Khemmalay SONDAVANH

ສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ປະຈຳປີ 2021.

ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຄວາ​ມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ ​ໄດ້​ກາຍເປັນ​ບັນຫາ​ໃຫຍ່​ຂອງໂລກ ​ມາ​ເປັນ​ເວລາ​ຫຼາຍ​ສັດຕະວັດ​ແລ້ວ. ສະ​ນັ້ນ, ​ອົງການ​ອາຫານ ​ແລະ ການ​ກະ​ເສດ ຂອງ​ສະຫະ​ປະຊາ​ຊາດ ​ຈຶ່ງໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກ​ປີ ​ເປັນ​ວັນ​ອາຫານ​ໂລກ ເຊິ່ງ​ເລີ່​ມ​ແຕ່ ປີ 1980 ເປັນ​ຕົ້ນ​ມາ ທີ່​ຄົບ​ຮອບ 41 ປີ. ຫຼັງ​ຈາກນັ້ນ, ສະຫະ​ປະຊາ​ຊາດ ​ກໍ່ໄດ້​ກຳນົດ​ເອົາວັນ​ທີ 17 ຕຸລາ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່​ມ​ແຕ່ ປີ 1992​ ເປັນ​ຕົ້ນ​ມາ, ມາ​ຮອດ​ ປີ 2003 ລັດຖະບານ ​ແຫ່ງ​ ສປປ ລາວ ກໍ​ໄດ້​ກຳນົດ​ເອົາ ວັນ​ທີ 17-24 ຕຸລາ ​ເປັນ​ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.

ປະ​ຈຸ​ບັນ ສ​ປ​ປ ລາວ ພົບ​ກັບ​ບັນ​ຫາ​ການ​ລະ​ບາດ​ພະ​ຍາດ​ ໂຄວິດ-19 ກໍ່​ຄື​ໃນ​ທົ່ວ​ໂລກ, ເຊິ່ງ​ລາວ​ເຮົາມີຈໍານວນຜູ້ຕິດເຊື້ອນັບມື້ນັບຫຼາຍຂຶ້ນ ໃນຂອບເຂດທົ່ວປະເທດ  ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ສ້າງຄວາມເສຍຫາຍຢ່າງມະຫາສານ ຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມຂອງຊາດ ໂດຍສະເພາະ ແມ່ນບັນດາຂະແໜງການ ທີ່ນອນໃນຂົງເຂດເສດຖະກິດເປັນຕົ້ນແມ່ນ: ຂະແໜງການກະສິກໍາ ແລະ ປ່າໄມ້, ການບໍລິການ, ການທ່ອງທ່ຽວ ແລະ ຂະ​ແໜງການຄ້າ,​ ມີການຂະຫຍາຍຕົວຊ້າລົງ ແລະ ການຈ້າງງານໃນສັງຄົມກໍ່ຫຼຸດລົງ. Continue reading

ປື້ມເຫຼັ້ມໃໝ່ໜ່ ກ່ຽວກັບການບໍລິການຂໍ້ມູນພູມອາກາດ ແກ່ຊາວກະສິກອນ

 

   ລະບົບບໍລິການຂໍ້ມູນພູມອາກາດແກ່ຊາວກະສິກອນ (LaCSA) ໄດ້ໃຫ້ຂໍ້ມູນອຸຕຸກະເສດໃນຮູບແບບກະທັດຮັດແກ່ຊາວກະສິກອນ. ພາຍໃຕ້ໂຄງການ ຊາ​ມິ​ສ, ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຮ່ວມມືກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ໄດ້ທົດສອບບາງເຕັກນິກ-ວິທີການ ເພື່ອໃຫ້ຊາວກະສິກອນເຂົ້າເຖິງຂ້ມູນອຸຕຸກະເສດ ໃນການນຳໃຊ້ ແລະ ດຶງເອົາຂໍ້ມູນຈາກລະບົບຫຼັກຊານັ້ນ ແມ່ນໄດ້ຝຶກອົບຮົມໃຫ້ແກ່ ພະນັກງານຫ້ອງ​ການກະສິກຳ ແລະ ປ່າ​ໄມ້ ເມືອງ ແລະ ​ພະ​ນັກ​ງານ​ຫ້ອງ​ການຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ​ເມືອງ ໃນຂອບເຂດທົ່ວປະເທດ ໂດຍສະຖາບັນຄົ້ນ    ຄ້ວາກະສິກຳ, ປ່າໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ. Continue reading

ການສ້າງແຜນທີ່ດິນ ສຳລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກົມຄຸູ້ມຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ, ກະ​ຊວງກະ​ສິກຳ ແລະ ປ່າໄມ້ ໂດຍຜ່ານໂຄງການສ້າງຄວາມ ເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ (SAMIS) ເພື່ອ​ປັບປຸງຄວາມ​ສາມາດການປັບໂຕ ຕໍ່ ການປ່ຽນແປງພູມອາກາດ ແລະ ການຄ້ຳປະ​ກັນສະ​ບຽງອາຫານຂອງ ສ​ປ​ປ​ ລາວ ແມ່ນໄດ້ສ້າງແຜນທີ່ຊະ​ນິດດິນ ໂດຍການເກັບຕົວຢ່າງດິນທົ່ວທົ່ວປະ​ເທດ ແລະ ຄົ້ນຄ້​ວາທົບທວ​ນບັນດາຂໍ້​ມູນທີ່ກ່ຽວຂ້ອງ ເຂົ້າໃນການຈັດປະ​ເພດດິນ ຕາມລະ​ບົບມາດຖານປະ​ເພດດິນສ​າ​ກົນ (WRB) ປີ 2014. Continue reading

ການຕິດຕາມພະຍາດສັດຕູພືດ ເພື່ອປັບປຸງຄຸນນະພາບການບໍລິການສະພາບອາກາດ ໃຫ້ແກ່ຊາວກະສິກອນ

WhatsApp Image 2020-06-11 at 09.19.55     WhatsApp Image 2020-06-11 at 09.19.57

          ສູນປ້ອງກັນພືດ, ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມມືກັບ ພະແນກພູມອາກາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທະມະຊາດ ແລະ ສິ່ງແວດລ້ອມ ເພື່ອປັບປຸງຄຸນນະພາບຂອງການບໍລິການພະຍາກອນອາກາດ ໃຫ້ແກ່ວຽກງານການຜະລິດກະສິກຳ ໃຫ້ການສະໜັບສະໜູນໂດຍອົງການ FAO-SAMIS. ລະບົບ LaCSA ຄື: ລະບົບບໍລິການອຸຕຸກະເສດ ຜ່ານທາງແອບພຣິເຄເຊິນ ແບບອອນໄລ (URL http://147.46.250.219:8081/), ຂໍ້ມູນເລົ່ານີ້ປະກອບມີ: ການຜະລິດບົດແຈ້ງຂ່າວອຸຕຸກະເສດປະຈຳອາທິດ ແລະ ປະຈຳເດືອນແບບຕໍ່ເນື່ອງ, ມາຕັ້ງແຕ່ປີ 2019. ແນວໃດກໍ່ຕາມລະບົບບໍລິການພະຍາກອນອາກາດ ແມ່ນນຳໃຊ້ເຂົ້າໃນການທຳນາຍດິນຟ້າອາກາດ ໂດຍອີງໃສ່ຂໍ້ມູນດ້ານພູມອາກາດ ແລະ ອຸຕຸນິຍົມ. ແທ້ຈິງແລ້ວ, ການນຳເອົາຂໍ້ມູນພະຍາກອນສັດຕູພືດ ແລະ ພະຍາດແມງໄມ້ ທີ່ມີຢູ່ໃນພາກພື້ນດິນແມ່ນເປັນສິ່ງຈຳເປັນ ເພື່ອນຳເອົາມາປັບປຸງການສ້າງແຜນທີ່ຈຳລອງສັດຕູພືດ ແລະ ພະຍາດພືດທີ່ມີຄຸນນະພາບ ລວມທັງການແຈ້ງເຕືອນໄພລ່ວງຫນ້າ ໃຫ້ທັນກັບເວລາ ເຊິ່ງນຳໃຊ້ລະບົບ LaCSA (ລະບົບບໍລິການອຸຕຸກະເສດ). Continue reading

ລາວບໍລິການຂໍ້ມູນອຸຕຸກະເສດໃນສປປລາວ (LaCSA) ລົງເຜີຍແຜ່ກ່ຽວກັບການພະຍາກອນອາກາດສຳລັບກະສິກຳ ໃຫ້ແກ່ຊາວກະສິກອນໃນບັນດາເມືອງຕ່າງໆ

WhatsApp Image 2020-06-09 at 12.37.47 (1)

        ລາວບໍລິການຂໍ້ມູນອຸຕຸກະເສດໃນ ສປປລາວ (LaCSA) ແມ່ນກິດຈະກຳໜຶ່ງທີ່ນອນໃນແຜນກິດຈະກຳ ຂອງໂຄງການສ້າງຄວາມເຂັ້ມແຂງອຸຕຸກະເສດ ແລະ ຂໍ້ມູນຂ່າວສານ (SAMIS) ​ເພື່ອ​ປັບປຸງ​ການ​ປັບ​ຕົວ​ຕໍ່ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ການຄ້ຳປະກັນ​ສະບຽງອາຫານ​ໃນ ສປປລາວ ​ໂດຍ​ຜ່ານ​ກິດຈະກຳ​ຂອງ​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ​ໄດ້ຮັບທຶນ​ສະໜັບສະໜູນຈາກ ກອງ​ທຶນ​ສິ່ງ​ແວດ​ລ້ອມ​ໂລກ (GEF), ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO). ​ໂຄງການ​ໄດ້​ທົດ​ລອງ​ນຳ​ໃຊ້​ລະບົບບໍລິການ​ພູມ​ອາກາດ​ເປັນ​ຄັ້ງ​ທີ​ສອງ ​ເພື່ອ​ສະໜອງການ​ບໍລິການ​ພະຍາ ກອນ​ອາກາດ​ໃຫ້​ແກ່ວຽກງານ​ກະສິກຳ ​ເຊິ່ງ​ໄດ້​ນຳ​ໃຊ້​ລະບົບ​ລັກ​ຊາ (LaCSA system) ສາມາດເຂົ້າເບິ່ງໄດ້ທີ່​ເວັບ​ໄຊ໌: http://147.46.250.219:8081/ແລະ ຫນ້າເຟສບຸກ https://www.facebook.com/samisdmh., ລະບົບດັ່ງກ່າວມີລັກສະນະເປັນມິດກັບຜູ້ຊົມໃຊ້ ເຊິ່ງສາ ມາດເບິ່ງເຫັນໄດ້ໂດຍງ່າຍໃນໂທລະສັບແບບສະມາດໂຟນທົ່ວໄປ, ເຄື່ອງມືເຫຼົ່ານີີ້ຖືກສ້າງຂື້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ. ສຳລັບລະດູການຜະລິດເຂົ້ານາປີ​ໃນປີນີ້ ການທົດລອງໃຫ້ບໍລິການພູມອາກາດແກ່ຊາວກະສິ ກອນ ໂດຍນຳໃຊ້ລະບົບລັກຊາ ແມ່ນຈະຖືກນຳໃຊ້ເຂົ້າໃນຫລາຍໆແຂວງທົ່ວປະເທດ. Continue reading

ການຄຸ້ມຄອງທີ່ດີຂຶ້ນ ຈະຊ່ວຍໃຫ້ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ກ້າວສູ່ການເຂົ້າເປັນ ມໍລະດົກໂລກ ທາງດ້ານທໍາມະຊາດ ຂອງອົງການຢູເນັດສະໂກ

 

Ryan_2017_Bestof_LANDSCAPESDJI_0120_resize (1)

         ປະສິດທິພາບການຄຸ້ມຄອງແບບມີສ່ວນຮ່ວມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ໄດ້ເພີ່ມຂື້ນປະມານ 16% ເລີ່ມແຕ່ປີ 2014 ເປັນຕົ້ນມາຫຼັງຈາກໄດ້ມີການສ້າງຕັ້ງລະບົບການຄຸ້ມຄອງຮ່ວມ, ເຊິ່ງມັນສະແດງໃຫ້ເຫັນເຖິງ ການກຽມຄວາມພ້ອມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ທີ່ຈະເຂົ້າເປັນມໍລະດົກໂລກ ຮ່ວມ ຊາຍແດນແຫ່ງທໍາອິດ ຂອງ ອົງການຢູເນັດ​ສະໂກ ໃນອາຊີຕາເວັນອອກສຽງໃຕ້ຮ່ວມກັັບອຸທິຍານແຫ່ງຊາດຟອງຍາແກ​ບ່າງ ຂອງປະເທດຫວຽດນາມ. ການເພີ່ມຂຶ້ນຂອງຕົວເລກດັ່ງກ່າວ ແມ່ນໄດ້ຈາກການປະເມີນ ໂດຍນໍາໃຊ້ເຄື່ອງມື ຕິດຕາມກວດກາ ປະສິດທິພາບ ການຄຸ້ມຄອງ ທີ່ຖືກຍອມຮັບ ຈາກສາກົນ (Managetment Effectiveness Tracking Tool) ເພື່ອສະແດງໃຫ້ເຫັນເຖິງ ບັນດາວຽກງານຄຸ້ມຄອງປ່າສະຫງວນທີ່ສຳຄັນ ທີ່ໄດ້ຮັບການປັບປຸງ  ເຊິ່ງປະກອບມີຄວາມອາດສາມາດ ດ້ານເຕັກນິກວິຊາ ການ ທີ່ເຂັ້ມແຂງແລະທັກສະ ດ້ານການຄຸ້ມຄອງ ຂອງພະນັກງານປ່າສະຫງວນແຫ່ງຊາດແລະບັນດາຜູ້ມີສ່ວນຮ່ວມ ທີ່ໄດ້ປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານຂອງປ່າສະຫງວນ, ຂໍ້ມູນພື້ນຖານທີ່ສົມບູນ ສໍາລັບປ່າສະຫງວນ ທີ່ໄດ້ມາຈາກການຈັດຕັ້ງປະຕິບັດແຜນງານ ສຶກສາຄົ້ນຄ້ວາທີ່ລະອຽດແລະຂອບເຂດການເຮັດວຽກທີ່ລະອຽດ ສໍາລັບການຄຸ້ມຄອງການທ່ອງທ່ຽວ ແບບຍືນຍົງ. ນອກຈາກນີ້, ​ການຄຸ້ມຄອງ ທີ່ມີປະສິດທິພາບສູງ ເປັນແຮງຈູງໃຈໃຫ້ຫີນໜາມໜໍ່ ໄດ້ຮັບການ​ຍົກ​ລະ​ດັບໃຫ້ເປັນອຸທິຍານແຫ່ງຊາດ (ໝວດ 2 ຂອງອົງການ IUCN)ຕາມທີ່ທາງລັດຖະບານລາວ ກໍາລັງດໍາເນີນການໃນປະຈຸບັນ. Continue reading

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດທີ່ແຂວງ ບໍລິຄຳໄຊ

IMG_0039  IMG_0056

         ໃນລະຫວ່າງວັນທີ 27-28 ພຶດສະພາ 2019 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ເດີນທາງໄປເຄື່ອນໄຫວວຽກງານ ແລະ ຊຸກຍູ້ການຜະລິດທີ່ບ້ານ ຈອມທອງ, ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ. ໃນທີ່ປະຊຸມ ທ່ານ ພັຕ ແກ້ວ ດວງໄຊ ນາຍບ້ານໆຈອມທອງ ໄດ້ລາຍຫຍໍ້ຜົນການຈັດຕັ້ງວຽກງານ 3 ສ້າງຂອງບ້ານ ເຊິ່ງທ່ານໃຫ້ຮູ້ວ່າ: ບ້ານ ຈອມທອງ ມີເນື້ອທີ່ກະສິກຳ 200 ກວ່າເຮັກຕາ ມີຄອບຄົວພົ້ນທຸກ 350 ຄອບຄົວ; ປະເມີນຕາມດຳລັດເລກທີ 348/ລບ ມີຄອບຄົວພົ້ນທຸກ 255 ຄອບຄົວ, ມີຄອບຄົວພັດທະນາ 157 ຄອບຄົວ; ຖ້າທຽບໃສ່ດຳລັດເລກທີ 309/ນຍ ຄອບຄົວພົ້ນທຸກຫຼຸດລົງ 195 ຄອບຄົວ, ສ້າງຄອບ ຄົວພັດທະນາໄດ້ 307 ຄອບຄົວ; ສ້າງຄອບຄົວຕົວແບບດ້ານກະສິກຳໄດ້ 6 ຄອບຄົວ ແລະ ຮັບຮອງເອົາບ້ານ ຈອມທອງ ເປັນບ້ານຕົວແບບດ້ານກະສິກຳຂອງເມືອງ; ມີກອງທຶນບ້ານ (ຄຸ້ມໂພຄຳ) ຈຳນວນ 84.000.000 ກີບ ແລະ ກອງທຶນພັດທະນາບ້ານຂອງໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍວງ ຈຳນວນ 100 ລ້ານກີບ. ສຳລັບການສ້າງບ້ານ ຈອມທອງ ເປັນສີສັນຕົວເມືອງໃນຊົນນະບົດ ອີງຕາມດຳລັດ 309/ນຍ ໃນຈຳນວນ 12 ມາດ ຕະຖານ ສາມາດປະຕິບັດໄດ້ 11 ມາດຕະຖານ, ດຳລັດເລກທີ 348/ລບ ໃນຈຳນວນ 16 ເງື່ອນໄຂ ສາມາດບັນລຸໄດ້ 10 ເງື່ອນໄຂ. Continue reading

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ

IMG_9798

        ໃນວັນທີ 27 ພຶດສະພາ 2019 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໆ ໄຊສົມບູນ. Continue reading

ແຂວງຄໍາມ່ວນ ປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້

IMG_7417

      ໃນວັນທີ 20 ກຸມພາ 2019 ແຂວງຄໍາມ່ວນ ໄດ້ຈັດພິທີປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ຄື: ບ້ານ ດອນຈະເລີນ, ສົບຄໍາ, ຫ້ວຍມະໄລ, ບົວມາ ແລະບ້ານ ນາຕານ ຢູ່ທີ່ຫ້ອງການກຸ່ມບ້ານ ທ່າລັ່ງ ເມືອງນາກາຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ, ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ,​ ພະແນກການອ້ອມຂ້າງແຂວງ. ບັນດາຮອງເຈົ້າເມືອງ, ຫ້ອງການການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 5 ບ້ານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ