Khemmalay SONDAVANH

ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ຕິດຕາມການກໍາຈັດ ຕັກແຕນຝຸງໄມ້ປ່ອງ ຢູ່ແຂວງຫົວພັນ

IMG_9937     IMG_9935

           ໃນທ້າຍອາທິດຜ່ານມາ, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ການກໍາຈັດຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຮ້ຽມ, ແຂວງຫົວພັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ລາຄອນ ວົງລາສີ ຮອງເຈົ້າເມືອງ-ເມືອງຮ້ຽມ. ເຂົ້າຮ່ວມມີ ທ່ານ ບຸນຄໍາ ສີດາວົງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫົວພັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຮ້ຽມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. Continue reading

ການນໍາກະຊວງກະສິກໍາ ແລະປ່າໄມ້ ລົງຊຸກຍູ້ການຜະລິດກະສິກໍາ ຢູ່ແຂວງ ຊຽງຂວາງ

IMG_9917     IMG_9926

         ໃນລະຫວ່າງວັນທີ 1-2 ພຶດສະພາ ນີ້ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຜະລິດກະສິກໍາ ຢູ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາປາວ ມົວ ຮອງເຈົ້າແຂວງ ແຂວງຊຽງຂວາງ ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ພ້ອມດ້ວຍວິຊາການພາຍໃນພະແນກເຂົ້າຮ່ວມ.   ໂອກາດນີ້, ທ່ານ ວຽງຄໍາ ຈັນທະລາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 3 ເດືອນຕົ້ນປີ 2018 ວ່າ: ຜ່ານມາ ການນໍາພະແນກໄດ້ເອົາໃຈໃສ່ຕໍ່ວຽກງານແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ສາມາດສະໜອງຊີ້ນ, ປາ ແລະໄຂ່ ໃຫ້ຕະຫຼາດເທດສະບານແຂວງ, ບັນດາເມືອງ ໄດ້ພຽງພໍໂດຍພື້ນຖານ ແລະສາມາດແກ້ໄຂຄວາມທຸກຍາກຂອງຄອບຄົວອາຊີບເຮັດໄຮ່ໃນຊົນນະບົດໄດ້ເທື່ອລະກ້າວ, ແຜນງານການຜະລິດເປັນສິນຄ້າ ສາມາດສົ່ງສິນຄ້າອອກ ສາລີແຂງ ຈໍານວນ 122.600 ກວ່າໂຕນ, ຖົ່ວດິນ 125 ໂຕນ, ຂິງ 253 ໂຕນ, ເຂົ້າເປືອກ 4 ພັນກວ່າໂຕນ, ເຂົ້າສານ 45 ໂຕນ ແລະ ງ່າໝາກຄາຍ ໄດ້ 2 ພັນກວ່າງ່າ. Continue reading

ກອງປະຊຸມປຶກສາຫາລືເນື້ອໃນຮ່າງກົດໝາຍ ວ່າດ້ວຍປ່າໄມ້ສະບັບປັບປຸງ

IMG_0119    IMG_0122

            ໃນລະຫວ່າງວັນທີ 7-8 ພຶດສະພາ ກະຊວງກະສິກໍາ ແລະປ່າໄມ້ ໄດ້ເປີດກອງປະຊຸມປຶກສາຫາລືເນື້ອໃນຮ່າງກົດໝາຍ ວ່າດ້ວຍປ່າໄມ້ສະບັບປັບປຸງ ປະຈໍາພາກເໜືອ ຢູ່ຫ້ອງປະຊຸມພະແນກ ກະສິກໍາ ແລະປ່າໄມ້ ແຂວງອຸດົມໄຊ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ-ແຂວງອຸດົມໄຊ. ມີຜູ້ແທນມາຈາກສະພາປະຊາຊົນຂັ້ນແຂວງ, ໄອຍະການແຂວງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທີ່ມາຈາກ 7 ແຂວງພາກເໜືອເຂົ້າຮ່ວມ. Continue reading

ທ່ານລັດຖະມົນຕີຊຸກຍູ້ວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

IMG_0365 IMG_0315

ໃນ​ວັນ​ທີ 11 ພຶດສະພາ 2018 ທ່ານ​ ລຽນທີແກ້ວລັດຖະມົນຕີ​ກະຊວງ​ກະສິກຳ ​ແລະປ່າ​ໄມ້, ພ້ອມ​ດ້ວຍ​ຄະນະລົງ​ຊຸກຍູ້​ວຽກງານ​ກະສິກຳ, ປ່າ​ໄມ້ ​ແລະພັດທະນາ​ຊົນນະບົດທີ່​ພະ​ແນ​ກກະສິກຳ ​ແລະປ່າ​ໄມ້​ແຂວງບໍລິ​ຄຳ​ໄຊ. ມີ​ຫົວໜ້າ, ຮ​ອງຫົວໜ້າພະ​ແນ​ກກປ ​ແລະພະນັກງານວິຊາ​ການ​ເຂົ້າຮ່ວມຢ່າງ​ພ້ອມພຽງ. Continue reading

ກອງປະຊຸມປຶກສາຫາລື ເນື້ອໃນຮ່າງກົດຫມາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

IMG_0170

ໃນວັນທີ 7 ພຶດສະພາ 2018, ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງຈຳປາສັກ ຫລັກ 4, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ຈັດກອງປະຊຸມທາບທາມກົດຫມາຍວ່າດ້ວຍປ່າໄມ້ ສະບັບປັບປຸງເພື່ອປ່ຽນແທນກົດຫມາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007ຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈຳປາສັກ. ມີບັນດາຫົວຫນ້າກົມ, ຮອງກົມ, ຫົວຫນ້າ ແລະ ຜູ້ຕາງຫນ້າຈາກ ສານປະຊາຊົນແຂວງ, ໄອຍະການ,ສະພາປະຊາຊົນທ້ອງຖິ່ນ, ຫ້ອງການແນວລາວສ້າງຊາດ, ພະແນກ ກະສິກຳ ແລະ ປ່າໄມ້ແຂວງຈາກ 4 ແຂວງພາກໃຕ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 80 ກ່ວາທ່ານ. ຈຸດປະສົງເພື່ອລະດົມແນວຄວາມຄິດຈາກທຸກພາກສ່ວນເຂົ້າໃສ່ຮ່າງກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ ແນໃສ່ເຮັດໃຫ້ເນື້ອໃນຂອງກົດຫມາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ມີປະສິດທິຜົນ ໃນເວລານຳໄປຈັດຕັ້ງປະຕິບັດຕົວຈິງ ພ້ອມທັງແທດ ເໝາະກັບຍຸດທະສາດ, ນະໂຍບາຍການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຂອງພັກ ແລະ ລັດຖະ ບານ ທັງແນໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນຂົງເຂດການຄຸ້ມຄອງປ່າໄມ້ ແລະ ຊັບພະຍາ ກອນທຳມະຊາດ. ໂດຍຮ່າງກົດຫມາຍວ່າດ້ວຍປ່າໄມ້ທີສະເໜີຜ່ານກອງປະຊຸມທາບທາມຄັ້ງນີ້ ມີ 13 ພາກ, 17 ໝວດ, 150 ມາດຕາ ແລະ ເພີ່ມໃໝ່ 1 ພາກ, 4 ໝວດ ແລະ 20 ມາດຕາ. ທັງເປັນການກະກຽມນຳສະເຫນີໃນກອງປະຊຸມລັດຖະບານໃນເດືອນມິຖຸນາ 2018 ແລະ ມີກຳນົດເຂົ້າສະ ເໜີຕໍ່ສະພາໃນທ້າຍປີ 2018 ນີ້ນຳອີກ.

IMG_02244

ພາບ ແລະ ຂ່າວໂດຍ: ພະແນກຂ່າວສານ ກະສິກໍາ ແລະ ປ່າໄມ້

ກະຊວງກະສິກໍາ ແລະ ປ່າໄມ້ຈັດກອງປະຊຸມເຊື່ອມຊືມຄໍາສັ່ງນາຍົກລັດຖະມົນຕີ ແລະ ວຽກງານ 3 ສ້າງ

IMG_7293

ໃນ​ວັນ​ທີ 03 ພຶດສະພາ 2018 ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມເຊື່ອມ​ຊຶມ​ ​ແລະ ຊີ້ນຳ​ການຈັດຕັ້ງປະຕິບັດຄຳ​ສັ່ງ​​ນາຍົກລັດຖະມົນຕີວ່າ​ດ້ວຍ​ການ​ປັບປຸງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ການຈັດ ຕັ້ງ ​ແລະ ການ​ບັນຈຸ​ລັດຖະກອນ​ໃໝ່, ສະບັບ​ເລກທີ 03/ນຍ, ລົງ​ວັນ​ທີ 09 ກຸມພາ 2018,  ສະຫຼຸບປີ 2016-2017, ທິດ​ທາງ​ແຜນການ​ປີ 2018 ​ແລະ ຊີ້ນຳ​ການຈັດຕັ້ງປະຕິບັດ​ວຽກງານ 03ສ້າງ ຂອງ​ຂະ​ແໜງ​ກະສິກຳ, ປ່າ​ໄມ້ ແລະ ພັດທະນາຊົນນະບົດ​. ​ໃຫ້ກຽດ​ເປັນ​ປະທານ​ໂດຍ​ທ່ານ ປອ. ພວງ​ປາຣິສັກ ປຣະວົງວຽງຄຳຮອງລັດຖະ ມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫ້ອງການ, ກົມ, ສະຖາບັນ, ພະ​ແນ​ກ, ສູນ ແລະໂຮງຮຽນຊົນລະປະທານ​ຊັ້ນ​ສູງ​ທ່າ​ງ່ອນ ​ເຂົ້າຮ່ວມທັງໝົດ 82 ທ່ານ, ຍິງ 41 ທ່ານ.

​ທ່ານ ນ. ພວງ​ເພັດ ປູ່​ວັງ ຫົວໜ້າກົມ​ຈັດຕັ້ງ ​ແລະ ພະນັກ​ງານ ​​ໄດ້​ລາຍ​ງານ​ກ່ຽວກັບ​ການປັບປຸງ​ກົງຈັກ​ການຈັດຕັ້ງ​ຂອງ​ກະຊວງກະສິກໍາ ແລະ ປ່າໄມ້ໃນ​​ໄລຍະ​ຜ່ານ​ມາ​ວ່າ: ຄະ​ນະ​ພັກ, ຄະນະ​ນຳ​ແຕ່ລະ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ນຳພາ​ການ​ປັບປຸງ​ພາລະ​ບົດບາດ ​ເຊິ່ງ​ໄດ້​ສຳ​ເລັດ​ການ​ປັບປຸງ​ພາລະ​ບົດ​ໂດຍ​ພື້ນຖານ, ​ທົບ​ທວນ ​ແລະ ປັບປຸງ​ຄືນ​ໃໝ່ ​ໂດຍ​ເນັ້ນ​ໃສ່​ແບ່ງ​ຂັ້ນຄຸ້ມ​ຄອງ​ມະຫາ​ພາກ  ​ແລະຈຸ​ລະ​ພາກ, ມີ​ການ​ຄຸ້ມ​ຄອງ​ຕາມ​ທິດ 03 ສ້າງ.

IMG_7303IMG_7295

ທ່ານ ຄຳ​ພັນ ​ເໝືອນສິດທິ​ດາ ຫົວໜ້າຫ້ອງການ​ກະຊວງ, ທັງ​ເປັນ​ຫົວໜ້າກອງ​ເລຂາ 03 ສ້າງໄດ້ລາຍງານ​ການ​ຈັດຕັ້ງປະຕິບັດວຽກງານ 03 ສ້າງ​ໃນ​ສົກ​ປີຜ່ານມາຂອງຂະ​ແໜງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ​ໄດ້​ຜັນ​ຂະຫຍາຍ​ຕາມ​ມະຕິ ​ເລກທີ 25/ຄມສພ, ຄຳ​ສັ່ງ ​ເລກທີ 34/ນຍ ແລະ  ຄຳ​ແນະນຳ ​ເລກທີ 02/ພນ. ​ໂດຍ​ເລີ່​ມຈາກ​ການຈັດຕັ້ງ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄຳ​ສັ່ງ, ຄຳ​ແນະນຳ ​ແລະ ນິຕິ​ກຳກ່ຽວກັບ​ວຽກງານ 03 ສ້າງ, ຜ່ານ​ການ​ຈັດຕັ້ງປະຕິບັດ​ຕົວ​ຈິງ​ເຫັນ​ວ່າ​ນະ​ໂຍບາຍ 03 ສ້າງ ​ແມ່ນ​ຖືກ​ທິດ ​ແລະ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນລາວ​ບັນດາ​ເຜົ່າ ສາມາດ​ຕີ​ລາຄາ​ໄດ້​ວ່າ​ມີຫຼາຍດ້ານ​ທີ່​ພົ້ນ​ເດັ່ນ​ຂຶ້ນ ​ເປັນຕົ້ນ: ​ໄດ້​ຫັນປ່ຽນດ້ານຈິນຕະນາການ​ຂອງ​ສັງຄົມ ​ເພື່ອ​ບຸກທະລຸ​ທັງ 4 ດ້ານ​ຂອງ​ພັກເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ໄດ້​ຫັນປ່ຽນການ​ທຳ​ມາ​ຫາ​ກິນ​ແບບ​ດັ້ງ​ເດີມ​ຂອງ​ປະຊາຊົນ ​ໄປ​ສູ່​ການ​ຜະລິດ​ເປັນ​ສິນຄ້າ, ສ້າງ​ລາຍຮັບເພີ່ມຂຶ້ນໃຫ້​ແກ່​ຄອບຄົວ​, ເຮັດໃຫ້ຊີວິດ​ການ​ເປັນ​ຢູ່ເຂົາເຈົ້າດີ​ຂຶ້ນ, ປະຊາຊົນ​ມີ​ການ​ຕື່ນ​ຕົວກ້າ​ກູ້​ຢືມ​ເງິນ​ຈາກ​ສະ​ຖາ​ບັນ​ການ​ເງິນ​ໄປ​ເຮັດການ​ຜະລິດ​ເປັນ​ສິນຄ້າຫຼາຍຂຶ້ນ, ຊາວ​ກະສິກອນ​ໄດ້​ຫັນ​ມາ​ນຳ​ໃຊ້​ກົນ​ຈັກ​ເພີ່ມ​ຂຶ້ນ, ສ້າງ​ໄດ້​ຄອບຄົວ​ຕົວ​ແບບ​ດ້ານ​ການ​ປູກ-ການ​ລ້ຽງນັບ​ມື້ນັບຫຼາຍອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສ້າງຄອບຄົວກະສິກໍາ ແລະ ປ່າໄມ້ຕົວແບບ, ​ບ້ານ​ແບບຢ່າງກະສິກຳ ​ແລະ ປ່າ​ໄມ້ ແລະ ເມືອງກະສິກໍາ ແລະ ປ່າໄມ້ພັດທະນາ​ຕາມ​ທິດ 03 ສ້າງ.

          ໃນຕອນທ້າຍທ່ານປະທານໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ​ວ່າ: ໄລຍະແຕ່ປີ 2012-2015 ເປັນໄລຍະເຮັດທົດລອງວຽກງານ 3ສ້າງ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຄົ້ນຄວ້າ, ປັບປຸງອອກກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍຫຼາຍສະບັບ. ຈາກນັ້ນ, ກໍ່ໄດ້ກໍານົດແບ່ງຄວາມຮັບຜິດຊອບລະຫວ່າງກະຊວງກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງ, ໄດ້ໂຮມເອົາວຽກງານປ່າສະຫງວນ, ປ່າປ້ອງກັນ ແລະ ວຽກພັດທະນາຊົນນະບົດແກ້ໄຂຄວາມທຸກຍາກມາໂຮມກັນຢູ່ກະຊວງກະສິກໍາ ແລະ ປ່າໄມ້. ໃນຕໍ່ໜ້າໃຫ້ທຸກພາກສ່ວນກ່ຽວຂ້ອງແກ້ໄຂຂໍ້ຄົງຄ້າງໃນການພົວພັນປະສານງານລະຫວ່າງສູນກາງ ແລະ ທ້ອງຖີ່ນໃຫ້ມີຄວາມກົມກຽວກັນດີຂຶ້ນກວ່າເກົ່າ. ເອົາໃຈໃສ່ຊ່ວຍໜູນທາງດ້ານວິຊາການ ໃຫ້ບັນດາກົມ ແລະ ທຽບເທົ່າສືບຕໍ່ຊ່ວຍທ້ອງຖີ່ນຕາມທິດ 3 ສ້າງ. ຊ່ວຍສ້າງພະນັກງານວິຊາການ, ຈັດຝຶກອົບຮົມກັບທີ່, ຊ່ວຍດ້ານວັດຖຸ-ອຸປະກອນ ແລະ ເຕັກນິກ-ເຕັກໂນໂລຊີ ຕາມທິດຫັນເປັນທັນສະໃໝເທື່ອລະກ້າວ ແລະ ເອົາໃຈໃສ່ໃນການຕິດຕາມປະເມີນຜົນເປັນແຕ່ລະໄລຍະຢ່າງປົກະຕິ.

                                                          ​ໂດຍ​: ​ພະ​ແນ​ກຂ່າວສານ​ກະສິກຳ ​ແລະ ປ່າ​ໄມ້

ສະຫະພັນແມ່ຍິງກະຊວງ ກປ ຮ່ວມວາງສະແດງຜົນງານ ໃນງານມະຫາກໍາຊັບສິນທາງປັນຍາ 2018 ທີ່ສູນການຄ້າລາວໄອເຕັກ

31171329_1632997870121634_2871602124649660416_n

 

     ໃນ​ວັນ​ທີ 23 ​ເມສາ 2018, ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຮ່ວມ​ກັບກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໄດ້​​ຈັດ​ງານ​ມະຫາ​ກໍາ​ຊັບ​ສິນທາງ​ປັນຍາ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ຊັບ​ສິນ​ທາງ​ປັນຍາ​ໂລກ 2018 ພາຍ​ໃຕ້​ຄໍາຂວັນ: ​ແມ່ຍິງ​ສ້າງ​ນະ​ວັດຕະ​ກໍາ ​ແລະ ປະດິດ​ຄິດ​ສ້າງ, ​ເປັນ​ພະລັງງານ​ແຫ່ງ​ການ​ປ່ຽນ​ແປງ. ​​​ໃຫ້​ກຽດ​ເປັນ​ປະທານ​ເປີດ​ງານ​ຄັ້ງ​ນີ້​ໂດຍ​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ມີ​ທ່ານ​ລັດຖະມົນຕີກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ປະ​ທານ ຄະນະ​ບໍລິຫານ​ງານ​ສະຫະພັນ​ແມ່ຍິງ​ລາວ ​ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ​ແລະ ພາກສ່ວນ​ຕ່າງໆ ​ເຂົ້າ​ຮ່ວມ​ຢ່າງ​ຄຶກຄື້ນ. ​​​​​IMG_95455

     ໃນ​ງານ​ໄດ້​ມີ​ການ ວາງສະ​ແດງ ຜົນງານ​ດີ​ເດັ່ນ​​​ທີ່​ເປັນຫົວຄ​ິດປະດິດ​ສ້າງຂອງແມ່ຍິງ​ລາວ ​ແລະ ມີ​ການຈໍາໜ່າຍ​ຜະລິດ​ຕະພັນ​ຕ່າງໆຫຼາກ​ຫຼາຍ​ລາຍການ.​ ງາ​ນດັ່ງກ່າວ​ຈັດ​ຂື້ນ​ເພື່ອ​ແນ່​ໃສ່​ສົ່ງ​ເສີມ​ຂະ​ບວນວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະດິດຄິດ​ຄົ້ນ, ​ໂດຍສະ​ເພາະການ​ອຸທິດ​ມັນສະໝອງ​ຂອງ​ແມ່ຍິງ​ປະກອບສ່ວນ​ເພື່ອ​​ແກ້​ໄຂ​ຄວາມທຸກ​ຍາກ ​ເຮັດ​ໃຫ້ ສປປ ລາວ ຫຼຸ​ດພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ຕາມ​ແຜນ​ພັດທະນາ​ເສດຖະກິດ-ສັງ​ຄົມ​ແຫ່ງ​ຊາດ​, ​ແຜນ​ພັດທະນາ​ແມ່ຍິງລາວ ​ເປັນ​ຕົ້ນ​ແຜນ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ເຮັດ​ໃຫ້​ກາຍ​ເປັນ​ກໍາລັງ​ແຮງ, ມີ​ປະສິດທິ​ຜົນ, ສາມາດ​ດັບ​ປັບ​ນໍາ​ໃຊ້​ເພື​່ອຍູ້​ໝູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ ​​ແລະ ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ. ​​

31301483_1388339661312363_6005655952567566336_n

     ໃນ​ໂອກາດ​​ນີ້ ​ກະຊວງ​ກະ​ສິກໍາ ​ແລະ ປ່າ​ໄມ້ ກໍ່ຄື​ສະຫະພັນ​ແມ່ຍິງ​ກະຊວງ ກປ ​ໄດ​້ນໍາ​ເອົາ​ຜົນງານການ​ຄົ້ນ​ຄ້ວາ​ວິ​ໄຈ​ຂອງ​ບັນດາ​ເອື້ອຍ​ນ້ອງ​​ແມ່ຍິງ​ທີ່​ເປັນ​ນັກ​ຄົ້ນຄວ້າຈາກ​ກົມ​ກອງຕ່າໆ​ທີ່​ຂື້ນ​ກັບ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ເຂົ້າ​ຮ່ວມ​ວາງສະ​ແດງ​ຜົນງານ​​ໃນ​ງານ​ຊຶ່ງ​ມີຜົນງານທີ່​​ໂດດ​ເດັ່ນຫຼາຍຢ່າງ​​​ເຊັ່ນ: ຜົນງານການ​ຄົ້ນຄວ້າ​​ເພື່ອ​ອະນຸລັກ​ແນ​ວພັນພືດ, ການ​ປັບປຸງ​ແນວ​ພັນ​ເຂົ້າ, ການນໍາ​ໃຊ້​ຊີວະ​ເທັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຂະຫຍາຍ​ແນວ​ພັນພືດ​ດ້ວຍ​ເນື້ອ​ເຍື່ອ, ການຂະຫຍາຍ​ເຊື້ອ​​ເຫັດ, ກາ​ນວາງສະ​ແດງ​ເຊື້ອ​ຊີວະ​ວິທະຍາ​ກໍາຈັດ​ສັດຕູ​ພືດທີ່​ເປັນ​ປະ​ໂຫຍ​ດຕ່າງໆ, ພ້ອມ​ດຽວ​ກັນ​ໃນ​ນີ້​ທາງ​ຄະນະ​ຍັງ​ໄດ້​ມອບ​ຜົນ​ຜະລິດ​ກະສິກໍາ​ທີ່​ເປັນ​ຜົນງານ​​ໃຫ້​ທ່ານນາຍົກລັດຖະມົນຕີ​​ໃນ​ໂອກາດ​ຢ້ຽມຢາມ​ຊົມ​ສະຖານ​ທີ່​ວາງສະ​ແດງນີ້​ອີກ​ດ້ວຍ​​.

ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ທ່ານ ຄຳບຸນນັດ ໄຊຍະນົນ ຢ້ຽມຢາມໂຄງການລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ

IMG_7153

ໃນ​ວັນ​ທີ 22 ມີນາ 2018 ນີ້ ທ່ານ ຄໍາ​ບຸນ​ນັດ ​ໄຊ​ຍະ​ນົນ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແ ລະ ປ່າ​ໄມ້ , ທ່ານຮອງ​ເຈົ້າ​ແຂວງໆສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ​ ​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນບ້ານຄຳ​ປ່າ​ແໜ ​ແລະບ້ານປ່າ​ກ້ວຍ, ​ເມືອງ ຈຳພອນ, ​ແຂວງ ສະຫວັນ​ນະ​ເຂດ ​ໂດຍມີ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ​ເຈົ້າຂອງ​ໂຮງງານ​ນ້ຳດື່ມ ​ແລະ ນ້ຳກ້ອນ​ປາ​ໂລມາ​ຄຳ (ຜູ້​ຈັດຕັ້ງປະຕິບັດ​ໂຄງການ) , ອຳນາດ​ການ​ປົກຄອງ​ບ້ານ ​ແລະ ພໍ່​ແມ່ປະຊາຊົນ ​​ໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​.

​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນບ້ານຄຳ​ປ່າ​ແໜ ​ແລະບ້ານປ່າ​ກ້ວຍ​ເລີ່​ມຈັດ​ຕັ້ງປະຕິບັດ​ໃນວັນ​ທີ 14 ມັງກອນ​ 2016 ​ໂດຍ​ການ​ເຊັນ​ບົດ​ບັນທຶກຮ່ວມກັນ​ລະຫວ່າງ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ກັບ​ອຳນາດ​ການ​ປົກຄອງ​ເມືອງ ຈຳ​ພອນ ​ໂດຍ​ການ​ເຂົ້າຮ່ວມຂອງ​ທ່ານ​ເຈົ້າ​ແຂວງໆສະຫວັນ​ນະ​ເຂດ ​ໄລຍະ​ເວລາ​ການຈັດ​ຕັ້ງປະຕິບັດ​ໂຄງການ​ແມ່ນ 1 ປີ, ​ໃນ​ເບື້ອງຕົ້ນ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ​ໄດ້​ນຳພາ​ປະຊາຊົນ​ປູກ​ຜັກ​ສວນ​ຄົວ, ​ເຈາະ​ນ້ຳບາ​ດານ, ສະໜອງ​ແນວ​ພັນ​ພືດ, ອຸປະກອນຮັບ​ໃຊ້​ການ​ຜະລິດ​ຈຳນວນໜຶ່ງ ​ແລະ ມີ​ຄອບຄົວ​ເຂົ້າຮ່ວມກິດຈະກຳ​ຂອງ​ໂຄງການ 27 ຄອບຄົວ. Continue reading

ກອງປະຊຸມກະກຽມໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ

 

 

DSC_0403

ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ​ແລະ ການ​ຄຸ້ມ​ຄອງ​ອ່າງ​ໂຕ່ງ​ແບບ​ຍືນ​ຍົງ ​ໄດ້​ດຳ​ເນີນ​ໜ້າງວຽກ​ໄປ​ຈຳນວນໜຶ່ງ​ແລ້ວ ​ເຊິ່ງຄະນະຮັບຜິດ​ຊອບ​ກະກຽມ​ໂຄງການ​ຂັ້ນສູນ​ກາງ ​ໄດ້​ປະສານ​ສົມທົບ ​ແລະ ປຶກສາ​ຫາລື​ກັບ​ທະນາຄານພັດທະນາອາຊີ(ADB) ກໍ່ຄື​ບັນດາ​ຄູ່ຮ່ວມພັດທະນາ​ຕ່າງໆ ​ແລະ ບັນດາ​ຂະ​ແໜງການ​ທີ່​ກ່ຽວຂ້ອງແຕ່​ສູນ​ກາງ​ລົງຮອດທ້​ອງຖິ່ນ ​ແລະ ຊາວ​ກະສິກອນ​ໃນ​ກຸ່ມ​ເປົ້າໝາຍ.

          ​ໃນ​ວັນ​ທີ 13 ມີນາ 2018 ກົມ​ຊົນລະ​ປະທານ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມ​ລິ​ເລີ່​ມກະກຽມ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ​ແລະ ການ​ຄຸ້ມ​ຄອງ​ອ່າງ​ໂຕ່ງ​ແບບ​ຍືນ​ຍົງຂຶ້ນ ທີ່​ໂຮງ​ແຮມຫຼວງພະ​ບາງ​ວິວ, ​ແຂວງ ຫຼວງພະ​ບາງ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ປອ ພວງ​ປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ​ເຊິ່ງມີ​ທ່ານຮອງ​ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ, ຊຽງຂວາງ ​ແລະ ​ແຂວງຫົວພັນ; ການ​ນຳ​ກົມ​ອ້ອມ​ຂ້າງ​ກະຊວງ ກປ; ພະ​ແນ​ກ ກປ ​ແຂວງ; ຜູ້​ໃຫ້​ທຶນ, ອົງການ​ຈັດຕັ້ງສາກົນ ​ແລະ ຊ່ຽວຊານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ຜູ້​ປະສານ​ງານ​​ໂຄງການຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຂົ້າຮ່ວມຢ່າງ​ພ້ອມພຽງ.

Continue reading

ທ່ານຮອງລັດຖະມົນຕີລົງຢ້ຽມຢາມພື້ນທີ່ການຈັດສັນພູມລຳເນົາໃຫ້ປະຊາຊົນ

IMG_6765

ການຍົກຍ້າຍຈັດສັນເມືອງກະລຶມເກົ່າມາຢູ່ເມືອງກະລຶມໃໝ່ ແມ່ນເປັນນະໂຍບາຍຂອງພັກ-ລັດຖະບານ ເພື່ອຈັດສັນທີ່ຢູ່ອາໃສທີ່ໝັ້ນຄົງໃຫ້ປະຊາຊົນ, ມີອາຊີບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ໃນວັນທີ 19 ມີນາ 2018 ທ່ານ ຄຳບຸນນັດ ໄຊຍະນົນຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມພື້ນທີ່ຈັດສັນພູມລຳເນົາ ທີ່ເມືອງ ກະລຶມ, ແຂວງ ເຊກອງ ເຊິ່ງມີທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເຊກອງ, ທ່ານຮອງເຈົ້າເມືອງໆກະລຶມ ແລະ ພະນັກງານວິຊາການໄດ້ໃຫ້ການຕ້ອນຮັບ.

ທ່ານຮອງລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງກະລຶມ ກ່ຽວກັບວຽກງານການຍົກຍ້າຍຈັດສັນພູມ ລຳເນົາເມືອງກະລຶມເກົ່າມາຢູ່ເມືອງກະລຶມໃໝ່​ ເມືອງກະລຶມ​ເກົ່າໄດ້ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການຂຸດຄົ້ນບໍ່ຖ່ານຫີນ, ບ້ານທີ່ຖືກຍົກຍ້າຍມີ 02 ບ້ານຄື: ບ້ານແກ້ງກຸຍ ແລະ ບ້ານ ແກ້ງກຽນ, ມີ 514 ຄອບຄົວ, ມີ 3.021 ຄົນ. ອາຊີບສ່ວນໃຫຍ່ຂອງປະຊາຊົນແມ່ນເຮັດໄຮ່, ເຮັດນາ ແລະ ລ້ຽງສັດ, ທົ່ວ​ເມືອງມີເນື້ອທີ່ຜະລິດກະສິກຳທັງໝົດ 2.900 ກວ່າເຮັກຕາ, ຄາດຄະເນໃນປີ 2019 ແມ່ນຈະຍົກຍ້າຍບ້ານປະຊາຊົນມາຕື່ມອີກ 02 ບ້ານຄື: ບ້ານ ວັກເໜືອ ແລະ ບ້ານ ວັກໃຕ້ ໃນພື້ນທີ່ສັນຈັນໃໝ່ ຈຳນວນ 18 ເຮັກຕາ. ​ໄລຍະ​ຜ່ານ​ມາ​ອໍານາດ​ການ​ປົກຄອງ​ແຂວງ, ​ເມືອງ, ບ້ານ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ໂດຍ​ສະ​ເພາະ​ພະ​ແນ​ກ ກະສິກໍາ ​ແລະ ປ່າ​ໄມ້​ແຂວງ, ຫ້ອງການ​ກະສິກໍາ ​ແລະ ປ່າ​ໄມ້​ເມືອງໄດ້ສົ່ງເສີມໃຫ້ປະຊົນມີອາຊີບທີ່ໝັ້ນຄົງດ້ວຍການເຮັດນາ (ບ່ອນທີ່ມີເງື່ອນໄຂ), ສົ່ງເສີມການລ້ຽງສັດ ​ແລະ ການປູກພືດສວນຄົວ, ພືດອຸດສາຫະ ກຳ. ນອກຈາກນັ້ນ, ຖ້າຝາຍນໍ້າລົ້ນສ້າງສຳເລັດ ຈະສົ່ງເສີມໃຫ້ປະຊາຊົນລ້ຽງປາໃນກະຊັງ​ເປັນ​ອາຊີບ​ເສີມ, ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ສາມາດຫຼຸດພົ້ນອອກຈາກບ້ານທຸກຍາກ ແລະ ຄອບຄົວທຸກຍາກ.

IMG_6720

IMG_6768IMG_6782

ໂອກາດນີ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາທີ່ສຳຄັນດັ່ງນີ້: ໃຫ້ຮັກສາພື້ນທີ່ນໍ້າ ເພື່ອເຮັດການຜະລິດກະສິກຳ ເພາະນໍ້າເປັນປັດໃຈໃນການຜະ ລິດ ແລະ ໃຫ້ສະຫງວນເນື້ອທີ່ນາບໍ່ໃຫ້ຫັນໄປເປັນພື້ນທີ່ທຳການຜະລິດອື່ນ; ໃຫ້ທາງພະແນກ ກປ ແຂວງ ແລະ ຫ້ອງການ ກປ ເມືອງ ສົ່ງພະນັກງານວິຊາການໄປແລກປ່ຽນບົດຮຽນກັບແຂວງອື່ນ ກ່ຽວກັບການປູກ ແລະ ການລ້ຽງ; ກ່ຽວກັບພືດອຸດສາຫະກຳໄມ້ໃຫ້ໝາກຕ່າງໆ ໃຫ້ເລືອກປູກພືດທີ່ເປັນສິນຄ້າ ແລະ ເໝາະສົມກັບພື້ນທີ່; ສ້າງຄອບຄົວຕົວແບບໃນການປູກ-ການລ້ຽງ ບ້ານໜຶ່ງໃຫ້ໄດ້ໜຶ່ງຕົວແບບ; ການຜະລິດເປັນສິນຄ້າໃຫ້ເບິ່ງທ່າແຮງທາງສິນຄ້າ ແລະ ທ່າແຮງສະບຽງ, ວຽກງານປ່າໄມ້ ເຂດເມືອງກະລຶມເປັນເຂດຮ້ອນຊຸ່ມຊື່ນບໍ່ປູກໄມ້ກໍ່ສາມາດເຮັດໃຫ້ປ່າກັບມາມີສີຂຽວຄືນ​ໄດ້ ນີ້ຄືການຟື້ນຟູປ່າໄມ້ແບບທຳມະຊາດ ​ແລະ​ໃຫ້​ເອົາ​ໃຈ​ໃສ່​ຮັກສາບໍ່​ໃຫ້​ໄຟ​ໄໝ້ລາມ​ປ່າ​ຕາມ​ຄໍາ​ສັ່ງ​ຂອງ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ເລກທີ 08/ກປ, ລົງ​ວັນ​ທີ 14 ມີນາ 2018.

ພາບ ​ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ