ການເຜີຍແຜ່ຮ່າງເອກະສານກ່ຽວກັບ ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF

ການເຜີຍແຜ່ຮ່າງເອກະສານກ່ຽວກັບ ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF:

ລັດຖະບານແຫ່ງ ສປປ ລາວ ໄດ້ເຂົ້າເຖິງທຶນການຊ່ວຍເຫຼືອ 37 ລ້ານໂດລາສະຫັດ ຂອງສະມາຄົມພັດທະນາສາກົນ ຫຼື ທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພສະນາການໃນຊົນນະບົດໃນໄລຍະ 2 (RRPM II, ໃນນີ້ໄດ້ເອີ່ນວ່າ: ”ໂຄງການ”). ໂຄງການດັ່ງກ່າວຈະກວມເອົາ 7 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ອຸດົມໄຊ, ຜົ້ງສາລີ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ. ໂດຍກະຊວງກະສິກຳແລະ ປ່າໄມ້ ຈະໄດ້ຈັດຕັ້ງປະຕິບັດຜ່ານ ກົມພັດທະນາຊົນນະບົດ ໂດຍຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ເຊິ່ງຈັດຕັ້ງປະຕິບັດຜ່ານສະຖາບັນຄົ້ນຄວ້າການພັດທະນາ. ຕາມຄວາມຮຽກຮ້ອງຕ້ອງການຂອງທະນາຄານໂລກ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກະກຽມເອກະສານຕໍ່ໄປນີ້ກ່ອນການຈັດຕັ້ງປະຕິບັດໂຄງການໄລຍະທີ່ສອງ:
• ຂອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMF), ລວມທັງຂັ້ນຕອນການຄຸ້ມຄອງແຮງງານ (LMP)
• ແຜນການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ (SEP),
• ແຜນພັນທະສັນຍາດ້ານສິ່ງແວດລ້ອມ ແລະ ສັງຄົມ (ESCP).
ຈຸດປະສົງຂອງເອສານເຫຼົ່ານີ້ແມ່ນເພື່ອຮັບປະກັນຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ຜົນກະທົບທີ່ກ່ຽວຂ້ອງກັບກິດຈະກຳຂອງໂຄງການທີ່ສະເໜີໃຫ້ຖືກກຳນົດ ແລະ ຫຼີກລ້ຽງ. ສິ່ງໃດບໍ່ສາມາດຫຼີກລ່ຽງໄດ້, ທາງດ້ານເຕັກນິກ, ຄວາມສ່ຽງ ແລະ ຜົນກະທົບດັ່ງກ່າວຈະຖືກຫຼຸດໜ້ອຍລົງ ແລະ ຫຼຸດຜ່ອນລົງ. ກະຊວງກະສິກຳ ແລະ ປ່າໄມ້ຕ້ອງການເຜີຍແຜ່ ບັນດາເອກະສານ ESF ຂ້າງເທິງນີ້ເພື່ອຈຸດປະສົງຂອງການປຶກສາຫາລືທາງສາທາລະນະ. ເອກະສານຂ້າງເທິງນີ້ໄດ້ຖືກເຜີຍແຜ່ໃນຂໍ້ຄວາມເຕັມເປັນພາສາອັງກິດ, ແລະ ໃນຮູບແບບຂອງບົດສະຫຼຸບຫຍໍ້ເປັນພາສາລາວ. ຄຳຄິດເຫັນ ຫຼື ຄຳແນະນຳສຳລັບຮ່າງເອກະສານຂ້າງເທິງນີ້ຈະຖືກສົ່ງໄປຫາທິມງານກະກຽມໂຄງຂອງກະຊວງກະສິກຳ ແລະ ປ່າໄມ້, ໂດຍຜ່ານການຕິດຕໍ່ໄປນີ້:
• ທ່ານ ແວວຄຳ ວິໄລສານ – ທີ່ປຶກສາດ້ານວຽກງານ ການສື່ສານ, ຂອບສິ່ງແວດລ້ອມ ແລະ ສັງຄົມ
• ອິເມວ: veokhamvilaysane34@gmail.com
• ໂທລະສັບມືຖື: +856 20 28996397
ຮ່າງເອກະສານດັ່ງກ່າວໄດ້ຮັບການປັບປຸງໂດຍອິງຕາມຄຳເຫັນ ແລະ ຄຳແນະນຳຂອງຜູ່ມີສ່ວນຮ່ວມຂອງໂຄງການ ແລະ ຜູ່ມີສ່ວນຮ່ວມອື່ນໆທີ່ສົນໃຈ. ເອກະສານສະບັບປັບປຸງ, ແລະ ສະບັບສຸດທ້າຍ, ຖືກເຜີຍແຜ່ຢູ່ໜ້າເວບດຽວກັນກ່ອນທີ່ຈະປະຕິບັດໂຄງການໄລຍະສອງ. DISCLOSURE OF DRAFT ESF DOCUMENTS. The Government of Lao PDR (GOL) has accessed $37 million of International Development Association (IDA), or the World Bank (WB), to implement the Reducing Rural Poverty and Malnutrition Project-phase 2 (RRPM II, herein referred to as the “Project”). The project will cover Seven provinces: Xiengkhuang, Huaphanh, Oudomxay, Phongsaly, Sekong, Saravan and Savannakhet provinces, and will be implemented by the Ministry of Agriculture and Forestry (MAF) – through its Development of Rural Development (DRD), and the Ministry of Planning and investment (MPI) – through its Development Research Institute (DIC). As required by the World Bank (WB), MAF has prepared the following documents prior to project implementation:
• Environmental and Social Management Framework (ESMF), including a Labor Management Procedures (LMP),
• Stakeholder Engagement Plan (SEP), and
• Environmental and Social Commitment Plan (ESCP).
The purpose of these documents is to ensure environmental and social risks and impacts that are associated with proposed project activities are identified and avoided. Where avoidance is not possible, technically, such risks and impacts will be minimized and mitigated. MAF would like to disclose the above ESF documents for the purpose of public consultation. The above documents are disclosed in full text in full text in English, and in the form of Executive Summary in Lao language. Comments or suggestions for the above draft documents should be addressed to Project Preparation Team of MAF – through the following contract:
• Mr. Veokham Vilaysane. In – Communications, Environmental and Social Framework Consultant/Officer
• Email: veokhamvilaysane34@gmail.com
• Mobile phone: +856 20 28996397

The updated documents, and the final version, will be disclosed on the same webpage prior to project implementation. Thank you so much.

Annex 5. ESCP-Laos RRPM II-Revised Version 10102023 2

LMP – Laos RRPM II (V5 May 10 2023) Revised-UD_CA, TD-VK

MUSep22-ESMF-Laos RRPM II (V5 May 10 2023)-revised_CA-UD, TD-VK

MUSept22-SEP-Laos RRPM II (V5, May 9, 2023) Revised_CA-UD, TD-VK

 

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg

#Official Website: www.maf.gov.la#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ  14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ    6:30-07:00 ໂມງ;

                    ພາກບ່າຍ ເວລາ  13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ