
Khemmalay SONDAVANH
ສະຫຼຸບຜົນການປຶກສາຫາລືເບື້ອງຕົ້ນ ການກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງຊຸມຊົນ Community Livelihood Enhancement and Resilience Project (CLEAR) ຂອງຄະນະຊ່ຽວຊານ ທະນາຄານໂລກ
ປະຕິບັດຕາມໜັງສືແຈ້ງການຂອງຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ຄັ້ງວັນທີ 2 ມີນາ 2022 ຄະນະຊ່ຽວຊານ ຂອງທະນາຄານໂລກ ນໍາໂດຍ ທ່ານ ເບັນຈາມິນ ເບີກຮາດ (Benjamin Burckhart) ຫົວໜ້າຄະນະ ແລະ ທ່ານ ນາງ ປາຕຣິເຊຍ ເຟີນັນເດສ (Patricia Fernandes) ຮອງຫົວໜ້າຄະນະ ພ້ອມດ້ວຍຄະນະຊ່ຽວຊານຂອງທະນາຄານໂລກ ໄດ້ເລີ່ມປະຕິບັດໜ້າທີ່ປຶກສາຫາລືເບື້ອງຕົ້ນ ການກະກຽມໂຄງການໃໝ່ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ກໍຄື: ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດຂອງຊຸມຊົນ (CLEAR) ນັບແຕ່ວັນທີ 9-18 ມີນາ 2022 ໂດຍໄດ້ສໍາເລັດຕາມລະດັບຄາດໝາຍຢ່າງໜ້າເພິ່ງພໍໃຈ. Continue reading
ຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ພະນັກງານ ທລຍ ເມືອງ
ໃນລະຫວ່າງວັນທີ 28 ກຸມພາ 2022 ຫາ 04 ມີນາ 2022, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ການນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງໃຫ້ກັບພະນັກງານ ທລຍ ເມືອງເປົ້າໝາຍຂອງໂຄງການ ທລຍ ໄລຍະເພີ່ມທຶນ, ທີ່ເມືອງ ຂວາ, ແຂວງ ຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ປອ ວົງປະພັນ ມະນີວົງ ຮອງຜູ້ອຳນວຍການ ທລຍ, ຊຶ່ງນັກສໍາມະນາກອນຈາກຫ້ອງການ ທລຍ 12 ເມືອງ ໃນ 4 ແຂວງ ຄື: ແຂວງ ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງ ອຸດົມໄຊ; ສ່ວນຄູຝຶກແມ່ນມາຈາກ ທລຍ ສູນກາງ, ໂຮງຮຽນວິຊາຊີບຂອງ 4 ແຂວງດັ່ງກ່າວ ແລະ ພະນັກງານ ທລຍ ຈາກແຂວງ ຫລວງພະບາງ, ຫລວງນໍ້າທາ ແລະ ແຂວງ ສາລະວັນ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 9 ທ່ານ. Continue reading
ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ໄດ້ສໍາເລັດການຈັດຕັ້ງປະຕິບັດ 10 ໂຄງການຍ່ອຍ ແລະ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້
ໃນກາງເດືອນມີນາ ປີ 2022 ທີ່ຜ່ານມາ, ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້, ພະແນກ ແຜນການ ແລະ ການລົງທຶນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ, ຕະຫຼອດຮອດການນຳເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ລົງກວດກາ ແລະ ປະເມີນການກໍ່ສ້າງ 10 ໂຄງການຍ່ອຍ ພ້ອມທັງມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.
ສໍາມະນາ ວຽກງານຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025)
ເພື່ອເປັນການປະຕິບັດຕາມການຊີ້ນໍາຂອງການນໍາກະຊວງກະສິກໍາ ແລະ ປ່າໄມ້ ໃນວັນທີ 1 ມີນາ 2022 ທີ່ຜ່ານມາ, ກົມພັດທະນາຊົນນະບົດ ຮ່ວມກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະ ຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມສໍາມະນາວຽກງານຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025) ຂຶ້ນ, ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາອ້ວນ ຄໍາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ທລຍ, ມີພະນັກງານຫຼັກແຫຼ່ງຂອງສອງພາກສ່ວນເຂົ້າຮ່ວມ ລວມທັງໝົດ 26 ທ່ານ, ຍິງ 5 ທ່ານ. Continue reading
#ຝຶກອົບຮົມ# ການຄັດເລືອກແນວພັນພືດຜັກ ແລະ ການທົດສອບເຕັກນິກທີ່ເໝາະສົມ ເພື່ອນຳໃຊ້ເຂົ້າໃນການຜະລິດພືດຜັກເປັນສິນຄ້າ, ການວາງແຜນກິດຈະກຳຂອງໂຄງການ ຮ່ວມກັບກຸ່ມຜະລິດພືດຜັກ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດ, ການຢ້ຽມຢາມພື້ນທີ່ທົດສອບແນວພັນພືດຜັກ ເພື່ອນຳໃຊ້ໃນການຜະລິດເປັນສິນຄ້າ. #ທີ່ສູນຄົ້ນຄວ້າພືດຜັກແລະໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້.
#ຝຶກອົບຮົມ# ການຄັດເລືອກແນວພັນພືດຜັກ ແລະ ການທົດສອບເຕັກນິກທີ່ເໝາະສົມ ເພື່ອນຳໃຊ້ເຂົ້າໃນການຜະລິດພືດຜັກເປັນສິນຄ້າ, ການວາງແຜນກິດຈະກຳຂອງໂຄງການ ຮ່ວມກັບກຸ່ມຜະລິດພືດຜັກ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດ, ການຢ້ຽມຢາມພື້ນທີ່ທົດສອບແນວພັນພືດຜັກ ເພື່ອນຳໃຊ້ໃນການຜະລິດເປັນສິນຄ້າ.
#ທີ່ສູນຄົ້ນຄວ້າພືດຜັກແລະໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້.
ການບໍລິການຂໍ້ມູນພູມອາກາດສຳລັບກະສິກຳໃນ ສປປ ລາວ (LaCSA) ຄົບຮອບ 3 ປີ ເປັນແນວທາງໃນອະນາຄົດຂອງຂໍ້ມູນຂ່າວສານສໍາລັບການກະສິກໍາ ແລະ ອື່ນໆ
ຕະຫຼອດໄລຍະເວລາ 3 ປີຜ່ານມາ ຂອງການຈັດຕັ້ງປະຕິບັດ ການບໍລິການຂໍ້ມູນພູມອາກາດສຳລັບກະສິກຳໃນ ສປປ ລາວ ຫຼື LaCSA ໄດ້ກາຍເປັນຄວາມຈິງແລ້ວໃນລະບົບອຸຕຸນິຍົມກະເສດດິຈິຕອລ ຂອງ ສປປ ລາວ.
“ປ່າໄມ້ ແລະ ການຜະລິດ ແລະ ການບໍລິໂພກແບບຍືນຍົງ”
“ປ່າໄມ້ ແລະ ການຜະລິດ ແລະ ການບໍລິໂພກແບບຍືນຍົງ”, ໄດ້ເນັ້ນໜັກວ່າ ຜະລິດຕະພັນຈາກປ່າໄມ້ໄດ້ຮັບການຄຸ້ມຄອງແບບຍືນຍົງ ສາມາດຊ່ວຍບັນລຸເປົ້າຫມາຍການພັດທະນາແບບຍືນຍົງ, ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດິ, ແລະ ເປັນຊ່ວຍການຫັນໄປສູ່ ເສດຖະກິດສີຂຽວ ແລະ ບ່ອນທີ່ມີການປ່ອຍອາຍຄາບອນຕ່ຳ. Continue reading
ແຜນທີ່ເລື່ອງລາວ ກາເຟ ແລະ ກ້ວຍ ແນວທາງຄວາມທົນທານຕໍ່ສະພາບອາກາດຂອງຂະແໜງກະສິກຳ
ໃນລະຫວ່າງ ວັນທີ 14-18 ມີນາ 2022 ອົງການ ອາຫານ ແລະ ການກະເສດ FAO ຮ່ວມກັບໂຄງການສ້າງຄວາມເຂັ້ມແຂງລະບົບການຕິດຕາມ ແລະ ຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS) ຈັດກອງປະຊຸມລະດັບຊ່ຽວຊານຂັ້ນທ້ອງຖິ່ນຂຶ້ນ ຢູ່ທີ່ແຂວງ ສາລະວັນ ແລະ ແຂວງ ຈຳປາສັກ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອນຳສະເໜີເຜີຍແຜ່ ແຜນທີ່ເລື່ອງລາວຂອງ ກ້ວຍ ແລະ ກາເຟ, ສົນທະນາກ່ຽວກັບບັນດາຄຳແນະນຳ ແລະ ແນວທາງ, ຈຳແນກຮູບແບບການປະສານງານ. ບັນດາຊ່ຽວຊານທີ່ໄດ້ເຂົ້າຮ່ວມໄດ້ຈັດແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມຊາວກະສິກອນ, ພາກສ່ວນກ່ຽວຂ້ອງ ແລະ ກຸ່ມພະນັກງານລັດຖະກອນຈາກພາກ ລັດ. ກິດຈະກຳວຽກນີ້ແມ່ນຕໍ່ເນື່ອງຈາກການປືກສາຫາລື ທີ່່ຖືກຈັດຂຶ້ນທີ່ແຂວງ ບໍລິຄຳໄຊ ແລະ ແຂວງ ຊຽງຂວາງ ກ່ຽວກັບ ມັນຕົ້ນ ແລະ ສາລີ. Continue reading
ຂໍ້ມູນໃໝ່ ນຳສະເໜີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນໄລຍະ 30 ປີຜ່ານມາ
ການວິເຄາະສະພາບອາກາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ໂດຍໃຊ້ການສັງເກດການທ້ອງຖິ່ນປັບປຸງຄຸນນະພາບຂໍ້ມູນໃນປະເທດເຂດພູດອຍ ຊຶ່ງຢູ່ໃນລະດັບແຖວໜ້າຂອງການປ່ຽນແປງດິນຟ້າອາກາດ ຍ້ອນການເປີດເຜີຍ ແລະ ຄວາມສ່ຽງຕໍ່ອັນຕະລາຍ. ໃນຄະນະເວລາດຽວກັນ, ການສຶກສາສະພາບອາກາດຊ່ວຍໃຫ້ຜູ້ຕັດສິນໃຈມີຫຼັກຖານທີ່ຫນັກແໜ້ນ ແລະ ເປັນສິ່ງຈໍາເປັນ ສໍາລັບການນໍາທາງຄວາມຊັບຊ້ອນ ຂອງວິກິດການສະ ພາບອາກາດຂອງໂລກໃນປັດຈຸບັນ.
FAO ສປປ ລາວ ສະເຫຼີມສະຫຼອງວັນແມ່ຍິງສາກົນ #IWD ໃນປີນີ້ ເພື່ອຄວາມໃສ່ໃຈໃນບົດບາດຍິງ-ຊາຍ “ຄວາມສະເໝີພາບທາງເພດໃນວັນນີ້ ແມ່ນເພື່ອອະນາຄົດທີ່ຍືນຍົງ.”
ຄວາມສະເໝີພາບທາງເພດເປັນຫົວໃຈສຳຄັນຂອງການປະຕິບັດໜ້າທີ່ຂອງ FAO ເພື່ອໃຫ້ປະສົບຜົນສຳເລັດໃນຄວາມໝັ້ນຄົງທາງດ້ານສະບຽງອາຫານເພື່ອທຸກຄົນ ໂດຍການເພີ່ມລະດັບໂພຊະນາການ, ການປັບປຸງການຜະລິດກະສິກຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ, ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ. FAO ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້ ກໍຕໍ່ເມື່ອ ການເຮັດວຽກໄປພ້ອມກັບຄວາມສະເໝີພາບຂອງບົດບາດຍິງ-ຊາຍໃຫ້ເທົ່າທຽມກັນ ແລະ ສົ່ງເສີມບົດບາດ ຂອງແມ່ຍິງໃຫ້ຫຼາກຫຼາຍໃນຂະແໜງກະສິກຳ ແລະ ການພັດທະນາຊົນນະບົດ. Continue reading