
Khemmalay SONDAVANH
ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບຜູ້ຕາງໜ້າຈາກ ບໍລິສັດຢຸນນານ
ໃນວັນທີ 19 ກັນຍາ 2018 ນີ້, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບການພົບປະຂອງ ທ່ານ ລູໄຂຊີ ຮອງປະທານ ບໍລິສັດ ຢຸນນານວັດສະດຸ ຂາອອກ-ຂາເຂົ້າ ຈໍາກັດ ພ້ອມດ້ວຍຄະນະ. ພ້ອມນີ້, ມີຫົວໜ້າຫ້ອງການກະຊວງ, ກົມກ່ຽວຂ້ອງອ້ອມຂ້າງກະຊວງເຂົ້າຮ່ວມ. Continue reading
ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍແນວພັນພືດ
ໃນທ້າຍອາທິດຜ່ານມາ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍແນວພັນພືດ ຢູ່ຫ້ອງປະຊຸມສູນປ້ອງກັນພືດ. ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອເປັນການຈັດຕັ້ງ ນະໂຍບາຍການຜະລິດກະສິກໍາ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະການຜະລິດກະສິກໍາເປັນສິນຄ້າ ໃຫ້ຮັບປະກັນໄດ້ທາງດ້ານປະລິມານ ແລະຄຸນນະພາບ, ທັງເປັນການຄຸ້ມຄອງ ແລະພັດທະນາແນວພັນພືດ ຊື່ງມີບົດບາດສໍາຄັນໃນການຍົກສູງຜະລິດຕະພາບ ແລະຄຸນນະພາບຂອງສິນຄ້າ ທັງປະກອບສ່ວນເຮັດໃຫ້ຊາວກະສິກອນມີລາຍຮັບສູງຂຶ້ນຕື່ມອີກ. ທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມປູກຝັງ ທັງເປັນຫົວໜ້າກອງເລຂາຮ່າງດໍາລັດວ່າດ້ວຍແນວພັນພືດ ໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງ ແລະລະດັບຄາດໝາຍ ຂອງຮ່າງດໍາລັດ ຊື່ງປະກອບມີເນື້ອໃນທັງໝົດ 14 ໝວດ, ມີ 65ມາດຕາ. ພ້ອມນີ້, ບັນດາຄະນະກອງເລຂາຮ່າງດໍາລັດດັ່ງກ່າວ ໄດ້ຂຶ້ນຜ່ານເນື້ອໃນແຕ່ລະໝວດ ແລະ ແຕ່ລະ ມາດຕາ ຂອງຮ່າງດໍາລັດດັ່ງກ່າວ. ໂອກາດນີ້, ຄະນະຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ເພື່ອແນໃສ່ປັບປຸງຮ່າງດໍາລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ. Continue reading
ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການພົບປະຂອງທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ແລະ ທູດກິດຕິມະສັກ ຂອງປະເທດເກົາຫຼີ
ໃນອາທິດຜ່ານມາ, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບການພົບປະຂອງ ທ່ານ ນ.ຟຣໍເລນ ຢີນບຼັນ ຣິສເລີ ເອກອັກຄະລັດຖະທູດຝຣັ່ງ ຄົນໃໝ່ ປະຈໍາລາວ. ພ້ອມນີ້, ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading
ກອງປະຊຸມເຜີຍແຜ່ ຜົນຂອງການປະເມີນກາງສະໄໝ 4 ມາດຕະການ ບູລິມະສິດ ຂອງຂະແໜງການກະສິກໍາ
ໃນຕອນບ່າຍວັນທີ 20 ກັນຍາ 2018 ກອງເລຂາໂພຊະນາການ, ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນຂອງການປະເມີນກາງສະໄໝ 4 ມາດຕະການບູລິມະສິດ ຂອງຂະແໜງການກະສິກໍາໃນແຜນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ແລະແຜນປະຕິບັດງານ 2016-2020 ຂຶ້ນຢູ່ໂຮງແຮມ ເມີຄິ້ວ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ມີບັນດາຮອງຫົວໜ້າກົມອ້ອມຂ້າງກະຊວງ, ຊ່ຽວຊານໂຄງການ ພ້ອມດ້ວຍແຂກທີ່ຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. Continue reading
ກອງປະຊຸມແລກປ່ຽນການຈັດຕັັ້ງປະຕິບັດ ແລະ ປະສົບການທາງດ້ານການອະນຸລັກ ແລະ ການນຳໃຊ້ທາງດ້ານພັນທຸກຳພືດ ທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນ
ປະຈຸບັນແນວພັນພື້ນເມືອງຂອງລາວ ກໍ່ຄືໃນກຸ່ມອາຊຽນ ນັບມື້ນັບຫຼຸດລົງ ອັນເນື່ອງມາຈາກຫຼາຍປັດໃຈທີ່ເປັນສາເຫດເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຈູດປ່າ, ການຈັດສັນທີ່ດີນ, ແນວພັນໃໝ່, ການຄ້າ ແລະ ການຕະຫຼາດ ທີ່ສົ່ງຜົນເຮັດໃຫ້ແນວພັນພື້ນບ້ານມີການສູນເສຍ. ໃນລະຫວ່າງວັນທີ 25-27 ກັນຍາ 2018 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ບໍລິສັດຄົ້ນຄວ້າ ແລະ ໃຫ້ຄຳປຶກສາມິດຊູບິຊິ; ກອງທຶນເຊື່ອມໂຍງລາວ-ຢີ່ປຸ່ນ ແລະ ຄູ່ຮ່ວມມືດ້ານເສດຖະກິດອາຊຽນ-ຢີ່ປຸ່ນ ໄດ້ຈັດກອງປະຊຸມແລກປ່ຽນການຈັດຕັັ້ງປະຕິບັດນຳໃຊ້ທາງດ້ານພັນທຸກຳພືດ ທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນຂຶ້ນ ທີ່ໂຮງແຮມ ນິວໂຣດ (Newrose). ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ປອ ໃຈ ບຸນພະມີໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ; ທ່ານ ສາດສະດາ ຈານ ໂຕຊິໂອະ ອັນໂດະ (prof. Toshio ANDO) ມະຫາວິທະຍາໄລຊີບາ, ປະເທດ ຢີ່ປຸ່ນ. ເຊິ່ງມີສະມາຊິກໃນກຸ່ມປະເທດອາຊຽນ (ປະເທດອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ຫວຽດ ນາມ, ກຳປູເຈຍ ແລະ ປະເທດລາວ) ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 13 ທ່ານ. Continue reading
ສໍາມະນາວິຊາການປ້ອງກັນພືດ ກ່ຽວກັບການຄວບຄຸມສັດຕູພືດ ແບບປອດສານພິດ ທີ່ທັນສະໄໝ
ໃນທ້າຍອາທິດຜ່ານມາ, ກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ແລະ ສະຖາບັນປ້ອງກັນພືດ, ສະຖາບັນການສຶກສາວິທະຍາສາດດ້ານກະສິກໍາ ແຫ່ງ ສປ.ຈີນ. ໄດ້ຈັດກອງປະຊຸມສໍາມະນາວິຊາການປ້ອງກັນພືດ ກ່ຽວກັບການຄວບຄມສັດຕູພືດແບບປອດສານພິດທີ່ທັນສະໄໝ ຂຶ້ນຢູ່ໂຮງແຮມລ້ານຊ້າງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ, ທ່ານ ຢາງເຄິ ເຊັງ ຮອງຫົວໜ້າສະຖາບັນປ້ອງກັນພືດ, ສະຖາບັນການສຶກສາວິທະຍາສາດດ້ານກະສິກໍາ ແຫ່ງ ສປ. ຈີນ. ມີຜູ້ເຂົ້າຮ່ວມມາຈາກ ຄະນະກະເສດສາດນາບົງ, ວິ ທະຍາໄລເຕັກນິກກະສິກໍາແຂວງວຽງຈັນ, ດົງຄໍາຊ້າງ ແລະເຈົ້າໜ້າທີ່ຈາກດ່ານກັກກັນພືດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມລິເລິ່ມໂຄງການອະນຸລັກພັນທຸກໍາຕະກຸນໄມ້ຂະຍຸງ-ດາວິນ
ໃນວັນທີ 10 ກັນຍາ 2018 ນີ້, ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມ ກັບວິທະຍາໄລອອ໊ກສຝອດປະເທດອັງກິດ, ໄດ້ຈັດກອງປະຊຸມລິເລີ່ມໂຄງການອະນຸລັກພັນທຸກໍາຕະກຸນໄມ້ຂະຍຸງ-ດາວິນ ຂຶ້ນທີ່ ໂຮງແຮມວັນຊະນະຣີເວີຊາຍ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຮັງ ອີວັນ (H.E Mr Hugh EVANS) ເອກ ອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດປະຈໍາລາວ, ແລະ ທ່ານ ເດວິດ ບອດເຊີ (Mr David boshier) ຜູ້ຊີ້ນໍາໂຄງການ. ມີຜູ້ຕາງໜ້າຈາກບັນ ດາປະເທດທີ່ຮ່ວມໂຄງການຄື: ສສ ຫວຽດນາມ, ກໍາປູເຈຍ, ໄທ ແລະ ບັນດາຊ່ຽວຊານຈາກມະຫາວິທະຍາ ໄລອ໊ອກສ ຟອດປະ ເທດອັງກິດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ເພື່ອເປັນການປຶກສາຫາລືກ່ຽວກັບ ກິດຈະກໍາຂອງໂຄງການ, ແຜນການຈັດຕັ້ງ ປະຕິບັດໂຄງການ, ຄວາມເຊື່ອໝັ້ນ ແລະ ການພົວພັນກັນລະຫວ່າງຄູ່ຮ່ວມງານ, ການເຊື່ອມໂຍງກັບໂຄງການອື່ນໆທີ່ຄ້າຍຄືກັນ ທີ່ຈັດຕັ້ງປະຕິບັດກ່ຽວກັບການອະນຸລັກພັນທຸກໍາໄມ້ ແລະ ລະບົບການສະຫຼຸບ-ລາຍງານການຈັດຕັ້ງປະຕິບັດໂຄງການ, ເຊິ່ງໂຄງ ການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຜ່ານເຄືອຂ່າຍອະນຸລັກພັນທຸກໍາໄມ້ອາຊີປາຊີຟິກ ແລະ ໄດ້ຮັບທຶນສະໜັບສະໜຸນຈາກອົງການ Darwin Initiative ປະເທດອັງກິດ ແລະ ພາກວິຊາວິທະຍາສາດພືດສາດມະຫາວິ ທະຍາໄລອອ໊ກຟອດເປັນຫົວໜ້າໂຄງການເຊິ່ງ ມີໄລຍະການຈັດຕັ້ງ 2 ປີ 5 ເດຶອນ ປີແຕ່ 2018-2021.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ກອງປະຊຸມ ປຶກສາຫາລືພາກພື້ນກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍໃນປະເທດລຸ່ມແມ່ນໍ້າຂອງ
ໃນລະຫວ່າງວັນທີ 30ຫາ 31 ສິງຫາ 2018 ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາລາວໄດ້ເປີດກອງປະຊຸມ ປຶກສາຫາລືພາກພື້ນກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍຂຶ້ນ ຢູ່ທີ່ຫ້ອງປະຊຸມ ໂຮງແຮມ ມິດຕະພາບ, ແຂວງອຸດົມໄຊ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ, ທ່ານ ຝຣັງຊົວ ເກກັງ Francois GUEGANຮອງຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາລາວ. ມີຜູ້ແທນຈາກກົມອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ແລະບັນດາຜູ້ແທນທີ່ມາຈາກປະເທດລຸ່ມແມ່ນໍ້າຂອງເຂົ້້າຮ່ວມຢ່າງພ້ອມພຽງ. Continue reading
ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຊີ້ນໍາວຽກງານ ການຜະລິດກະສິກໍາ ຢູ່ແຂວງ ອຸດົມໄຊ
ໃນວັນທີ 30 ສິງຫາ 2018 ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ການຜະລິດກະສິກໍາ ແລະຊີ້ນໍາວຽກງານ ຢູ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ, ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ອ້ອມຂ້າງພະແນກເຂົ້າຮ່ວມ. Continue reading
ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປລາວ
ໂຄງການຜະລິດກະສິກຳເປັນສິນຄ້າຢູ່ສປປລາວ ເປັນໜຶ່ງໃນບັນດາໂຄງການບູລິມະສິດທີ່ນອນຢູ່ໃນແຜນການຮ່ວມມືລະຫວ່າງລັດຖະບານ ແລະທະນາຄານໂລກ, ໂຄງການດັ່ງກ່າວມີງົບປະມານທັງໝົດ 29,3 ລ້ານ ໂດລາສະຫະລັດ: ເງິນກູ້ຢືມຈາກທະນາຄານໂລກ 25 ລ້ານ ໂດລາສະຫະລັດ, ທຶນສະໜັບສະໜູນຜູ້ປະກອບການ ແລະຊາວນາ 3,8 ລ້ານ ໂດລາສະຫະລັດ ແລະທຶນສົມທົບເພື່ອແຮໄວ້ສຳລັບການທົດແທນຄືນ ໃນກໍລະນີການຟື້ນຟູສ້ອມແປງຄອງເໝືອງຊົນລະປະທານທີ່ຖືກດິນປະຊາຊົນ 5 ແສນ ໂດລາສະຫະລັດ (ແຂວງລະ 1 ແສນ ໂດລາສະຫະລັດ)ໄລຍະການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ປີ 2018-2024.how to buy a replica watch ferrari 458 italia replica for sale Continue reading