
Khemmalay SONDAVANH
ເປີດນຳໃຊ້ລະບົບຖານຂໍ້ມູນທາງພູມສາດ ເພື່ອການວາງແຜນພັດທະນາ
ໃນວັນ 30 ພະຈິກ 2021 ຢູ່ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ, ລັດຖະບານລາວ ຕາງ ໜ້າໂດຍກະຊວງກະສິກຳ ແລະ ປ່າໄມ້ ແລະ ລັດຖະບານສະວິສ ຕາງໜ້າໂດຍອົງການສະວິສ ເພື່ອການພັດທະນາ ແລະ ການຮ່ວມມື (SDC) ໄດ້ຮ່ວມມືກັນເປີດນຳໃຊ້ລະບົບຖານຂໍ້ມູນຂ່າວສານອອນລາຍໃໝ່ ທີ່ໄດ້ພັດທະນາໃຫ້ເປັນຄວາມຮູ້ເພື່ອການພັດທະນາ (K4D), ເຊິ່ງເປັນລະບົບຂໍ້ມູນແບບປະສົມປະສານ, ເຜີຍແຜ່ຂໍ້ມູນທາງການ ແລະ ຂໍ້ມູນທີ່ມີລາຍລະອຽດກວ້າງຂວາງ ຂອງບັນດາຂະແໜງການ. ການສ້າງລະບົບຖານຂໍ້ມູນດັ່ງກ່າວ, ເປັນຄວາມຄິດລິເລີ່ມຂອງລັດຖະບານລາວ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະວິສ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລເບີນ, ເພື່ອສານຕໍ່ຜົນສຳເລັດຂອງໂຄງການ ລາວ ດີຊາຍ ອິນໂຟ ໃນເມື່ອກ່ອນ. Continue reading
ຂໍ້ມູນພູມອາກາດ ແລະ ກະສິກຳ ສະໜັບສະໜູນຕໍ່ວຽກງານຄໍ້າປະກັນສະບຽງອາຫານ ແລະ ການປ່ຽນແປງພູມອາກາດ
ເປີດບໍລິການລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ທີ່ກ່ຽວຂ້ອງກັບທີ່ດິນ
ເປີດບໍລິການລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ທີ່ກ່ຽວຂ້ອງກັບທີ່ດິນ
ການເຂົ້າເຖິງຂໍ້ມູນການປ່ຽນແປງດິນຟ້າອາກາດ ແມ່ນເປັນສິ່ງຈຳເປັນທີ່ສຸດສຳລັບການວາງແຜນວຽກງານ ກະສິກຳ ແລະ ປ່າໄມ້ ໃນອະນາຄົດ, ທ່າມກາງສະພາບການປ່ຽນແປງດິນຟ້າອາກາດ, ຂີດຄວາມສາມາດຂອງ ສປປ ລາວ ໃນການສ້າງຂໍ້ມູນແວດລ້ອມກະສິກຳ ແມ່ນໄດ້ເພີ່ມຂຶ້ນຢ່າງຊັດເຈນ ໃນໄລຍະສອງສາມປີມານີ້້. ບັນດາແຜນ ທີ່ໆສ້າງຂຶ້ນໃໜ່ປະກອບມີ: ແຜນທີ່ປົກຫຸ້ມກະສິກຳ, ແຜນທີ່ດິນ ແລະ ແຜນທີ່ປະກອບອາຊີບກະສິກຳ ແມ່ນສຳເລັດແລ້ວ. ຍິ່ງໄປກວ່ານັ້ນ, ຂໍ້ມູນແບບຈຳລອງການປ່ຽນແປງດິນຟ້າອາກາດ ແລະ ສະພາບຮູບການປູກພືດໃນອານາ ຄົດ ກໍ່ໄດ້ສຳເລັດແລ້ວເຊັ່ນກັນ. Continue reading
ການຜະລິດພືດໃນອານາຄົດ ຂອງ ສປປ ລາວ (Telling story about the future of crops in Laos PDR)
ໃນໄລຍະເດືອນນີ້້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ໂດຍໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO), ອົງການສິ່ງແວລ້ອມໂລກ (GEF). ໂຄງການສ້າງຄວາມເຂັ້ມແຂງລະບົບຕິດຕາມ ແລະ ຂໍ້ມູນຂ່າວສານອຸຕຸກະເສດ (ຊາມິສ) ແມ່ນຈະໄດ້ເປີດການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນດິນ (LRIMS) ຢ່າງເປັນທາງການໃນໄວໆນີ້. Continue reading
ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ. Continue reading
ການສ້າງແຜນທີ່ຕ່າງໆ ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ນຳໃຊ້ຂໍ້ມູນສະພາບອາກາດ ຊ່ວຍໃນການຕັດສິນໃຈເຊົ່າສຳປະທານ ແລະ ລົງທຶນດ້ານກະສິກຳ (Climate informed agriculture land investments)
ແຜນທີ່ພູມອາກາດ ສໍາລັບ ສ ປປລາວ
ແຜນທີ່ ພູມອາກາດແມ່ນຫຍັງ (climate maps), ມີຄວາມຈໍາເປັນ ແລະ ສໍາຄັນຄືແນວໃດ, ສປປລາວສ້າງແຜນທີ່ດັ່ງກ່າວແນວໃດ ແລະ ແຜນທີ່ດັ່ງກ່າວມີຜົນປະໂຫຍດແນວໃດ ໃນໂຂງເຂດວຽກງານກະສິກໍາ, ປ່າ ໄມ້ ແລະ ການພັດທະນາຊົນນະບົດ. ນີ້ແມ່ນເຫດຜົນທີ່ສໍາຄັນອັນນື່ງ ທີ່ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງມີກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳເປັນຕົວແທນ ແລະ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສີ່ງແວດລ້ອມ ໂດຍມີກົມອຸຕຸນິຍົມ ແລະ ອຸທົກກະສາດເປັນຕົວແທນ ໄດ້ພ້ອມກັນພັດທະນາ ແລະ ສ້າງແຜນທີ່ດັ່ງກ່າວນີ້ຂຶ້ນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງລະບົບຕິດຕາມ ແລະ ຂໍ້ມູນຂ່າວສານອຸຕຸກະເສດ ໄລຍະທີ 1: 2015-2020 (ຊາມິສ-1) ຊຶ່ງໄດ້ຮັບການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກໂນໂລຍີ ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ. Continue reading
ແຜນທີ່ ຄວາມປົກຫຸ້ມທີ່ດິນກະສິກຳ ສະບັບທໍາອິດ ຂອງ ສປປ ລາວ
ແຜນທີ່ການປົກຫຸ້ມພື້້ນທີ່ປູກພືດກະສິກຳ ສະບັບທໍາອິດຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນຖືກພັດທະນາ ແລະ ສ້າງຂຶ້ນໂດຍການຮ່ວມມືກັນ ລະຫວ່າງ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ (ຄພດກ) ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍຄະນະທີມງານສະເພາະດ້ານທີ່ກ່ຽວຂ້ອງ (ທີມງານຊ່ຽວຊານ) ດ້ວຍການນໍາໃຊ້ເຄ່ືອງມືອຸປະກອນທີ່ທັນສະໄໝ ແລະ ຂໍ້ມູນທາງວິທະຍາສາດທີ່ມີຄວາມຊັດເຈນສູງ ເຂົ້າໃນຂະບວນການເຮັດວຽກໃນຂັ້ນຕອນຕ່າງໆ. ແຜນທີ່ດັ່ງກ່າວແມ່ນຖືກສ້າງຂຶ້ນນມາ ບົນພື້ນຖານ ການຕອບສະໜອງຄວາມຕ້ອງການຫຼາຍໆດ້ານຂອງສັງຄົມ (ການຄຸ້ມຄອງ, ການຄົ້ນຄວ້າ, ການກໍານົດ-ການອອກນະໂຍບາຍດ້ານກະສິກຳ), ການພັດທະນາດ້ານເສດຖະກິດ-ສັງຄົມ, ການປົກປັກຮັກສາ – ການອະນຸລັກສິ່ງແວດລ້ອມຂອງລັດຖະບານ ແລະ ຮາກຖານການຜະລິດໃນປະຈຸບັນ ແລະ ອານາຄົດ. Continue reading
Celebrate World Food Day, International Day, and National Week for the Eradication of Poverty 2021.
On October 25, 2021, the Ministry of Agriculture and Forestry hosted an online event World Food Day, International Day, and National Poverty Alleviation Week 2021 in partnership with the Food and Agriculture Organization of United Nations (FAO) and the UN in Lao PDR Country Team.
World Food Day 2021 was held virtually under the theme: “Our actions are our future.” Better Production, Better Nutrition, Better Environment, and Better Life.”
The theme “Ending Progress Together: End Prolonged Poverty, Respect for All, and Our World” served as the focus for International Day and National Week for the Eradication of Poverty.
H.E. Mr. Thongphath Vongmany, Deputy Minister of Ministry of Agriculture and Forestry (MAF), chaired the online event joined by U.N. Resident Coordinator (UNRC) in Lao PDR Ms. Sara Sekkenes and Food and Agriculture Organization of the United Nations (FAO) Country Representative to Lao PDR Mr. Nasar Hayat.
Heads of Departments, Departments, Institutions, Ministries, the United Nations and Development Partners, the Provincial Department of Agriculture and Forestry, Vientiane Capital, stakeholders, and invited guests were among some 326 participants. Continue reading