[English below] ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ/Successful of the Annual Meeting 2024 and Work Plan 2025 of Lao Farmer Association. LFA Office, February 12, 2025

ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ

ສະມາຄົມຊາວກະສິກອນລາວ (LFA) ໄດ້ຈັດກອງປະຊຸມປະຈຳປີຂອງຕົນຂຶ້ນໃນວັນທີ 11-12 ກຸມພາ 2025, ທີ່ຫ້ອງ ການ LFA, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳມູນ ໄຊມະນີ ປະທານສະມາຄົມກະສິ ກອນລາວ; ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ. ຊຶ່ງກິດຈະກຳດັ່ງກ່າວໄດ້ຮັບທຶນສະ    ໜັບສະໜູນຈາກໂຄງການ AGREEN ແລະ ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ລວມທັງສະມາຊິກອົງການຈັດຕັ້ງຊາວກະສິກອນ ແລະ ຄູ່ຮ່ວມງານຂອງລັດຖະບານ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ລາຍງານ​ຄືນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ປີ 2024, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ພາຍ​ໃນ​ແຕ່​ລະ​ເຄືອ​ຂ່າຍ​ສິນຄ້າ (ComNET) ​ແລະ ວາງ​ແຜນ​ງານ​ປີ 2025.

ທ່ານປະທານ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການລາຍງານຜົນງານປີ 2024 ແລະ ​ໄດ້​ສະ​ແດງ​ຄວາມ​ຊົມເຊີຍ​ຕໍ່​ຄວາມ​​ພະຍາຍາມ​ໂດຍລວມຂອງ​ບັນດາ​ສະມາຊິກ ​ແລະ ພາກສ່ວນ​ກ່ຽວຂ້ອງ ລວມທັງການພັດທະນາວຽກງານຂອງແຕ່ລະຕາໜ່າງຜະລິດ ຕະພັນ.

​          ໃນ​ກອງ​ປະຊຸມ, ໄດ້ຮັບຟັງການນຳສະເໜີຂໍ້ມູນທີ່​ສຳຄັນ​ ເປັນຕົ້ນແມ່ນ: ​ການ​ຂະຫຍາຍ​​ສະມາຊິກ​ຂອງສະມາຄົມ ຊຶ່ງໃນປັດຈຸບັນນີ້ ໄດ້ 210 ອົງກອນ, ຄວາມ​ສຳ​ເລັດ ​ແລະ ການ​ສືບ​ຕໍ່​ພັດທະນາ​ແຜນ​ທຸລະ​ກິດ​ກະສິກຳ 9 ແຜນ ​ແລະ ການປັບປຸງການຜະລິດ, ການປະກອບສ່ວນດ້ານນະໂຍບາຍທີ່ເປັນປະໂຫຍດຕໍ່ສະມາຊິກ ຂອງສະມາຄົມຊາວກະສິກອນລາວ.

ຜົນໄດ້ຮັບຂອງກອງປະຊຸມ ໄດ້ສະຫຼຸບແຜນວຽກບູລິມະສິດສຳຄັນສໍາລັບປີ 2025 ຂອງ 4 ຕາໜ່າງຜະລິດຕະພັນ ເຊັ່ນ: ເຂົ້າ, ຜັກ, ຊາ ແລະ ກາເຟ. ການມີສ່ວນຮ່ວມທາງດ້ານນະໂຍບາຍ ຈະເນັ້ນໃສ່ວຽກງານການເຂົ້າເຖິງແຫຼ່ງທຶນ, ການປັບປຸງຊ່ອງທາງການສື່ສານລະຫວ່າງສະມາຊິກ ແລະ ສະມາຄົມໃຫ້ຫຼາຍຂຶ້ນ, ປຶກສາຫາລືກ່ຽວກັບກອງທຶນໝູນວຽນຂອງສະມາຄົມ, ການປັບ ປຸງຄະນະຊີ້ນຳໄວຫນຸ່ມ ແລະ ກອງທຶນໝູນວຽນຂອງທຸລະກິດກະສິກໍາໄວຫນຸ່ມ ແລະ ການຮ່ວມມືຢ່າງຕໍ່ເນື່ອງໃນຂະແຫນງການທີ່ກ່ຽວຂ້ອງ, ການປັບປຸງວຽກງານການຈັດຕັ້ງ ແລະ ກອງທຶນຂອງສະມາຄົມ ແລະ ສົ່ງເສີມຄວາມຍືນຍົງຂອງສະມາຄົມ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານຂອງສະມາຄົມຊາວກະສິກອນລາວ ທ່ານສາມາດເຂົ້າໄປທີ່ເວັບໄຊທ໌: https://laofarmers.net/

ເຟສບຸກ:https://www.facebook.com/laofarmernetwork

………………………………………………………………………………………………………………………………………………………………………………………………………………………………………………………………………………………….

Successful of the Annual Meeting 2024 and Work Plan 2025 of Lao Farmer Association

The Lao Farmer Association (LFA) successfully held its Annual Meeting on February 11-12, 2025, at the LFA office in Vientiane Capital. The event was funded by the AGREEN project and attended by 50 participants, including farmer organization members and government partners. The meeting aimed to review the achievements of 2024, discuss ongoing project activities within each Commodities Network (ComNET), and outline work plans for 2025.

The meeting commenced with an opening speech by Mr. Khammoun Xaymany, President of the Lao Farmer Association, and was co-chaired by Mr. Souvanhthong Namvong, Deputy director general of department of agricultural extension and cooperatives. The chairs highlighted the organization’s milestones and expressed appreciation for the collective efforts of all members and stakeholders. This was followed by presentations on key success 2024 of Commodities Network development and plan for 2025.

During the meeting, Mr. Phoutthasinh Phimmachanh, Director of LFA, delivered detailed presentations on the organization’s progress. A major highlight of the discussions was the expansion of LFA’s membership to 210 organizations, success and ongoing of nine agribusiness plan developments and the improvement of production, as well as the support of policies that benefit to the members of the Lao Farmers Association.

The meeting concluded the key plans for 2025 for the four commodity networks: rice, vegetables, tea and coffee. Policy engagement will focus on access to finance, improving communication channels between members and the Association, discussing the Association’s revolving fund, improving the Youth Governing Board and the Youth Agribusiness Revolving Fund, and continuing collaboration in relevant sectors, improving the Association’s organization and funds, and promoting the sustainability of the Association.

For more information about our work, please visit our website: https://laofarmers.net/

Facebook: https://www.facebook.com/laofarmernetwork

………………………………………………………………………………………………………………………………………………………………………………………………………………………………………………………………………………………….

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg

#Official Website: www.maf.gov.la

#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ  14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ    6:30-07:00 ໂມງ;

                    ພາກບ່າຍ ເວລາ  13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ