
Khemmalay SONDAVANH
REQUEST FOR EXPRESSIONS OF INTEREST Convergence Coordination Assistant (Procurement No. C3.2-IC-26)
ກອງປະຊຸມ ກະກຽມໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນ ນະບົດ (ລພຊ) ໄລຍະ 2
ກອງປະຊຸມ ກະກຽມໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ
ໃນເຂດຊົນນະບົດ (ລພຊ) ໄລຍະ 2
ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ເປັນໂຄງການໜຶ່ງທີ່ສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ທັງເປັນໂຄງການທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ແລະ ຂາດໂພຊະນາການໃນ ສປປ ລາວ ແລະ ກໍ່ໄດ້ຕອບສະໜອງແຜນດຳເນີນງານຂອງລັດຖະບານ ຊຸດທີ່ IX ໄລຍະທີ 5 ປີ (2021-2025) ຊຶ່ງໄດ້ສຸມໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສ້າງ ຄຽງຄູ່ກັບການສ້າງວຽກເຮັດງານທຳ, ການກະຈາຍລາຍໄດ້ໃຫ້ກ້ວາງຂວາງ ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມລະຫວ່າງຕົວເມືອງ ແລະ ຊົນນະບົດ, ສຸມໃສ່ສ້າງໂອກາດການເຂົ້າເຖິງການບໍລິການທາງດ້ານສາທາລະນະເຊັ່ນ: ການສຶກສາ ແລະ ສາທສລະນະສຸກ ຂອງເຂດທີ່ຫ່າງໄກຊອກຫຼີກ. Continue reading
ຟັງຊັນໃໝ່ ໃນລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) ກ່ຽວກັບການແຈ້ງເຕືອນໄພແຫ້ງແລ້ງລະດັບຊາດ/Laos Climate Services for Agriculture (LaCSA) now includes National Level Drought Alerts
[English below]
ຟັງຊັນໃໝ່ ໃນລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) ກ່ຽວກັບການແຈ້ງເຕືອນໄພແຫ້ງແລ້ງລະດັບຊາດ
ຫຼັງຈາກ 03 ປີ ໃນການດຳເນີນງານຂອງລະບົບການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) ໄດ້ກາຍເປັນຄວາມຈິງໃນລະບົບກະສິກຳດິຈິຕ໋ອນ ຂອງ ສປປ ລາວ, ໄດ້ຖືກນຳໃຊ້ໂດຍກຸ່ມຊາວກະສິກອນ ແລະ ຖ່າຍທອດຜ່ານວິທະຍຸຊຸມຊົນ, ໂປສເຕີຂອງໂຮງຮຽນ, ການອອກອາກາດທາງໂທລະພາບປະຈຳອາທິດ, ເຟສບຸກ ແລະ ວິທະຍຸ. ເພື່ອຂະຫຍາຍການນຳໃຊ້
ໄດ້ເພີ່ມຟັງຊັນໃໝ່ເຂົ້າໃນລະບົບ ຄື: ການແຈ້ງເຕືອນໄພແຫ້ງແລ້ງລະດັບຊາດ LaCSA ໃຫ້ກວມເອົາການແຈ້ງເຕືອນໄພແຫ້ງແລ້ງ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ໄດ້ເຮັດວຽກຮ່ວມກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມການປ່ຽນແປງດິນຟ້າອາກາດ, ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຜົນທີ່ໄດ້ຮັບຄືເຄື່ອງມືໃໝ່ທີ່ສ້າງແຜນທີ່ຄວາມສ່ຽງຕໍ່ໄພແຫ້ງແລ້ງ ແລະ ຂໍ້ມູນທີ່ກ່ຽວຂ້ອງລະດັບປະເທດ ໂດຍອັດຕະໂນມັດ. ຟັງຊັນໃໝ່ນີີ້ໃຊ້ການພະຍາກອນລະດູການຂອງປະເທດ ເພື່ອສະແດງພາບການເຕືອນໄພລ່ວງໜ້າແບບງ່າຍດາຍ ສຳລັບໄພພິບັດທາງກະສິກຳ ເຊັ່ນ: ໄພແຫ້ງແລ້ງ ແລະ ຄື້ນຄວາມຮ້ອນ. ເນື່ອງຈາກໄພພິບັດເຫຼົ່ານີ້ ມີອິດທິພົນຕໍ່ຄວາມສ່ຽງຂອງສັດຕູພືດ ແລະ ພະຍາດ ເຊິ່ງເຄື່ອງມືໃໝ່ນີ້ເປັນການແຈ້ງເຕືອນລະດັບຊາດສຳລັບສິ່ງເຫຼົ່ານີ້, ເຄື່ອງມື LaCSA ໃໝ່ນີ້ ເໝາະສຳລັບການເບິ່ງຜ່ານຈໍໂທລະພາບ ເພາະມັນສາມາດຊ່ວຍໃຫ້ຜູ້ໃຊ້ ສາມາດເບິ່ງເຫັນ ແລະ ເຂົ້າໄປນຳໃຊ້ໄດ້ຢ່າງງ່າຍ ໃນລະດັບເມືອງ ແລະ ແຂວງ. Continue reading
ການສົນທະນາດ້ານນະໂຍບາຍ ກ່ຽວກັບ ““ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳ ຢູ່ ສປປ ລາວ”” ສະຖາບັນກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 06 ກັນຍາ 2022 ໂຄງການພັດທະນາຄວາມອາດສາມາດໃນລະບົບນະວັດຕະກໍາກະສິກຳ: ຂະຫຍາຍກອບເວທີການກະເສດເຂດຮ້ອນ (TAP-AIS, GCP/GLO/017/EC)/Policy Dialogue on “Maximizing benefits of agriculture exports of Lao PDR” NAFRI, Vientiane Capital, Lao PDR, 06 September, 2022 Developing Capacities in Agriculture Innovation Systems: Scaling up a Tropical Agriculture Platform Framework (TAP AIS Project, GCP/GLO/017/EC)
[English below]
ການສົນທະນາດ້ານນະໂຍບາຍ ກ່ຽວກັບ ““ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳ ຢູ່ ສປປ ລາວ””
ສະຖາບັນກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 06 ກັນຍາ 2022
ໂຄງການພັດທະນາຄວາມອາດສາມາດໃນລະບົບນະວັດຕະກໍາກະສິກຳ: ຂະຫຍາຍກອບເວທີການກະເສດເຂດຮ້ອນ(TAP-AIS, GCP/GLO/017/EC)
ໃນວັນອັງຄານທີ 6 ກັນຍາ 2022, ກົມແຜນການ ແລະ ການຮ່ວມມື (DOPC) ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC) ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືດ້ານນະໂຍບາຍ “ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳຂອງ ສປປ ລາວ”, ເຊິ່ງຈັດຂຶ້ນພາຍໃຕ້ກອບ ໂຄງການ “ພັດທະນາຄວາມສາມາດໃນລະບົບນະວັດຕະກຳກະສິກຳ: ເສີມຂະຫຍາຍກອບເຂດເວທີກະສິກຳເຂດຮ້ອນ” (TAP-AIS) ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສົມໄຊ ສີສະນົນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC), ປະທານຮ່ວມ ຂອງ ທ່ານ ປອ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ນາຊາ ຮາຢັສ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ທ່ານ ອິນປອນ ແສນຄຳຕີ ຫົວໜ້າແຜນງານ ຂອງ ຫ້ອງການສະຫະພາບເອີຣົບ ຢູ່ ສປປ ລາວ.
ໂຄງການ TAP-AIS ແມ່ນໂຄງການລະດັບໂລກ ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ ທີ່ໃຫຍ່ກວ່າ ທີ່ຊື່ວ່າ: “ການພັດທະນານະວັດຕະກໍາທີ່ສະຫຼາດ ໂດຍຜ່ານການຄົ້ນຄວ້າໃນຂະແໜງກະສິກໍາ (DeSIRA): ເພື່ອການຫັນປ່ຽນລະບົບກະສິກໍາ ແລະ ອາຫານ ຢູ່ໃນປະເທດກໍາລັງພັດທະນາ ໄປສູ່ລະບົບນະວັດຕະກຳດ້ານກະສິກໍາ ແລະ ຄວາມຮູ້ ທີ່ກ່ຽວຂ້ອງກັບສະພາບດິນຟ້າອາກາດ”. ໂຄງການດັ່ງກ່າວໄດ້ຮັບການປະຕິບັດໃນລະດັບໂລກ, ພາກພື້ນ ແລະ ໃນ 9 ປະເທດ ເຊິ່ງມີ 3 ປະເທດໃນອາຊີ (ກໍາປູເຈຍ, ສປປ ລາວ ແລະ ປາກີສະຖານ), 5 ປະເທດໃນອາຟຣິກາ (ບູກີນາ ຟາໂຊ, ອີຣິດເຕຣຍ, ຣາວັນດາ ແລະ ເຊເນການ); ແລະ 1 ປະເທດໃນອາເມລິກາລາຕິນ (ໂຄລໍາເບຍ) ຈາກ ເດືອນສິງຫາ 2019 ຫາ ເດືອນ ກໍລະກົດ 2023.
ໃນ ສປປ ລາວ, ໂຄງການດັ່ງກ່າວໄດ້ເຮັດວຽກກັບຫຼາຍພາກສ່ວນກ່ຽວຂ້ອງ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຫັນປ່ຽນທີ່ຕິດພັນກັບດິນຟ້າອາກາດ, ການຜະລິດ ແລະ ການຫັນປ່ຽນລະບົບກະສິກຳ ແລະ ສະບຽງອາຫານແບບຍືນຍົງ ຜ່ານການພັດທະນາຄວາມສາມາດປະດິດສ້າງໃນລະດັບຊາດ.
ຈຸດປະສົງຂອງການຈັດກອງປະຊຸມທີ່ສຳຄັນຄັ້ງນີ້ ແມ່ນເພື່ອນຳເອົາບັນດາຜູ້ສ້າງ ແລະ ຜູ້ຕັດສິນນະໂຍບາຍ ມາຮ່ວມກັນສ້າງຄວາມເຂົ້າ ໃຈ ແລະ ໃຫ້ທິດທາງ ໃນການນຳເອົາຜົນປະໂຫຍດສູງສຸດ ຈາກການສົ່ງອອກຜະລິດຕະພັນກະສິກຳ ໃຫ້ແກ່ຊາວກະສິກອນຂະໜາດ ນ້ອຍຂອງລາວ.
ເພື່ອເປັນຂໍ້ມູນປະກອບສ່ວນເຂົ້າໃນການສົນທະນາດ້ານນະໂຍບາຍລະດັບຊາດຄັ້ງນີ້, ໂດຍໄດ້ຮັບການຊ່ວຍເຫຼືອດ້ານວິຊາການຈາກ FAO TAP-AIS, DAEC ໄດ້ຈັດຕັ້ງກອງປະຊຸມການສົນທະນາຫຼາຍພາກສ່ວນໃນວັນທີ 22 ມິຖຸນາ 2022, ການປຶກສາຫາລືດ້ານວິຊາການກັບບັນດາກົມວິຊາການທີ່ກ່ຽວຂ້ອງ, ພາກເອກະຊົນ ແລະ ຊາວກະສິກອນ ເຊິ່ງຜົນທີ່ໄດ້ຮັບຈາກກິດຈະກຳດັ່ງກ່າວ ແມ່ນບົດ ສັງລວມນະໂຍບາຍ, ຂໍ້ສະເໜີແນະດ້ານນະໂຍບາຍ, ເຊິ່ງໄດ້ແບ່ງປັນ ແລະ ປຶກສາຫາລືໃນກອງປະຊຸມການສົນທະນາດ້ານນະໂຍບາຍຄັ້ງນີ້ ເພື່ອເປັນທິດທາງໃນການເພີ່ມທະວີການຮ່ວມມື ເພື່ອອຳນວຍຄວາມສະດວກ ແລະ ເຮັດໃຫ້ບັນດາຜູ້ຜະລິດຢູ່ຊົນນະບົດໄດ້ຮັບຜົນປະໂຫຍດຈາກຕະຫຼາດສົ່ງອອກ.
ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍດັ່ງກ່າວ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍມີຜູ້ຕາງໜ້າຈາກບັນດາກົມທີ່ສຳຄັນ ຂອງກະຊວງກະສິກຳ ແລະ ປ່າໄມ້, ບັນດາກະຊວງທີ່ກ່ຽວຂ້ອງ, ເຄືອຂ່າຍຊາວກະສິກອນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ນັກວິຊາການ ແລະ ພາກສ່ວນກ່ຽວຂ້ອງໃນຕ່ອງໂສ້ມູນຄ່າກະສິກຳ ຢູ່ ສປປ ລາວ. ການສົນທະນາດັ່ງກ່າວຍັງໄດ້ດຳເນີນຢູ່ໃນຮູບແບບອອນໄລ ສໍາລັບຜູ້ທີ່ບໍ່ສາມາດເຂົ້າຮ່ວມ ແຕ່ມີຄວາມກະຕືລືລົ້ນທີ່ຈະປະກອບສ່ວນສໍາລັບການສົນທະນາ ທີ່ມີໝາກຜົນຄັ້ງ ນີ້ດ້ວຍ.
ຂໍ້ຄວາມສຳຄັນຈາກການສົນທະນານະໂຍບາຍແມ່ນ:
- ການສົ່ງອອກກະສິກໍາຂອງລາວສ່ວນຫຼາຍ ແມ່ນຜະລິດຕະພັນທີ່ບໍ່ໄດ້ຜ່ານການປຸງແຕ່ງ ເຊິ່ງຊາວກະສິກອນຂະໜາດນ້ອຍໄດ້ຮັບມູນຄ່າທາງດ້ານເສດຖະກິດໜ້ອຍກວ່າພໍ່ຄ້າ ແລະ ຜູ້ປະກອບການທີ່ຜະລິດສິນຄ້າມີຍີ່ຫໍ້.
- ຜະລິດຕະພັນຂອງລາວບໍ່ສາມາດແຂ່ງຂັນ, ລະບົບກະສິກໍາໃນປັດຈຸບັນບໍ່ສາມາດຮັບປະກັນຄວາມສອດຄ່ອງຂອງຜະລິດຕະພັນ ທີ່ມີຄຸນນະພາບ ແລະ ການສະໜອງຕະຫຼາດສົ່ງອອກຢ່າງສະໝ່ຳສະເໝີ; ການຢັ້ງຢືນຜະລິດຕະພັນ ແລະ ສຸຂານາໄມພືດ (SPS) ແມ່ນສໍາຄັນຫຼາຍສໍາລັບການສົ່ງອອກກະສິກໍາ.
- ການຜະລິດກະສິກຳແບບຍືນຍົງ ຈະສາມາດຍົກສະມັດຕະພາບການຜະລິດ ແລະ ຫຼຸດຕົ້ນທຶນການຜະລິດໃຫ້ໜ້ອຍລົງ ແນໃສ່ຫຼຸດຜ່ອນການສູນເສຍຫຼັງການເກັບກ່ຽວ, ເຕັກໂນໂລຊີປະຢັດແຮງງານ, ຕົ້ນທຶນຕໍ່າ ແລະ ອື່ນໆ.
- ດຶງດູດການລົງທຶນຫຼາຍຂຶ້ນ ເພື່ອການຜະລິດປັດໃຈການຜະລິດກະສິກຳ ເຊັ່ນ: ປຸ໋ຍ ແລະ ອາຫານສັດ, ຕ້ອງມີການປັບປຸງສະພາບແວດລ້ອມການດຳເນີນທຸລະກິດດ້ານກະສິກຳ ແລະ ການນຳໃຊ້ລະບຽບການໃຫ້ມີປະສິດທິພາບຫຼາຍຂຶ້ນ.
- ການເສີມສ້າງຄວາມສາມາດທີ່ກ່ຽວຂ້ອງໃຫ້ຊາວກະສິກອນຂະໜາດນ້ອຍ ແລະ ອົງການຈັດຕັ້ງຂອງເຂົາເຈົ້າ ຈະຊ່ວຍໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດໃນການຫັນປ່ຽນລະບົບກະສິກຳ ແລະ ອາຫານ, ການຄ້າ ແລະ ການເຂົ້າເຖິງຕະຫຼາດ.
- ການປະສານງານ ແລະ ການຮ່ວມມື ລະຫວ່າງ ບັນດາພະແນກການຂອງລັດ, ສະຖາບັນພາກລັດ ແລະ ເອກະຊົນ, ນັກລົງທຶນ ແລະ ຊາວກະສິກອນ ແມ່ນກຸນແຈສຳຄັນໃນການແກ້ໄຂບັນຫາການສົ່ງອອກ ເຊັ່ນ: ຕົ້ນທຶນການຜະລິດສູງ, ຂັ້ນຕອນການສົ່ງອອກ, ແລະ ເພື່ອເຮັດໃຫ້ທຸກພາກສ່ວນ ລວມທັງຊາວກະສິກອນຮ່ວມກັນຈາກການຮ່ວມມື.
- ຂາດການຄົ້ນຄວ້າ ແລະ ການສຶກສາ ທີ່ມີຫຼັກຖານ ເພື່ອສະໜັບສະໜູນ ການວິເຄາະ ແລະ ທາງເລືອກນະໂຍບາຍ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບບັນດາຜູ້ດຳເນີນການ. ບັນຫາຕົ້ນທຶນການຜະລິດທີ່ສູງ ແລະ ການປະສານງານລະຫວ່າງບັນດາພາກສ່ວນສຳຄັນ ແມ່ນເກີນສິດຂອບເຂດຂອງຂະແໜງກະສິກຳ ທີ່ຈະແກ້ໄຂບັນຫາເຫຼົ່ານີ້ໂດຍຂະແໜງດຽວ.
ການພັດທະນາຄວາມສາມາດຂອງອົງກອນທີ່ສໍາຄັນ ແລະ ການປັບປຸງສະພາບແວດລ້ອມດ້ານນະໂຍບາຍ ສາມາດເສີມສ້າງຄວາມ ເຂັ້ມແຂງໃຫ້ລະບົບນະວັດຕະກໍາກະສິກໍາຂອງລາວ ແລະ ຊຸກຍູ້ການຫັນປ່ຽນຂອງລະບົບກະສິກໍາ-ອາຫານ, ຕໍ່ຍອດຈາກປະສົບການ ແລະ ຄວາມສຳເລັດໃນການສົ່ງອອກກະສິກຳ, ສປປ ລາວ ສາມາດຮັບຮູ້ໄດ້ເຖິງທ່າແຮງ ແລະ ຄວາມສາມາດທີ່ບົ່ມຊ້ອນ ດ້ານການສົ່ງອອກສິນຄ້າກະສິກຳ ທີ່ບໍ່ໄດ້ເອົາອອກມານຳໃຊ້ ໂດຍການປະຕິບັດນະໂຍບາຍທີ່ມີປະສິດທິຜົນກວ່າເກົ່າ ເພື່ອປັບປຸງສະພາບແວດລ້ອມ ໃນການຜະລິດກະສິກຳ ແລະ ການປະຕິບັດມາດຕະຖານ ດ້ານຄຸນນະພາບ ແລະ ຄວາມປອດໄພ.
ກອງປະຊຸມການສົນທະນາດ້ານນະໂຍບາຍໄດ້ສຳເລັດລົງດ້ວຍເນື້ອໃນ ແລະ ຜົນສຳເລັດອັນຈົບງາມ, ຂໍ້ສະເໜີແນະດ້ານນະໂຍບາຍໄດ້ຖືກນຳສະເໜີໂດຍ ກົມແຜນການ ແລະ ການຮ່ວມມື ແລະ ກ່າວປິດກອງປະຊຸມໂດຍ ທ່ານ ສົມໄຊ ສີຊານົນ ປະທານກອງປະຊຸມ, ຫົວໜ້າກົມສົ່ງເສີມກະສີກຳ ແລະ ສະຫະກອນ. Continue reading
ໂຄງການການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ ECILL ເອກອ້າງມໍລະດົກທາງທໍາມະຊາດທີ່ໄດ້ຮັບການອະນຸລັກ ພາຍໃຕ້ການສະໜັບສະໜູນຈາກ ສະຫະພາບເອີຣົບ EU, ອົງການພັດທະນາແຫ່ງປະເທດຝຣັ່ງ AFD ແລະ ອົງການອະນຸລັກສັດປ່າ WCS/ECILL project showcased its natural heritage through the work supported by the EU, AFD and WCS
ໂຄງການການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ ECILL ເອກອ້າງມໍລະດົກທາງທໍາມະຊາດທີ່ໄດ້ຮັບການອະນຸລັກ ພາຍໃຕ້ການສະໜັບສະໜູນຈາກ ສະຫະພາບເອີຣົບ EU, ອົງການພັດທະນາແຫ່ງປະເທດຝຣັ່ງ AFD ແລະ ອົງການອະນຸລັກສັດປ່າ WCS
ແຂວງສະຫວັນນະເຂດ ວັນທີ 27–29 ກໍລະກົດ 2022.
ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ (EU) ແລະ ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ໄດ້ຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອປະເມີນໝາກຜົນທີ່ບັນລຸໄດ້ພາຍໃຕ້ໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL)”, ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ ອົງການ AFD.
ຜົນສຳເລັດຂອງກອງປະຊຸມແລກປ່ຽນບົດຮຽນ ວຽກງານປັບປຸງຊີວິດການເປັນຢູ່
ຜົນສຳເລັດຂອງກອງປະຊຸມແລກປ່ຽນບົດຮຽນ ວຽກງານປັບປຸງຊີວິດການເປັນຢູ່
ໃນລະຫວ່າງວັນທີ 18-22 ກໍລະກົດ 2022 ທີ່ຜ່ານມານີ້, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ ໃຫ້ແກ່ພະນັກງານ ທລຍ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຂຶ້ນ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໂດຍການເປັນປະທານຂອງ ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອຳນວຍການບໍລິຫານ ທລຍ. ເຊິ່ງມີຫົວໜ້າຂະແໜງ ແລະ ທິມງານ ທລຍ ຂັ້ນສູນກາງ, ຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງ, ຫົວໜ້າທິມງານ ທລຍ ຂັ້ນເມືອງ, ພະນັກງານປັບປຸງຊີວິດການເປັນຢູ່ຂັ້ນບ້ານ ໃນ 4 ແຂວງ 12 ເມືອງເປົ້າໝາຍ ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ເຂົ້າຮ່ວມທັງໝົດ 88 ຄົນ, ຍິງ 30 ຄົນ. Continue reading
ເປີດຊຸດຝຶກອົບຮົມ ການນຳໃຊ້ຂໍ້ມູນອຸຕຸກະເສດ (LaCSA) ເຂົ້າໃນການວາງແຜນການຜະລິດກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ທີມງານ ເມືອງ ແລະ ແຂວງ
ເປີດຊຸດຝຶກອົບຮົມ ການນຳໃຊ້ຂໍ້ມູນອຸຕຸກະເສດ (LaCSA) ເຂົ້າໃນການວາງແຜນການຜະລິດກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ທີມງານ ເມືອງ ແລະ ແຂວງ
ພາຍຫຼັງທີ່ໄດ້ເປີດຕົວລະບົບອຸຕຸກະເສດ ຂອງ ສປປ ລາວ ຫລື LaCSA APP ເປັນນະວັດຕະກຳໃໝ່ໃຫ້ແກ່ຊາວກະສິກອນ ປົດລ໋ອກການຜະລິດກະສິກຳແບບທັນສະໄໝ, ຊາວກະສິກອນສາມາດເຂົ້າເຖິງຂໍ້ມູນອຸຕຸກະ ເສດ ແລະ ສາມາດດຶງເອົາຂໍ້ມູນຈາກລະບົບລັກຊາ ໄດ້ງ່າຍ ແລະ ສະດວກ ເພາະເປັນລະບົບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ ທີ່ມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ແລະ ເວັບໄຊ໌ທາງຄອມພິວເຕີ.
ພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່ “ຫອມດອກຄຳ 8, ຫອມທ່າດອກຄຳ 15 ແລະ ຫອມເຊບັ້ງໄຟ 4”
ພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່ “ຫອມດອກຄຳ 8, ຫອມທ່າດອກຄຳ 15 ແລະ ຫອມເຊບັ້ງໄຟ 4”
ການປ່ຽນແປງຂອງສະພາບແວດລ້ອມໃນປະຈຸບັນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ່ ສປປລາວ ກໍ່ຄືຢູ່ບັນດາປະເທດອາຊີ ທີ່ຜະລິດເຂົ້າເພື່ອຄໍ້າປະກັນທາງດ້ານສະບຽງ ແລະ ຜະລິດເປັນສິນຄ້າ. ໂດຍສະເພາະໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໄດ້ກາຍເປັນຂໍ້ຈໍາກັດໃນການຜະລິດເຂົ້າ ແລະ ທໍາລາຍຜົນຜະລິດເຂົ້າ ຢູ່ ສປປ 10-20%. ນອກຈາກນີ້, ການລະບາດຂອງພະຍາດເຂົ້າ ໂດຍສະເພາະພະ ຍາດຂອບໃບແຫ້ງ, ພະຍາດໃບ ໄໝ້ ແລະ ພະຍາດຄໍຮວງເນົ່າ ແລະ ການລະບາດຂອງແມງໄມ້ສັດຕູພືດ ເຊັ່ນ: ເພ້ຍຈັກຈັ່ນສີນ້ຳຕານ, ເພ້ຍຈັກຈັກຈັ່ນສີຂຽວ, ເພ້ຍໄຟ ກໍ່ມີທ່າອ່ຽງເພີ້ມຂຶ້ນໃນແຕ່ລະປີ, ບັນຫາໂລກຮ້ອນ (ເຊິ່ງໃນ 10 ປີໃດ ອຸນນະພູມໂລກຈະສູງຂຶ້ນ 1 ອົງສາ ແລະ ມີການຄາດຄະເນວ່າ ໃນອີກ 80 ປີຂ້າງໜ້າ ຄື: ປີ 3000 ອຸນນະພູມໂລກຈະສູງຂຶ້ນນ 8 ອົງສາ ເຊິ່ງຈະເຮັດໃຫ້ຜົນຜະລິດເຂົ້າຢູອາຊີ ກໍ່ຄື ສປປ ລາວ ຫຼຸດລົງ 50% ໃນຂະນະທີ່ປະຊາກອນຈະເພີ່ມຂຶ້ນ.
ການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກ ຢູ່ບ້ານສາມັກຄີໄຊ, ເມືອງຫຼາ, ແຂວງອຸດົມໄຊ
ການຈັດຕັ້ງປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກ ຢູ່ບ້ານສາມັກຄີໄຊ, ເມືອງຫຼາ, ແຂວງອຸດົມໄຊ
ບ້ານສາມັກຄີໄຊ, ເມືອງຫຼາ, ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ນອນໃນບ້ານເປົ້າໝາຍ ຂອງໂຄງການກອງທຶນຫຼຸດຜ່ອນຄວາມຍາກ (ທລຍ) ທີ່ມີທັງໝົດ 5 ບ້ານ, ໃນຊຸດທີ 1 ຂອງເມືອງຫຼາ, ແຂວງອຸດົມໄຊ. ບ້ານດັ່ງກ່າວໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດກິດຈະກໍາຕ່າງໆກັບໂຄງການ ທລຍ ມາຕັ້ງແຕ່ທ້າຍປີ 2020, ໜຶ່ງໃນບັນດາກິດຈະກໍາແກ້ໄຂຄວາມທຸກຍາກພາຍໃນບ້ານ ທີ່ປະຊາຊົນໄດ້ເຂົ້າຮ່ວມ ແມ່ນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ຊຶ່ງບ້ານດັ່ງກ່າວ ສາມາດສ້າງຕັ້ງກຸຸ່ມ ກຊກ ໄດ້ 5 ກຸ່ມ ແລະ ມີສະມາຊິກເຂົ້າຮ່ວມທັງໝົດ 60 ຄົນ. ໃນນີ້, ເປັນເພດຍິງ 60 ຄົນ ແລະ ຄອບຄົວບໍ່ພົ້ນທຸກ ອິງຕາມດໍາລັດ 348/ລບ ມີ 48 ຄອບຄົວ. ຜ່ານການຈັດຕັ້ງປະຕິບັດກິດຈະກໍາປັບປຸງຊີວີດການເປັນຢູ່ ມາໄດ້ໄລຍະ 18 ເດືອນ ເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ.
ລົງຊຸກຍູ້ຕິດຕາມກຸ່ມໂພຊະນາການ ຢູ່ບ້ານເປົ້າໝາຍຂອງ ທລຍ ເມືອງກັວນ, ແຂວງຫົວພັນ
ລົງຊຸກຍູ້ຕິດຕາມກຸ່ມໂພຊະນາການ ຢູ່ບ້ານເປົ້າໝາຍຂອງ ທລຍ ເມືອງກັວນ, ແຂວງຫົວພັນ
ໃນວັນທີ 17 ມິຖຸນາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ເມືອງກັວນ, ແຂວງຫົວພັນ, ໄດ້ລົງຊຸກຍູ້ຕິດຕາມ ກຸ່ມໂພຊະນາການບ້ານຍອດອິ້ນ ໂດຍໄດ້ນໍາພາສາທິດການປຸ່ງແຕ່ງອາ ຫານເສີມ ໃຫ້ແກ່ກຸ່ມແມ່ຍິງຖືພາ ຈຳນວນ 13 ຄົນ, ແມ່ລູກອ່ອນທີ່ມີລູກນ້ອຍອາຍຸຕັ້ງແຕ່ 0-23 ເດືອນ ຈຳນວນ 36 ຄົນ ແລະ ຜູ້ດູແລເດັກ. ການສາທິດປຸງແຕ່ງອາຫານໃນຄັ້ງນີ້ ແມ່ນໄດ້ຕົ້ມເຂົ້າປຽກຕາມສູດທີ 8 ຂອງກຸ່ມໂພຊະນາການບ້ານຍອດອິ້ນ ໂດຍມີສ່ວນປະກອບ ຄື: ແປ້ງບົດ (ເຮັດມາຈາກເຂົ້າຈ້າວ ແລະ ຖົ່ວຂຽວ) 50 ກຣາມ, ນໍ້ານົມຈືດ 125 ມິນລິລິດ ແລະ ໝາກກ້ວຍ 40 ກຣາມ. ຫຼັງຈາກນັ້ນ, ສ່ວນປະສົມທັງໝົດມາຕົ້ມ.