Khemmalay SONDAVANH

ພິທີມອບ-ຮັບ ອາຄານອາເນກປະສົງ ແລະ ອຸປະກອນຫ້ອງທົດລອງ ໃຫ້ໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ

ໂຄງ​ການ​ພັດ​ທະ​ນາ ແລະ ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ພືດ​ຜັກ ຢູ່​ເຂດ​ເມືອງ ຫາດ​ຊາຍ​ຟອງ ແມ່ນ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ ກະ​ຊວງ​ກະ​ສິ​ກຳ, ອາ​ຫານ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຂອງ ສ.ເກົາຫຼີ ໂດຍ​ຜ່ານ​ລັດ​ວິ​ສາ​ຫະ​ກິດ​ຊຸມ​ຊົນ-ຊົນ​ນະ​ບົດ ສ.ເກົາຫຼີ (KRC), ຈຳ​ນວນ 3.478.260 ໂດ​ລາ​ສະ​ຫະ​ລັດ ຫຼື ເທົ່າ​ກັບ 4.000.000.000 ວອນ. ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ 04 ປີ (2019-2022). Continue reading

ບົດຂ່າວອຸຕຸກະເສດປະຈໍາອາທິດທີ່ 27 ທັນວາ 2021 ຫາ ວັນທີ 2 ມັງກອນ 2022

ຜົນການພະຍາກອນອາ​ກາດ 03 ເດືອນຂ້າງໜ້າ ( ທັນ​ວາ 2021 ຫາ ກຸມ​ພາ 2022) ຈາກລະບົບອຸຕຸກະເສດແຫ່ງ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ: ບັນດາແຂວງດ້ານຕາເວັນຕົກສຽງເໜືອ ແລະ ບາງແຂວງພາກກາງ (ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ,ໄຊຍະບູລີ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ) ມີສະພາບອຸນຫະພູມສູງກວ່າ ເມື່ອທຽບໃສ່ເກນປົກກະຕິ. ເຊິ່ງໃນນີ້ 2 ແຂວງ ຄື: ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ແມ່ນມີຜົນຄາດຄະເນອຸນ ຫະພູມຕໍ່າກວ່າ ເມື່ອທຽບໃສ່ເກນປົກກະຕິ ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະຕິ.

Continue reading

ການນຳໃຊ້ທີ່ດິນ ໃນຂອບເຂດທົ່ວປະເທດ

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ (ໂຄງການ ຊາມິສ).  ໂດຍການສະໜັບສະໜູນທຶນຈາກ ອົງການສິ່ງແວດລ້ອມໂລກ (GEF). ໄດ້ພັດທະນາ ແລະ ປັບປຸງແບບຟອມສຳລັບເກັບກຳຂໍ້ມູນການນຳໃຊ້ທີ່ດິນ ໃນຂອບເຂດທົ່ວປະເທດ ພ້ອມທັງຄຳອະທິບາຍລາຍລະອຽດຕ່າງໆ ໃນການເກັບກຳຂໍ້ມູນຢ່າງລະອຽດ ເພື່ອສົ່ງແບບຟອມດັ່ງກ່າວໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ສົ່ງຕໍ່ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃນຂອບເຂດທົ່ວປະເທດ ເປັນຜູ້ເກັບກຳຂໍ້ມູນຕາມສະພາບເງື່ອນໄຂຕົວຈິງຂອງຕົນໃສ່ໃນແບບຟອມ ເຊິ່ງວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ອະທິບາຍ ແລະ ແນະນຳເພິ່ມຕື່ມໃນແຕ່ລະແບບສອບຖາມ ໃຫ້ແກ່ພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ກ່ອນດຳເນີນການເກັບກຳຂໍ້ມູນ. ພາຍຫຼັງສຳເລັດໃນການເກັບກຳຂໍ້ມູນແລ້ວ ທີມງານຂັ້ນສູນກາງໄດ້ສັງລວມ ແລະ ກວດກາຄຸນະພາບຂອງຂໍ້ມູນໃນແຕ່ລະແບບຟອມ ເພື່ອຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ ເພື່ອສ້າງເປັນແຜນທີ່ປະເພດການນຳໃຊ້ດິນ ປະກອບດ້ວຍພືດອາຍຸສັ້ນ ແລະ ອາຍຸຍາວ ຫຼາຍກວ່າ 94 ປະເພດ ໂດຍມີບັນດາປັດໄຈຕ່າງໆ ເຊັ່ນ: ຕົ້ນທຶນການຜະລິດ, ການໃຊ້ແຮງງານ, ຂະໜາດ​ຂອງພື້ນທີ່, ຕົ້ນ​ທຶນແຮງງານ, ທິດທາງການຕະຫຼາດ, ຄວາມຮູ້ທາງດ້ານເຕັກນິກ ແລະ ລະດັບການຈັດການ (ສູງ, ປານກາງ ແລະ ຕໍ່າ). Continue reading

ບົດຂ່າວອຸຕຸກະເສດປະຈຳອາທິດທີ່ 20-26 ທັນ​ວາ 2021

ຜົນການພະ​ຍາກອນສາມເດືອນຂ້າງໜ້າ (12/2021 ຫາ 2/2022) ຈາກລະ​ບົບອຸ​ຕຸ​ກະ​ເສດແຫ່ງ ສ​ປ​ປ​ ລາວ ໄດ້ຊີ້ໃຫ້ເຫັນວ່າ: ບັນດາແຂວງດ້ານຕາເວັນຕົກສຽງເໜືອ ແລະ ບາງແຂວງພາກກາງ (ບໍ່​ແກ້ວ, ຫຼວງນ້ຳທາ, ອຸ​ດົມໄຊ, ຫຼວງພະ​ບາງ, ໄຊ​ຍະ​ບູ​ລີ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ) ມີສະ​ພາບອຸນຫະ​ພູມສູງກວ່າ ເມື່ອທຽບໃສ່ເກນປົກກະ​ຕິ ແລະ 2 ແຂວງ ສະ​ຫວັນນະເຂດ ແລະ ແຂວງ ຈຳປາສັກ ແມ່ນມີຜົນຄາດຄະ​ເນອຸນຫະ​ພູມຕ່ຳກ່​ວາເມື່ອທຽບໃສ່ເກນປົກກະ​ຕິ, ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະ​ຕິ. ຜົນການຄາດຄະ​ເນ່​ຂອງ ນ້ຳຝົນແມ່ນຊີ້ໃຫ້ເຫັນວ່າ 3 ແຂວງພາກໃຕ້ ເຊັ່ນ: ແຂວງ ສາລະ​ວັນ, ເຊກອງ ແລະ ແຂວງ ອັດຕະ​ປື ມີຜົນຄາດ ຄະ​ເນ​ນ້ຳຝົນຫຼາຍກວ່າ ເມື່ອທຽບໃສ່ເກນປົກກະ​ຕິ, ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະ​ຕິ. Continue reading

ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ FAO ຮ່ວມກັນແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ

   

ຢາຕ້ານເຊື້ອຈຸລະຊີບແມ່ນຢາທີ່ສໍາຄັນ ທີ່ໃຊ້ເພື່ອຕໍ່ສູ້ກັບພະຍາດຮ້າຍແຮງຫຼາຍຊະນິດ ແລະ ປິ່ນປົວການຕິດເຊື້ອໃນຄົນ, ສັດ ແລະ ພືດ. ໃນຊຸມປີຜ່ານມານີ້, ຢາຕ້ານເຊື້ອໄດ້ຖືກນໍາໃຊ້ໂດຍບໍ່ຈໍາເປັນ, ຖືກນໍາໄປໃຊ້ຫຼາຍເກີນໄປ, ຖືກນໍາໃຊ້ໃນທາງທີ່ຜິດ, ບໍ່ໄດ້ໃຊ້ຕາມກໍານົດເວ​ລາ ແລະ ປະລິມານທີ່ແນະນໍາໃຫ້ ແລະ ຍັງຖືກນໍາໃຊ້ ເພື່ອສົ່ງເສີມການຈະເລີນເຕີບໂຕໃນການລ້ຽງສັດ. ການກະທໍາທີ່ເປັນອັນຕະລາຍເຫຼົ່ານີ້ໄດ້ນໍາໄປສູ່ການພັດທະນາການຕ້ານຕໍ່ຢາຕ້ານເຊື້ອ (AMR). Continue reading

ການນຳໃຊ້ຂໍ້ມູນພູມອາກາດ ສ້າງແຜນທີ່ ການປະເມີນປະລິມານຜົນຜະລິດພືດ ໃນອານາຄົດ ຂອງ ສປປ ລາວ

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມມືກັບກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສ້າງຂໍ້ມູນພູມອາກາດໃນອານາຄົດ ເພື່ອນຳໃຊ້ເຂົ້າໃນການສ້າງແຜນທີ່ແບ່ງເຂດລະບົບນິເວດກະສິກຳ ຫຼື ການປະເມີນປະລິມານຜົນຜະລິດພືດ  ຂອງ ສປປ ລາວ ຂຶ້ນ. Continue reading

ບົດຂ່າວອຸຕຸກະເສດປະຈຳເດືອນ ຂອງ ສປປ ລາວ.

 

 ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມື ເຮັດວຽກ ແລະ ປະສານງານ ກັບບັນດາກົມ ແລະ ສູນຂອງກະຊວງກະສິກຳ ແລະ ປ່າໄມ້ ປະກອບມີ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ), ໄດ້ຮວ່ມກັນພັດທະນາລະບົບ ບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ. Continue reading

ບົດຂ່າວອຸຕຸກະເສດປະຈຳອາທິດ ຂອງ ສປປ ລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມື ແລະ ເຮັດວຽກປະສານງານກັບບັນດາກົມ ແລະ ສູນ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງປະກອບມີ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ) ໄດ້ຮວ່ມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ.

ກິດຈະກຳດັ່ງກາ່ວແມ່ນໄດ້ດຳເນີນພາຍໃຕ້ກິດຈະກຳໂຄງການ ຂອງ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ FAO (ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕິດຕາມ ຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ໃນ ສປປລາວ SAMIS) ໂດຍການສະໜັບສະໜູນທຶນຈາກ ອົງການສິ່ງແວດລ້ອມໂລກ (GEF) ໂດຍການຊີ້ນຳດ້ານເຕັກນິກວິຊາການຈາກຫ້ອງ ການ FAO ປະຈຳລາວ ແລະ ພາກພື້ນອາຊີປາຊີຟິກ, ດ້ານເຕັກນິວິຊາການ ແມ່ນໄດ້​ຮັບ​ການສະໜັບສະໜູນໂດຍກົງ ຈາກອົງການ (ສູນ) APPC ແລະ ອົງການ ຊ໌ຽດ CIAT.

Continue reading

ປະຕິທິນການປູກພືດ

ການທີ່ເຮົາຮູ້ໄລຍະເວລາການປູກພືດ ແລະ ເກັບກ່ຽວນັ້ນເປັນສິ່ງທີ່ສຳຄັນໃນການພິຈາລະນາ ເພື່ອທຳຄວາມເຂົ້າໃຈກັບຮອບວຽນການຜະລິດພືດ ແລະ ຜົນສະທ້ອນຕໍ່ກັບສະບຽງອາຫານ. ໃນປະເທດລາວ, ປະຕິທິນການປູກພືດໄດ້ຖຶກພັດທະນາໃນ 2 ລະດັບຄື: ລະດັບເມືອງ ເພື່ອສະໜັບສະໜູນການໃຫ້ຄຳແນະນຳ ກ່ຽວກັບຄວາມສ່ຽງດ້ານສະພາບດິນຟ້າອາກາດ ໂດຍອິງໃສ່ການພະຍາກອນ ແລະ ລະດັບແຂວງ ເພື່ອສະໜັບສະໜູນການໃຫ້ຄຳແນະນຳດ້ານອຸຕຸກະເສດ ໂດຍອີງໃສ່ການພະຍາກອນລະດູການ. ປະຕິທິນການປູກພືດຈະໃຫ້ຂໍ້ມູນແກ່ຜູ້ໃຊ້ ກ່ຽວກັບໄລຍະເວລາການປູກພືດໃນ​ແຕ່​ລະລະດູການ ຕາມລາຍລະອຽດໄລະ​ຍະເດືອນທີ່ປູກ ແລະ ເກັບກ່ຽວ. ໃນໄລຍະເວລານັ້ນ ແມ່ນເປັນການບົວລະບັດຮັກສາພືດ ໂດຍການຈັດຕັ້ງປະຕິບັດຂອງຊາວກະສິກອນ. ເວລາຂອງຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດ ໂດຍອີງໃສ່ການປະເມີນຕາມປະ ຫວັດໃນແຕ່ລະໄລຍະການຈະເລີນເຕີບໂຕ ເຊັ່ນ: ໄພນໍ້າຖ້ວນ, ພາຍຸ, ໄພແຫ້ງແລ້ງ, ແມງໄມ້ສັດຕູພືດ ແລະ ພະຍາດ, ຄວາມກົດດັນຈາກສະພາບອາກາດຮ້ອນ ແລະ ໜາວ. ຍຸດທະສາດການຕອບໂຕ້ໄດ້ຖືກກຳນົດສຳລັບແຕ່ລະຄວາມສ່ຽນດ້ານສະພາບອາກາດເພື່ອເສີມສ້າງໃນການພັດທະນາ ການໃຫ້ຄຳແນະນຳດ້ານກະສິກຳທີ່ເໝາະສົມ.

Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ