Khemmalay SONDAVANH

ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

 

     ໃນວັນທີ 18 ກຸມພາ 2022, ຄະນະຕິດຕາມ, ກວດກາ ການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໜ່ວຍພັກຮາກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ນໍາພາໂດຍທ່ານ ສົມພອນ ແກ້ວຫາວົງ ກໍາມະການພັກກະຊວງ, ຮອງປະທານກວດກາພັກ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະ. ຊຶ່ງມີເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ໜ່ວຍພັກຮາກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໝົດ 19 ສະຫາຍ (ຍິງ 05 ສະຫາຍ). Continue reading

ກອງປະຊຸມປຶກສາຫາລືກະກຽມຫຼັກສູດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ ພະນັກງານ ທລຍ

     ໃນວັນທີ 17 ກຸມພາ 2022 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງ, ຢູ່ທີ່ຫ້ອງປະຊຸມ ທລຍ ໂດຍການເປັນປະທານຂອງ ທ່ານ ປອ. ວົງປະພັນ ມະນີວົງ ຮອງຜູ້ອໍານວຍການ ທລຍ ແລະ ມີຫົວໜ້າຂະແໜງ ແລະ ພະນັກງານວິຊາການຈາກແຕ່ລະຂະແໜງການຂອງ ທລຍ ເຂົ້າຮ່ວມທັງໝົດ 09 ທ່ານ (ຍິງ 01 ທ່ານ). Continue reading

ຈຸດພິເສດ ແລະ ການນຳໃຊ້ຂໍ້ມູນພະຍາກອນ ອາກາດ ແລະ ລະດູການ ໃນລະບົບ LaCSA

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຮັດວຽກປະສານງານກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນ​ປ້ອງ​ກັນ​ພືດ (ກົມປູກຝັງ). ໄດ້ຮວ່ມກັນພັດທະນາລະບົບ ບໍລິການຂໍ້ມູນອຸຕຸກະ ເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທືນຮອນ ແລະ ເຕັກນິກ ຈາກອົງການອາຫານ ແລະ ​ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ. Continue reading

ຝືກອົບຮົມ ກິດຈະກຳການຮີດນົມແບ້ ສົ່ງເສີມໂພຊະນາການໃຫ້ແກ່ແມ່ ແລະ ເດັກ

 

ວັນທີ 19-22 ມີ​ນາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງ ອຸດົມໄຊ ແລະ ແຂວງ ຊຽງຂວາງ ໄດ້ຄັດເລືອກເອົາ 16 ຄອບຄົວ ຈາກບ້ານ ນໍ້າແຊ ແລະ ບ້ານ ປາງສາ, ເມືອງ ນາໜໍ້, ແຂວງ ອຸດົມໄຊ ແລະ ບ້ານ ຮວດ ແລະ ບ້ານ ໃໝ່ກໍຄາຍ, ເມືອງຄຳ, ແຂວງຊຽງຂວາງ ເພື່ອເຂົ້າຮ່ວມຝືກອົບຮົມກິດຈະກໍາຮີດນົມແບ້ ສົ່ງເສີມໂພຊະນາການໃຫ້​ແກ່ແມ່ ແລະ ເດັກ ຢູ່ຟາມຄວາຍນົມ, ແຂວງ ຫຼວງພະບາງ. Continue reading

ກອງປະຊຸມຄັ້ງປະຖົມມະລຶກ ໂຄງການສ້າງຕັ້ງສູນຝຶກອົບຮົມ ຮ່ວມມື ລາວ-ສ.ເກົາຫຼີ ດ້ານຊົນລະປະທານ

ໂຄງ​ການ​ສ້າງ​ຕັ້ງ​ສູນ​ຝຶກ​ອົບ​ຮົມ ຮ່ວມ​ມື ລາວ-ສ.ເກົາຫຼີ ດ້ານ​ຊົນ​ນະ​ບົດ ເປັນ​ໂຄງ​ການ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ ໃນ​ການ​ເສີມ​ຂະ​ຫຍາຍ​ຄວາມ​ຮູ້​ຄວາມ​ສາ​ມາດ ໃຫ້​ພະ​ນັກ​ງານ​ວິ​ຊາ​ການ​ຂອງ​ຂະ​ແໜງ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ນ້ຳ, ຊົນ​ລະ​ປະ​ທານ ແລະ ການ​ຄວບ​ຄຸມກວດ​ກາ​ຄຸນ​ນະ​ພາບການກໍ່ສ້າງພື້ນຖານໂຄງລ່າງຊົນລະປະທານ ທັງພາກລັດ ແລະ ເອກະຊົນຫັນເປັນທັນສະໄໝ ເປັນວຽກງານໜຶ່ງທີ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດພັດທະນາກະ ສິກໍາ ຮອດປີ 2025 ແລະ ວິໃສທັດຮອດປີ 2030 ເວົ້າລວມ, ເວົ້າສະເພາະແມ່ນ ແຜນງານການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການຊົນລະປະທານ. Continue reading

ຂໍ້ມູນລາຍງານການລະບາດສັດຕູພືດ ແລະ ແມງໄມ້ຕາມເວລາຈິງ ຈາກລະບົບອຸຕຸກະເສດ ສປປ ລາວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມືເຮັດວຽກປະສານງານກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ), ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້. ຮວ່ມກັນພັດທະນາລະບົບ ບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ, ພາຍໃຕ້ການສະ​ໜັບສະ​ໜູນທຶນຮອນ ແລະ ເຕັກນິກ ຈາກອົງການ ອາຫານ ແລະ​ ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ. Continue reading

ເດັກນ້ອຍບ້ານນາໄຊໄດ້ກິນອາຫານທີ່ມີໂພຊະນາການ

ວັນທີ 23 ມັງກອນ 2022, ​ກຸ່ມໂພຊະນາການ ບ້ານ ນາໄຊ, ເມືອງ  ບຸນໃຕ້, ແຂວງ ຜົ້ງສາລີ ໄດ້ ສາທິດການປຸ່ງແຕ່ງອາຫານ ໃຫ້ເດັກອາຍຸ 6-23 ເດືອນ, ຈໍານວນ 15 ຄົນ. ການແຕ່ງກິນໃນຄັ້ງນີ້ ໄດ້ຕົ້ມເຂົ້າປຽກຕາມສູດທີ 7 ຂອງກຸ່ມໂພຊະນາການບ້ານ ໂດຍມີສ່ວນປະກອບ ຄື: ແປ້ງບົດ (ເຮັດມາຈາກເຂົ້າ ຈ້າວ ແລະ ຖົ່ວຂຽວ) ຈຳ​ນວນ 50 ກຼາມ, ນົມຈືດ 125 ມິນລີກຼາມ ແລະ ໝາກອຶ 40 ກຼາມ. ຊຶ່ງ​ມີ​ວິ​ທີ​ການ​ປຸງ​ແຕ່ງ​ດັ່ງ​ນີ້: Continue reading

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະກອບສ່ວນເຂົ້າ ໃນການປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງ ພາກເໜືອ ຂອງລາວ

ກອງປະຊຸມປະຈຳປີ 2021 ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອຂອງລາວ, ທີ່ຈັດຂຶ້ນໃນວັນທີ 31/1 -1/2/2022, ທີ່ແຂວງອຸດົມໄຊ.  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ. ເຊິ່ງ​ມີ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ, ​ທ່ານ ອາເລັກຊານເດີ ເຄຣັມເມີ ຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານໂລກປະຈຳລາວ ແລະ ມີຜູ້ຕາງໜ້າຈາາກບັນດາຂະແໜງແຜນການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກຳ ແລະ ປ່າໄມ້, ສາທາລະນະສຸກ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ ນັບແຕ່ຂັ້ນສູນກາງ, 4 ແຂວງ ແລະ 12 ເມືອງເປົ້າ ໝາຍຂອງແຜນງານເຂົ້າຮ່ວມ. Continue reading

23 ບ້ານຂອງເມືອງຊໍາໃຕ້, ແຂວງ ຫົວພັນ ປ່ອຍເງິນກູ້ຢືມຈາກເງິນຕົ້ນທຶນໝູນວຽນ ໃຫ້ສະມາຊິກກຸ່ມຊ່ວຍເຫຼືອກັນ

ໃນລະຫວ່າງເດືອນກັນຍາ ຫາ ເດືອນທັນວາ ປີ 2021 ກຸ່ມຊ່ວຍເຫລືອກັນ (ກຊກ) ໃນ 23 ບ້ານ ຂອງເມືອງ ຊໍາໃຕ້, ແຂວງ ຫົວ​ພັນ ໄດ້ປ່ອຍ​ເງິນກູ້​ຢືມຈາກເງິນຕົ້ນທຶນໝູນວຽນ ໃຫ້ແກ່ສະມາຊິກກຸ່ມຊ່ວຍເຫລືອກັນ (ກຊກ) ຈຳ​ນວນ 685 ຄົນ (ຍິງ 684 ຄົນ) ເພື່ອໄປເຮັດກິດຈະກຳສ້າງລາຍຮັບ ເຊັ່ນ: ລ້ຽງສັດປີກ, ລ້ຽງຫມູ, ລ້ຽງແບ້, ລ້ຽງປາ, ລ້ຽງມ້ອນ, ຕໍ່າຫູກ ແລະ ຄ້າຂາຍຍ່ອຍ ເປັນຈຳນວນເງິນທັງໝົດ 1.021.552.000 ກີບ ໃນອັດຕາດອກເບ້ຍ 0,5% ຕໍ່ເດືອນ ເຊຶ່ງການຊໍາລະເງິນຕົ້ນທຶນ ແລະ ດອກເບ້ຍ ແມ່ນກໍານົດ 1 ປີ ຈຶ່ງຈະເກັບເງິນກູ້ຄືນ ເພື່ອໃຫ້ສະມາຊິກຜູ້ອື່ນຢືມຕໍ່. ລາຍລະອຽດການກູ້ຢືມຂອງສະມາຊິກ ກຸ່ມຊ່ວຍເຫລືອກັນ (ກຊກ) ເພື່ອເຮັດກິດຈະກໍາສ້າງລາຍໃນ​ນັ້ນມີ 26 ຄົນ ຢືມເງິນ 34.200.000 ກີບ ເພື່ອລ້ຽງແບ້; 341 ຄົນ ຢືມເງິນ 557.952.000 ກີບ ເພື່ອລ້ຽງໝູ; 224 ຄົນ ຢືມເງິນ ຈຳ​ນວນ 280.900.000 ກີບ ເພື່ອລ້ຽງສັດປິກ; 86 ຄົນ ຢືມເງິນ ຈຳ​ນວນ 126.000.000 ກີບ ເພື່ອຕໍ່າຫູກ ແລະ 8 ຄົນ ຢືມເງິນ ຈຳ​ນວນ 22,500,000 ກີບ ເພື່ອປູກມອນລ້ຽງມ້ອນ. Continue reading

ການພະຍາກອນລະດູການ 3 ຫາ 6 ເດືອນລ່ວງໜ້າ ຈາກລະບົບອຸຕຸກະເສດ ສປປ ລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມມືເຮັດວຽກປະສານງານກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນປ້ອງກັນພືດ, ກົມປູກຝັງ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້. ໄດ້ຮວ່ມກັນພັດທະນາລະບົບການບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທຶນຮອນ ແລະ ເຕັກນິກຈາກ ອົງການອາຫານ ແລະ ​ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ