
Khemmalay SONDAVANH
ໂຄງການ“ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດ Climate REAL ພາຍໃຕ້ການຄຸ້ມຄອງຂອງ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ FAO ແລະ ອົງການ KOICA ໄດ້ພັດທະນາມາດຕະຖານການດໍາລົງຊີວິດທີ່ດີຂຶ້້ນໃຫ້ແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຢູ່ແຂວງອັດຕະປື
ອັດຕະປື, ສປປ ລາວ – ມາດຕະຖານການດໍາລົງຊີວິດຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນຢ່າງເຫັນໄດ້ຈະແຈ້ງ ໃນລະຫວ່າງການລົງສະໜາມຕິດຕາມກວດກາຄວາມກ້າວໜ້າຂອງໂຄງການຢູ່ແຂວງອັດຕະປື, ເຊິ່ງໄດ້ຈັດຂຶ້ນກ່ອນປີໃໝ່ລາວ ໂດຍອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO). ການຢ້ຽມຢາມສໍາຫຼວດຄັ້ງນີ້ເປັນສ່ວນໜຶ່ງຂອງການຕິດຕາມຮ່ວມກັບ ອົງການ KOICA ໃນໂຄງການເຊື່ອມຈອດສໍາລັບການສ້າງຄວາມເຂັ້ມແຂງ ແລະ ຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດຢູ່ແຂວງອັດຕະປື. Continue reading
ຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ
ໃນວັນທີ 26-29 ເມສາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ ຢູ່ເມືອຊໍາເໜືອ ແຂວງຫົວພັນ ແລະ ເມືອງແປກ ແຂວງຊຽງຂວາງ ໂດຍການເປັນຄູຝຶກຂອງ ທ່ານ ແສງເພັດ ວັນນະວົງ, ຫົວໜ້າຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ວິຊາການຈາກຂະແໜງວິສະວະກໍາ, ຂະແໜງຕິດຕາມ-ປະເມີນຜົນຂອງ ທລຍ ສູນກາງ ແລະ ການເຂົ້າຮ່ວມເປັນປະທານກ່າວເປີດຂອງທ່ານຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຂອງແຂວງຊຽງຂວາງ ແລະ ຫົວພັນ ແລະ ການເຂົ້າຮ່ວມຂອງຜູ້ຊ່ວຍຜູ້ປະສານງານ ທລຍ ແຂວງ, ຫົວໜ້າທີມງານ ທລຍ ຂັ້ນເມືອງ, ພະນັກງານໂພຊະນາການເມືອງ ແລະ ບ້ານ, ຕະຫຼອດຮອດແນວລາວສ້າງຊາດຂັ້ນເມືອງໆເປົ້າໝາຍ ທລຍ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 24 ທ່ານ. Continue reading
FAO and KOICA’s Climate REAL project extends better living standards to Attapeu beneficiaries
Attapeu, Lao PDR – A documented improvement in living standards has been observed during a field mission to Attapeu province, organized just prior to Lao New Year by the Food and Agriculture Organization of the United Nations (FAO). The visit was part of the co-monitoring of the Integrated Programme for Climate Resilience and Empowerment in Attapeu province, with KOICA. Continue reading
ການນຳສະເໜີຂໍ້ມູນທາງວິທະຍາສາດໃໝ່ໃນແຜນທີ່ ກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດໃນ ສປປ ລາວ/Press release New Atlas delivers scientific data on climate change in Lao PDR
ເກືອບ 5 ປີຂອງການສ້າງແບບຈໍາລອງ ແລະ ລະບົບໄອທີ ໄດ້ເຮັດວຽກຮ່ວມກັບຊ່ຽວຊານທາງດ້ານເຕັກນິກວິຊາການຂອງລັດຖະບານ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ FAO, ແຜນທີ່ພູມອາກາດ ແລະ ອຸຕຸກະເສດ ແຫ່ງ ສປປ ລາວ ຫຼື Atlas ໄດ້ເປີດຕົວໃນວັນທີ 3 ພຶດສະພາ 2022 ນີ້. ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. Atlas ນີ້ ເປັນເຄື່ອງ ມືຂອງອົງການ FAO ໄດ້ຮັບທຶນຈາກ ຈາກ ກອງທຶນສິ່ງແວດລ້ອມໂລກ ຫຼື GEF. “ການເສີມສ້າງລະບົບການຕິດຕາມສະພາບອາກາດ ແລະ ຂໍ້ມູນຂ່າວສານກະສິກຳ ເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃນ ສປປ ລາວ”ໂຄງການ SAMIS, ໄດ້ຈັດຕັ້ງປະຕິບັດໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ; ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິ ກຳ ແລະ ປ່າໄມ້.
Rising prices, export of Lao coffee discussed between Minister, MAF and FAO Representative to Lao PDR
FAO Representative to Lao PDR – Mr Nasar Hayat – called on His Excellency Dr Phet Phomphiphak, Minister of Agriculture and Forestry (MAF) on 21 April 2022. Mr Hayat handed over a letter from the Director-General of FAO expressing his interest in the “Green Growth Economic Corridor” Hand-in-Hand Initiative (HIHI); took the opportunity to brief the Minister on the selection of coffee for a new FAO initiative being launched on 10 May 2022; and raised the issue of the impact of rising food, fuel and fertilizer prices on food security for Lao PDR. Continue reading
ການປຶກສາຫາລື ກ່ຽວກັບສະພາບການເພີ່ມຂຶ້ນຂອງລາຄາສິນຄ້ານໍາເຂົ້າກະສິກໍາ ແລະ ພະລັງງານ, ການສົ່ງເສີມກາເຟລາວໃຫ້ ເປັນໜຶ່ງປະເທດ,ໜຶ່່ງຜະລິດຕະພັນ ລະຫວ່າງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກັບ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ(FAO) ປະຈໍາ ສປປ ລາວ.
ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ທ່ານ ນາຊາ ຮາຢັດ ໄດ້ເຂົ້າພົບ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ (MAF) ໃນວັນທີ 21 ເມສາ 2022. ທ່ານ ນາຊາ ຮາຢັດໄດ້ຖືກມອບໝາຍຈາກ ເອກອະທິບໍດີ ຂອງອົງການ FAO ເຊິ່ງໃຫ້ຄວາມສົນໃຈໃນການພັດທະນາ “ການເຕີບໂຕທາງເສດຖະກິດສີຂຽວຕາມແລວທາງລົດໄຟ” ຂໍ້ລິເລີ່ມ Hand-in-Hand (HIHI); ໂອກາດນີ້ ທ່ານລັດຖະມົນຕີ ໄດ້ເຫັນດີເປັນເອກກະພາບໃນການສະເໜີ ເລືອກກາເຟເປັນຜະລິດຕະພັນ ເປັນການລິເລີ່ມຂອງ ອົງການ FAO ເຊິ່ງຈະໄດ້ເປີດໂຕຂຶ້ນຢ່າງເປັນທາງການ ໃນວັນທີ 10 ພຶດສະພາ 2022. ນອກນັ້ນ, ທ່ານຍັງໄດ້ຍົກບັນຫາຜົນກະທົບ ຂອງການເພີ່ມຂຶ້ນຂອງລາຄາອາຫານ, ນ້ຳມັນເຊື້ອໄຟ ແລະ ຝຸ່ນ ທີ່ເພີ່ມຂຶ້ນສູງ ເຊິ່ງເປັນຜົນກະທົບຕໍ່ກັບການຄ້ຳປະກັນສະບຽງອາຫານໃນ ສປປ ລາວ. Continue reading
USAID and FAO Handover Personal Protective Equipment to the Department of Livestock and Fisheries to Ensure Safety of Veterinarians and Animal Health Workers
Vientiane, Lao PDR – On April 25, 2022, the United States through the U.S. Agency for International Development (USAID) handed over Personal Protective Equipment (PPE) and disinfectant materials to Mrs. Vilayphone Vorraphim, Director General of the Department of Livestock and Fisheries, at the office of the Department of Livestock and Fisheries of the Ministry of Agriculture and Forestry. The support will ensure the safety of veterinarians and animal health workers investigating animal diseases in the field and aid in preventing disease spread. The generous support was made possible by the U.S. Government through USAID under the Global Health Security Project, implemented by the Food and Agriculture Organization (FAO) of the United Nations. Continue reading
ອົງການ USAID ແລະ FAO ມອບຮັບຊູດປ້ອງກັນການຕິດເຊື້ຶອສ່ວນບຸກຄົນ ແລະ ອຸປະກອນຂ້າເຊື້ອ ໃຫ້ ກົມລ້ຽງສັດ ແລະ ການປະມົງ ເພື່ອຮັບປະກັນຄວາມປອດໄພໃຫ້ ສັດຕະວະແພດ ແລະ ວິຊາການປີ່ນປົວສັດ
ໃນວັນທີ 25 ເມສາ 2022 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ໄດ້ມີການມອບອຸປະກອນປ້ອງກັນການຕິດເຊື້ຶອສ່ວນບຸກຄົນ (PPE) ແລະ ອຸປະກອນຢາຂ້າເຊື້ອ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ. ເຊີ່່ງໄດ້ຮັບການຊ່ວຍເຫຼືອຈາກ ປະເທດສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ການມອບຮັບ ໄດ້ຈັດຂື້ນທີ່ຫ້ອງປະຊູມ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ເປັນຜູ້ຕາງໜ້າຮັບ ອຸປະກອນດັ່ງກ່າວ. ການຊ່ວຍເຫຼືອອຸປະກອນປ້ອງກັນການຕິດເຊື້ຶອສ່ວນບຸກຄົນ (PPE) ແລະ ອຸປະກອນຢາຂ້າເຊື້ອ ຈະຊ່ວຍຮັບປະກັນຄວາມປອດໄພ ໃຫ້ແກ່ຂອງນັກວິ ຊາການສັດຕະວະແພດ ແລະ ນັກວິຊາການປີ່ນປົວສັດ ທີ່ເຮັດການສືກສາຄົ້ນຫາສາເຫດຂອງການແຜ່ລະບາດ ຂອງພະຍາດສັດຢູ່ພາກສະໜາມ. ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແຫ່ງສະຫະລັດອາເມລິກາ ໂດຍຜ່ານອົງການ USAID ພາຍໃຕ້ໂຄງການຄໍ້າປະກັນສຸຂະພາບທົ່ວໂລກ (GHSP), ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO).
ອົງການ FAO ແລະ ລັດຖະບານຍີ່ປຸ່ນ ແຈກຢາຍໄກ່ 35,640 ໂຕ ໃຫ້ແກ່ຊາວກະສິກອນ ຢູ່ແຂວງ ອຸດົມໄຊ ແລະ ແຂວງ ຫຼວງພະບາງ, ສປປ ລາວ/Press Release FAO and Japanese Government provide 35,640 chickens to farmers in Oudomxay and Luang Prabang Provinces
ຊາວກະສິກອນຜູ້ທີ່ມີຄວາມສ່ຽງປະມານ 3,887 ຄົນໃນແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຈະໄດ້ຮັບແນວພັນໄກ່ພື້ນເມືອງ ແລະ ພັນປັບປຸງ ນັບແຕ່ເດືອນ ເມສາ ຫາ ເດືອນມິຖຸນາ 2022 ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳ ສປປ ລາວ (FAO). ການຊ່ວຍເຫຼືອມີ ມູນຄ່າ 2,32 ຕື້ກີບ, ຈະຊ່ວຍເພີ່ມການຜະລິດໄຂ່, ເພື່ອຊ່ວຍເຫຼືອການຟື້ນຟູຂອງຊຸມຊົນທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ 19 ແລະ ເພີ່ມຄວາມທົນທານຕໍ່ສິ່ງທ້າທາຍຕ່າງໆຕໍ່ຜົນກະທົບທີ່ເກີດຂຶ້ນໃນອະນາຄົດ. Continue reading
ການບໍລິການຂໍ້ມູນຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ໃນໄລຍະຜ່ານມາ
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກກອງທຶນປະເທດດ້ອຍພັດທະນາ ຂອງກອງທຶນສິ່ງແວດລ້ອມໂລກ GEF, ຈັດຕັ້ງປະຕິບັດໂດຍອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ປະຕິ ບັດງານໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (MONRE), ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (DALaM), ກະຊວງກະສິກໍາ ແລະ ປ່າໄມ້ (MAF). Continue reading