Khemmalay SONDAVANH

ສໍາເລັດຈັດຕັ້ງປະຕິບັດໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ ບ້ານບຸນໃຕ້

ສໍາເລັດຈັດຕັ້ງປະຕິບັດໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ ບ້ານບຸນໃຕ້

      ໃນວັນທີ 23 ມິຖຸນາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງບຸນໃຕ້, ແຂວງຜົ້ງສາລີ ສົມທົບກັບການນຳຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທິມງານຂັ້ນບ້ານ  ໄດ້ລົງກວດກາຜົນສໍາເລັດຂອງໂຄງການສ້ອມແປງເສັ້ນທາງຫາເຂດການຜະລິດ ບ້ານບຸນໃຕ້ ເຊິ່ງເຂົ້າຮ່ວມໃນການກວດກາຜົນສໍາເລັດໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດໃນຄັ້ງນີ້ ໂດຍທ່ານ ບຸນແພງ ລາວລີ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆບຸນໃຕ້ ຜູ້ຊີ້ນໍາວຽກງານ ທລຍ, ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ພ້ອມດ້ວຍອົງການປົກຄອງທ້ອງຖິ່ນ, ທິມງານຂັ້ນບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມທັງໝົດ 150 ຄົນ, ຍິງ 60 ຄົນ.

Continue reading

ລົງຕິດຕາມຊຸກຍູ້ກິດຈະກຳປັບປຸງຊີວິດການເປັນຢູ່ ຂອງສະມາຊິກ ກຊກ

ລົງຕິດຕາມຊຸກຍູ້ກິດຈະກຳປັບປຸງຊີວິດການເປັນຢູ່ ຂອງສະມາຊິກ ກຊກ

ໃນວັນທີ 7 ມິຖຸນາ 2022 ຜ່ານມາ, ພະນັກງານປັບປຸງຊີວິດການເປັນຢູ່ ຂັ້ນບ້ານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງຂວາ, ແຂວງຜົ້ງສາລີ ໄດ້ລົງຕິດຕາມຊຸກຍູ້ກິດຈະກຳ ປັບປຸງຊີວິດການເປັນຢູ່ ຂອງສະມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ບ້ານສົບອັດ, ເມືອງຂວາ, ແຂວງຜົ້ງສາລີ. ໃນການລົງຊຸກຍູ້ຄັ້ງນີ້ ໄດ້ຕິດຕາມ-ກວດກາ ການຝາກເງິນ, ການຄຸ້ມຄອງກອງທຶນ ໂດຍສະເພາະ ການລົງບັນຊີ ແລະ ເກັບກຳຂໍ້ມູນການດໍາເນີນກິດຈະກຳສ້າງລາຍຮັບ ຂອງສະມາຊິກ ກຊກ, ຊຶ່ງມີສະມາຊິກ ກຊກ ເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 34 ຄົນ.

Continue reading

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂອງ ທລຍ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂອງ ທລຍ

ໃນວັນທີ 28-29 ມິຖຸນາ 2022 ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂຶ້ນ, ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການບໍລິຫານ ທລຍ. ເຊິ່ງມີຫົວໜ້າຂະແໜງ, ພະນັກງານໂພຊະນາການຂັ້ນສູນກາງ, ຂັ້ນເມືອງ ແລະ ຂັ້ນບ້ານ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 30 ຄົນ.

Continue reading

ການສຳຫຼວດຄວາມຕ້ອງກ​ານ ໃນການປັບປຸງ ແລະ ພັດທະ​ນາ ສະ​ຖານີຕິດຕາມ​ສະ​ພາບອາ​ກາດຂັ້ນເມືອງທົ່ວປະເທດ

ການສຳຫຼວດຄວາມຕ້ອງກ​ານ ໃນການປັບປຸງ ແລະ ພັດທະ​ນາ ສະ​ຖານີຕິດຕາມ​ສະ​ພາບອາ​ກາດຂັ້ນເມືອງທົ່ວປະເທດ

ລະ​ບົບບໍ​ລິ​ການຂໍ້​ມູນພູມອາກາດ ໃຫ້ແກ່ວຽກງານກະ​ສິກຳແຫ່ງ ສ​ປ​ປ ລາວ ໄດ້ຮັບການພັດທະ​ນາ ແລະ ຈັດ ຕັ້ງປະ​ຕິ​ບັດໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບັນ ດາກົມ, ສະ​ຖາ​ບັນ ແລະ ສູນ ພາຍໃນກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງປະກອບມີ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນ​ປ້ອງ​ກັນ​ພືດ (ກົມປູກຝັງ). ພາຍໃຕ້ການ ສະ​ໜັບສະ​ໜູນ ທືນຮອນ ຈາກກອງທືນສິ່ງແວດລ້ອມໂລກ ແລະ ສະ​ໜັບ​ສະ​ໜູນເຕັກນິກ ຈາກອົງການອາຫານ ແລະ ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ.

 

Continue reading

ກອງປະຊຸມປະເມີນຜົນຂອງ ອົງການອາຫານ ແລະ ການກະເສດ (FAO) ໄດ້ຈັດຂຶ້ນເພື່ອທົບທວນຄືນຄວາມສໍາເລັດຂອງໄລຍະການເຝິກອົບຮົມໃຫ້ແກ່ພະນັກງານແຂວງອັດຕະປື ພາຍໃຕ້ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການປັບຕົວຕໍ່ການປ່ຽນ ແປງ ສະພາບດິນຟ້າອາກາດ/FAO progress workshop held to review the completion of the training phase for the Agriculture Disaster Risk Management and Climate Change Adaptation planning for Attapeu officials

ກອງປະຊຸມປະເມີນຜົນຂອງ ອົງການອາຫານ ແລະ ການກະເສດ (FAO) ໄດ້ຈັດຂຶ້ນເພື່ອທົບທວນຄືນຄວາມສໍາເລັດຂອງໄລຍະການເຝິກອົບຮົມໃຫ້ແກ່ພະນັກງານແຂວງອັດຕະປື ພາຍໃຕ້ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການປັບຕົວຕໍ່ການປ່ຽນ ແປງ ສະພາບດິນຟ້າອາກາດ.

ໃນ​ວັນທີ 16 ມິຖຸນາ 2022, ທີ່​ນະ​ຄອນຫຼວງວຽງ​ຈັນ, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO), ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມທົບທວນ ແລະ ຕີລາຄາຄືນ ເພື່ອປະເມີນຊຸດຝຶກອົບຮົມພະນັກງາານລັດ ກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດດ້ານກະສິກຳ/ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ (DRM/CCA). ການຝຶກອົບຮົມທັງ 5 ຊຸດນີ້ ໄດ້ຖືກຈັດຂຶ້ນພາຍໃຕ້ໂຄງການ “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (Climate REAL) ເຊິ່ງໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA).

Continue reading

ກອງປະຊຸມ ສະຫຼຸບປິດການຊ່ວຍເຫຼືອໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ

ກອງ​ປະ​ຊຸມ ສະຫຼຸບ​ປິດ​ການ​ຊ່ວຍ​ເຫຼືອ​ໂຄງ​ການ ກອງ​ທຶນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຂອງ​ອົງ​ການ​ເພື່ອ​ການ​ພັດ​ທະ​ນາ ແລະ ຮ່ວມ​ມື ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ

ໃນ​ວັນ​ທີ 16 ມິ​ຖຸ​ນາ ທ​ລຍ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຈັດ​ກອງ​ປະ​ຊຸມສະຫຼຸບ​ປິດ​ການ​ຊ່ວຍ​ເຫຼືອ​ໂຄງ​ການ ທ​ລຍ ຂອງ​ອົງ​ການ SDC ຂຶ້ນ, ທີ່​ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ. ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສີ​ປະ​ໄພ ໄຊ​ສົງ​ຄາມ ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ, ທ່ານ ຄ​ຣິ​ສ​ຕຽນ ເອງ​ເລີ ຮອງ​ຫົວ​ໜ້າອົງ​ການ SDC ປະ​ຈຳ ສ​ປ​ປ ລາວ. ເຊິ່ງ​ມີ ທ່ານ ພັດ​ນະ​ຄອນ ຄັນ​ທະ​ມີ​ໄຊ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ທ​ລຍ; ທ່ານ ນ. ອໍ​ເຣ​ລີ ໄລ໌​ເຮ​ຕິ ຫົວ​ໜ້າ​ແຜນ​ງານ​ດ້ານ​ການ​ຄຸ້ມ​ຄອງ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ​ຊາ​ຊົນ; ທ່ານ ນ. ນິດ​ສາ ວົງ​ພະ​ນະ​ຄອນ ຜູ້​ຮັບ​ຜິດ​ຊອບ​ແຜນ​ງານ​ອາ​ວຸ​ໂສ​ດ້ານ​ການ​ຄຸ້ມ​ຄອງ; ທ່ານ ເບັນ​ຈາ​ມິນ ເບີກ​ຮາດ ຜູ້​ຊ່ຽວ​ຊານ​ອາ​ວຸ​ໂສ ດ້ານ​ການ​ພັດ​ທະ​ນາ​ສັງ​ຄົມ; ຫົວ​ໜ້າ​ຄະ​ນະ​ທີມ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ, ທີມ​ງານ​ຊ່ຽວ​ຊານ​ຂອງ​ທະ​ນາ​ຄານ​ໂລກ; ພາກ​ສ່ວນ​ທີ່​ກ່ຽວ​ຂ​້ອງ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ​ທັງ​ໝົດ 23 ທ່ານ, ຍິງ 06 ທ່ານ. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ເພື່ອເປັນການສະຫຼຸບຜົນງານການຊ່ວຍເຫຼືອຂອງ SDC ທີ່ໄດ້ສະໜັບສະໜູນ ທ​ລຍ ໃນໄລຍະ 13 ປີຜ່ານມາ (2012-2022).


Continue reading

ຄະນະຊ່ຽວຊານທະນາຄານໂລກ ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ

ຄະນະຊ່ຽວຊານທະນາຄານໂລກ ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ

ໃນລະຫວ່າງ ວັນທີ 07 – 09 ມິຖຸນາ 2022 ຜ່ານມານີ້, ທ່ານ ນາງ ຊູຊານ ເຊັນ ຫົວໜ້າຝ່າຍບໍລິຫານວຽກງານພັດທະນາສັງຄົມ ແລະ ການມີສ່ວນຮ່ວມ, ທ່ານ ເບັນຈາມິນ ເບິກຮາດ ຜູ້ຊ່ຽວຊານອາວູໂຊ ດ້ານການພັດທະນາສັງຄົມ ແລະ ຫົວໜ້າທິມງານຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍຄະນະຊ່ຽວຊານຈາກທະນາຄານໂລກ, ທ່ານ ພັດທະຄອນ ຄັນທະມີໄຊ ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ, ແຂວງເຊກອງ ຊື່ງກ່ອນທີ່ຈະລົງຢ້ຽມຢາມຢູ່ເມືອງກະລຶມ ຄະນະດັ່ງກ່າວ ໄດ້ເຂົ້າພົບ ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆເຊກອງ ເພື່ອສະເໜີຈຸດປະສົງ ແລະ ແຜນການເຄື່ອນໄຫວວຽກງານຢູ່ທ້ອງຖີ່ນໃນຄັ້ງນີ້ ໂດຍສະເພາະແມ່ນການເກັບກໍາຂໍ້ມູນ ເພື່ອກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວ ​ເຂົ້າກັບການປ່ຽນແປງດິນຟ້າອາກາດ ຫຼື CLEAR.

    Continue reading

ການອະນຸລັກແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ ບັນລຸຜົນສໍາເລັດຢ່າງສູງ/Croc conservation milestone achieved at the Xe Champhone Ramsar Wetland Complex

ການອະນຸລັກແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ ບັນລຸຜົນສໍາເລັດຢ່າງສູງ

ໃນວັນ​ທີ 25 ພຶດສະພາ​ນີ້, ນັກວິທະຍາສາດ​ຈາກ​ອົງການ​ອະນຸລັກ​ສັດປ່າ​ (WCS) ປະຈໍາ ສປປ ລາວ ພ້ອມດ້ວຍ​ຄູ່​ຮ່ວມງານ ຈາກພາກລັດ ຊຶ່ງ​ລວມ​ທັງ​ກົມ​ປ່າ​ໄມ​້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ​ຄະນະ​ອະນຸລັກ​ຊີວະນາໆພັນຂັ້່ນບ້ານ​ ບ້ານນາ​ຕ້າຍ​ ໄດ້​ລົງຕິດຕາມກວດກາຊີວະນາໆພັນ ແລະ ເກັບໄຂ່​​ແຂ້ນໍ້າຈືດ​ ຢູ່​ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ. ແຂ້ນໍ້າຈືດແມ່ນສັດທີ່ໃກ້ຈະສູນພັນ ເຊິ່ງມີຈໍານວນໜ້ອຍກວ່າ 1,000 ໂຕ ຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດ. ໃນນັ້ນ ພົບວ່າ ມີໜ້ອຍກວ່າ 5% ຂອງຈໍານວນໄຂ່ທີ່່ຖືກວາງຕາມທໍາມະຊາດ ສາມາດມີຊີວິດຢູ່ລອດຈົນເຕີບໃຫຍ່ເຕັມທີ່. ຢູ່ເຂດຣາມຊາເຊຈໍາພອນ ທີມງານອະນຸລັກ ໄດ້ເກັບໄຂ່ຈາກຮັງທໍາມະຊາດ 2-3 ແຫ່ງໃນແຕ່ລະປີ ແລະ ຊ່ວຍເບາະລ້ຽງໂຕອ່ອນເປັນເວລາ 2 ປີ ຈົນລູກແຂ້ມີຄວາມຍາວເກືອບ 1 ແມັດ ແລ້ວປ່ອຍລົງຄືນສູ່ທໍາມະຊາດ ຈົນສາມາດເຮັດໃຫ້ປະຊາກອນແຂ້ຢູ່ ດິນບໍລິເວນນໍ້າຣາມຊາເຊຈໍາພອນ ສາມາດຟື້ນຟູຈໍານວນໄດ້ດີຂຶ້ນ ແລະ ໄວກວ່າເກົ່າ. ໂຄງການນີ້ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ ຈາກຊຸມຊົນທ້ອງຖິ່ນ ໃນການຫ້າມລ່າແຂ້ຍ້ອນປະເພນີ ແລະ ຄວາມເຊື່ອໃນທ້ອງຖິ່ນ ແລະ ກໍບໍ່ເຄີຍມີປະຫວັດການລາຍງານບັນຫາຄວາມຂັດແຍ່ງໃດໆກ່ຽວກັບສັດຂີ້ອາຍຊະນິດພັນນີ້.

Continue reading

ກອງປະຊຸມ ຜ່ານຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2040

ກອງປະຊຸມ ຜ່ານຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2040

ໃນຕອນ​ເຊົ້າ​ຂອງວັນທີ  09 ມີຖຸນາ  2022, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຢູ່ທີສະໂມສອນກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມຂັ້ນກະຊວງຄັ້ງທີ 2 ຂື້ນ ເພືອຜ່ານຍຸດທະສາດວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2040 (ສະບັບຮ່າງປັບປຸງ) ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນຜູ້ຊີ້ນໍາວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ຊຶ່ງ​ມີ​ກົມ, ສະຖາບັນອອ້ມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ກະ​ຊວງ​ທີ່​ກ່ຽວ​ຂ້ອງ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງອຸ​ດສາຫະກໍາ ແລະ ການຄ້າ), ພາກສວ່ນກ່ຽວຂ້ອງ ແລະ ແຂກຖືກ​ເຊີນ ເຂົ້າຮ່ວມທັງໝົດ ຈໍານວນ 49 ທ່ານ , ຍີງ 11 ທ່ານ.

Continue reading

ການມອບອຸປະກອນການຜະລິດ ແລະ ການຝຶກອົບໃຫ້ແກ່ຊາວກະສິກອນກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ (KRC) ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ການມອບອຸປະກອນການຜະລິດ ແລະ ການຝຶກອົບໃຫ້ແ​ກ່ຊາວກະສິກອນກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ (KRCຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໃນເດືອນ ພຶດສະພາ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ (KRC)  ຢູ່ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໄດ້ມອບອຸປະກອນການຜະລິດໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ຢູ່ໃນ 4 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື: ບ້ານ ສິມມະໂນໃຕ້, ຊາຍຟອງ  ເໜືອ, ຫົວຫ້າ ແລະ ບ້ານ ທ່າແຂກ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານມອບໂດຍ ທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປອ ລີ ອຶງໂຫ ຜູ້ຈັດການໂຄງການ (KRC) ນອກຈາກນັ້ນ, ກໍ່ມີຜູ້ຕາງໜ້າຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫາດຊາຍຟອງ ແລະ ຊາວກະສິກອນກຸ່ມຜະລິດຜັກ ໃນ 4 ກຸ່ມບ້ານເປົ້າໝາຍ ເຂົ້າຮ່ວມທັງໝົດ ຈໍານວນ 156 ທ່ານ, ຍິງ 45 ທ່ານ.

Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ