
Khemmalay SONDAVANH
ທະນະຄານພັດທະນາອາຊີ ສະໜອງທືນຊ່ວຍເຫຼືອລ້າເພື່ອປັບປຸງລະບົບຄຸ້ມຄອງ ດ້ານສຸຂະນາໄມແລະ ສຸຂະນະໄມພືດ
ໃນວັນທີ 13 ພະຈີກ 2017 ທີ່ ກະຊວງການເງີນ ໄດ້ມີພິທີເຊັນ ສັນຍາຊ່ວຍເຫຼືອລ້າເພີ່ມເຕີມ ຈຳນນວນ 10 ລ້ານໂດລາສະຫະລັດ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ທະນະຄານພັດທະນາອາຊີ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າເຊັນສັນລະຫວ່າງຝ່າຍລາວໂດຍແມ່ນ ທ່ານ ນ.ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງີນ ຝ່າຍທະນະຄານພັດທະນາອາຊີ ນຳໂດຍທ່ານ ຢາຊູຊິ ນິກິຊິ ຫົວໜ້າຫ້ອງການຜູ້ຕາງໜ້າ ທະນະຄານພັດທະນາອາຊີປະຈຳ ສປປ ລາວ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ເຂົ້າຮ່ວມພິທີເປີດນໍ້າຊົນລະປະທານ ແລະ ການຜະລິດລະູດູແລ້ງ
ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ,ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກໍ່ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານທີ່ໄດ້ກຳນົດເອົາວັນທີ 3 ພະຈິກ ຂອງທຸກໆປີໃຫ້ເປັນວັນຊົນລະປະທານແຫ່ງຊາດ. ສະນັ້ນ, ໃນວັນທີ 15 ພະຈິກ 2017 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ຮ່ວມກັບກຸ່ມຊາວນາໂຄງການພະນົມໄຊ ກໍ່ຄືປະຊາຊົນເມືອງພະລານໄຊ ໄດ້ຈັດພິທີເປີດນຳໃຊ້ນໍ້າຊົນລະປະທານ ສຳລັບການຜະລິດລະດູແລ້ງຢູ່ທີ່ບ້ານພະນົມໄຊ, ເມືອງພະລານໄຊ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ພ້ອມທັງເປັນຮອງ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານເຈົ້າເມືອງໆພະລານໄຊ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ.
ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3817/ກປ, ລົງວັນທີ 17 ສິງຫາ 2017. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຄຳປ່າແໜ ແລະ ບ້ານ ປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ ແລະ ເພື່ອເປັນການຊຸກຍູ້ຕິດຕາມຄວາມຄືບໜ້າຂອງໂຄງການໃນແຕ່ລະໄລຍະ. ສະນັ້ນ, ໃນວັນທີ 14 ພະຈິກ 2017 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ປະຊາຊົນໃນບ້ານສ່ວນຫຼາຍແມ່ນເປັນຊົນເຜົ່າກະຕາງ, ຖືສາສະໜາພຸດ, ເຮັດນາປູກເຂົ້າເປັນອາຊີບ ແລະ ຖືເອົາການປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ. ໃນໄລຍະຜ່ານມາຍ້ອນຄວາມທຸກຍາກຂາດເຂີນ, ຂາດເຂົ້າກິນ, ຂາດເຂີນທາງດ້ານເສດຖະກິດ, ບໍ່ມີເນື້ອທີ່ນາທຳການຜະລິດ, ເຮັດນາບໍ່ກຸ້ມກິນຈຶ່ງມີຄອບຄົວຈຳນວນໜຶ່ງມີແນວຄິດເອື່ອຍອີງສັງຄົມ (ຂໍເປັນອາຊີບ).
ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົເອົາວັນ 3 ພະຈິກເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ໃນວັນທີ 9 ພະຈິກ 2017 ທີ່ສະຖານີດົງໂພສີ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານປອ. ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້. ບັນດາຫົວໜ້າ ຮອງຫົວໜ້າກົມ, ເຈົ້າເມືອງ ຮອງເຈົ້າເມືອງ, ຫົວໜ້າ ຮອງຫົວໜ້າພະແນກພ້ອມດ້ວຍພະນັກງານວິຊາການຕະຫຼອດຮອດປະຊາຊົນອ້ອມຂ້າງບ້ານດົງໂພສີ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ຖະແຫຼງການວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປີ 2017
ເພື່ອເປັນການຊີ້ນໍາ-ນໍາພາ ແລະໃຫ້ທິດທາງ ໃນການແກ້ໄຂຄວາມທຸກຍາກ ຂອງປະເທດໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 09 ຕຸລາ 2017 ນີ້, ຢູ່ຫ້ອງຮັບແຂກ ຫ້ອງການກະຊວງ ທ່ານ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຖະແຫຼງການວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2017. ໂດຍທ່ານ ໄດ້ຖະແຫຼງການໃຫ້ຮູ້ກ່ຽວກັບຫຼາຍບັນຫາ ທີ່ເປັນວຽກທີ່ສໍາຄັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ສໍາລັບວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ທີ່ໄດ້ໝູນວຽນມາບັນຈຸຄົບຮອບອີກເທື່ອໜຶ່ງ ໃນປີ 2017 ນີ້, ຊື່ງພິທີສະເຫຼີມສະຫຼອງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2017 ທີ່ຈະມາເຖິງນີ້, ຢູ່ນະຄອນຫຼວງວຽງຈັນ. ຊື່ງວັນອາຫານໂລກແມ່ນຄົບຮອບ 37 ປີ ພາຍໃຕ້ຄໍາຂວັນ “ລົງທຶນໃສ່ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພັດທະນາຊົນນະບົດ ເພື່ອແກ້ໄຂການຍ້າຍຖິ່ນຖານໃນອະນາຄົດ”, ວັນສາກົນ ເພື່ອລຶບລ້າງແມ່ນຄົບຮອບ 25 ປີ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄວາມທຸກຍາກ ຄົບຮອບ 14 ພາຍໃຕ້ຄໍາຂວັນ “ກ້າວໄປສູ່ ສັງຄົມ ສັນຕິສຸກ ແລະເພື່ອທຸກຄົນ”. Continue reading
ກອງປະຊຸມ ຄະນະກໍາມະການ ແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF)
ໃນລະຫວ່າງວັນທີ 25-27 ກັນຍາ 2017 ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ຄະນະກໍາມະການ ຂອງແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF)ຄັ້ງທີ 24ຂຶ້ນທີ່ ໂຮງແຮມສັນຕິ ຣີສອດ, ແຂວງ ຫຼວງພະບາງ ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆ ຫຼວງພະບາງ, ທ່ານ ຊ່ອງ ຄຣິດສະຕອບ ກາເຣ ຫົວໜ້າທະນາຄານໂລກ ປະຈໍາລາວ. ພ້ອມນີ້ ມີແຂກທີ່ຖືກເຊີນມາຈາກ 5 ທະວີບ ມີ 60 ປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ. Continue reading
ກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ (FIP)
ເພື່ອເສີ່ມຂະຫຍາຍບັນດາປະເທດຄູ່ຮ່ວມງານໃນການຮຽນຮຸູ້ ແລະປະສານງານ ກ່ຽວກັບວຽກງານການລົງທຶນດ້ານປ່າໄມ້ ໃຫ້ມີການຂະຫຍາຍໃນຕໍ່ໜ້າ.ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ “(FIP)ຂຶ້ນທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ອ່ຽນ ເກຣ Ian Gray ຜູ້ປະສານງານ ອາວຸໂສ ແຜນງານການລົງທຶນດ້ານປ່າໄມ້ ພ້ອມນີ້ ມີແຂກທີ່ຖືກເຊີນມາຈາກ 5 ທະວີບ ມີ 60 ປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ. Continue reading
ພາກລັດ, ຜູ້ປະກອບການ ແລະ ຊາວກະສິກອນ ຮ່ວມກັນປຶກສາຫາລືກ່ຽວກັບ ການນຳໃຊ້ມາດຕະຖານກະສິກຳທີ່ດີ ເພື່ອຄຸ້ມຄອງການປູກກ້ວຍເປັນສິນຄ້າ ຢູ່ 8 ແຂວງພາກເໜືອ
ເພື່ອຊ່ວຍໃຫ້ຜູ້ປະກອບການແລະຊາວກະສິກອນໄດ້ເຂົ້າໃຈເຖິງການນຳໃຊ້ມາດຕະຖານກະສິກຳທີ່ດີ (GAP) ໃນການຜະລິດກ້ວຍເປັນສິນຄ້າ, ກົມປູກຝັງກະຊວງກະສິກຳແລະປ່າໄມ້ຮ່ວມກັບພະແນກກະສິກຳແລະປ່າໄມ້ແຂວງອຸດົມໄຊຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ, ຜູ້ປະກອບການແລະຊາວກະສິກອນຂຶ້ນ, ທີ່ພະແນກກະສິກຳແລະປ່າໄມ້ແຂວງອຸດົມໄຊໂດຍການເປັນປະທານຂອງ ທ່ານປອ ພວງປຣະຣິສັກປຣະວົງວຽງຄຳຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້, ທ່ານເພັດສາຄອນຫຼວງອາໄພເຈົ້າແຂວງອຸດົມໄຊພ້ອມດ້ວຍພະແນກກະສິກຳແລະປ່າໄມ້, ຜູ້ປະກອບການແລະຊາວກະສິກອນຈາກ 8 ແຂວງເຂົ້າຮ່ວມ. Continue reading
ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ສຶກສາຄວາມເປັນໄປໄດ້ຂອງໂຄງການປັບປຸງຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ
ໂຄງການຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ ເປັນໂຄງການຈຸດສຸມໜຶ່ງທີ່ສຳຄັນ ແລະ ເປັນບຸລິມະສິດຂອງລັດຖະບານ ເຊິ່ງສຳເລັດການກໍ່ສ້າງ ແລະ ເລີ່ມນຳໃຊ້ມາແຕ່ປີ 1978 ມາຮອດປັດຈຸບັນມີອາຍຸການໃຊ້ຍາວນານຫລາຍກວ່າ 30 ປີ ແລະ ມີສະພາບເກົ່າແກ່ຊຸດໂຊມ, ໂຄງການດັ່ງກ່າວມີເນື້ອທີທັງຫມົດ 7.600 ເຮັກຕາ ໃນນັ້ນໂຄງການນ້ຳຫຸມກວມເອົາ 2.300 ເຮັກຕາ ແລະ ໂຄງການນ້ຳຊ່ວງກວມເອົາ 5.300 ເຮັກຕາ, ເພື່ອເປັນການຮັບປະກັນແກ່ການສະໜອງນ້ຳຂອງທັງ 2 ໂຄງການໃຫ້ໄດ້ທັງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບໃຊ້ແກ່ການພັດທະນາ ໂດຍສະເພາະການສະໜອງນ້ຳທີ່ພຽງພໍໃຫ້ແກ່ປະຊາຊົນເຂດເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ແລະ ເມືອງໂພນໂຮງ ແຂວງ ວຽງຈັນ, ໃຫ້ສາມາດທຳການຜະລິດກະສິກຳໄດ້ 2 ລະດູ, ທັງເພື່ອຮັບປະກັນຄວາມໝັ້ນຄົງດ້ານການຜະລິດສະບຽງອາຫານໃຫ້ກາຍເປັນສິນຄ້າຮັບໃຊ້ພາຍໃນ ແລະສົ່ງອອກໃຫ້ໝັ້ນຄົງ ແລະ ຍາວນານ. Continue reading
ກອງປະຊຸມໜ່ວຍງານຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດປີ 2017
ເພື່ອຈັດຕັ້ງປະຕິບັດ ແລະ ໄປຕາມແຜນວຽກປະຈໍາປີ 2017 ຂອງໜ່ວຍງານຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ (SWG-ARD), ໃນວັນທີ 27 ກັນຍາ ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້, ກົມແຜນການ ແລະ ການຮ່ວມື, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດປະຈໍາໄຕມາດທີ່ 2 ແລະ 3 ປີ 2017 ຂື້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີທ່ານ ອາເລັນ ເວີນິນັດສ ຕາງໜ້າສະຖານທູດຝຣັ່ງປະຈໍາລາວ, ທ່ານ ສະຕີເຟັນ ຣູດກາດ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ປະຈໍາ ສປປ ລາວ ພ້ອມດ້ວຍຕ່າງໜ້າຈາກບັນດາກະຊວງຕ່າງໆ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 100 ກ່ວາທ່ານ.fake designer watches from china miniature ferrari replica Continue reading