ກອງປະຊຸມເຜີຍແຜ່ແນວຄວາມຄິດ ຂອງໂຄງການກະສິກໍາ ເພື່ອໂພສະນາການ

IMG_2502 IMG_2505

ໃນວັນທີ 17 ກັນຍາ 2016 ໂຄງການກະສິກໍາ ເພື່ອໂພສະນາການ ທີ່ຂື້ນກັບກົມແຜນການ ແລະການຮ່ວມມື ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ຂອງໂຄງການກະສິກໍາ ເພື່ອໂພສະນາການ ຂື້ນທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ມີທ່ານ ຮອງເຈົ້າແຂວງແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ ແລະແຂວງຫົວພັນ. ມີ ບັນດາຫົວໜ້າພະແນກ-ຮອງພະແນກ, ເຈົ້າເມືອງ ແລະຮອງເຈົ້າເມືອງ ມາຈາກ 4 ແຂວງ, ຊ່ຽວຊານການເງິນ ກະຊວງການເງິນ, ຕາງໜ້າອົງການອາຫານໂລກ (WFP), ມີບັນດາຄະນະຜູ້ປະສານງານໂຄງການຂັ້ນສູນກາງ, ແຂວງ, ເມືອງ, ສູນພ້ອມດ້ວຍວິຊາການຂອງ ໂຄງການທີ່ມາຈາກ 04 ແຂວງ ເຂົ້າຮ່ວມທັງໝົດ 80 ກວ່າທ່ານ.

IMG_2514 IMG_2511IMG_2521

          ກອງປະຊຸມໃນຄັ້ງນີ້, ທ່ານ ສີໂສວັດ ພັນດານຸວົງ ຫົວໜ້າຜູ້ປະສານງານໂຄງການຂັ້ນສູນກາງ ໄດ້ຂື້ນຜ່ານບົດສະເໜີແນວຄວາມຄິດ ແລະພາລະບົດບາດຂອງໂຄງການໂດຍລວມ ໃຫ້ຮູ້ວ່າ: ໂຄງການກະສິກໍາ ເພື່ອໂພສະນາການ ນີ້ແມ່ນເໜັ້ນໃສ່ 4 ກິດຈະກໍາຫຼັກ ໃນ 22 ກິດຈະກໍາທີ່ໄດ້ກໍານົດໄວ້ໃນຍຸດທະສາດແຫ່ງຊາດດ້ານໂພສະນາການຄື: 1) ສົ່ງເສີມການຜະລິດພືດຜັກທີ່ມີໂພສະນາການ, 2) ສົ່ງເສີມການຜະລິດສັດເພື່ອບໍລິໂພກໃນຄົວເຮືອນ, 3) ການປຸງແຕ່ງ ແລະເກັບຮັກສາອາຫານ ໃຫ້ມີອາຫານພຽງພໍຕະຫຼອດປີ, 4) ສົ່ງເສີມການສ້າງລາຍຮັບໂດຍສະເພາະເລັ່ງໃສ່ແມ່ຍິງ. ຈຸດປະສົງຫຼັກເພື່ອປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກ ແລະການຂາດສານອາຫານ ຂອງປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ, ທັງເປັນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໂດຍໂຄງການດັ່ງກ່າວນີ້ຈະໄດ້ປະຕິບັດຮ່ວມກັບ ກະຊວງ ສາທາລະນະສຸກ.ນອກນັ້ນ, ໃນກອງປະຊຸມຍັງໄດ້ລາຍງານກ່ຽວກັບຄູ່ມືໃນການຈັດຕັ້ງປະຕິບັດໂຄງການ, ຮູບແບບການປະສານງານ ແລະການຈັດຕັ້ງປະຕິບັດໂຄງການຮ່ວມກັບສູນກາງ ແລະທ້ອງຖິ່ນ ແລະລະບຽບການ ພ້ອມດ້ວຍການນໍາໃຊ້ງົບປະມານຂອງໂຄງການນໍາອີກ. ເພື່ອເຮັດໃຫ້ໂຄງດັ່ງກ່າວບັນລຸຜົນສຳເລັດ ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍສະເໜີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນຄະນະປະສານງານແຕ່ລະຂັ້ນເອົາໃຈໃສ່ຕໍ່ກັບວຽກງານທີ່ຕົນເອງຮັບຜິດຊອບ, ບັນດາຊ່ຽວຊານປະຈໍາໂຄງການຕ້ອງເປັນຊ່ຽວຊານທີ່ສາມາດປະຕິບັດວຽກງານຮ່ວມກັບປະຊາຊົນໄດ້ເປັນຢ່າງດີ,​ ສ້າງຄວາມເຂັ້ມແຂງໃຫ້ແກ່ບ້ານເປົ້າໝາຍໂດຍປະຊາຊົນເປັນຫຼັກທັງເປັນເຈົ້າການໃນການປະຕິບັດກິດຈະກໍາຕ່າງໆ.

ຂຽນຂ່າວໂດຍ:​ ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານ ເຂັມ​ພອນ ທິ​ພົມ​ມະ​ຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ