
Khemmalay SONDAVANH
ຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ
ຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ
(P-WEN) ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ
ໃນລະຫວ່າງວັນທີ 13 ຫາ 18 ມິຖຸນາ 2022. ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດ ໝາຍ ໃຫ້ແກ່ຄະນະປະສານ ງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດ ໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ຂຶ້ນ, ທີ່ຫ້ອງປະຊຸມໂຮງແຮມເດິ ແກຣນລີເວີຊາຍ II (The Grand Riverside II Hotel), ເມືອງ ວັງວຽງ, ແຂວງ ວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້, ມີຜູ້ເຂົ້າຮ່ວມຝຶກອົບຮົມ ທີ່ມາຈາກຄະ ນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍ ປ່າໄມ້ ຂັ້ນແຂວງ (P-WEN) ຄື: ແຂວງ ບໍ່ແກ້ວ, ຫຼວງນ້ໍາທາ ແລະ ແຂວງ ອຸດົມໄຊ, ຕາງໜ້າຈາກກອງກວດກາປ່າໄມ້, ຂະແໜງປ່າໄມ້ ແລະ ກອງຄຸ້ມຄອງປ່າສະຫງວນ, ພະແນກຕໍາຫຼວດສິ່ງແວດລ້ອມ, ກອງກວດ ກາພາສີ, ອົງການໄອຍະການປະຊາຊົນ, ອົງການກວດກາລັດຂັ້ນແຂວງ ແລະ ຄູຝຶກຈາກອົງ ການ WWF-Laos ແລະ ອົງການ Traffic, ເຂົ້າຮ່ວມທັງໝົດ 90 ທ່ານ, ຍິງ 11 ທ່ານ.
ພິທີສະຫຼຸບ ຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ “WildHealthNet ”ແຕ່ປີ 2019-2022, ຊຶ່ງໄດ້ຮັບການສະໜັບສະໜູນທຶນຈາກ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມລິກາ/Transition Ceremony for the WildHealthNet project funded by the Defense Threat Reduction Agency, USA
ພິທີສະຫຼຸບ ຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ “WildHealthNet ”ແຕ່ປີ 2019–2022, ຊຶ່ງໄດ້ຮັບການສະໜັບສະໜູນທຶນຈາກ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມລິກາ.
ນະຄອນຫຼວງວຽງຈັນ, 9 ມິຖູນາ 2022 ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ – ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ ອະນຸລັກ ສັດປ່າ ປະຈໍາ ສປປ ລາວ (WCS) ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ “WildHealthNet” ແຕ່ປີ 2019–2022; ທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມລິກາ. ການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນໄລຍະດັ່ງກ່າວ ແມ່ນເລັງໃສ່ການສ້າງເຄືອຂ່າຍ ແລະ ພັດທະນາມາດຕະຖານຂັ້ນຕອນ ການປະຕິບັດການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ. ພິທີດັ່ງກ່າວ ໄດ້ມີການເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ອົງການຈັດຕັ້ງສາກົນ, ຫ້ອງວິໄຈ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. Continue reading
ງານຕະຫຼາດນັດນະວັດຕະກຳກະສິກຳ ແລະ ການສົນທະນາ ວັນທີ 30 ພຶດສະພາ – 02 ມິຖຸນາ 2022, ວິທະຍາເຂດສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ/Agricultural Innovation Market Fair and Panel Discussions 30 May – 2 June 2022, National Agriculture and Forestry Research Institute campus
ງານຕະຫຼາດນັດນະວັດຕະກຳກະສິກຳ ແລະ ການສົນທະນາ ວັນທີ 30 ພຶດສະພາ – 02 ມິຖຸນາ 2022, ວິທະຍາເຂດສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ
ໃນວັນທີ 30 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມມືກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ເປີດງານຕະຫຼາດນັດນະວັດຕະກຳກະສິກຳ ທີ່ຈະດຳເນີນເປັນເວລາ 4 ວັນ, ເຊີ່ງຈະມີການໂອ້ລົມສົນທະນາ ແລະ ການນໍາສະເຫນີ ຫຼາຍຫົວຂໍ້. ນະວັດຕະກໍາກະສິກຳມີທ່າແຮງອັນໃຫຍ່ຫຼວງໃນ ສປປ ລາວ ເພື່ອເພີ່ມລາຍຮັບຂອງຊາວກະສິກອນ, ປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ແລະ ຊ່ວຍໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ. ດັ່ງນັ້ນ, ຈຸດປະສົງຂອງງານແມ່ນ ເພື່ອເປັນເວທີທີ່ຍົກໃຫ້ເຫັນ ແລະ ແລກປ່ຽນຄໍາຄິດເຫັນ ແລະ ອໍານວຍຄວາມສະດວກໃຫ້ແກ່ການພົວພັນຄູ່ຮ່ວມມື ລະຫວ່າງ ບັນດາພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ຊາວກະສິກອນເຖິງນັກລົງທຶນ ແລະ ຜູ້ວາງນະໂຍບາຍ ເພື່ອສົ່ງເສີມການປະດິດສ້າງ/ນະວັດຕະກຳ ກະສິກໍາ. Continue reading
ອົງການ FAO ສຳເລັດການເຝິກອົບຮົມການວາງແຜນ DRM/CCA ໃຫ້ແກ່ພະນັກງານລັດ ທີ່ແຂວງອັດຕະປື ໃນລະຫວ່າງວັນທີ 24-26 ພຶດສະພາ 2022/FAO completes DRM/CCA planning training for government officials in Attapeu Province, 24-26 May 2022
ອົງການ FAO ສຳເລັດການເຝິກອົບຮົມການວາງແຜນ DRM/CCA ໃຫ້ແກ່ພະນັກງານລັດ ທີ່ແຂວງອັດຕະປື ໃນລະຫວ່າງວັນທີ 24-26 ພຶດສະພາ 2022
ອັດຕະປື, ສປປ ລາວ – ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ສຳເລັດການເຝິກອົບຮົມກ່ຽວກັບ ການວາງແຜນການຄຸ້ມຄອງຄວາມສ່ຽງໄພພິບັດ/ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ (DRM/CCA) ໃຫ້ແກ່ພະນັກງານລັດຖະບານ. ການເຝິກອົບຮົມຫ້າໂມດູນໄດ້ຖືກຈັດຂຶ້ນພາຍໃຕ້ໂຄງການ “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (Climate REAL), ເຊິ່ງໄດ້ຮັບການສະໜັບສະໜູນໂດຍອົງການ KOICA. Continue reading
ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຢູ່ແຂວງສະຫວັນນະເຂດ ແຕ່ປີ 2003-2021
ໃນວັນທີ 9 ພຶດສະພາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງສະຫວັນນະເຂດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບ ແລະ ປິດໂຄງການ ທລຍ ແຂວງສະຫວັນນະເຂດ ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2003-2021 ຂຶ້ນ, ທີ່ສະໂມສອນ ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳຈັນ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ພັດນະຄອນ ຄັນ ທະມີໄຊ ຜູ້ອຳນວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ມີບັນດາທ່ານຫົວໜ້າພະແນກ, ຄະນະພະແນກການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ທ່ານຮອງເຈົ້າເມືອງ ແລະ ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ 5 ເມືອງເປົ້າໝາຍ ທລຍ (ເຊໂປນ, ນອງ, ພີນ, ທ່າປາງທອງ ແລະ ອາດສະພອນ), ທີມງານ ທລຍ ສູນກາງ, ຫົວໜ້າໂຄງການ ທລຍ ແຂວງສະຫວັນນະເຂດ ພ້ອມດ້ວຍທີມງານ ທລຍ ແຂວງ ແລະ ເມືອງ, ຜູ້ຕາງໜ້າທະນາຄານສົ່ງເສີມກະສິກໍາ ແລະ ອົງການຈັດຕັ້ງສາກົນທີ່ເຄື່ອນໄຫວໃນເຂດເມືອງເປົ້າໝາຍ ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 8 ທ່ານ. Continue reading
ຫົວໜ້າທະນາຄານໂລກ ລົງຢ້ຽມຢາມການຈັດຕັ້ງປະຕິບັດ ແຜນງານໜຶ່ງດຽວທີມີສ່ວນຮ່ວມຫຼາຍຂະແໜງການ ສົ່ງເສີມໂພຊະນາການ ຢູ່ແຂວງອຸດົມໄຊ
ວັນທີ 5 ພຶດສະພາ 2022 ຜ່ານມາ, ທ່ານ ນາງ ມາຣຽມ ເຊີແມນ (Mariam Sherman) ຫົວໜ້າທະນາຄານໂລກ ຮັບຜິດຊອບປະເທດ ມຽນມາ, ກຳປູເຈຍ ແລະ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຮ່ວມກັນຂອງບັນດາໂຄງການທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ສົ່ງເສີມໂພຊະນາການ ທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ຢູ່ທີ່ບ້ານຫ້ວຍຫຼາ ແລະ ບ້ານສາມັກຄີໄຊ ເມືອງຫຼາ, ແຂວງອຸດົມໄຊ. Continue reading
ກອບນິຕິກໍາທີ່ເຂັ້ມ ຈະເພີ່ມທະວີການປົກປັກຮັກສາພູມີທັດຊີວະນາໆພັນອັນອຸດົມສົມບູນຂອງ ສປປ ລາວ ໃຫ້ແກ່ຄົນ ແລະ ທຳມະຊາດ/Strong regulatory frameworks step up safeguarding Lao PDR’s rich biodiverse landscapes for both people and nature
ນະຄອນຫຼວງວຽງຈັນ, 18 ພຶດສະພາ 2022 – ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດໃນວັນທີ 18 ພຶດສະພາ 2022 ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການປົກປັກຮັກສາປ່າສະຫງວນແຫ່ງຊາດ ໂດຍການຜ່ານຮ່າງ ດໍາລັດວ່າດ້ວຍປ່າສະຫງວນ ສະບັບປັບປຸງ. Continue reading
ອົງການ FAO ຈັດກອງປະຊຸມສຳມະນາເພື່ອປຶກສາຫາລືກ່ຽວກັບການລ້ຽງປາໃນນາເຂົ້າຢູ່ແຂວງອັດຕະປື/FAO workshops held to discuss rice-cum-fish farming in Attapeu Province
ອັດຕະປື, ສປປ ລາວ – ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ (DLF), ກະຊວງກະສິກຳ ແລະ ປ່າໄມ້, ໄດ້ສໍາເລັດການຈັດກອງປະຊຸມປຶກສາຫາລື ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື, ໃນລະຫວ່າງວັນທີ 4 ຫາ 8 ພຶດສະພາ 2022 ທີ່ຜ່ານມາ, ກ່ຽວກັບກິດຈະກໍາການລ້ຽງປາໃນນາເຂົ້າ (ກະສິກໍາແບບປະສົມປະສານ) ເຊິ່ງເປັນສ່ວນໜຶ່ງຂອງ ໂຄງການ “ສ້າງຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການ ດໍາລົງຊີວິດຢູ່ແຂວງອັດຕະປື” (Climate REAL), ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ KOICA.
ອົງການ FAO ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການໃຫ້ແກ່ຊາວກະສິກອນໃນການລ້ຽງປາໃນນາເຂົ້າຄືນໃໝ່, ເຊິ່ງເປັນຮູບແບບເດີມການປະຕິບັດຂອງຊາວບ້ານ ທີ່ລ້ຽງປາ ຫຼື ສັດນ້ໍາອື່ນໆໃນນາເຂົ້າ ເຊັ່ນ: ກົບ ເພື່ອກິນແມງໄມ້ ແລະ ບົ້ງ ແລະ ຍັງເຮັດໜ້າທີ່ປັບປຸງທາດອາຫານໃນນາເຂົ້າ ແລະ ການລ້ຽງສັດນ້ຳໃນນາເຂົ້ານີ້ໄດ້ຫຼຸດຈໍານວນລົງໃນໄລຍະຫລາຍປີທີ່ຜ່ານມາ ເນື່ອງຈາກວິທີການປູກເຂົ້າໄດ້ມີການປ່ຽນແປງ ແລະ ການໃຊ້ຢາປາບສັດຕູພືດທີ່ກວ້າງຂວາງ, ແຕ່ການປະຕິບັດດັ່ງກ່າວມີການປັບປຸງຟື້ນຟູຄືນໃໝ່ ເພື່ອສົ່ງເສີມການຜະລິດໃຫ້ມີລັກສະນະຄວາມຫຼາກຫຼາຍ ຂອງຊີວະນາໆພັນ.
ກອງປະຊຸມປຶກສາຫາລືໄດ້ມີການສົນທະນາກັບວິຊາການພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລວມທັງຊາວກະສິກອນຕົວແບບ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມການສົນທະນາຖອດຖອນບົດຮຽນຈາກ ໂຄງ ການທີ່ຄ້າຍຄືກັນທີ່ຈັດຕັ້ງປະຕິບັດ ມີສໍາເລັດຜົນມາແລ້ວຢູ່ແຂວງ ສະຫວັນນະເຂດ ໂດຍອົງການ FAO. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດກໍໄດ້ໄປຢ້ຽມຢາມສະຖານທີ່ການສາທິດ. ໂຮງຮຽນຊາວກະສິກອນ (Farmer-Field-School ຫຼື FFS) ທິ່ໄດ້ຖືກສ້າງ ຕັ້ງຂຶ້ນໃກ້ກັບສວນດັ່ງກ່າວ, ເຊິ່ງເປັນສະຖານທີ່ທີ່ຊາວກະສິກອນພົບປະກັນເປັນປະຈໍາອາທິດເພື່ອການຮຽນຮູ້ແບບມີສ່ວນຮ່ວມ, ການສົນທະນາຢ່າງກົງໄປກົງມາກ່ຽວກັບບັນຫາຕ່າງໆ ແລະ ການລະດົມສະໝອງຫາວິທີແກ້ໄຂສໍາລັບການປັບປຸງການປະຕິບັດຕົວຈິງ.
ໂຄງການດັ່ງກ່າວໄດ້ສະໜັບສະໜູນມີຈໍານວນຜູ້ໄດ້ຮັບຜົນປະໂຫຍດ ທັງໝົດ 103 ຄົວເຮືອນ ໃນ 7 ບ້ານເປົ້າໝາຍ ຂອງເມືອງສະໜາມໄຊ ໄດ້ຮັບການຄັດເລືອກໂດຍຜ່ານການເກັບກຳຂໍ້ມູນພື້ນຖານ ຂອງໂຄງການເພື່ອເຂົ້າຮ່ວມຈັດຕັ້ງປະຕີບັດກິດຈະກຳໃນຄັ້ງນີ້. ນອກຈາກການຂາຍເຂົ້າທີ່ປູກຈາກທົ່ງນາແລ້ວ, ການລ້ຽງປາໃນນາເຂົ້າແມ່ນສາມາດສ້າງລາຍຮັບ ຍັງຊ່ວຍຄ້ຳປະກັນສະບຽງອາ ຫານ ໂດຍເຮັດໃຫ້ຊາວນາມີລາຍຮັບເພີ່ມຂຶ້ນ ຈາກການຂາຍປາ ຫຼື ສັດນ້ຳ ທີ່ລ້ຽງຢູ່ໃນທົ່ງນາ ແລະ ຍັງເປັນການຫຼຸດຜ່ອນການນຳໃຊ້ຝຸ່ນ ແລະ ຢາປາບສັດຕູພືດອີກດ້ວຍ.
*********************
Lao Media Contact Person/s:
Jiheun Haylie Kim, Project Manager – jiheunhaylie.kim@fao.org
Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org
Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org
Attapeu, Lao PDR – The Food and Agriculture Organization of the United Nations (FAO), together with the Department of Livestock and Fisheries (DLF) of the Ministry of Agriculture and Forestry, successfully organized a series of consultation workshops in Sanamxay District, Attapeu Province, between 4 and 8 May 2022, for the rice-cum-fish farming (Integrated Farming) activity as a part of the “Building Climate-Resilient and Eco-friendly Agriculture Systems and Livelihoods” (Climate REAL) project, funded by Korea International Cooperation Agency (KOICA).
FAO is helping farmers to rediscover rice-fish culture, a traditional Asian practice where fish, or other aquatic animals like frogs, eat the insects and worms and the water is then used to fertilize rice and other crops. This practice has fallen away in recent times due to the intensification of rice production and pesticide use but is being reintroduced to promote species diversification and biodiversity.
The consultation workshops involved discussions with Provincial and District Agriculture and Forestry Offices as well as farmer representatives and village authorities on lessons learned from a similar project successfully implemented by FAO in Savannakhet Province. The workshops were then followed by site visits to demonstration farms. Farmer-Field-School (FFS) will be established around these farms, which is when farmers meet for weekly participatory hands-on group learning, frank discussion of problems and brainstorming of solutions for improved practices.
A total of 103 beneficiary households in seven target villages of Sanamxay District have been identified through the project baseline survey for participation in this activity. In addition to selling rice from the paddy fields, rice-cum-fish farming will assist with food security by allowing farmers to earn extra income from selling fish or aquatic animals raised in the rice paddy fields and also reducing the need for fertilizer and pesticides.
*********************
Lao Media Contact Person/s:
Jiheun Haylie Kim, Project Manager – Jiheunhaylie.Kim@fao.org
Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org
Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org
News by: MAF Media Team
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#FacebookPage: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
#YouTube: ລາຍການກະສິກຳ ແລະ ປ່າໄມ້
Official Website :www.maf.gov.la
ໂທລະພາບແຫ່ງຊາດລາວຊ່ອງ1 ແລະ ຊ່ອງ 3
ຕິດຕໍ່ເອົາຂ່າວ ແລະ ລົງໂຄສະນາ ໄດ້ທີ່ເບີ 021 410154 ຕາມໂມງລັດຖະການ
ຫົວໜ້າທະນາຄານໂລກ ລົງຢ້ຽມຢາມການຈັດຕັ້ງປະຕິບັດ ແຜນງານໜຶ່ງດຽວທີມີສ່ວນຮ່ວມຫຼາຍຂະແໜງການ ສົ່ງເສີມໂພຊະນາການ ຢູ່ແຂວງອຸດົມໄຊ
ວັນທີ 5 ພຶດສະພາ 2022 ຜ່ານມາ, ທ່ານ ນາງ ມາຣຽມ ເຊີແມນ (Mariam Sherman) ຫົວໜ້າທະນາຄານໂລກ ຮັບຜິດຊອບປະເທດ ມຽນມາ, ກຳປູເຈຍ ແລະ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຮ່ວມກັນຂອງບັນດາໂຄງການ ທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມ ຈາກຫຼາຍຂະແໜງການ ສົ່ງເສີມໂພຊະນາການ ທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ຢູ່ບ້ານຫ້ວຍຫຼາ ແລະ ບ້ານສາມັກຄີໄຊ ເມືອງຫຼາ, ແຂວງອຸດົມໄຊ. Continue reading
ການລິເລີ່ມຂອງອົງການ FAO “ໜຶ່ງປະເທດ-ໜຶ່ງບຸລິມະສິດຜະລິດຕະພັນ” ຂອງພາກພື້ນອາຊີ ແລະ ປາຊີຟິກ/FAO initiates “One Country – One Priority Product” for Asia and the Pacific
ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 10 ພຶດສະພາ 2022, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ໄດ້ເປີດຕົວຢ່າງເປັນທາງການ ວ່າດ້ວຍການຈັດຕັ້ງປະຕິບັດ ການພັດທະນາສີຂຽວ ຂອງການຜະລິດຕະພັນກະສິກຳແບບພິເສດ ໃນທົ່ວໂລກ: “ໜຶ່ງປະເທດ-ໜຶ່ງບຸລິມະສິດ ຜະລິດຕະພັນ” ໃນການຈັດຕັ້ງປະຕິບັດຂອງຂອບເຂດທົ່ວປະເທດໃນພາກພື້ນອາຊີ ແລະ ປາຊີ ຟິກ. ກອງປະຊຸມລະບົບອອນໄລດັ່ງກ່າວໄດ້ຮັບຄວາມສົນໃຈຈາກລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ຈາກພາກພື້ນອາຊີ ແລະ ປາຊີຟິກ ຄື: ປະເທດ ບູຕານ, ອິນໂດເນເຊຍ, ຊາມົວ, ເກາະໂຊໂລມອນ, ໄທ, ຈີນ ແລະ ສປປ ລາວ. Continue reading