Khemmalay SONDAVANH

ມອບ-ຮັບ ໂຄງການຊ່ວຍເຫຼືອລາວ ກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດສັດຂ້າມຊາຍແດນ

IMG_4730

ເພື່ອເປັນການເພີ່ມທະວີວຽກງານການຮ່ວມມື ລະຫວ່າງ ລາວ-ຈີນ ກ່ຽວກັບການຄວບຄຸມພະຍາດສັດຂ້າມຊາຍແດນ. ໃນວັນທີ 26 ຕຸລາ ທີ່ຜ່ານມາ. ໄດ້ມີພິທີມອບ-ຮັບ ໂຄງການຊ່ວຍເຫຼືອລາວ ກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດສັດຂ້າມຊາຍແດນ ທີບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ຫວ່າງ ຊີຮຸຍ ທີ່ປຶກສາດ້ານເສດຖະກິດ-ການຄ້າ ຂອງເອກອັກຄະລັດຖະທູດ ສປ.ຈີນ ປະຈໍາລາວ. ມີຜູ້ແທນມາຈາກຫ້ອງການ, ກົມອ້ອມຂ້າງກະຊວງ, ຜູ້ຕ່າງໜ້າບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ມອບ-ຮັບ ແນວພັນຖົ່ວດິນ ແລະ ຝຸ່ນປຸ໋ຍອິນຊີ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

IMG_4650

       ເພື່ອເປັນການຍົກລະດັບມາດຕະຖານການຜະລິດກະສິກໍາທີ່ດີ ແລະການຫັນເປັນອຸດສາຫະກໍາທີ່ທັນສະໄໝ, ນໍາໃຊ້ເຕັກໂນໂລຊີ ແລະນະວັດຕະກໍາໃໝ່ ທີ່ເໝາະສົມ ຊ່ວຍຂັບເຄື່ອນຂະບວນການຜະລິດ. ໃນວັນທີ 24 ຕຸລາ 2018 ນີ້ ໄດ້ມີພິທີມອບ-ຮັບ ແນວພັນຖົ່ວດິນ ຈໍານວນ 20 ໂຕນ ແລະຝຸ່ນປຸ໋ຍອິນຊີ ຈໍານວນ 200 ຊຸດ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງ ທຸລະຄົມ, ​ແຂວງ ວຽງຈັນ ລະຫວ່າງ ສະມາຄົມສົ່ງເສີມ ແລະພັດທະນາກະສິກໍາລາວ ກັບ ກຸ່ມຜະລິດກະສິກໍາ ຢູ່ວັດກາງ ບ້ານ ລິງຊັນ, ເມືອງ ທຸລະຄົມ, ​ແຂວງ ວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງວັນ ວິໄລເຮືອງ ການນໍາກະຊວງ ກະສິກໍາ ແລະປ່າໄມ້. ມີຮອງຫົວໜ້າຫ້ອງການກະຊວງ, ຂັ້ນກົມ,​ ພະແນກກະສິກໍາ ແລະ ປ່າໄມ້ແຂວງ-ເມືອງ, ປະທານສະມາຄົມພັດທະນາກະສິກໍາລາວ ພ້ອມດ້ວຍຊາວກະສິກອນ ກຸ່ມຜະລິດກະສິກໍາ ບ້ານ ລິງຊັນ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading

ປາຖະກະຖາ ເນື່ອງໃນວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

IMG_4754

              ເພື່ອປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ໂດຍສະເພາະແມ່ນການຄໍ້າປະກັນສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ ແລະປັບປຸງໂພຊະນາການ ຊື່ງຜ່ານມາ ເຮັດໃຫ້ວຽກງານດັ່ງກ່າວກາຍເປັນໜ້າທີ່ທົ່ວພັກທົ່ວລັດທົ່ວປວງຊົນຢ່າງແທ້ຈິງ. ໃນອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດປາຖະກະຖາ ເນື່ອງໃນວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຕໍ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຢູ່ ຫ້ອງປະຊຸມຫໍ່ສະໝຸດແຫ່ງຊາດ ຫຼັກ 6 ໃຫ້ກຽດປາຖະກະຖາໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປາ່ໄມ້. ເຂົ້າຮ່ວມມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ, ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ ແລະຮອງກົມ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງທົ່ວກະຊວງເຂົ້າຮ່ວມ. Continue reading

ສໍາມະນາ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

IMG_1071

         ເພື່ອເລັ່ງໃສ່ເປົ້າໝາຍຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຜະລິດສິນຄ້າກະສິກໍາ ທີ່ມີທ່າແຮງຕາມທິດພັດທະນາກະສິກໍາສະອາດ ປອດໄພ ແລະຍືນຍົງ ບົນພື້ນຖານການຫັນເປັນອຸສາຫະກໍາທັນສະໄໝ ຕິດພັນກັບການພັັດທະນາຊົນນະບົດ ແລະພັດທະນາປ່າໄມ້ ເພື່ອເປັນແຫຼ່ງສະໜອງວັດຖຸດິບທີ່ບໍ່ບົກແຫ້ງ ແລະປະກອບສ່ວນສ້າງພື້ນຖານເສດຖະກິດແຫ່ງຊາດ. ໃນຕອນບ່າຍວັນທີ 16 ຕຸລາ 2018 ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີສໍາມະນາ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ ໃຫ້ກຽດເປັນປະທ່ານຮ່ວມໂດຍ ທ່ານ ປອ ບຸນທອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ, ທ່ານ ນາງ ອາລິຊັນ ໂຮບ ມໍຣ ຜູ້ຕາງໜ້າຈາກ ອົງການອາຫານ ແລະ ການກະເສດ ປະຈໍາ ພາກພື້ນ ອາຊີ-ປາຊີຟິກ, ທ່ານ ນ.ມາກາເຣັດ ຈອນ ວິນລຽມ ຕາງໜ້າອົງການສະຫະປະຊາຊາດ ປະຈໍາລາວ. ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະນັກຮຽນນັກສຶກສາເຂົ້າຮ່ວມ. Continue reading

ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານກະສິກໍາປະຈໍາປີ ເພື່ອບັນລຸເປົ້າໝາຍຮ່ວມກັນ

IMG_4193

           ເພື່ອບັນລຸເປົ້າໝາຍໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ພ້ອມທັງເປັນການປຶກສາຫາລື ຜົນກະທົບທາງໄພທໍາມະຊາດໃນ 18 ແຂວງທົ່ວປະເທດ. ໃນຕອນເຊົ້າວັນທີ 2 ຕຸລາ 2018 ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານກະສິກໍາປະຈໍາປີ ຂື້ນຢູ່ສະໂມສອນກະຊວງ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຄາລີນາ ອີມໂມເນນ ຕາງໜ້າອົງການສະຫະປະຊາຊາດ, ທ່ານ ນ. ຟຣໍາເລນສ ຊ່ອງບາລັງ-ລິດສເລ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ. ມີຫົວໜ້າກົມ-ຮອງກົມ, ບັນດາຜູ້ຕາງໜ້າຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການພົບປະຂອງທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ແລະ ທ່ານທູດກິດຕິມະສັກ ຂອງປະເທດເກົາຫຼີ

IMG_0040

      ໃນອາທິດຜ່ານມາ, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບການພົບປະຂອງ ທ່ານ ນ.ຟຣໍເລນ ຢີນບຼັນ ຣິສເລີ ເອກອັກຄະລັດຖະທູດຝຣັ່ງ ຄົນໃໝ່ ປະຈໍາລາວ. ພ້ອມນີ້, ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading

ພິທີມອບ-ຮັບ ຈັກສູບນໍ້າ ພ້ອມດ້ວຍອຸປະກອນອາໄຫຼ່

IMG_0075 IMG_0094

      ເພື່ອສືບຕໍ່ວຽກງານການຮ່ວມມື ລະຫວ່າງ ສປປ. ລາວ ກັບ ສ.ອິນເດຍ ໃຫ້ມີຄວາມແໜ້ນແຟນຍິ່ງຂຶ້ນໃນຕໍ່ໜ້າ ໂດຍສະເພາະກັບບໍລິສັດ ກິໂລສະກາບຼາເທີ ຈໍາກັດ ຂອງປະທດອິນເດຍ ທີ່ໄດ້ຮ່ວມມືກັນມາຍາວນານ. ໃນຕອນບ່າຍວັນທີ 27 ກັນຍາ 2018 ນີ້ ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ໄດ້ມີພິທີມອບ-ຮັບ ຈັກສູບນໍ້າໄຟຟ້າ ພ້ອມດ້ວຍອຸປະກອນອາໄຫຼ່ ລະຫວ່າງ ບໍລິສັດກິໂລສະກາບຼາເທີ ຈໍາກັດ ແລະ ກົມຊົນລະປະທານ, ກະຊວງກະສິກໍາ ແລະປ່າໄມ້. ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຣາວີ ຊັນກ້າ ອິໂສລາ ເອກອັກຄະລັດຖະທູດ ສ.ອິນເດຍ ປະຈໍາລາວ. ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຕາງໜ້າບໍລິສັດກິໂລສະກາບຼາເທີ ຈໍາກັດ ເຂົ້າຮ່ວມ. Continue reading

ງານໂຮມຊຸມນຸມ ວັນວໍ້ໂລກ ປະຈໍາປີ 2018

IMG_0104 IMG_0120

         ພະຍາດວໍ້ ເປັນພະຍາດສັດ ທີ່ຕິດຕໍ່ຈາກສັດສູ່ຄົນໄດ້ ຊື່ງສາມາດຕິດແປດໃສ່ສັດລ້ຽງລູກດ້ວຍນົມ ລວມທັງຄົນເຮົາ. ພະຍາດນີ້ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ສາມາດປ້ອງກັນດ້ວຍການສັກຢາ. ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະຄວາມສ່ຽງດັ່ງກ່າວ ໃນວັນທີ 28 ກັນຍາ 2018 ນີ້, ກົມລ້ຽງສັດ ແລະການປະມົງ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດງານໂຮມຊຸມນຸມ ວັນວໍ້ໂລກ ປະຈໍາປີ 2018 ຂຶ້ນຢູ່ທີ່ ເດີ່ນສວນອານຸສາວະລີ ເຈົ້າຟ້າງຸ່ມ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພັນ ຈັນເພັງໄຊ ຫົວໜ້າກົມລ້ຽງສັດ ແລະການປະມົງ, ທ່ານ ສີສະຫວາດ ສັດທານິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຜູ້ຕາງໜ້າອົງການອານາໄມໂລກ, ອົງການອາຫານ ແລະການກະເສດ. ພ້ອມນີ້ມີບັນດາເຈົ້າເມືອງ, ພ້ອມດ້ວຍນ້ອງນັກສຶກສາ ຈາກຄະນະກະເສດສາດວິທະຍາເຂດນາບົງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມໄຫວ້ອາໄລຕໍ່ການເສຍຊີວິດຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ

 

IMG_4078 IMG_4070 IMG_4080

             ໃນຕອນເຊົ້າວັນທີ 26 ກັນຍາ 2018 ຜ່ານມາ, ຄະນະພັກ, ຄະນະນໍາ ກະຊວງກະສິກໍາ ແລະ ປ່າໄມ້ ນໍາໂດຍ ສະຫາຍ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ,​ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຂົ້າຮ່ວມສະແດງໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ອະດີດ ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ການໄຫວ້ອາໄລໃນຄັ້ງນີ້ ເພື່ອສະແດງເຖິງຄວາມເປັນມິດ ສະຫາຍທີ່ໃກ້ຊິດກັນ ແລະ ສະໜິດສະໜົມທີ່ສຸດ ຂອງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ລວມທັງສະແດງເຖິງຄວາມອາໄລຢ່າງສຸດຊຶ້ງ ຕໍ່ປະຊາຊົນ ຫວຽດນາມ ທີ່ສູນເສຍບຸກຄົນສຳຄັນຂອງຊາດ ໃນຄັ້ງນີ້ນໍາອີກ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ກອງປະຊຸມຄັ້ງປະຖົມມະເລິກ ຂອງຄະນະຊີ້ນໍາໂຄງການປູກຈິດສໍານຶກ ດ້ານກະສິກໍາໂພຊະນາການ

IMG_0045   IMG_0051

                  ໃນອາທິດຜ່ານມາ, ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກຂອງຄະນະຊີ້ນໍາໂຄງການປູກຈິດສໍານຶກດ້ານກະສິກໍາໂພຊະນາການ ຢູ່ທີ່ໂຮງແຮມ ຄຼາວພຼາຊາ,​ ນະຄອນຫຼວງວຽງຈັນຂຶ້ນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແນະນໍາ ສະພາບລວມຂອງໂຄງການ ໃນການກະກຽມການຈັດຕັ້ງປະຕິບັດໂຄງການໃນເບື້ອງຕົ້ນ, ພ້ອມທັງປຶກສາຫາລື ຮ່ວມກັນລະຫວ່າງຜູ້ໃຫ້ທຶນ ແລະ ບັນດາຄະນະຊີ້ນໍາແຕ່ລະຂັ້ນ ເພື່ອຄວາມເປັນເອກະພາບຕໍ່ກອບແນວຄວາມຄິດ ຂອງໂຄງການກໍ່ຄືວິທີການທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ