
Khemmalay SONDAVANH
ລັດຖະມົນຕີກະຊວງກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກ ໄທ.
ໃນຕອນບ່າຍຂອງວັນທີ່ 19 ກໍລະກົດ ທີ່ຜ່ານມາ ທີ່ຫ້ອງປະຊຸມ ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຄະນະ ຜູ້ແທນ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກໄທ ນຳໂດຍ ທ່ານ ພົນເອກ ສຸລະສັກ ການຈະນລັດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ. Continue reading
ກະຊວງກະສິກຳ ແລະ ປ່າໄມ້ ສະຫຼຸບບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງ ທົ່ວອົງຄະນະພັກກະຊວງ ແລະ ສະຫຼຸບຍ້ອງຍໍຜົນງານ 5 ປີ
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະຫຼຸບບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງທົ່ວອົງຄະນະພັກກກະຊວງ ແລະ ພິທີສະຫຼຸບຍ້ອງຍໍຜົນງານ 5 ປີ (2011-2015) ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານ-ລັດຖະກອນຂຶ້ນ ໃນວັນທີ 17 ກໍລະກົດ 2017 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ. ເປັນກຽດເຂົ້າຮ່ວມຂອງທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ອາດີດການນຳອາວຸໂສ, ສະມາຊິກພັກບຳນານ, ທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ສະຖານີ, ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ, ວິທະຍາໄລ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ການນຳພັກ-ລັດ ຮ່ວມພິທີປ່ອຍປາ ເນື່ອງໃນວັນປ່ອຍປາ ແລະ ອານຸລັກສັດນ້ຳ-ສັດປ່າ ແຫ່ງຊາດ
ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ການອະນຸລັກສັດນ້ຳ ແລະ ສັດປ່າໃຫ້ຍືນຍົງ ເປັນການສ້າງຄວາມອຸດົມ ສົມບູນ, ຄວາມສົມດຸນຂອງລະບົບນິເວດທຳມະຊາດ, ປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ແລະ ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ລັດຈຶ່ງໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີເປັນວັນປ່ອຍປາ ແລະ ວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ. ເຊິ່ງປີນີ້ໄດ້ໝູນວຽນມາຄົບຮອບ 21 ປີ (13 ກໍລະກົດ 1996 – 13 ກໍລະກົດ 2017). Continue reading
ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ.
ໃນວັນທີ 12 ກໍລະກົດຜ່ານມາ, ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2017 ຂື້ນ, ທີ່ສະໂມສອນກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ນ. ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງກະຊວງ, ປ້າອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມຈໍານວນ 200 ກວ່າທ່ານ.
ທ່ານ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO)
ໃນລະຫວ່າງວັນທີ 3-8 ກໍລະກົດ 2017 ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO). ຊື່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທຸກໆສອງປີ ໂດຍມີບັນດາຄະນະລັດຖະມົນຕີກະ ຊວງກະສິກຳ ຫຼາຍກວ່າ 190 ກວ່າປະເທດ ໄດ້ມາເຕົ້າໂຮມກັນຢູ່ທີ່ສຳນັກງານໃຫຍ່ ຂອງອົງການ FAO ທີ່ນະຄອນ ຫຼວງໂຣມ, ປະເທດອີຕາລີ ເພື່ອປຶກສາຫາລື ກ່ຽວກັບ ສະພາບການຜະລິດສະບຽງອາຫານ ແລະ ການກະສິກຳ ເພື່ອຮັບປະກັນດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ມີຄວາມຍືນຍົງ, ທົບທວນຄືນບັນດາໜ້າວຽກທີ່ຜ່ານມາຂອງອົງການ FAO ໂດຍສະເພາະ ສະຫຼຸບການນໍາໃຊ້ງົບປະມານທີ່ຜ່ານມາ ແລະ ສະເໜີແຜນງົບປະມານປະຕິບັດວຽກງານ ຂອງແຕ່ລະຂົງເຂດພາກພື້ນໃນຕໍ່ໜ້າເຊັ່ນ: ອາຊີປາຊີຟິກ, ອາເມລິ ກາລາຕິນ, ເອີລົບ, ອາຟຼິກກາ, ພາກຕາເວັນອອກ ແລະ ພາກເໜືອຂອງອາເມລິກາ, ການປະຕິບັດວຽກງານຂອງແຕ່ລະຄະນະກຳມະທິການວິຊາການເຊັ່ນ: ດ້ານກະສິກຳ, ການຄ້າ ກະສິກຳການປະມົງ, ປ່າໄມ ແລະການປະຕິບັດວຽກງານຂອງຄະນະກໍາມະການຄໍ້າປະກັນສະບຽງອາຫານໂລກ ແລະ ອື່ນໆ. Continue reading
ທ່ານ ນາຍົກລັດຖະມົນຕີ ລົງຢ້ຽມຢາມໂຄງການເຊມາອຸນດົງ
ເພື່ອຊຸກຍູ້ສົ່ງເສີມຊາວກະສິກອນ ໃນການນໍາເອົາຄວາມຮູ້ດ້ານການພັດທະນາຊົນນະບົດ ແລະການເປັນຜູ້ນໍາທີ່ດີ ຕາມແບບແຊມວນອຸນດົງ ໄປພັດທະນາບ້ານ ແລະຊຸມຊົນເຂດຫ່າງໄກສອກຫຼີກ. ໃນຕອນເຊົ້າຂອງວັນທີ 20 ມີຖຸນາ ຜ່ານມາ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການພັດທະນາຊົນນະບົດ ແບບມີສ່ວນຮ່ວມຕາມແບບແຊມວນອຸນດົງ ຢູ່ທີ່ກົມສົງເສີ່ມກະສິກໍາ ແລະສະຫະກອນ, ກະຊວງກະສິກໍາ ແລະປ່າໄມ້ ໂດຍການຕ້ອນຮັບຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະ. Continue reading
ທະນາຄານພັດທະນາອາຊີ (ADB) ໃຫ້ການຊ່ວຍເຫຼືອພື້ນຖານໂຄງລ່າງກະສິກຳຊຸມຊົນ 4 ແຂວງພາກເໜືອ
ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2010 ຢູ່ 4 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ ແລະ ແຂວງ ຜົ້ງສາລີ ເຊິ່ງບັນດາແຂວງດັ່ງກ່າວນີ້ ແມ່ນນອນຢູ່ໃນແຂວງເປົ້າໝາຍຂອງໂຄງການແຫ່ງຊາດ (ການຜະລິດກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ). ໂຄງການດັ່ງກ່າວ ຈະຊ່ວຍໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ແຜນຍຸດທະສາດ ແລະ ແຜນດຳເນີນງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງປັດຈຸບັນ ກຳລັງສຸມໃສ່ປັບປຸງໂຄງລ່າງພື້ນຖານດ້ານກະສິກຳ ແລະ ວຽກງານກະສິກໍາ ໃຫ້ສາມາດຜະລິດກະສີກໍາເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເທື່ອລະກ້າວ, ເຊິ່ງໃນນີ້ ວຽກບູລິມະສິດຂອງຂະ ແໜງກະສີກໍາຕ້ອງຮັບປະກັນດ້ານ Continue reading
ກ້ອນກໍາລັງຂະແຫນງການກະສິກໍາ ແລະ ປ່າໄມ້ ໃນພິທີສະເຫຼີມສະຫຼອງ ວັນຊາດ 2 ທັນວາ 2015 ຄົບຮອບ 40 ປີ
ຂະແໜງກະສິກຳ ແລະ ປ່າໄມ້ ແມ່ນຂະແໜງການໜື່ງທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ 40 ປີທີ່ຜ່ານມາໄດ້ເຮັດໃຫ້ອັດຕາສ່ວນການຂະຫຍາຍຕົວດ້ານກະສິກຳ ແລະ ປ່າໄມ້ 2,8 ຫາ 3,1% ຕໍ່ປີ ກວມເອົາອັດຕາສ່ວນຂອງ GDP ລວມທົວປະເທດ 24% ບັນລຸຕາມແຜນການ ອັນໄດ້ປະກອບສ່ວນເຂົ້າໃນອັດຕາສ່ວນການຂະຫຍາຍຕົວຂອງ GDP ລວມທົວປະເທດ ເພີ່ມຂື້ນບໍ່ຫຼຸດ 8% ຕໍ່ປີ ອັນພົ້ນເດັ່ນແມ່ນໃນປີ 2015 ນີ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໄດ້ມອບໃບຢັ້ງຢືນຢ່າງສົມກຽດໃຫ້ແກ້ ສປປ ລາວ ທີ່ໄດ້ບັນລຸຕາມຄາດໝາຍສະຫັດສະຫວັດທີ 01 ໃນການຫຼຸດຜ່ອນການຂາດແຄນດ້ານສະບຽງອາຫານ ແລະ ແກ້ໄຂຄວາມທຸກຍາກຈາກ 42% ໃນປີ 1990 ມາເປັນ 18% ໃນປີ Continue reading