະນາກະສິກຳປາກແຈ້ງ, ແຂວງ ວຽງຈັນ ແລະ ຈັດຕັ້ງປະຕິບັດໂດຍກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ. Continue reading
ມອບແນວພັນໃໝ່/Give new varieties
ມອບແນວພັນໃໝ່
ປອ ເພັດມະນີແສງ ຊ້າງໄຊຍະສານ
ປະຈຸບັນ ສະພາບແວດລ້ອມ ມີການປ່ຽນແປງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າຢູ່ ໃນທົວໂລກ ລວມທັງ ສປປລາວ. ການປ່ຽນແປງຂອງສະພາບແວດລ້ອມ ສົ່ງຜົນໃຫ້ມີການປ່ຽນແປງຂອງປະລິມານນໍ້າຝົນ, ການກະຈ່າຍໂຕຂອງປະລິມານນໍ້າຝົນ ແລະ ຝົນຕົກບໍ່ຖືກຕ້ອງຕາມລະດູການ. ບ່າງປີຝົນຕົ້ກຫຼາຍເກີນໄປ ເຮັດໃຫ້ເກີດນໍ້າຖ້ວມ ແລະ ບາງປີຝົນລະດູຝົນໜ້ອຍ ເຮັດໃຫ້ເກີດໄພແຫ້ງແລ້ງ ເຊິ່ງທັງໝົດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ ສປປລາວ. ສປປລາວ ເນື້ອທີ່ຜະລິດເຂົ້າທີ່ອາໃສນໍ້າຝົນກວມເອົາ 88%, ໃນນັ້ນ ເຂດທີ່ມີຄວາມສ່ຽງນໍ້າຖ້ວມກວມເອົາ 20%, ເຂດທີ່ມີຄວາມສຽງກັບໄພແຫ້ງແລ້ງກວມເອົາ 40%, ເຂດທີ່ມີຄວາມສ່ຽງທັງຖ້ວມ ແລະ ແຫ້ງແລ້ງ 30% ເຊິ່ງເຫັນວ່າໃນແຕ່ລະເຂດມີເປັນຂໍ້ຈໍາກົດ ແລະ ກົດໜວງການຜະລິດເຂົ້າ ຢູ ບ້ານເຮົາ ແລະ ເຮັດໃຫ້ຜົນຜະລິດສູນເສຍໃນບາງປີສູງເຖິງ 20%. ໃນປີ 2018, ໄດ້ເກີດໄພແລ້ງ ແລະ ໄພນໍ້າຖ້ວມ ທໍາລາຍເນືອທີ່ການຜະລິດເຂົ້າ 92,255 ເຮັກຕາ ກວມເອົາ 11.8% ຂອງຜົນຜະລິດທັງໝົດ ແລະ ໃນປີ 2019, ເກີດໄພນໍ້າຖ້ວມຢູ 6 ແຂວງພາກກາງທໍາລາຍເນືອທີຮ່ການຜະລິດເຂົ້າ 130,000 ເຮັກຕາ ກວມເອົາ 16.6% ຂອງຜົນຜະລິດເຂົາທັງໝົດ. Continue reading
ບົດລາຍງານພິເສດ ຂອງອົງການ FAO/WFP ກ່ຽວກັບ ການປະເມີນຜົນຜະລິດ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ/Special Report FAO/WFP CROP AND FOOD INSECURITY ASSESSMENT MISSION
ບົດລາຍງານພິເສດ ຂອງອົງການ FAO/WFP ກ່ຽວກັບ ການປະເມີນຜົນຜະລິດ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ
ການຜະລິດເຂົ້າ ສະເລ່ຍ 5 ປີ ຕໍ່າກວ່າ 4%; ອັດຕາເງິນເຟີ້ທາງດ້ານສະບຽງອາຫານສູງເຖິງ 47,1% ໃນເດືອນ ມັງກອນ 2023, ປະຊາກອນ 1,04 ລ້ານຄົນ ຫຼື 13,9% ຂອງປະຊາກອນທັງໝົດໄດ້ ຮັບຄວາມບໍ່ປອດໄພທາງດ້ານອາຫານໃນລະດັບປານກາງ, ໃນ 0,9% ໄດ້ລາຍງານວ່າ ເປັນອາຫານທີ່ບໍ່ປອດໄພແລະຮ້າຍແຮງທີ່ສຸດຢູ່ແຂວງອັດຕະປື ແລະ ແຂວງຫຼວງນ້ຳທາ. ໃນຄົວເຮືອນ 20% ໄດ້ລາຍງານໄດ້ຮັບອາຫານບໍ່ພຽງພໍ ເປັນຕົວເລກທີ່ສູງທີ່ສຸດຢູ່ໃນແຂວງໄຊສົມບູນ, ຈຳນວນຄົວເຮືອນ 20% ລາຍງານການຫຼຸດລະດັບຂອງອາຫານແຕ່ລະຄາບ; ຈຳນວນຄົວເຮືອນ 25% ລາຍງານວ່າລາຍຮັບຫຼຸດລົງເມື່ອທຽບກັບປີທີ່ຜ່ານມາ ແມ່ນມີຄວາມຈໍາເປັນຕ້ອງໄດ້ສົ່ງເສີມຊາວກະສິກອນ ທີ່ປະສົບກັບບັນຫາຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ທີ່ຢູ່ໃນຂັ້ນປານກາງ ຫຼື ຂັ້ນຮ້າຍແຮງ ແລະ ເສີມສ້າງຄວາມເຂັ້ມແຂງການຜະລິດດ້ານກະສິກໍາ, ໂດຍໃຫ້ຄວາມສໍາຄັນກັບເຈົ້າຂອງກິດຈະການຂະໜາດນ້ອຍ. Continue reading
ການຄຸ້ມຄອງ ສັດຕູພືດ ແລະ ພະຍາດພືດ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ/Management of CROP PESTS AND DISEASES in Lao People’s Democratic Republic
ການຄຸ້ມຄອງ ສັດຕູພືດ ແລະ ພະຍາດພືດ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ/Management of CROP PESTS AND DISEASES in Lao People’s Democratic Republic
P&D Management Report English (1)