Khemmalay SONDAVANH

ພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ

 

IMG_32555 IMG_32499

         ເພື່ອສືບຕໍ່ຈັດຕັ້ງປະຕິບັດການບໍາລຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງຜູ້ຮັບຜິດຊອບວຽກງານນິຕິກໍາໃນກະຊວງກະສິກໍາ ແລະ ປ່າໄມ້. ໃນວັນທີ 27 ພະຈິກ 2018 ກົມນະໂຍບາຍ ແລະນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາ ຂອງຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີນັກວິທະຍາກອນຈາກ ກະຊວງຍຸຕິທໍາ ພ້ອມດ້ວຍນັກສຳມະນາກອນ ອ້ອມຂ້າງກະຊວງເຂົ້າຮ່ວມ 50 ກວ່າທ່ານ. Continue reading

ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບ ຄະນະຜູ້ແທນ ຈາກ ສປ.ຈີນ

IMG_59811

          ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນວຽກງານການຮ່ວມມື ລາວ-ຈີນ ໃຫ້ນັບມື້ນັບກວ້າງຂວາງກວ່າເກົ່າ ໃນທ້າຍອາທິດຜ່ານມາ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຖາງ ເຫວີຍຜິງ ຮອງຫົວໜ້າສູນສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ ສປ ຈີນ. ພ້ອມນີ້ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading

ກອງປະຊຸມນະໂຍບາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA)

IMG_32688

        ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮ່ວມກັບ ສະຖານທູດ ສ. ​ເກົາຫຼີ ​ແລະ ອົງການ​ກ໋ອຍກາ ປະຈຳ ສ​ປປ ລາວ ​ໄດ້​ຈັດ​ກອງ​ປະຊຸມ​ນະ​ໂຍບາຍ​ການ​ຊ່ວຍ​ເຫຼືອທາງ​ການ​ ​ເພື່ອ​ການ​ພັດທະນາ (ODA) ລະຫວ່າງ ສປປ ລາວ ​ແລະ ສ. ​ເກົາຫຼີ ຄັ້ງທີ 2 ຂຶ້ນ, ​ໃນ​ວັນ​ທີ 29 ພະຈິກ 2018 ທີ່​ຫ້​ອງປະຊຸມ​ກກະຊວງ​ແຜນການ ​ແລະ ການ​ລົງທຶນ. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ປອ ກິ​ແກ້ວ ຈັນທະ​ບູຣີ ຮອງລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ; ທ່ານ ປອ ຊັງ ຮຸນ ຫົວໜ້າກົມ​ພັດທະນາ​ການ​ເງິນ, ກະຊວງ​ເສດຖະກິດ ​ແລະ ການ​ເງິນ ສ. ​ເກົາຫຼີ; ​ເຊິ່ງມີ​ກະຊວງ​ທີ່​ກ່ຽວຂ້ອງ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມທັງໝົດ 45 ທ່ານ.hermes fake watches kit replica ferrari Continue reading

ພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ

IMG_32555  IMG_3249

        ເພື່ອສືບຕໍ່ຈັດຕັ້ງປະຕິບັດການບໍາລຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງຜູ້ຮັບຜິດຊອບວຽກງານນິຕິກໍາໃນກະຊວງກະສິກໍາ ແລະ ປ່າໄມ້. ໃນວັນທີ 27 ພະຈິກ 2018 ກົມນະໂຍບາຍ ແລະນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາ ຂອງຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີນັກວິທະຍາກອນຈາກ ກະຊວງຍຸຕິທໍາ ພ້ອມດ້ວຍນັກສຳມະນາກອນ ອ້ອມຂ້າງກະຊວງເຂົ້າຮ່ວມ 50 ກວ່າທ່ານ. Continue reading

ພິທີວາງສີລາລຶກໂຄງການຮ່ວມມືການຄົ້ນຄວ້າ ແລະ ຜະລິດດ້ານກະສິກຳ ລາວ-ຈີນ

IMG_3057

         ​​ໃນ​ວັນ​ທີ 25 ພະຈິກ 2018 ສູນ​ຄົ້ນຄວ້າ​ເຂົ້ານາ​ພອກ, ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ-ປ່າ​ໄມ້ ​ແລະພັດທະນາ​ຊົນນະບົດຮ່ວມກັບສະ​ຖາ​ບັນ​ວິທະຍາສາດ​ກະສິກຳ​ແຂວງຫູໜານ ​ແລະບໍລິສັດ​ຊວນ​ເຢ ​ໄດ້​ຈັດພິທີ​ວາງ​ສີ​ລາ​ລຶກ​ໂຄງການ​ຮ່ວມມື​ຄົ້ນຄວ້າ ​ແລະຜະລິດ​ດ້ານ​ກະສິກຳລາວ-ຈີນ​​ຂຶ້ນທີ່​ສູນ​ຄົ້ນຄວ້າ​ເຂົ້ານາ​ພອກ. ​ໃຫ້​ກຽດ​​ເຂົ້າຮ່ວມ​ໂດຍ​ທ່ານປອລຽນທີ​ແກ້ວກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະປ່າ​ໄມ້; ທ່ານຕູ້​ເຈຍ​ຫາວກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງຫູໜານ; ທ່ານ ​ເຈ່ຍ​ຈ້າຍ​ຕຸ່ງ ​ເອກ​ອັກຄະ​ລັດຖະທູດສປຈີນປະຈຳສ​ປປລາວ; ທ່ານຮອງລັດຖະມົນຕີ, ທ່ານ​ຫົວໜ້າ-ຮອງຫົວໜ້າຫ້ອງ ການ, ກົມ, ສະ​ຖາ​ບັນ; ຜູ້​ແທນ​ຝ່າຍ​ຈີນ ​ແລະຝ່າຍ​ລາວ​ເຂົ້າຮ່ວມຢ່າງ​ພ້ອມພຽງ. Continue reading

ພິທີມອບ-ຮັບແນວພັນເຂົ້າ ຊ່ວຍເຫຼືອຊາວນາ

IMG_2883  IMG_2885

          ເພື່ອສົ່ງເສີມໃຫ້ຊາວກະສິກອນ ສາມາດຜະລິດໄດ້ຕາມທ້າແຮງທີ່ມີຢູ່ ແລະໄດ້ຜະລິດກະສິກໍາ ໃຫ້ທັນຕາມລະດູການ. ໃນອາທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບ ເມັດພັນເຂົ້າລຸ້ນ 3 (TDK 8) ຈໍານວນ 6 ໂຕນ, ມູນຄ່າ 33 ລ້ານກີບ ໃຫ້ກຸ່ມຊາວນາ ບ້ານ ໂນນຊາຍ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ເພື່ອຟື້ນຟູຫຼັງນໍ້າຖ້ວມ. ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮື່ອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີການນໍາຂັ້ນເມືອງ, ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ. Continue reading

ພິທີເປີດນໍາໃຊ້ໂຄງການຊົນລະປະທານ ເພື່ອຮັບໃຊ້ ການຜະລິດລະດູແລ້ງ ສົກປີ 2018-2019

IMG_5107 IMG_5122

       ເພື່ອສ້າງຂະບວນການຜະລິດກະສິກໍາ ກໍຄື ຂະບວນການຕົກກ້າເຂົ້ານາແຊງ ຂອງຊາວກະສິກອນ ສົກປີ 2018-2019 ໃຫ້ເປັນຂະບວນຟົດຟື້ນ ແລະ ທວງທັນກັບລະດູການຜະລິດຖືກຕ້ອງຕາມຫຼັກວິຊາການ ຕິດພັນກັບການປະຕິບັດນະໂຍບາຍ ຫັນເປັນອຸດສາຫະກໍາ ແລະທັນສະໄໝ ຫຼຸດຜ່ອນແຮງງານຄົນ 10% ຕໍ່ປີ ເປັນຕົ້ນ: ການກຽມດິນ, ການປັກດໍາ, ການເກັບກ່ຽວ ແລະການປັ່ນເຂົ້າ ໂດຍນໍາໃຊ້ກົນຈັກທີ່ທັນສະໄໝ ແລະມີປະສິດທິພາບທີ່ຖືກຕ້ອງຕາມເຕັກນິກວິຊາການ ເພື່ອທົດແທນແຮງງານຄົນ ໃຫ້ນັບມືນັບຫຼາຍຂຶ້ນ ແລະກາຍເປັນສິນຄ້າເທື່ອລະກ້າວ. ໃນວັນທີ 21 ພະຈິກ 2018 ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບເມືອງ ໄຊທານີ ໄດ້ຈັດພິທີເປີດນໍາໃຊ້ໂຄງການຊົນລະປະທານ ດົງຄວາຍ 1 ເພື່ອຮັບໃຊ້ ການຜະລິດລະດູແລ້ງ ສົກປີ 2018-2019 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານ ສະພາ ເຂດ 1 ນະຄອນຫຼວງວຽງຈັນ, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີການນໍາກະຊວງກະສິກໍາ ແລະປ່າໄມ້, ຂະແໜງການອ້ອມຂ້າງກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ການນໍາກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມວຽກງານກອງທຶນ ຢູ່ແຂວງຫົວພັນ

IMG_2

        ໃນວັນນທີ12​ ພະຈິກ 2018 ທ່ານ ປອ ພວງປາຣີສັກປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ໄດ້ລົງຊຸກຍູ້​ ແລະຕິດຕາມວຽກງານກອງທຶນພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານບວມຝາດເມືອງຮຽມແຂວງຫົວພັນ. ເຂົ້າຮ່ວມມີທ່ານເພີດມາປັນຍາຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມແຂວງຫົວພັນ, ມີຜູ້ແທນຈາກສູນກາງ, ແຂວງແລະເມືອງພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. Continue reading

ກອງປະຊຸມສະຫຼຸບ 09 ເດືອນ ແລະ ຜ່ານແຜນການ ປີ 2019

IMG_1

         ໂຄງການ​ກະສິກຳ​ເພື່ອ​ໂພຊະ​ນາ​ການ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 09 ​ເດືອນ ​ແລະ ຜ່ານ​ແຜນ​ປີ 2019 ຂຶ້ນ ​ໃນ​ວັນ​ທີ 08 ພະຈິກ 2018 ທີ່​ຫ້ອງ​ປະຊຸມ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ ບໍລິ​ຄຳ​ໄຊ. ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສະຫວັນ​ ຫານ​ພົມ ຮອງຫົວໜ້າກົມ​ແຜນການ ​ແລະ ການ​ເງິນ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ຜູ້​ປະສານ​ງານ​ຂັ້ນສູນ​ກາງ, ​ແຂວງ, ​ເມືອງ, ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸງ​ແຕ່ງ​ກະສິກຳ, ສະ​ຖາ​ບັນ​ຄົນຄວ້າ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ, ອົງການ​ອາຫານ​ໂລກ ​ແລະ ອົງການ​ອາຫານ ​ແລະ ການ​ກະ​ເສດ. Continue reading

ພິທີເປີດປ້າຍວັງສະຫງວນອ່າງນ້ຳຊວງ

IMG_1785

          ໃນວັນທີ 31 ຕຸລາ 2018 ນີ້ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເປີດປ້າຍວັງສະຫງວນອ່າງນ້ຳຊວງຂຶ້ນ ທີ່ບ້ານ ແຈ້ງສະຫວ່າງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຊາພັກດີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ,ທ່ານ ອາກິໂຕະ ຊາໂຕະ ຮອງອົງການ ​ເຊັບ​ເດຼັກ (SEAFDEC), ທ່ານ ຕາກູໂຣະ ຊີບູໂນະ ຮອງອົງການປະມົງນ້ຳຈືດ, ພ້ອມດ້ວຍອຳນາດການປົກຄອງບ້ານ, ປະຊາຊົນບ້ານແຈ້ງສະຫວ່າງ, ທະ ຫານ, ຕຳຫຼວດ ​ແລະປະຊາຊົນ 15 ບ້ານອ້ອມຂ້າງເຂົ້າຮ່ວມ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ