Khemmalay SONDAVANH

ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ

 

IMG_7605 - Copy

     ເພື່ອສືບຕໍ່ສາຍພົວພັນວຽກງານການຮ່ວມມືໃຫ້ນັບມື້ນັບກວ້າງຂວາງ. ໃນຕອນເຊົ້າວັນທີ 25 ກຸມພາ 2019 ຢູ່ຫ້ອງຮັບແຂກຫ້ອງການກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນ. ຟລໍຮັອງ ຊັອງບັອງ-ຣີກແລກ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາລາວ. ພ້ອມນີ້ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

Continue reading

ພິທີມອບ-ຮັບເງິນສົມທົບທຶນປູກສ້າງສ້ອມແປງເຮືອນ

IMG_7373

     ໃນວັນທີ 18 ກຸມພາ 2019 ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເງິນສົມທົບທຶນປຸກສ້າງສ້ອມແປງເຮືອນ ໃຫ້ແກ່ພະນັກງານປະຕິວັດອາວຸໂສບໍານານ ປະຈໍາປີ 2018 ຢູ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີຫົວໜ້າກົມ, ຮອງກົມ, ຫ້ອງການກະຊວງ, ພະນັກງານອາວຸໂສບໍານານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ

IMG_7752

       ໃນຕອນບ່າຍວັນທີ 25 ກຸມພາ 2019 ຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້, ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ XVI ແລະຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນຊຸດທີ XII ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້ ຂຶ້ນ ໃຫ້ກຽດເປັນປະທານໂດຍ ສະຫາຍ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເປັນກຽດເຂົ້າຮ່ວມໂດຍສະຫາຍ ປອ. ນ. ໄກສອນ ຈັນສີດາ ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ພ້ອມດ້ວຍແຂກຖືກເຊີນ ແລະນັກສໍາມະນາກອນເຂົ້າຮ່ວມ. Continue reading

ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ

IMG_8687

      ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ  ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ກອງປະຊຸມສຳມະນາລະດັບຊາດ ການພັດທະນາຊົນນະບົດແບບມີສ່ວນຮ່ວມຢູ່ ສປປ ລາວ

IMG_869555

         ອົງການກອຍກາ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສຳມະນາລະດັບຊາດ ການພັດທະນາຊົນນະບົດແບບມີສ່ວນຮ່ວມຂຶ້ນ ໃນວັນທີ 15-17 ພຶດສະພາ 2019 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກປ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກປ, ທ່ານ ນາງ ລີທີຢຸນ ປະທານອົງການກອຍກາ ແຫ່ງ ສ.ເກົາຫຼີ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນ, ຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະແນກ ກປ ແຂວງ, ນະຄອນຫຼວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. Continue reading

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການສ້າງລະບົບການເກັບກຳຂໍ້ມູນຟາມລ້ຽງສັດ ໂດຍຜ່ານທາງໂທລະສັບມືຖື

    IMG_86477    IMG_86422

     ເພື່ອສາມາດຄຸ້ມຄອງ, ວາງແຜນພັດທະນາ ແລະ ຄວບຄຸມການລະບາດຂອງພະຍາດຢູ່ໃນຟາມລ້ຽງສັດ ໂດຍຜ່ານລະບົບແອັບພລີເຄຊັນທາງໂທລະສັບມືຖື ເຊິ່ງເປັນການລາຍງານທີ່ແນ່ນອນ ແລະ ລາຍງານຈາກຟາມໂດຍກົງ ໄດ້ທຸກເວລາທີ່ຕ້ອງການ ແລະ ຂໍ້ມູນທີ່ໄດ້ຈາກລະບົບນີ້ມີຄວາມ ປອດໄພສູງ ທັງໃນດ້ານການປ້ອງກັນການລັກລອບຂໍ້ມູນ ແລະ ການປ່ຽນແປງຂໍ້ມູນ. ຈຸດປະສົງກໍ່ເພື່ອໃຫ້ມິຂໍ້ມູນສະຖິຕິຝູງສັດ ຈາກການລ້ຽງແບບເປັນຟາມມີຄວາມຖືກຕ້ອງ, ວ່ອງໄວ ແລະ ຊັດເຈນ ເພື່ອສະໜອງໃນການວາງແຜນພັດທະ ນາ ແນໃສ່ເຮັດໃຫ້ບັນລຸໄດ້ການຜະລິດຊີ້ນ ຮັບປະກັນດ້ານສະບຽງອາຫານ, ຜະລິດເປັນສິນຄ້າມີຄວາມປອດໄພ ເຊິ່ງກິດຈະກຳ ຫຼື ໂຄງການດັ່ງກ່າວ ຈະມີໄລຍະເວລາ 5 ປີ. ໃນປີທຳອິດຈະເລີ່ມທົດລອງກັບຟາມລ້ຽງໝູ ແລ້ວຈຶ່ງກ້າວໄປຟາມລ້ຽງສັດປະ ເພດອື່ນໆ ໃນ ສປປ ລາວ.

Continue reading

ພິທີເປີດ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ

IMG_0379  IMG_0397

      ​​ໂດຍ​ເຫັນ​ໄດ້​ຄວາມໝາຍຄວາມ​ສຳຄັນ​ຂອງ​ປ່າ​ໄມ້ ​ແລະຊັບພະຍາກອນ​ປ່າ​ໄມ້ຕໍ່ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມກໍ່ຄື​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ແກ້​ໄຂຄວາມທຸກ​ຍາກຂອງ​ປະຊາຊົນ​ບັນດາ​ເຜົ່າ ລັດຖະບານ​ຈຶ່ງ​ໄດ້​ປະກາດ​ສ້າງຕັ້ງ ປ່າ​ສະຫງວນ​ແຫ່ງ​ຊາດ​ຂຶ້ນ​ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 164/ນຍ, ລົງ​ວັນ​ທີ 29 ຕຸລາ 1993, ຈຳນວນ 18 ​ແຫ່ງ ໜຶ່ງ​ໃນ​ນັ້ນ​ແມ່ນ​ປ່າ​ສະຫງວນ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​ເຊິ່ງມີ​ເນື້ອທີ່​ທັງໝົດ 353.200 ​ເຮັກຕາ. ຈຸດປະສົງ​ແມ່ນ​ເພື່ອ​ຄຸ້ມ​ຄອງ, ປົກ​ປັກຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ປ່າ​ໄມ້ ​ແລະ ທີ່​ດິນ​ປ່າ​ໄມ້ ​ໂດຍ​ສະ​ເພາະ​ແມ່ນ​ປ່າ​ໄມ້, ສັດ​ນ້ຳ-ສັດປ່າ ​ແລະ ຊີວະ​ນາໆພັນ ທີ່​ເປັນ​ຊັບພະຍາກອນ​ທີ່​ສຳຄັນ​ຂອງ​ຊາດ ​ໃຫ້​ມີ​ຄວາມ​ສົມບູນ ​ແລະ ຍືນ​ຍົງ​ຕະຫຼອດ​ໄປ. Continue reading

ກອງປະຊຸມປະຈຳປີ ຄັ້ງທີ 42 ຂອງ ສະພາຜູ້ວ່າການກອງທຶນສາກົນເພື່ອການພັດທະນາກະສິກຳ

 WhatsApp Image 2019-02-20 at 16.49.20 WhatsApp Image 2019-02-18 at 15.32.40(2)

         ໃນລະຫວ່າງວັນທີ12-16/02/2019: ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ42ຂອງ​​​​ ສະ​ພາຜູ້ວ່າການກອງ​ທຶນ​ສາ​ກົນ​ເພື່ອ​ການ​ພັດທະນາກະສິກຳ(Theforty-second session of the Governing Council of the IFAD), ຊຶ່ງໄດ້ຈັດຂຶ້ນ​ຢູ່ທີ່ໂຣມ ປະ​ເທດອີຕາລີ ພາຍໃຕ້ຫົວຂໍ້:ການປະກອບອາຊີບແບບທຸລະກິດຂະໜາດນ້ອຍ ແລະ ບົດຮຽນໄໝ່ທີ່ດີເດັ່ນໃນການປະກອບສ່ວນພັດທະນາຊົນນະບົດຢ່າງ ຮອບດ້ານ (Rural Innovation and Entrepreneurship), ຊຶ່ງຕິດພັນໂດຍກົງຕໍ່ການສະໜັບສະໜູນຄອບຄົວຊາວກະສິກອນ, ບົດບາດຍິງ-ຊາຍ, ການຜະລິດກະສິກຳເພື່ອຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ເພື່ອແກ້ໄຂບັນຫາໂພຊະນະການແບບເປັນລະບົບ ໂດຍການມີສ່ວນຮ່ວມຂອງພາກລັດ, ພາກເອກະຊົນ-ຜູ້ປະກອບການ ແລະ ປະຊາຊົນກຸ່ມເປົ້າໝາຍ, ການນຳໃຊ້ເຕັກໂນໂລຊີໄໝ່ໆ, ການນຳໃຊ້ບົດຮຽນໄໝ່ທີ່ດີເດັ່ນ ແລະ ການມີສ່ວນຮ່ວມຂອງພາກຜູ້ປະກອບການໃນການຊຸກຍູ້ສົ່ງເສີມແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆໃນການພັດທະນະກະສິກຳໃນຕໍ່ໜ້າ ເພືື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ, ລວມທັງການສະຫຼຸບຄືນບັນດາວຽກງານທີ່ສຳຄັນແລະ ພິຈາລະນາຮັບຮອງເອົາບົດສະຫຼຸບຖານະການເງິນຂອງ IFAD, ​ໂດຍ​ສະ​ເພາະແມ່ນບົດສະ​ຫຼຸບ​​ການ​ນຳ​ໃຊ້ງົບ​ປະມານ​ ປີ 2018, ​ແຜນງານ-ແຜນງົບປະມານປີ 2019, ການຕິດຕາມການຄ່ຽນເງິນຮອບໄໝ່ ແລະ ການຮັບຮອງເອົາບັນດານະໂຍບາຍຕ່າງໆ, ໃນນີ້ຕິດພັນກັບ ສປປລາວ ແມ່ນການຮັບຮອງເອົາຍຸດທະສາດການຮ່ວມມື (Country Strategic Opportunity Programme – COSOP)ໄລຍະປີ 2019-2024 ແລະ ການສະໜອງທຶນເພີ່ມໄລຍະປີ 2019-2021 ສໍາລັບ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າ ສຳລັບຊາວກະສິກອນຂະ    ໜາດໜ້ອຍ (PICSA)ທີ່ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ຄຸ້ມຄອງໃນການຈັດຕັ້ງປະຕິບັດ ແລະ ພ້ອມດຽວກັນນີ້, ຄະນະຜູ້ແທນ ສປປລາວ ກໍ່​ໄດ້​ພົບປະສອງຝ່າຍ ກັບ ທ່ານ ນາງ Cornelia Richter, ຮອງປະທານກອງທຶນສາກົນເພື່ອການພັດທະນາກະສິກຳ (Vice President of International Fund for Agriculture) ແລະ ຄະນະນໍາຂອງ IFAD ເພື່ອປຶກສາຫາລື ກ່ຽວກັບ ການປັບປຸງກົນໄກການປະສານງານ, ການ​ຄຸ້ມຄອງ-ບໍລິຫານການ​ເງິນຂອງບັນດາໂຄງການທີ່ສປປລາວ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກIFAD ໃຫ້ມີຄວາມຄ່ອງຕົວສູງກວ່າເກົ່າ ແລະ ໃຫ້ຮັບປະກັນດ້ານປະສິດທິພາບ-ປະສິດທິຜົນສູງໃນຕໍ່ໜ້າ, ລວມທັງທິດທາງແຜນການຮ່ວມມືໃນຕໍ່ໜ້າ.

             WhatsApp Image 2019-02-18 at 15.32.41  WhatsApp Image 2019-02-18 at 15.32.41(1)

             ນອກຈາກນັ້ນ, ຄະນະຜູ້ແທນ ສປປລາວ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ Mr. Daniel Gustafson, ຮອງເອກອະທິບໍດີອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ເພື່ອປຶກສາຫາລື ກ່ຽວກັບໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຈຸດສຸມຮ່ວມມືໃນຕໍ່ໜ້າ, ຄະນະຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານຮອງເອກອະທິບໍດີ ອົງການ FAOທີ່ ອົງການ FAO ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການໃນການລຶບລ້າງຄວາມທຸກຍາກ, ການຄ້ຳປະກັນສະບຽງອາຫານ, ວຽກງານກະສິກຳເພື່ອໂພຊະນາການ, ການພັດທະນາວຽກງານຂະແໜງກາເຟລາວ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມ ແລະ ກຳຈັດຕັກແຕນຝູງໄມ້ປ່ອງ, ການຄົ້ນຄວ້າສ້າງນະໂຍບາຍ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ (Census), ຊຶ່ງເຫັນວ່າ ໄດ້ຮັບຜົນສຳເລັດສູງ ແລະ FAO ຍັງໄດ້ເຮັດໜ້າທີ່ເປັນປະທານຮ່ວມໃນຂະບວນການໂຕະມົນ ຂອງ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ເພື່ອລະດົມຂົນຂວາຍແຫຼ່ງທຶນຈາກສາກົນເຂົ້າມາພັດທະນາ ສປປລາວ. ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີ ໃຫ້ ອົງການອາຫານ ແລະ ການກະເສດ ສືບຕໍ່ສະໜັບສະໜູນດ້ານງົບປະມານ ແລະ ດ້ານວິຊາການ ເພື່ອຜັນຂະຫຍາຍນະໂຍບາຍ 13+8 ຂອງ ໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດກະສິກຳເປັນສິນຄ້າ ອອກມາເປັນແຜນການ ແລະ ໂຄງການອັນລະອຽດ ເພື່ອປະສົມປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ,ການພັດທະນາການຜະລິດກະສິກຳແບບສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມທີ່ຍືນຍົງ, ການຄຸ້ມຄອງນໍາໃຊ້ຊີວະນາໆພັນ, ການປາບ ແລະ ກຳຈັດຕັກແຕນຝູງໄມ້ປ່ອງ ທີ່ຍັງລະບາດ ຢູ່ເຂດພາກເໜືອຂອງລາວ, ການສະໜັບສະໜູນການສຳຫຼວດສະຖິຕິກະສິກຳ ທົ່ວປະເທດ ໃນປີ 2019-2020 ໂດຍສະເພາະ ການຊ່ວຍລະດົມຂົນຂວາຍທຶນຮອນໃນການກະກຽມປະຕິບັດວຽກ ແລະ ການລົງສຳຫຼວດຕົວຈິງ. ທັງໝົດ​ເຫຼ່ານີ້​ເພຶ້ອພັດທະນາ​ຂະ​ແໜງກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ທັນ​ສະ​ໄໝ, ປະຊາຊົນ​ລາວ​ບັນດາ​​ເຜົ່າ​ມີ​ອາຊີບ​ທີ່ໝັ້ນຄົງ, ມີ​ລາຍຮັບ ​ແລະ ຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

                                                                             ​ໂດຍ​: ພະ​​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

5 ບ້ານ ຂອງເມືອງບົວລະພາ ແຂວງຄຳມ່ວນ ຮັບຮອງເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້

48407912_605467796538955_5807989012006174720_n55 48423722_2425221504157950_5716917786727415808_n77

           ເພື່ອພັດທະນາວຽກງານກະສິກຳ ແລະ ປ່າໄມ້ ໃຫ້ມີຜົນສຳເລັດຕາມແນວທາງ ແລະ ນະໂຍບາຍຂອງພັກ-ລັດ ກໍ່ຄື ການປະຕິບັດ ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຂອງກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ໃນວັນທີ 20 ທັນວາ 2018 ທີ່ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ມີພິທີປະກາດຮັບຮອງບ້ານແບບຢ່າງທາງດ້ານກະສິກຳ ແລະ ປ່າໄມ້ ພັດທະນາຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ອຸໃດ ສຸດາພອນ ເຈົ້າແຂວງຄຳມ່ວນ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ , ທ່ານ ເຈົ້າເມືອງບົວລະພາ, ບັນດາຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ມີບັນດາຫົວໜ້າພະແນກການອອ້ມຂ້າງແຂວງ, ພ້ອມດ້ວຍພະນັກງານທີ່ກຽ້ວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພອ້ມພຽງ. ຈຸດປະສົງເພື່ອປະກາດບ້ານແບບຢ່າງທາງດ້ານກະ ສິກຳ ແລະ ປ່າໄມ້ ພັດທະນາ ເຊິ່ງໃນການປະກາດຄັ້ງນີ້ ມີ 5 ບ້ານ ຄື: ບ້ານ ນາເປງ, ບ້ານນາພະນັງ, ບ້ານ ຕະຫຼອງ, ບ້ານທົ່ງຂາມ ແລະ ບ້ານຫຼັງຄັງ ຂອງເມືອງບົວລະພາ ແຂວງຄຳມ່ວນ. Continue reading

ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

IMG_36055 IMG_36011

           ເພື່ອເປັນການຂໍ່ານັບຮັບຕ້ອນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/01/1949-20/01/2019) ຢ່າງເປັນຂະບວນຟົດຟື້ນ. ໃນທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ສະໂມສອນກະຊວງ. ໃຫ້ກຽດປາຖະກະຖາໃນຄັ້ງນີ້ໂດຍ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມກໍ່ສ້າງຮາກຖານການເມືອງກອງທັບ, ກະຊວງປ້ອງກັນປະເທດ. ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການກະຊວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ