Khemmalay SONDAVANH

ກອງປະຊຸມສະຫຼຸບການເຮັດທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປຢູ່ບ້ານຈອມທອງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ

IMG_8896

ໃນວັນທີ 11 ສິງຫາ 2018 ນີ້ ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ, ໄດ້ຈັດກອງປະຊຸມສະຫຼຸບ ການເຮັດທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ, ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ, ມີທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຮອງເຈົ້າແຂວງໆ ໄຊຍະບູລີ, ເຈົ້າເມືອງໆວຽງທອງ, ຄະນະ ປະຈໍາພັກແຂວງ, ຫົວໜ້າ ແລະ ຮອງກົມ, ຫົວໜ້າ ແລະ ຮອງພະແນກ ກະສິກໍາ ແລະ ປ່າໄມ້ແຂວງພ້ອມດ້ວຍບັນດາແຂກ ຖືກເຊີນ ຈາກສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການທົດລອງຈັດຕັ້ງປະຕິບັດໃນຄັ້ງນີ້ເພື່ອໃຫ້ ຄະນະພັກແຂວງ, ເມືອງ, ບ້ານ ແລະ ປະຊາຊົນມີຄວາມ ຮັບຮູ້, ເຂົ້າໃຈເນື້ອໃນຂອງດໍາລັດ 348/ລບ, ບົດແນະນໍາ 0830/ກປ ແລະ ນໍາໄປຈັດຕັ້ງ ຜັນຂະຫຍາຍເປັນເອກະພາບ ຕາມພາລະບົດບາດໜ້າທີ່ຂອງຕົນ; ເພື່ອເປັນການທົດສອບ ການອອກແບບດ້ານທິດສະດີ ແລະ ພຶດຕິ ກໍາຕົວຈິງ, ບັນດາ ເຄື່ອງມືເຊັ່ນ: ແບບຟອມຕ່າງໆ, ບາດກ້າວໃນການດໍາເນີນ, ໂຄງການປະກອບການຈັດຕັ້ງທີ່ຈະຜັນຂະຫຍາຍດໍາ ລັດສະບັບນີ້; ເປັນການບໍາລຸງສ້າງພະນັກງານຂັ້ນແຂວງ, ຂັ້ນສູນກາງເພື່ອສ້າງເປັນພະນັກງານສືບທອດໃນຕໍ່ໜ້າເຊິ່ງຂໍ້ມູນທີ່ໄດ້ຈາກ ການເຮັດທົດລອງໃນຄັ້ງນີ້ຈະເປັນພື້ນຖານໃຫ້ແກ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນກໍຄືການວາງແຜນສ້າງຄອບຄົວເປັນ ຄອບຄົວພັດທະນາ, ສ້າງບ້ານຈອມທອງເປັນບ້ານພັດທະນາ, ເປັນບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເມືອງ ວຽງທອງເປັນເມືອງເຂັ້ມແຂງຮອບດ້ານໃນຕໍ່ໜ້າ.

IMG_8872

ໃນກອງປະຊຸມທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ໄດ້ລາຍງານຜົນການທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ຢູ່ບ້ານ ຈອມທອງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດແມ່ນໄດ້ເລີ່ມ ລົງເກັບກໍາຂໍ້ມູນຢູ່ຂັ້ນຄອບຄົວ, ບ້ານ ແລະ ເມືອງ ໃນຊ່ວງໄລຍະເວລາ 4 ວັນແຕ່ວັນທີ 8-11 ສິງຫາ 2018,  ສາມາດສັງລວມຂໍ້ ມູນພື້ນຖານໃຫ້ແກ່ການກະກຽມດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກກໍຄືການວາງແຜນ ພັດທະນາໃນຕໍ່ໜ້າຄື: ບ້ານຈອມທອງມີ 417 ຄອບຄົວ, ເກັບກໍາຂໍ້ມູນຕົວຈິງໄດ້ 414 ຄອບຄົວ, ມີພົນລະເມືອງທັງໝົດ 2.438 ຄົນ, ຍິງ 1.150 ຄົນ, ຈໍານວນຄອບຄົວທີ່ບັນລຸມາດຕະຖານຄອບຄົວ ພົ້ນທຸກຄື: ບັນລຸ 6 ມາດຕະຖານ 270 ຄອບຄົວ 65,2%, ບັນລຸ 5 ມາດຕະຖານ 71 ຄອບຄົວ 17,15%, ບັນລຸ 4 ມາດຕະຖານ 28 ຄອບຄົວ 6,76%, ບັນລຸຕໍ່າກວ່າ 4​ ມາດຕະຖານມີ 43 ຄອບຄົວ 10,93% ຈໍານວນ ຄອບຄົວທີ່ບັນລຸຕາມມາດຕະຖານ ຄອບຄົວພັດທະນາມີ: ບັນລຸຕາມ 19 ຕົວຊີ້ບອກ 157 ຄອບຄົວ 38%, ຕາມ 18 ຕົວຊີ້ບອກ 59 ຄອບຄົວ 14,25%, ບັນລຸ 17 ຕົວຊີ້ບອກ 57 ຄອບຄົວ 13,8%, ຕົວຊີ້ບອກທີ່ຄອບຄົວບໍ່ບັນລຸຫຼາຍກວ່າໝູ່ ແມ່ນຕົວຊີ້ບອກ 5.1: ຄອບຄົວຕ້ອງມີລາຍໄດ້ສະເລ່ຍ 5,6 ລ້ານ ກີບ/ຄົນ/ປີ, ມີຈໍານວນ 129 ຄອບຄົວກວມ 31,16%, ທັດລົງ ມາແມ່ນ ຕົວຊີ້ບອກ 1.2 ທີ່ດິນທີ່ມີໃບສະໂນດທີ່ດິນ ແລະ ໃບຢັ້ງຢືນນໍາໃຊ້ທີ່ດິນມີ 116 ຄອບຄົວ 28%, ເຊິ່ງການລົງເຮັດວຽກໃນຄັ້ງນີ້ເຫັນໄດ້ວ່າປະຊາ ຊົນມີຄວາມຕື່ນຕົວໃຫ້ຄວາມຮ່ວມ ມືໃນການດໍາເນີນການເກັບກໍາຂໍ້ມູນຄັ້ງນີ້ເປັນຢ່າງດີ,ພະນັກງານກໍ່ມີຄວາມເຂົ້າໃຈເນື້ອໃນກໍ່ຄືແບບຟອມ, ວິທີການ ແລະ ຂັ້ນຕອນ ການເກັບຂໍ້ມູນ.

IMG_8919

ພາຍຫຼັງຮັບຟັງການລາຍງານຜົນໄດ້ຮັບຈາກການທົດລອງຈັດຕັ້ງທີ່ຜ່ານມາທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງຂັ້ນແຂວງ, ເມືອງທີ່ໃຫ້ຄວາມສໍາຄັນຂອງການທົດລອງດັ່ງກ່າວນີ້ພ້ອມທັງ ໄດ້ ກ່າວຕື່ມອີກວ່າດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປນີ້ ແມ່ນຍົກລະດັບການພັດທະນາຈາກດໍາລັດ 309/ລບ ບໍ່ແມ່ນ ລືບລ້າງຜົນງານຈາກດໍາລັດ 309/ລບ, ອັນໃດທີ່ບັນລຸແລ້ວແມ່ນເສີມຂະຫຍາຍຕໍ່ອັນໃດທີ່ບໍ່ບັນລຸແມ່ນຊອກຫາສາຍເຫດ ແລະ ທິດ ທາງແກ້ໄຂເພື່ອໃຫ້ບັນລຸໃຫ້ໄດ້ຕາມມາດຖານ, ເຊິ່ງເນື້ອແທ້ແລ້ວດໍາລັດ 348/ລບ ນີ້ກໍ່ແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດຄໍາສັ່ງ ຂອງທ່ານນາຍົກສະບັບເລກທີ 34/ນຍ, ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ເປັນເນື້ອໃນກວດກາເປັນບັນທັດຖານເພື່ອຕີລາຄາຜົນສໍາເລັດຂອງການພັດທະນາຄອບຄົວ ແລະ ພັດທະນາເມືອງ. ພ້ອມດຽວກັນນັ້ນ ກໍ່ເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ ແລະ ຮາກຖານຕະຫຼອດຄອບຄົວກໍານົດເນື້ອໃນ ແລະ ຄາດໝາຍສູ້ຊົນໃນການພັດທະນາ, ດ້ານ ເນື້ອໃນມາດຕະຖານທີ່ກໍານົດໄວ້ໃນດໍາລັດ ແລະ ບົດແນະນໍາເຂົ້າໃນການແບບຟອມຕ່າງໆເພື່ອຄວາມເຂົ້າໃຈ ແລະ ສະດວກໃນການ ນໍາໃຊ້ແມ່ນໃຫ້ຈັດເປັນຂັ້ນ ແລະ ເປັນກຸ່ມມາດຕະຖານລະອຽດ, ດໍາເນີນ ການຈັດຕັ້ງເຊື່ອມຊຶມນັບແຕ່ເທິງລົງລຸ່ມ ແຂວງຫາເມືອງ, ເມືອງຫາບ້ານ, ບ້ານໄປຫາຄອບຄົວປະຊາຊົນໂດຍດໍາເນີນແຕ່ໃນອອກນອກແຕ່ການນໍາ ຂັ້ນແຂວງ ແລະ ເມືອງ ແລ້ວໃຫ້ຂະຫຍາຍ ອອກສູ່ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການສຸດທ້າຍແມ່ນລົງຮອດປະຊາຊົນ, ເພື່ອເປັນການສ້າງພະນັກງານຫຼັກແຫຼ່ງແກ່ນ ສານທັງສາຍຕັ້ງ ແລະ ສາຍຂວາງ. ຜ່ານຂະບວນການເຮັດວຽກຕົວຈິງ ພ້ອມທັງ ໃຫ້ນໍາໃຊ້ທ່າແຮງຂອງແຕ່ລະ ທ້ອງຖິ່ນໃນການ ຈັດຕັ້ງປະຕິບັດ ດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ຕາມທ່າແຮງຂອງ ທ້ອງຖິ່ນຕິດພັນກັບການ ຍຶດຖືເອົາການ ກະສິກໍາເປັນໃຈກາງຂອງວຽກງານພັດທະນາຊົນນະບົດເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນເຂດຊົນນະບົດ,  ຫັນເປັນອັນ ລະອຽດຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ແທດເໝາະກັບຈຸດພິເສດ, ມີຄວາມສາມາດປະຕິບັດໄດ້ໂດຍຕິດພັນກັບຂະບວນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສາມຂັ້ນຂອງພັກ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ກອງປະຊຸມແລກປ່ຽນທາງດ້ານວິຊາການ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ

IMG_1688

ໃນທ້າຍອາທິດຜ່ານມາ ທີ່ໂຮງແຮມ ແລນມາກ ຣີເວີໄຊ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມແລກປ່ຽນທາງດ້ານວິຊາການ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຝ່າຍ ສປຈີນ ນໍາໂດຍ ທ່ານ ນ. ຊຸນໝິນ ຮອງເຈົ້າກິ່ງແຂວງ ສິບສອງພັນນາ ພ້ອມດ້ວຍຄະນະ, ມີຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

4298

     ຈຸດປະສົງ ຂອງກອງປະຊຸມ ໃນຄັ້ງນີ້ ເພື່ອເປັນການແລກປ່ຽນ ຂໍ້ມູນຂ່າວສານ ທາງດ້ານວິຊາການ ກ່ຽວກັບການລ້ຽງສັດ ໂດຍສະເພາະແມ່ນການລ້ຽງງົວ ລວມທັງສະພາບການນຳເຂົ້າ-ສົ່ງອອກ ປະເພດສັດລ້ຽງ ແລະ ສິນຄ້າກະສິກຳ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ. ກອງປະຊຸມ ແລກປ່ຽນທາງດ້ານວິຊາການໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ໃນການຮ່ວມມື ກັນພັດທະນາວຽກງານ ການລ້ຽງງົວ ເພື່ອສົ່ງອອກ. ໂອກາດນີ້ທັງສອງຝ່າຍ ໄດ້ລາຍງາານກ່ຽວກັບສະພາບການຄ້າຂາຍສັດ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຊື່ງເຫັນໄດ້ວ່າໃນແຕ່ລະປີ ສປ ຈີນ ມີຄວາມຕ້ອງການ ງົວ, ຄວາຍ ປະມານ 1 ລ້ານໂຕ. ສະເພາະການສົ່ງສັດປະເພດ ງົວ, ຄວາຍ ຜ່ານ ຊາຍແດນລາວເຂົ້າໄປ ສປ ຈີນ ຜ່ານດ່ານບໍ່ເຕັນ, ບໍ່ຫານ, ເມືອງລ້າ ກິ່ງແຂວງສິບສອງພັນນາ ແມ່ນປະມານ ປີລະ 1 ແສນ ໂຕ. ໃນ 6 ເດືອນ ຕົ້ນປີ 2018 ນີ້ ມີການສົ່ງສັດ ຜ່ານດ່ານດັ່ງກ່າວ ມີງົວ 43 ພັນກວ່າໂຕ, ຄວາຍ 14 ພັນກວ່າໂຕ, ໝູ 330 ໂຕ ມີຊິ້ນສັດ ແລະ ປາ ປະມານ 2.000 ໂຕນ. ມາເຖິງປັດຈຸບັນນີ້ ເຫັນໄດ້ວ່າ ສິນຄ້າຍັງບໍ່ພຽງພໍກັບຄວາມຕ້ອງການ ຂອງ ສປ ຈີນ ເຊິ່ງຮຽກຮ້ອງເຖິງກົນໄກການຜະລິດ, ການຂົນສົ່ງ, ກວດກາ ການກັກກັນສັດ, ການຕະຫຼາດ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງຮ່ວມກັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂ ໃນຕໍ່ໜ້າ. ໂອກາດນີ້, ຝ່າຍລາວໄດ້ສະເໜີໃຫ້ຝ່າຍ ຈີນ ສືບຕໍ່ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ເຄື່ອງອຸປະກອນ ເພື່ອແກ້ໄຂວຽກງານ ການກໍາຈັດການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເຂດພາກເໜືອ ຂອງ ສປປ ລາວ, ສືບຕໍ່ໃຫ້ການຮ່ວມມືດ້ານກະສິກໍາ ກັບແຂວງທີ່ ມີຊາຍແດນຕິດຈອດກັນ ລະຫວ່າງລາວ-ຈີນ ເພື່ອຜັນຂະຫຍາຍ ສາຍພົວພັນ ອັນເປັນມູນເຊື້ອ ບົນຈິດໃຈ ຄູ່ຮ່ວມມືແບບ ເພື່ອນມິດ ຍຸດທະສາດ ຮອບດ້ານ ແລະ ຍາວນານ.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ເຜີຍແຜ່ແນະນຳການຜັນຂະຫຍາຍຈັດຕັ້ງປະຕິບັດດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ

 

IMG_1853

       ໃນລະຫວ່າງວັນທີ 16-17 ກໍລະກົດນີ້, ກະຊວງກະສິກຳແລະ ປ່າໄມ້ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳການຜັນຂະຫຍາຍ ຈັດຕັ້ງປະຕິບັດ ດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂື້ນທີ່ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້, ມີທ່ານລັດຖະມົນຕີຮອງ ລັດຖະມົນຕີຈາກກະຊວງອ້ອມຂ້າງ, ຫົວຫນ້າຮອງຫົວຫນ້າອົງການ ແລະ ທຽບເທົ່າ, ອໍານາດການປົກຄອງຂັ້ນແຂວງຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

IMG_1649

    ຈຸດປະສົງຂອງການເຜີຍແຜ່ ເຊື່ອມຊຶມດັ່ງ ກ່າວນີ້ກໍ່ເພື່ອໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນຮັບຮູ້ ເຂົ້າໃຈເປັນເອກະພາບ ພ້ອມທັງຈັດຕັ້ງຜັນ ຂະຫຍາຍໃຫ້ມີບ່ອນອີງສໍາລັບການປັບປຸງມາດຕະຖານຂອງບັນດາທ້ອງຖິ່ນ ແລະ ຮາກຖານເພື່ອກະກຽມໃຫ້ແກ່ການດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ, ໃນກອງປະຊຸມຄັ້ງນີ້ບັນຜູ້ແທນໄດ້ຮັບຟັງການສະເໜີຄູ່ມືການຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ ເລກທີ 348/ລບ ແລະ ບົດແນະນໍາ ເລກທີ 0830/ກປ ກ່ຽວກັບມາດ ຕະຖານພົ້ນທຸກ ແລະ ມາດຕະຖານ ການພັດທະນາ, ເນື້ອໃນ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂັ້ນຄອບຄົວ ແລະ ຂັ້ນບ້ານ, ເນື້ອໃນມາດຕະ ຖານບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດ ແລະ ມາດຕະຖານພົ້ນທຸກ ແລະ ເຂັ້ມແຂງຮອບດ້ານ. ຊຶ່ງບັນດາຜູ້ແທນກໍ່ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດ ເຫັນຮ່ວມກັນເພື່ອນໍາໄປເປັນຂໍ້ມູນໃນການປັບປຸງມາດຕະຖານຂອງຂະແໜງການຂອງຕົນໃຫ້ສອດຄ່ອງກັບດໍາລັດ ແລະ ບົດແນະນໍາສະບັບນີ້.

IMG_1714

        ເພື່ອເຮັດໃຫ້ວາລະກອງປະຊຸມມີຄວາມໝາຍຄວາມສໍາຄັນ, ໃນຕອນບ່າຍຂອງວັນທີ 17 ກໍລະກົດ ທ່ານລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ຕາງໜ້າໃນທີ່ປະຊຸມຍັງໄດ້ຮັບກຽດກ່າວຕ້ອນຮັບ ແລະ ລາຍງານໝາກຜົນສໍາເລັດໃນວຽກງານພັດທະ ນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຕາມທິດ 3 ສ້າງ ໃນໄລຍະ 2 ປີ ຜ່ານມາຕໍ່ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະຕີ ແຫ່ງ ສປປ ລາວ, ໃນໂອກາດດຽວກັນກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາກອງປະຊຸມເຊິ່ງທ່ານກໍ່ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ພ້ອມທັງໄດ້ສະເໜີບາງທັດສະນະທີ່ເປັນການແລກປ່ຽນຕໍ່ທີ່ປະຊຸມໃນຫລາຍດ້ານເຊັ່ນ: ກ່ຽວກັບກະສິກໍາ-ຊົນນະບົດ ແລະ ຊົນນະບົດໃຫມ່, ການເອົາປະເທດຊາດອອກຈາກສະຖານະພາບແຫ່ງການເປັນປະເທດດ້ອຍພັດ ທະນາກັບການພັດ ທະນາຊົນນະບົດເພື່ອລຶບລ້າງຄວາມທຸກຍາກ, ດ້ານນະໂຍບາຍຂອງພັກເຮົາຕໍ່ກັບການພັດທະນາຊົນນະບົດ, ນອກນີ້ ທ່ານຍັງໄດ້ຊີ້ນໍາ ໃຫ້ທຸກພາກສ່ວນໃຫ້ສືບຕໍ່ຜັນຂະຫຍາຍໂດຍມອບໃຫ້ຂະແໜງການ, ອົງການຂັ້ນສູນກາງປັບປຸງມາດຕະຖານຂອງ ຂະແໜງການ, ອົງການຂອງຕົນໃຫ້ສອດຄ່ອງກັບດໍາລັດສະບັບນີ້, ພ້ອມທັງໃຫ້ມີການກວດກາຄາດໝາຍການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາທີ່ກໍານົດໄວ້ໃນຄໍາສັ່ງເລກທີ 34/ນຍ, ໂດຍຄາດ ໝາຍຮອດປີ 2020 ຕ້ອງສ້າງແຂວງເປັນຫົວໜ່ວຍຍຸດທະສາດຢ່າງໜ້ອຍໃຫ້ໄດ້ 5-10 ແຂວງ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມ ແຂງຮອບດ້ານ ຢ່າງໜ້ອຍ 2-5 ເມືອງ, ສ້າງບ້ານພັດທະນາໃຫ້ໄດ້ 2 ສ່ວນ 3 ຂອງຈໍານວນບ້ານໃນແຕ່ລະເມືອງ, ເມືອງກໍ່ຕ້ອງ ສູ້ຊົນສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 1-2 ແຫ່ງທົ່ວປະເທດບໍ່ໃຫ້ຫຼຸດ 213 ແຫ່ງ, ສໍາລັບ ກະຊວງກະສິກໍາ ແລະ ປ່າໄມ້ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ແລະ ເປັນອົງການປະສານງານກັບບັນດາກະຊວງ-ອົງການທຽບເທົ່າຂັ້ນ ສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດ ດໍາລັດສະບັບນີ້ຕ້ອງໄດ້ຊຸກຍູ້ ແລະ ຊ່ວຍທ້ອງຖິ່ນ ໃນການສ້າງ ພະນັກງານ, ຝຶກອົບຮົມ, ຈັດຕັ້ງຕິດຕາມກວດກາຕີລາຄາ ແລະ ປະເມີນຜົນ, ອອກຄູ່ມືແນະ, ອອກ ຄໍາແນະນໍາໃຫ້ທ້ອງຖິ່ນສ້າງ ແຜນພັດທະນາກວມລວມ.

IMG_18988

ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ການໃສ່ຝຸ່ນປັບປຸງດິນນາ ປະຈຳປີ 2018.

IMG_3460000

       ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນ​ນະ​ເຂດ ຮ່ວມກັບສຶກສາ ແລະ ກິລາແຂວງ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຂັ້ນແຂວງ ພ້ອມດ້ວຍອົງການປົກຄອງເມືອງ ຈຳພອນ ແລະ ຈຸດສຸມກຸ່ມບ້ານຄຳປ່າແໜ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ການໃສ່ຝຸ່ນປັບປຸງດິນນາ ປະຈຳປີ 2018 ຂຶ້ນ ທີ່ບ້ານ ຄຳປ່າ ແໜ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງໆສະຫວັນນະເຂດ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ. Continue reading

ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີປູກຕົ້ນໄມ້ 4.400 ເບ້ຍ ທີ່ສູນຄົ້ນຄວ້າປ່າໄມ້ ນໍ້າຊວງ

IMG_887333     ເພ​ື່ອ​ເປັນ​ການ​ສ້າງ​ຂະບວນການ​ປູກ​ຕົ້ນ​ໄມ້​ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ສະ​ເຫຼີ​ມສະຫຼອງວັນ​ເດ​ັກນ້ອຍ​ສາກົນ ຄົບຮອບ 38 ປີ (1 ມິຖຸນາ 1980-1 ມິຖຸນາ 2018) ​ໃຫ້​ເປັນ​ຂະ​ບວນຟົດ​ຟື້ນ ​ເພື​່ອແນ່ໃສ່ບັນລຸເປົ້າໝາຍໃຫ້ມີປ່າປົກຫຸ້ມ 70 ສ່ວນຮ້ອຍ ແລະ ປູກໄມ້ໃຫ້ໄດ້ 500.000 ເຮັກຕາ ໃນປີ 2020 ຕາມຍຸດທະສາດພັດທະນາປ່າໄມ້ຂອງລັດຖະບານ ກໍຄືຕາມທິດການພັດທະນາສີຂຽວ ແລະ ຍືນຍົງ. ໃນວັນທີ 31 ພຶດສະພາ ຜ່ານ​ມາ​ນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ຂື້ນທີ່ສູນຄົ້ນຄວ້າປ່າໄມ້ ນໍ້າຊວງ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາຮອງລັດຖະມົນຕີ, ຮອງເຈົ້າເມືອງ, ອຳນາດການປົກຄອງທ້ອງຖິ່ນ, ນັກທຸລະກິດ, ອົງການຈັດຕັ້ງສາກົນ, ຊາວໜຸ່ມ ແລະ ນ້ອງນ້ອຍເຍົາວະຊົນ​ເຂົ້າ​ຮ່ວມຢ່າງເປັນຂະບວນຟົດຟື້ນ.

    ​ເບ້ຍ​ໄມ້​ທີ່​ນໍາ​ມາ​ປູກ​ໃນຄັ້ງ​ນີ້​ມີທັງໝົດ 4.400 ເບ້ຍ, ຊຶ່ງແມ່ນໄມ້ພື້ນເມືອງທີ່ມີຄ່າຂອງລາວເຮົາເຊັ່ນ: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ແຄນ ແລະ ໄມ້ຍາງ ​ເບ້ຍ​ໄມ້​ດັ່ງກ່າວ​ໄດ້​ປູກໃນເຂດຄຸ້ມຄອງຂອງສູນຄົ້ນຄວ້າປ່າໄມ້ນໍ້າ​ຊວງໃນເນື້ອທີ່ປະມານ 4 ເຮັກຕາ, ໂດຍມີຈຸດປະສົງແນໃສ່ປູກເພື່ອໃຫ້ກາຍເປັນປ່າ ແລະ ເປັນແຫລ່ງຕົ້ນໄມ້ພໍ່ພັນແມ່ພັນສະໜອງແກ່ນໄມ້ໃຫ້ແກ່ການປູກໄມ້ໃນອານາຄົດ.

n20161031103746_116167(

     ​ໃນ​ພິທີ​ທ່ານ ທອງ​ພັດ ​ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​​ໄມ້ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ ​ແລະ ຜົນງານ​ການ​ປູກ​ໄມ້​ໃນ​ໄລຍະ​ຜ່ານ​ມາ​ວ່າ: ຜ່ານການເຄື່ອນໄຫວວຽກງານປູກໄມ້ຕົວຈິງໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ເນື້ອທີ່ໄມ້ປູກເພີ່ມຂຶ້ນຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985 ເພີ່ມຂຶ້ນປະມານ 3 ເທົ່າ ເມື່ອທຽບກັບຕົວເລກການປູກໄມ້ກ່ອນການກຳນົດວັນປູກຕົ້ນໄມ້ແຫ່ງຊາດ ແລະ ຈາກນັ້ນມາ ດ້ວຍການນຳພາຢ່າງໃກ້ຊິດຂອງການນຳພັກ-ລັດຂັ້ນຕ່າງໆ ບວກກັບຄວາມຕື່ນຕົວຂອງປະຊາຊົນບັນດາເຜົ່າ ແລະ ການເປີດກວ້າງການລົງທຶນ ໄດ້ເຮັດໃຫ້ເນື້ອທີ່ການປູກໄມ້ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາເຖິງປີ 2018 ພວກເຮົາມີເນື້ອທີ່ປູກໄມ້ທັງໝົດໃນທົ່ວປະເທດ ເຖິງ 478.557 ເຮັກຕາ ຫລື ເທົ່າກັບ 95,7 ສ່ວນຮ້ອຍ ຂອງແຜນການປູກໄມ້ຮອດປີ 2020 ຂອງລັດຖະບານ, ອັນພົ້ນເດັ່ນ ແມ່ນຂະບວນການປູກໄມ້ເປັນສິນຄ້າເຊັ່ນ: ໄມ້ສັກ, ໄມ້ວິກ, ໄມ້ເກດສະໜາ ແລະ ຢາງພາລາ ຂອງຊາວກະສິກອນ ຂອງພະນັກງານ, ທະຫານ, ຕຳຫລວດ, ກໍຄືນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

IMG_0118

 

IMG_01344

​    ໃນ​ໂອກາດ​ດັ່ງກ່າວ​ນີ້​, ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມ​ດ້ວຍ​ການ​ນໍາ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ກໍ່​ໄດ້​ຮ່ວມ​ການ​ປູກ​ຕົ້ນ​ໄມ້, ຈາກ​ນັ້ນ​ກໍ່​ໄດ້​ໄປຢ້ຽມຢາມ ​ແລະ ຮັບ​ຟັງ​ການ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ສູນຄົ້ນຄວ້າ​ປ່າ​ໄມ້ທ່ຽວຊົມ​ແຫຼ່ງຕົ້ນ​ໄມ້​ພໍ່​ແມ່​ພັນ, ສວນປູກ​ຫວາຍ ​ແລະ ຟາ​ມລ້ຽມ​ໝູ UDA ທີ່​ ບ້ານ​ໃໝ່ ​ເມືອງ ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ ນໍາ​ອີກ.

IMG_90855

ພາບ ແລະ ຂ່າວໂດຍ: ພະແນກ ຂ່າວສານກະສິກໍາ ແລະ ປ່າໄມ້

ຝຶກອົບຮົມວິທີການປະເມີນສະພາບພົ້ນທຸກ ແລະ ພັດທະນາ ຕາມດໍາລັດ 348/ລບ

IMG_8789 IMG_8784

     ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII 2016-2020 ແລະ ການຈັດ​ຕັ້ງ​ປະຕິບັດ 3 ​ເສົາ​ຄໍ້າ ຂອງ​ກະຊວງ​ກະສິກໍາ ​​ແລະ ປ່າ​ໄມ້, 4 ​ແຜນ​ງານ ​ແລະ 10 ​ແຜນ​ດໍາ​ເນີນ​ງານ​ຂອງ​ຂົງ​ເຂດ​ກະສິກໍາ ​ແລະ ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ, ​ໃນ​ວັນ​ທີ 30 ພຶດສະພາ 2018 ນີ້, ກົມ​ພັດທະນາ​ຊົນນະບົດ ແລະ ສະຫະກອນ, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ຝຶກ​ອົບຮົມ​ວິທີ​ການ​ປະ​ເມີນ​ສະພາບ​ພົ້ນ​ທຸກ ​ແລະ ພັດທະນາ ຕາມ​ດໍາລັດ 348/ລບ ​ແລະ ບົດ​ແນະ​ນໍາ​ເລກທີ 0830/ກປ ຂື້ນ, ​ທີ່ສູນ​ຝຶກ​ອົບຮົມ​ເຕັກນິກກະສິກໍາ ​ແລະ ພັດທະນາ​ຊົນນະບົດ​ລາວ-​ເກົາຫຼີ, ພາຍ​ໃຕ້​ການ​ເປັນ​ປະທານ​​ຂອງ​ ທ່ານ ປອ ລຽນ ທີ​​ແກ້ວ​ ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ມີ​ຫົວໜ້າ​ຫ້ອງການ, ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຈາກ​ບັນດາ​ກົມ, ສະ​ຖາ​ບັນ ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ.

IMG_88044

    ຈຸດປະສົງ​ຂອງ​ການ​ເປີດ​ຊຸດ​ຝຶກ​ອົບຮົມ​ໃນຄັ້ງ​ນີ້​ເພື່ອ​ເປັນ​ການ​ແນະ​ນໍາ​ເຄື່ອງມື​ວິທີ​ເກັບ​ກໍາ​ຂໍ້​ມູນ, ປະ​ເມີນ​ມາດຕະຖານ​ການ​ພົ້ນ​ທຸກ ​ແລະ ການ​ພັດທະນາ​ແລ້ວ​ມາທົດ​ລອງ​ປະຕິບັດ​ຕົວ​ຈິງ, ປະ​ເມີນ​ໄດ້​ເຖິງ​ຄວາມ​​ເໝາະ​ສົມ​ກ່ອນ​ມີ​ການ​ເຜີຍ​ແຜ່ ​ແລະ ນໍາ​ໃຊ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໂດຍ​ເນື້ອ​ໃນການ​ຝຶກ​ອົບຮົມ​ໃນຄັ້ງ​ນີ້​ແບ່ງ​ອອກ​ເປັນ 3 ພາກ​ຄື: ພາກ​ທິດ​ສະ​ດີ ​ແລະ ພາກ​ນິຕິ​ກໍາ, ພາກ​ປະຕິບັດ​ຕົວ​ຈິງ​ກ່ຽວ​ກັບ​ການ​ສໍາພາດ ​ແລະ ​ການ​ປ້ອນ​ຂໍ້​ມູນ​ໃສ່​​ແບບ​ຟອມ ​ແລະ ພາກ​ສະໜາມ​ລົງ​ທົດ​ສອບ​ເກັບ​ກໍ​າຂໍ້​ມູນ​ຕົວ​ຈິງ​ທີ່​ແຂວງ​ໄຊ​ຍະ​ບູລີ ​ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ໄດ້​ດໍາ​ເນີນ​ໄປ​ເປັນ​​ເວລາ 3 ວັນ​, ເລີ່ມ​ແຕ່​ວັນ​ທີ 30 ພຶດສະພາ ຫາ​ວັນ​ທີ 1 ມິຖຸນາ 2018.

   ໃນ​ໂອກາດ​ດຽວ​ກັນ​ນີ້​ເພື່ອເປັນການສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ ​ແລະ ສະ​ເຫຼີ​ມສະຫຼອງ​ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​​ແຫ່ງ​ຊາດ ​ແລະ ວັນ​ເດັກນ້ອຍ​ສາກົນ​ 1 ມິຖຸນາ 2018 ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະ​ຊວງ​ກະສິກໍາ ​ແລະ ປ່າ​ໄມ້ ໄດ້​ເປັນ​ກຽດ​ປູກ​ຕົ້ນ​ໄມ້​ທີ່ ສູນ​ຝຶກ​ອົບຮົມດັ່ງກ່າວ​ນໍາ​ອີກ.

IMG_8811

ພາບ ແລະ ຂ່າວໂດຍ: ແພກຂ່າວສານກະສິກໍາ ແລະ ປ່າໄມ້

ງານວາງສະແດງຕົ້ນໄມ້ ແລະ ເບ້ຍໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ

IMG_85144

      ເພື່ອສືບຕໍ່ປະຕິບັດນະໂຍບາຍຂອງພັກ ແລະ ແຜນຍຸດທະສາດ ໃນການພັດທະນາຕາມທິດສີຂຽວ ແລະ ຍືນຍົງຂອງລັດຖະບານ ໂດຍສະເພາະຍຸດທະສາດຮອດປີ 2020. ໃນຕອນບ່າຍວັນທີ 25 ພຶດສະພາ 2018 ນີ້ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບນະຄອນຫຼວງວຽງຈັນ ໄດ້ຈັດງານວາງສະແດງເບ້ຍໄມ້ຂຶ້ນ ຢູ່ເດີ່ນພະທາດຫຼວງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ພ້ອມນີ້ຍັງມີ ຮອງລັດຖະມົນຕີ, ແຂກຖືກເຊີນ ຈາກບັນດາກະຊວງ, ອົງການທຽບເທົ່າ, ຫົວໜ້າກົມ-ຮອງກົມ ອ້ອມຂ້າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົ້ດຟື້ນ.

IMG_85888

     ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນລາຍງານວ່າ: ຈຸດປະສົງ ແມ່ນເພື່ອເປັນການສ້າງຂະບວນການ ແລະ ປູກຈິດສຳນຶກ ໃຫ້ແກ່ສັງຄົມ ໂດຍສະເພາະແມ່ນ ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ໃຫ້ຮູ້ຈັກຄຸນປະໂຫຍດຂອງປ່າໄມ້ ເປັນຕົ້ນແມ່ນວຽກງານການປູກໄມ້, ໃຫ້ຮູ້ຈັກຫວງແຫນ, ອະນຸລັກ ພ້ອມທັງ ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊື່ງເປັນຊັບສົມບັດຂອງຊາດ ແລະເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 38 ປີ ໂດຍຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ. ນອກນັ້ນ, ຍັງເປັນການຊຸກຍູ້ດ້ານທຸລະກິດກ້າເບ້ຍໄມ້ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ. ສໍາລັບງານວາງສະແດງເບ້ຍໄມ້ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງພາກລັດ, ບັນດາບໍລິສັດ ຫ້າງຮ້ານ, ຜູ້ປະກອບການ ທັງໝົດ 78 ພາກສ່ວນ, ເບ້ຍໄມ້ທີ່ນໍາມາວາງສະແດງ 30 ຊະນິດ ຊື່ງເປັນປະເພດໄມ້ພື້ນເມືອງເຊັ່ນ: ໄມ້ຂະຍຸງ, ໄມ້ຄໍາພີ້, ໄມ້ດູ່ລາຍ, ໄມ້ດູ່, ໄມ້ແຕ້ຂ່າ,​ໄມ້ຍາງ ໄມ້ແຄນເຮືອ, ໄມ້ແຄນຂະຍອມ, ສີໄຄຕົ້ນ, ຈໍາປີປ່າ, ສະຝາງ, ໄມ້ຕິ້ວເປັນຕົ້ນ. ນອກນັ້ນ, ຍັງມີ ປະເພດໄມ້ໃຫ້ໝາກ,​ໄມ້ປະດັບ, ຜະລິດຕະພັນໄມ້ ລວມທັງຜະລິດຕະພັນກະສິກໍາ ນໍາອີກ. ເພື່ອເຮັດໃຫ້ງານດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເປີດງານ ພ້ອມທັງ ທ່ຽວຊົມການວາງສະແດງເບ້ຍໄມ້ ແລະ ສິນຄ້າຕ່າງໆ ພາຍໃນງານນໍາອີກ.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ຂ່າວສານ​ກະສິກໍາ ​ແລະ ປ່າ​ໄມ້

ກອງປະຊຸມປຶກສາຫາລືເນື້ອໃນ “ຮ່າງ” ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

IMG_8298IMG_8290IMG_8323

         ​ເພື່ອ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ສະບັບ​ເລກທີ 1113/ກປ, ລົງ​ວັນ​ທີ 21 ພຶດສະພາ 2018. ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ກອງ​ປະຊຸມ​ ທາ​ບທາມຮ່າງກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​ປັບປຸງ, ​ໃນ​ວັນ​ທີ 23 ພຶດ ສະພາ 2018 ກົມ​ປ່າ​ໄມ້​​​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື​ເນື້ອ​ໃນ “ຮ່າງ” ກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​ປັບປຸງ ຂຶ້ນ ທີ່​ສ​ະ​ໂມ​ສອນ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​​ໃຫ້ກຽດ​ເປັນ​ປະທານ​ໂດຍ ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ່​ທານຮອງລັດຖະມົນຕີກະຊວງ ກປ, ບັນດາທ່ານ ຮອງລັດຖະມົນຕີ​ຈາກ​ກະຊວງ​ທີ່​ກ່ຽວຂ້ອງ, ຕາງໜ້າຄະນະກຳ​ມະ​ທິການ​ສະພາ​ແຫ່ງ​ຊາດ, ທ່ານ​ຫົວ ໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ສະ​ຖາ​ບັນ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມຢ່າງ​ພ້ອມພຽງ. Continue reading

ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອຣາ ປະຈໍາລາວ

IMG_76777

     ໃນ​ຕອນ​ບ່າ​ຍຂອງ​ວັນ​ທີ 18 ພຶດສະພາ ທີ່​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ທ່ານ ປອ ລຽນ​ ທີ​ແກ້ວ ລັດຖະມົນຕີ​ກະຊວງ ກະສິກໍາ ​ແລະ ປ່າ​ໄມ້, ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ ທ່ານ ຈອດ​ສ ຣອນດອນ ອຸດສກາ​ເຕີ​ກີ (Jorge RondOn Uzcategui) ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສາທາ​ລະນະ​ລັດ ​ໂບລິ​ວາ​ຣຽນ ​ແຫ່ງ​ເວ​ເນ​ຊູ​ເອຣາ ປະ​ຈໍາ ສປປ ລາວ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ດໍາລົງ​ຕໍາ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່​ປະ​ຈໍາ ສປປ ລາວ, ​​ໃນ​ໂອກາດ​ດັ່ງກ່າວ​ນີ້​ທ່ານ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ແຫ່ງ ສປປ ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມຢາມ​ຂອງ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ໃນ​ຄັ້ງນີ້​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ ​ເຂົ້າ​ໃນ​ວຽກ​ງານ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ຮ່ວມ​ມື​ລະ ຫວ່າ​ງສອງ​ປະ​ເທດ​ໃຫ້​ມີ​ຄວາມ​ໜັ​ກ​ແໜ້ນ, ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ, ​ໃນ​ການ​ພົບປະ​ຄັ້ງນີ້​ທັງ​ສອງ​ຝ່າຍ​​ໄດ້​ປຶກສາ​ຫາລື​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ ແລະ ​ກັນ​ໃນ​ຫຼາຍໆ​ດ້ານ​ໂດຍ​ໄດ້​ເນັ້ນ​ໃສ່​ວຽກ​ງານ​ຂອງ​ຂະ​ແໜງ​ກະສິກໍາ, ການ​ສົ່ງ​ເສີມ​ຜະລິດ​ຕະພັນ​ກະສິກໍາ ​ແລະ ​ວຽກ​ການ​ພັດທະນາປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ໃຫ້​ດີ​ຂື້ນ, ​ໂດຍ​ໃນ​ຕອນ​ທ້າ​ຍ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ ແລະ ຂອບ​ໃຈ​ຕໍ່​ການ​ມາ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ​ແລະ ຫວັງ​ວ່າ​ໃນ​ໄລຍະ​ຂອງ​ການ​ດໍາລົງ​ຕໍາ​ແໜງ​ຂອງ​ທ່ານ​​ອັກຄະ​ລັດຖະທູດ​ຈະ​ເຮັດ​ໃຫ້ການ​ຮ່ວມ​ມື, ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ຂະຫຍາຍຕົວຫຍິ່ງໆ​ຂື້ນ.

ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກໍາ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ