
Khemmalay SONDAVANH
ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4
ຄະນະຜູ້ແທນ ກະຊວງ ກະສິກຳ ແລະປ່າໄມ້ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ລັດຖະມົນ ຕີກະສິກຳ ແລະປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4 ຈັດຂື້ນໃນວັນທີ 12 ມັງກອນ 2018 ທີ່ນະຄອນຫລວງນິວເດລີ, ປະເທດອິນເດຍ, ໂດຍແມ່ນ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ເປັນຫົວໜ້າຄະນະ. ການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ແມ່ນໄດ້ຮັບຜົນສຳເລັດເປັນກ້າວໆ, ປະເທດສະມາຊິກ ອາຊຽນ ແລະ ອິນເດຍ ໄດ້ຜັດ ປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມເຊັ່ນ: ກອງປະຊຸມຄັ້ງທີ 1 ຈັດໃນວັນທີ 8 ຕຸລາ 2011 ທີ່ ນະຄອນຫລວງຈາກາກຕາ, ປະເທດອິນໂດເນເຊຍ; ຄັ້ງທີ 2 ຈັດໃນວັນທີ 17 ຕຸລາ 2012 ທີ່ ນະຄອນຫລວງນິວເດລີ, ປະເທດອິນເດຍ; ຄັ້ງທີ 3 ຈັດຂື້ນໃນວັນທີ 28 ກັນຍາ 2013 ທີ່ ນະຄອນຫລວງ ກົວລາລໍາເປີ, ປະເທດມາເລເຊຍ. ໃນໄລະຍະຜ່ານມາ ບັນດາທ່ານລັດຖະມົນຕີ ໄດ້ຮັບຮອງເອົາ ແຜນປະຕິບັດງານ ໄລຍະ 2011-2015 ຊຶ່ງແມ່ນຂອບການຮ່ວມມື ຂະແໜງການກະສິກຳ ແລະ ປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ໂດຍໄດ້ກຳນົດ 4 ໜ້າວຽກຕົ້ນຕໍ: 1) ຍົກສູງສະມັດຕະພາບການຜະລິດກະສິກຳ ເພື່ອຮັບປະກັນ ການຄໍ້າປະກັນສະບຽງອາຫານ, 2) ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ ແລະເຕັກໂນໂລຢີ, 3) ສົ່ງເສີມວຽກງານຄົ້ນຄວ້າ ແລະພັດທະນາ ສ້າງເປັນໂຄງການຮ່ວມມືຕ່າງໆ ແລະ 4) ຮັດແໜ້ນການຮ່ວມມື ດ້ານການສ້າງຄວາມອາດສາມາດ ໃຫ້ແກ່ບຸກຄະລາກອນ. ຜ່ານການ ຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ໃນຂອບວຽກທີ່ໄດ້ກຳນົດໄວ້ ໃນໄລຍະເວລາດັ່ງກ່າວນັ້ນ, ມາຮອດປັດຈຸບັນນີ້ ເຫັນວ່າ ມີໝາກຜົນສຳເລັດໃນຫລາຍດ້ານ, ຊຶ່ງປະເທດສະມາຊິກອາຊຽນ ແລະ ອິນເດຍ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດເຫລົ່ານັ້ນ.
ຈຸດປະສົງຕົ້ນຕໍ ຂອງກອງປະຊຸມ ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4 ນີ້ ແມ່ນ: 1) ເພື່ອພ້ອມກັນຕີລາຄາ ແລະຮັບຮອງເອົາ ບົດລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານ 2011-2015 ໃນໄລຍະຜ່ານມາ, ແລະ 2) ເພື່ອຄວາມເປັນເອກະພາບ ໃນການກຳນົດ ຂອບການຮ່ວມມື ແລະຮັບຮອງເອົາແຜນປະຕິບັດງານ 2016-2020 ຢ່າງເປັນທາງການ, ຊຶ່ງເນື້ອໃນຕົ້ນຕໍຂອງແຜນປະຕິບັດງານ 2016-2020 ແມ່ນສຶບຕໍ່ຜັນຂະຫຍາຍ 4 ໜ້າວຽກຕົ້ນຕໍ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະ 2011-2015 ຜ່ານມານັ້ນ ແລະ ກຳນົດເພີ່ມຕື່ມອີກ 4 ໜ້າວຽກໃໝ່ ແລະ ລວມທັງໝົດ ມີ 8ໜ້າວຽກ. 4 ໜ້າວຽກເພີ່ມເຕີມເຂົ້າໃໝ່ ມີ: 1) ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການເຊື່ອມໂຍງການຄໍ້າປະກັນດ້ານສະບຽງອາຫານ ອາຊຽນ, 2) ສົ່ງເສີມເຕັກ ນິກດ້ານຕ່າງໆ ເພື່ອຊ່ວຍໃຫ້ຊາວກະສິກອນ ມີຄວາມສາມາດ ປັບຕົວເຂົ້າໄດ້ກັບ ສະພາບການປ່ຽນແປງ ດ້ານດິນຟ້າອາກາດ, 3) ເອົາໃຈໃສ່ໃນການຄຸ້ມຄອງນຳໃຊ້ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເຊັ່ນ: ທີ່ດິນກະສິກຳ, ແຫລ່ງນໍ້າ ແລະ ປ່າໄມ້, ແລະ 4) ສົ່ງເສີມການແລກປ່ຽນຢ້ຽມຢາມ ຊຶ່ງກັນແລະກັນ ໂດຍສະເພາະແມ່ນ ບັນດາຊາວກະສິກອນຜູ້ໜຸ່ມນ້ອຍ.
ຄະນະຜູ້ແທນ ຂອງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງການຮ່ວມມື ໃນຂະແໜງການກະສິກຳ ແລະປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຊຸມຜ່ານມາ ແລະ ໄດ້ສະແດງຄວາມເຫັນດີ ເປັນເອກະພາບ ແລະ ໃຫ້ການສະໜັບສະໜູນ ຕໍ່ກັບ ແຜນການຮ່ວມມື, ເພາະວ່າ ບັນດາຂອບວຽກເຫລົ່ານັ້ນ ກໍລ້ວນແລ້ວແຕ່ສອດ ຄ່ອງ ກັບແຜນຍຸດທະສາດ ການພັດທະນາ ຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປ ລາວ ພວກເຮົາ.
ຂ່າວໂດຍ: ກົມແຜນການ ແລະ ການເງິນ
ກວດແກ້ໂດຍ: ທ່ານ ໄຊປລາເດດ ຈຸນລະມະນີ
ກອງປະຊຸມຄັ້ງທີ 22 ຂອງໜ່ວຍງານອາຊຽນກ່ຽວກັບການຄວບຄຸມ ການຕົກຄ້າງສູງສຸດຂອງຢາປາບສັດຕູພືດ
ໃນວັນທີ 22 ມັງກອນນີ້, ທີ່ໂຮງແຮມລາວພຣາຊາ, ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄັ້ງທີ 22 ຂອງໜ່ວຍງານຊ່ຽວຊານດ້ານການເຊື່ອມໂຍງການຄວບຄຸມການຕົກຄ້າງສູງສຸດຂອງຢາປາບສັດຕູພືດອາຊຽນຂື້ນ, ໂດຍການເຂົ້າຮ່ວມຂອງທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ແລະ ທ່ານ ດຣ ຫງ່ານ ໄຈກ໋ອງ ປະທານຄະນະຊ່ຽວຊານສາພິດຕົກຄ້າງອາຊຽນພ້ອມດ້ວຍພະນັກງານວິຊາການ ຈາກບັນດາສະມາຊິກອາຊຽນເຂົ້າຮ່ວມ50 ກວ່າທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານດັ່ງກ່າວ ໃນປີ 2017 ທີ່ຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄັ້ງທີ 21 ທີ່ໄດ້ຈັດຂື້ນທີ່ປະເທດມາເລເຊຍ ແລະ ນອກຈາກນັ້ນກອງປະຊຸມຄັ້ງທີ 22 ນີ້, ບັນດາຊ່ຽວຊານຈາກບັນດາປະເທດສະມາຊິກຍັງໄດ້ປຶກສາຫາລືການຄວບຄຸມການຕົກຄ້າງສູງສຸດຂອງຢາປາບສັດຕູພືດໂດຍເປົ້າໝາຍແມ່ນໃນພືດ ແລະ ຜະລິດຕະພັນພືດທີ່ມີການຄ້າຂາຍຮ່ວມກັນໃນອາຊຽນເປັນຕົ້ນແມ່ນໝາກເພັດ, ໝາກເຂືອ, ໝາກມັງກອນ, ມັງຄຸດ, ລໍາໄຍ, ໝາກຫຸ່ງ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍເນື່ອງຈາກເປັນການຈັດຕັ້ງປະຕິບັດຂອງວຽກງານດ້ານຄວາມປອດໄພຂອງອາຫານອາຊຽນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.
ຂຽນໂດຍ: ທ. ອາລົງກອນ ສຸວັນນະສຸກ
ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ
ກອງປະຊຸມຄະນະກຳມະທິການຊີ້ນໍາລະດັບຊາດຄັ້ງທີ 3 ຂອງແຜນງານຈັດຕັ້ງປະຕິບັດກົດໝາຍປ່າໄມ້
ໃນອາທິດທີ່ຜ່ານມາຢູ່ທີ່ຫ້ອງປະຊຸມຂອງ ໂຮງແຮມ ຈໍາປາສັກແກຣນ ເມືອງປາກເຊ ແຂວງ ຈໍາປາສັກ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄະນະກຳມາທິການຊີ້ນໍາລະດັບຊາດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະມັກໃຈລະຫວ່າງ ສປປ ລາວ ແລະ ສະຫະພາບເອີລົບ. ໂດຍການເຂົ້າເປັນປະທານຮ່ວມຂອງທ່ານ ປອ ພວງປາລິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານອົງການກວດກາລັດຖະບານ, ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ແຂວງຈຳປາສັກ, ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງ ແຂວງ ອັດຕະປື ພ້ອມດ້ວຍ ບັນດານັກວິຊາການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການໂຮງເລື່ອຍເຂົ້າຮ່ວມ 60ກວ່າທ່ານ. ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອທົບທວນຄວາມຄືບໜ້າ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານປີ 2017 ລວມທັງການປະເມີນຜົນການຈັດຕັ້ງປະຕິບັດຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ. ແຜນງານ ຂອງແຜນງານ , FLEGT/VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີລົບ ແລະ ແຜນວຽກປະຈໍາປີ 2018 ເຊີ່ງແຜນງານ FLEGT ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 15/ນຍ ມີຈຸດປະສົງເພື່ອເພີ້ມທະວີໃນການຄຸ້ມຄອງປ່າໄມ້ ແລະ ສະກັດກັ້ນທຸລະກິດທີ່ກ່ຽວຂ້ອງກັບການຄ້າໄມ້ຜິດກົດໝາຍ. ໃນກອງປະຊຸມຄະນະປະທານໄດ້ໃຫ້ທິດຊີ້ນຳໃນການຫັນປ່ຽນເນື້ອທີ່ດີນປ່າໄມ້ເປັນເຂດດີນພັດທະນາຄວນໃຫ້ມີເຂດແດນລະອຽດ, ຄວນມີການກວດກາປະເມີນຜົນໃນການຂຸດຄົ້ນໄມ້ ແລະ ການປະຕິບັດຄຳສັ່ງເລກທີ 15/ນຍ ໃຫ້ເກີດຜົນສູງ, ເຂັ້ມງວດກັບບັນດາໂຮງເລື່ອຍຕ່າງໆ ໃຫ້ໄປຕາມລະບົບ ແລະ ບົດລົງໂທດຕໍ່ພະນັກງານທີ່ກະທຳຜິດ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງໃນຕອນແລງຂອງວັນດຽວກັນ.
ຂຽນໂດຍ: ທ.ອາລົງກອນ ສຸວັນນະສຸກ
ກວດແກ້: ທ່ານ ເຂັມພອນ ທິພົມມະຈັນ
ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບ ຄະນະຜູ້ແທນຈາກ ປະເທດມົງໂກລີ
ໃນທ້າຍ ອາທິດຜ່ານມາ, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປ.ອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກ ປະເທດມົງໂກລີ ນໍາໂດຍ ທ່ານ ນ. ຈານິມຄານ ຊາອຸເລ ຮອງລັດຖະມົນຕີ ກະຊວງສະບຽງອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ປະເທດມົງໂກລີ, ພ້ອມດ້ວຍແຂກ ທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງສະບຽງອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ປະເທດມົງໂກລີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ລັດຖະບານລາວ ເວົ້າລວມ, ເວົ້າສະເພາະແມ່ນ ການນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ອໍານວຍຄວາມສະດວກຕໍ່ການຮ່ວມມື້ໃນຂົງເຂດ ວຽກງານ ກະສິກໍາ ແລະ ປ່າໄມ້ ໄລຍະຜ່ານມາ ຊື່ງມີບາດກ້າວຂະຫຍາຍຕົວ ທັງໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ. ທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບ ການຮ່ວມມື ວຽກວຽກງານ ໃນຂະແໜງ ການກະສິກໍາ ແລະ ປ່າໄມ້. ພ້ອມນີ້, ລັດຖະບານ ແຫ່ງມົງໂກລີ ຍັງໄດ້ກະກຽມສັດລ້ຽງ ປະເພດແກະ ຈໍານວນ 8.000 ໂຕ ເພື່ອມອບໃຫ້ແກ່ຝ່າຍລາວເພື່ອເອົາມາລ້ຽງ ແລະ ວິຊາການ ອີກຈໍານວນໜຶ່ງ ເພື່ອມາເບິ່ງແຍງ ສຸຂະພາບສັດດັ່ງກ່າວ. ໃນຕອນທ້າຍ, ທ່ານ ປ.ອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຊົມເຊີຍຕໍ່ວຽກງານການຮ່ວມມື ຂອງລັດຖະບານ ສອງປະເທດ ໂດຍສະເພາະ ແມ່ນການຮ່ວມມືຂອງການນໍາທັງສອງກະຊວງ ລະຫວ່າງ ລາວ-ມົງໂກລີ ທີ່ມີສາຍພົວພັນອັນດີງາມ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ວຽກງານ ຮ່ວມມືກັນໃນຕໍ່ໜ້າໃຫ້ຫຼາຍຂຶ້ນ ກວ່າເກົ່າ.
ຂ່າວໂດຍ: ສອນເພັດ ສຸລິພອນ
ກວດແກ້ໂດຍ:. ທ່ານ ນ. ປ້ອມ ພັນທະວົງ
ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈໍາປີ 2017
ເພື່ອເປັນການທົບທວນຄືນກ່ຽວກັບການເຄື່ອນໄຫວ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ ແລະ ເດັກ ໃນໄລຍະຜ່ານມາ, ໃນວັນທີ 18-19 ມັງກອນນີ້, ຫ້ອງການກະຊວງ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມທົບທວນຄືນວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2017 ຂື້ນ, ທີໂຮງແຮມທະວີສຸກ, ເມືອງ ວັງວຽງ, ແຂວງວຽງຈັນ, ໂດຍການເປັນທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້, ທັງເປັນຫົວໜ້າຄະນະກຳມາທິການຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ມີຮອງຫົວໜ້າຫ້ອງການ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ໂຄງການ ແລະ ແຂກຖືກເຊີນເຂົ້າຮ່ວມ 116ທ່ານ, ຍິງ 59 ທ່ານ.
Continue reading
ກອງປະຊຸມສະຫຼຸບວຽກງານການຮ່ວມມື ລາວ-ໄທ ປະຈໍາປີ 2017 ແລະ ວາງແຜນການປີ 2018
ເພື່ອເປັນການສືບຕໍ່ການຈັດຕັ້ງປະຕິບັດວຽກງານການຮ່ວມມືທີ່ດີງາມ ໃນຂະແໜງການກະສິກໍາ ແລະ ປ່າໄມ້ ລະຫວ່າງ ສປປ ລາວ ແລະ ໄທ ໃນຕອນເຊົ້າວັນທີ 26 ທັນວາ 2017 ນີ້, ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ທີ່ຂຶ້ນກັບ ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມື ປະຈໍາປີ 2017 ແລະ ວາງແຜນການປີ 2018 ຂຶ້ນຢູ່ທີ່ໂຮງແຮມ ແຟນມິລີ ບູຕິກ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຝ່າຍລາວນໍາໂດຍທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ອານຸລົມ ຕຸນາລົມ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ຝ່າຍໄທ ນໍາໂດຍທ່ານ ລະລິດ ຖະນອມສິງ ຮອງເລຂາທິການ ຄະນະກໍາມະການ ຜູ້ປະສານງານ ໂຄງການອັນສືບເນື່ອງມາຈາກພະຣາດຊະດໍາຣິ. ມີ ອຸປະທູດໄທ ປະຈໍາລາວ ພ້ອມດ້ວຍຜູ້ແທນທັງສອງຝ່າຍ. Continue reading
ກອງປະຊຸມສາກົນກ່ຽວກັບການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມື 3 ຝ່າຍ
ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ຮ່ວມກັບລັດຖະບານບຼາຊິນ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ຫ້ອງການປະສານງານຮ່ວມມືໃຕ້-ໃຕ້ ຂອງອົງການສະຫະປະຊາຊາດ ແລະ ອົງ ການທີ່ດິນສາກົນ ຮ່ວມກັນຈັດກອງປະຊຸມສາກົນກ່ຽວກັບການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມື 3 ຝ່າຍຂຶ້ນ ໃນລະຫວ່າງວັນທີ 18-24 ພະຈິກ 2017, ທີ່ນະຄອນຫຼວງບຼາຊິເລຍ, ປະເທດບຼາຊິນ, ພາຍໃຕ້ຫົວຂໍ້: “ການນຳໃຊ້ນະວັດຕະກຳໃໝ່ຢູ່ໃນໂລກ ເພື່ອສະໜັບສະໜູນການພັດທະນາຊົນນະບົດ”. ໃຫ້ກຽດເປັນປະທານໄຂກອງປະຊຸມ ໂດຍທ່ານ ແຮນຣິກ ດອຍໂກ ເດີ ໂອລີເວຍຣາ ລັດຖະມົນຕີກະຊວງແຜນການ, ການພັດທະນາ ແລະ ການບໍລິຫານຂອງປະເທດບຼາຊິນ, ທ່ານ ໄບຼໂຣ ບ໊ອກສ ແມກຈີ ລັດຖະມົນຕີກະຊວງກະສິກຳ, ການລ້ຽງສັດ ແລະ ການສະໜອງອາຫານ ຂອງ ປະເທດບຼາຊິນ ແລະ ທ່ານ ຈີວເບີດ ເອັຟ ຮຸງໂບ ປະທານກອງທຶນສາກົນເພື່ອການພັດທະນາກະສິກຳ, ມີຜູ້ເຂົ້າຮ່ວມທັງໝົດ 350 ກວ່າທ່ານ, ໃນນີ້ ມີທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ, ຊ່ຽວຊານ ແລະ ພະນັກງານອາວຸໂສ ທີ່ມາຈາກບັນດາປະເທດສະມາຊິກຂອງ IFAD, ອົງການຈັດ ຕັ້ງສາກົນ, ສະຖາບັນການເງິນສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງທາງສັງຄົມ, ພາກທຸລະກິດ ແລະ ອື່ນໆ. ສຳລັບ ສປປລາວ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ 2 ທ່ານເຂົ້າຮ່ວມ. Continue reading
ພິທີສະເຫຼີມສະຫຼອງວັນດິນໂລກ ແລະ ສ້າງຕັ້ງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ດິນແມ່ນວັດຖຸທຳມະຊາດທີ່ເກີດຈາກການຜຸພັງຂອງແຮ່ ແລະ ຫີນຕົ້ນກຳເນີດ, ລວມທັງຊາກພືດ ແລະ ຊາກສັດທີ່ເນົ່າເປື່ອຍສະສົມປະປົນກັນ, ດິນມີອາຍຸການນຳໃຊ້ຄືສິ່ງທີ່ມີຊີວິດອື່ນໆ ຖ້າບໍ່ມີການປົກປັກຮັກສາ, ການນໍາໃຊ້ປະໂຫຍດ ແລະ ການປັບປຸງບຳລຸງດິນທີ່ຖືກຕ້ອງ ດິນກໍ່ຈະເຊື່ອມຄຸນນະພາບ ແລະ ສະຫຼາຍໂຕໄປໃນທີ່ສຸດ. ໃນກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 38 (ເດືອນທັນ ວາ 2013) ທີ່ກຸງໂລມ, ປະເທດອີາຕາລີ ໄດ້ຕົກລົງເອົາວັນທີ 5 ທັນວາ ຂອງທຸກໆປີເປັນວັນດິນໂລກ. Continue reading
ແຂວງຄຳມ່ວນ ຈັດພິທີເປີດປະຕູນ້ຳຊົນລະປະທານປ່ອງທີ 3 ຮັບໃຊ້ການຜະລິດກະສິກຳ
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົດເອົາວັນທີ 3 ພະຈິກຂອງທຸກໆປີເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ແຂວງຄຳມ່ວນໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ໃນວັນທີ 15 ພະຈິກ 2017 ທີ່ບ້ານຍົມມະລາດໃຕ້ ເມືອງຍົມມະລາດແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້.ທ່ານຮອງເຈົ້າແຂວງແຂວງ ຄຳ ມ່ວນ, ທ່ານເຈົ້າເມືອງ ຍົມ ມະລາດ ແລະ ບັນດາພາກສ່ວນທີ່ກຽ່ວຂອ້ງ ພ້ອມດ້ວຍອຳນາດການປົກຄອງບ້ານດັ່ງກາວ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ກອງປະຊຸມສະໄໝສາມັນຄັ້ງທີ XV ຂອງສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2
ເພື່ອໃຫ້ວຽກງານການຄຸ້ມຄອງບໍລິຫານຈັດການອ່າງນ້ຳເທີນ 2 ໃຫ້ມີຄວາມຢືນຍົງ. ໃນວັນທີ 15 ພະຈີກ ຜ່ານມາສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ XV ຂຶ້ນໂດຍການເປັນປະທານຂອງ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຫົວໜ້າສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ນອກນັ້ນຍັງມີ ບັນດາທ່ານ ຮອງປະທານ, ຄະນະສະພາບໍລິຫານ ແລະ ຫົວໜ້າກອງເລຂາອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ເຂົ້າຮ່ວມ. Continue reading