Khemmalay SONDAVANH

ກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ນໍ້າເທີນ 2

IMG_7909  IMG_7919

             ອີງໃສ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການອະນຸມັດເປີດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2, ສະບັບ​​ເລກທີ 4045/ກປ ລົງ​ວັນ​ທີ 21 ກັນຍາ 2017. ສະນັ້ນ ໃນວັນທີ 26 ກັນຍາ ປີ 2017 ທີ່ຫອ້ງປະຊຸມ ຂອງຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ​ໄດ້ຈັດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ຂຶ້ນ ພາຍໃຕ້ການເປັນປະທານໂດຍທ່ານ ປອ ລຽນ ທີແກ້ວ  ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ນອກ​ນັ້ນ​ຍັງ​ມີ​ ຮອງ​​ເຈົ້າ​ແຂວງ ຄຳ​ມ່ວນ ຮອງ​ເຈົ້າ​ແຂວງ ບໍລິ​ຄຳ​ໄຊ ​ແລະ ບັນດາ​ເມືອງ ທີ່​ນອນ​ໃນ​ພື້ນ​ທີ ອາງ​ໂຕ່ງ​ຂອງ​ນ້ຳ​ເທີນ 2.  Continue reading

ກອງປະຊຸມ ກະກຽມສ້າງນະໂຍບາຍແນວພັນພືດແຫ່ງຊາດ

IMG_7785  IMG_7791

             ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການຜະລິດແນວພັນພືດທີ່ມີເງື່ອນໄຂແຕກຕ່າງກັນ ໃຫ້ມີແນວໂນ້ມທີ່ດີໃນຕໍ່ໜ້າ. ໃນຕອນເຊົ້າວັນທີ 15 ກັນຍາ ຜ່ານມາ ຢູ່ ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດ ໄດ້ຈັດກອງປະຊຸມ ລິເລີ່ມກະກຽມສ້າງນະໂຍບາຍແນວພັນພືດ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ສະຕີເຟັນ ຣູດກາດ ຜູ້ຕ່າງໜ້າອົງການອາຫານ ແລະການກະເສດ ປະຈໍາລາວ (FAO). ມີບັນດາຫົວໜ້າ-ຮອງຫົວໜ້າສູນ, ຊ່ຽວຊານຕ່າງປະເທດປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. Continue reading

ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບຄະນະຜູ້ແທນຢີ່ປຸ່ນ

IMG_7720  IMG_7723

               ໃນຕ້ອນເຊົ້າຂອງວັນທີ 17 ກັນຍາ ຜ່ານມາ, ຢູ່ສູນພັດທະນາການປະມົງ (ນໍ້າຊ່ວງ), ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຈາກປະເທດຍີ່ປຸ່ນ ທີ່ມາຢ້ຽມຢາມ ການກໍ່ສ້າງຕຶກອາຄານ ຂອງໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະພັດທະນາການປະມົງ ຢູ່ ສປປ ລາວ. ນໍາໂດຍທ່ານ ອີວາວ ໂຮຣິ (IWAO HORII) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງປະເທດຍີ່ປຸນ. ພ້ອມນີ້, ມີບັນດາຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading

ພິທີມອບ-ຮັບ ໜ້າທີ່ປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນໍ້າເທີນ 2

IMG_7809  IMG_7812

             ອົງການ​ຄຸ້ມ​ຄອງ ​ແລະປົກ​ປັກ​ຮັກສາ​ແຫຼ່ງນໍ້ານໍ້າ​ເທີນ 2 (ອຄປ.ທ 2) ​ເປັນ​ອົງການ​ສະ​ເພາະໜຶ່ງຂອງ​ລັດຖະບານມີ​ພາລະ​ບົດບາດ, ສິດ ​ແລະໜ້າທີ່​ ໃນ​ການຄຸ້ມ​ຄອງ, ພັດທະນາ ​ແລະປົກ​ປັກ​ຮັກສາ​ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍນໍ້າ​ເທີນ ​ແລະ ​ເຂດ​ແຫຼ່ງນໍ້ານໍ້າ​ເທີນ 2. ອົງການ​ໄດ້​ກຳນົດ​ແຜນ​ຍຸດ​ທະ​ສາດ, ​ເປົ້າໝາຍ ​ແລະຈຸດປະສົງ​ເພື່ອ​ປົກ​ປັກ​ຮັກສາ ​ແລະຟື້ນຟູ​ເນື້ອທີ່​ປ່າ​ໄມ້ ​ເພື່ອ​ຮັບປະກັນ​ໃຫ້​ມີ​ປະລິມານ​ນໍ້າ​ທີ່​ພຽງພໍ ​ໄຫຼ​ເຂົ້າອ່າງ​ເກັບ​ນໍ້າຂອງ​ໂຄງການ​ນໍ້າ​ເທີນ 2 ​ໂດຍ​​ໃຫ້ມີ​ການ​ຕົກ​ຕະກອນ​ໃນ​ລະດັບ​ຕໍ່າ; ​ເພື່ອ​ອະນຸລັກ​ຄວາມຫຼາກຫຼາຍດ້ານ​ຊີວະ​ນາໆພັນ​ຄຽງຄູ່​ກັບ​ການ​ພັດທະນາ ​ໃຫ້​ເປັນ​ອຸທິຍານ​ແຫ່ງ​ຊາດ​ທີ່​ອຸດົມ​ຮັ່ງມີດ້ານ​ວັດທະນະທຳກັບ​ການທ່ອງທ່ຽວທຳ​ມະ​ຊາດ ​ແລະການ​ສຶກສາຄົ້ນຄວ້າ​ດ້ານ​ວິທະຍາສາດ; ​ເພື່ອ​ຊຸກຍູ​້​ການ​ພັດທະນາ ​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕ່າງໆຈຳນວນ 7.000 ກວ່າ​ຄົນທີ່ອາ​ໃສ​ຢູ່​ໃນ​ເຂດ​ແຫຼ່ງນໍ້າ ​ແລະ 30.000 ກວ່າ​ຄົນ​ຢູ່​ເຂດ​ອ້ອມ​ຂ້າງ. ​ເປັນ​ການສ້າງ​ຄວາມ​ສາມາດ​​ໃຫ້​ແກ່ພະນັກງານ, ອົງການ ​ແລະຄູ່​ຮ່ວມ​ງານ ​ເພື່ອ​ພັດທະນາ​ໂຄງ​ສ້າງ​ກາ​ນຈັດຕັ້ງຂອງ​ອົງການ ​ແລະຂອງ​ເມືອງ, ບ້ານ​ໃຫ້​ເຂັ້ມ​ແຂງ, ຄຸ້ມ​ຄອງ​ການ​ນຳ​ໃຊ້​ທຶນ, ງົບປະມານ​ໃຫ້​ມີ​ປະສິດ​ທິຜົນ​ສູງ. Continue reading

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳຊຸກຍູ້ການຜະລິດກະສິກຳ

IMG_1737 IMG_1833

     ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການຜະລິດກະສິກຳ ໃຫ້ມີການຂະຫຍາຍຕົວຜະລິດຫຼາຍກາຍເປັນຄ້າເທື່ອລະກ້າວ ໃນລະຫວ່າງວັນທີ 5-8 ກັັນຍາ 2017 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳ ຢູ່ເມືອງ ວຽທອງ ແລະ ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ຊຶ່ງມີທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ, ທ່ານ ວັນວິໄລ ແດນພູຫຼວງ ເຈົ້າເມືອງໆຄຳເກີດ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄຳໄຊ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ວຽງທອງ ແລະ ເມືອງຄຳເກີດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. Continue reading

ກອງປະຊຸມວຽກງານການຈັດສັນຍົກຍ້າຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 1

 IMG_1675IMG_1672

             ເພື່ອເຮັດໃຫ້ປະຊາຊົນທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ມີບ່ອນຢູ່ອາໃສ ແລະ ມີອາຊີບທີ່ໝັ້ນຄົງ, ໃນວັນທີ 5 ກັນຍາ 2017 ນີ້ ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຈັດສັນຍົກຍ້າຍປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍ້າເທີນ 1 ຂຶ້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍມີ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ ແລະ ພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 23 ທ່ານ. Continue reading

ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມ ແລະ ຊຸກຍູ້ການຜະລິດກະສິກຳ 4 ແຂວງພາກໃຕ້

999966666

            ໃນລະຫວ່າງວັນທີ 5- 13 ສິງຫາ 2017 ນີ້ ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ການຜະລິດກະສິກໍາຢູ່ 4 ແຂວງພາກໃຕ້ຄື ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ, ນຳໂດຍທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ 20 ກວ່າທ່ານເຂົ້າຮ່ວມ. Continue reading

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງພື້ນທີ່ຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ

8IMG_0750

         ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ປະຊາຊົນ​ໃຫ້​ມີ​ອາຊີບ​ທີ່ໝັ້ນຄົງ, ມີ​ເຂົ້າກຸ້ມ​ກິນ​ຕະຫຼອດປີ ​ແລະ ມີ​ລາຍ​ຮັບ​ເຂົ້າຄອບຄົວ​ເພີ່ມ​ຂຶ້ນ ສາມາດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ຫຼຸດພົ້ນອອກ​ຈາກ​ຄອບຄົວທຸກ​ຍາກ. ​ໃນ​ລະຫວ່າງ​ວັນ​ທີ 9-10 ສິງຫາ 2017 ນີ້ ທ່ານ ຄຳບຸນ​ນັດ ​ໄຊ​ຍະ​ນົນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ພ້ອມ​ດ້ວຍ​ຄະນະ ​ໄດ້ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ ​ແລະ ຊຸກຍູ້​ການ​ຜລິດຢູ່ ບ້ານ ຄຳ​ປ່າ​ແໜ ​ແລະ ບ້ານປ່າ​ກ້ວຍ, ​ເມືອງ ຈຳ​ພອນ, ​ແຂວງ ສະຫວັນ​ນະ​ເຂດ. Continue reading

ກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນ

IMG_0461IMG_0465

​        ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍວ່າ​ດ້ວຍ​ການຈັດ​ສັນພູ​ມລຳ​ເນົາ ​ແລະ ອາຊີບໝັ້ນຄົງ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ ມີ​ເນື້ອ​ໃນສົມບູນ​ຄົບ​ຖ້ວນ​ ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ, ສອດ​​ຄ່ອງ​ກັບຫຼັກການພື້ນຖານ​ໃນ​ການ​ສ້າງ​ນິຕິ​ກຳ ​ແລະ ສາມາດ​ນຳ​ໄປ​ຈັດຕັ້ງປະຕິບັດ​ໄດ້. ​ໃນ​ລະຫວ່າງ​ວັນ​ທີ 7-8 ສິງຫາ 2017 ນີ້ ທີ່​ຫ້ອງການ​ປົກຄອງ​ແຂວງ​ຈຳປາ​ສັກ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ ອົງການ​ປົກຄອງ​ແຂວງ​ຈຳປາ​ສັກ ​ເປີດ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ຕໍ່ຮ່າງກົດໝາຍວ່າ​ດ້ວຍ ການຈັດ​ສັນພູ​ມລຳ​ເນົາ ​ແລະ ອາຊີບໝັ້ນຄົງ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ ສຳລັບ 6  ​ແຂວງ (​ແຂວງ ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ຈຳປາ​ສັກ, ສາລະ​ວັນ, ​ເຊ​ກອງ ​ແລະ ​ແຂວງ ອັດ​ຕະປື) ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ບຸນ​ຖອງ ດີ​ວິ​ໄຊ ​ເຈົ້າ​ແຂວງໆຈຳປາ​ສັກ, ທ່ານ ຄຳ​ບຸນ​ນັດ ​ໄຊ​ຍະ​ນົນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ຂະ​ແໜງການ​ທີ່​ກ່ຽວ ຂ້ອງທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຂົ້າຮ່ວມ​ທັງໝົດ 100 ທ່ານ, ຍິງ 9 ທ່ານ. Continue reading

ສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວແລກປ່ຽນບົດຮຽນ ກັບສະຫະພັນແມ່ຍິງພະແນກກະສິກຳ ແລະ ປ່າໄມ້ແຂວງ ອັດຕະປຶ

IMG_0644 IMG_0658

            ເພື່ອສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ​ ວັນສ້າງຕັ້ງສະຫະພັນ​ແມ່ຍິງລາວ ຄົບຮອບ 62 ປີ (20 ກໍລະກົດ 1955 – 20 ກໍລະ ກົດ 2017) ໃຫ້​ເປັນ​ຂະ​ບວນຟົດຟື້ນ. ​ໃນ​ລະຫວ່າງ​ວັນ​ທີ 20-23 ກໍລະກົດ 2017 ທ່ານ ນ. ບຸນທຽນ ວົງ​ໄກສອນ ປະທານ​ສະຫະພັນ​ແມ່ຍິງ​ກະຊວງກະສິກຳ ​ແລະ ປ່າ​ໄມ້ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ແລກປ່ຽນບົດ​ຮຽນ ກັບ​ສະຫະພັນ​ແມ່ຍິງ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ ອັດ​ຕະປື ​ໃຫ້ການຕ້ອນຮັບ​ໂດຍ​ທ່ານ ນ. ວິ​ໄລ​ພອນ ວໍລະ​ພິມ ຫົວໜ້າພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ ອັດ​ຕະປື. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ