ພິທີເຊັນສັນຍາ​ MOA​ ຮ່ວມມືລາວ-ຈີນ​ ດ້ານການກວດກາ ແລະຢັ້ງຢືນ​ຜະລິດຕະພັນ​ກະສິກໍາ,​ປ່າໄມ້ ແລະ ສະບຽງອາຫານ

ໃນວັນ​ທີ 8 ຕຸລາ 2024 ​ນີ້, ກົມ​ແຜນການ ​ແລະ​ ການ​ຮ່ວມ​ມື​ ກະຊວງ​ກະສິກຳ ​ແລະ ​ປ່າ​ໄມ້ ​ແຫ່ງ ​ສປປ ລາວ ​ແລະ ​ກຸ່ມ​ບໍລິສັດ ​ກວດກາ ​ແລະ ​ຢັ້ງຢືນ​ ຈີນ ແຂວງ​ກວາງຊີ ​ຈໍາກັດ (ສໍານັກງານ​ໃຫຍ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ສປ ຈີນ) ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ ດ້ານການກວດກາ ແລະ ຢັ້ງຢືນ​ ​ຜະລິດ​ຕະພັນ​ກະສິກຳ, ປ່າ​ໄມ້  ແລະ ສະບຽງອາຫານ ​ທີ່​ນະຄອນຫຼວງ​ວຽງ​ຈັນ. ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຮສ. ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ນອກນີ້, ຍັງມີບັນດາທ່ານຫົວໜ້າ ຫ້ອງການ,ຫົວໜ້າ ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້, ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນຄັ້ງນີ້.

ໃນພິທີລົງນາມຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍ ທ່ານ ປອ. ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ຕາງໜ້າກຸ່ມບໍລິສັດເຊັນໂດຍ ທ່ານ ແຢນຊ່ຽງສຸຍ (Mr. YAN XIANGSHUAI) ຜູ້ຕາງໜ້າ ກຸ່ມບໍລິສັດ ກວດກາ ແລະ ຢັ້ງຢືນ ຈີນ ປະຈຳພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ແລະ ເຊັນເປັນພະຍານຂອງທ່ານ ບຸນຈັນກົມ ບຸນຍະສິດ ຫົວໜ້າກົມປູກຝັງ ແລະ ທ່ານ ປອ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ເປົ້າໝາຍຂອງການເຊັນສັນຍາຄັ້ງນີ້ ແມ່ນເພື່ອແນ່ໃສ່ເພີ່ມທະວີການພົວພັນຮ່ວມມືສາກົນລະຫວ່າງສອງປະເທດໃນຂົງເຂດກະສິກໍາ, ການຜະລິດກະສິກໍາເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ການຜະລິດກະສິກໍາ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານຍຸດທະສາດລະຫວ່າງສອງປະເທດໃນຂົງເຂດກະສິກໍາໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອໃຫ້ໄດ້ຮັບຜົນດີ, ​ຮ່ວມ​ກັນ​ສ້າງ​ລະບົບ​ຕິດຕາມ​ກວດກາ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ສະບຽງ​ອາຫານ​ຢູ່​ ສປປ ລາວ. ບໍລິສັດ ກວດກາ ແລະ ຢັ້ງຢືນຈີນ ແຂວງກວາງຊີ ຈໍາກັດ (ສໍານັກງານໃຫຍ່ພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ເປັນບໍລິສັດລູກລະດັບທໍາອິດຂອງກຸ່ມບໍລິສັດ CCIC ແລະ ເປັນໜື່ງໃນແປດພາກພື້ນພາຍໃນຂອງກຸ່ມ CCIC, ມີສໍານັກງານໃຫຍ່ແມ່ນຕັ້ງຢູ່ເມືອງໜານໜິງ ແຂວງກວາງຊີ, ເຂດທີ່ຂື້ນກັບການຄຸ້ມຄອງຂອງພາກພື້ນຕົນປະກອບມີ: ກວາງຊີ, ຢຸນນານ, ກຸຍໂຈ່, ເຊຊວນ ແລະ  ຊົງຊິງ ຈໍານວນ 5 ແຂວງ ແລະ ໄດ້ຂະຫຍາຍວຽກງານການຮ່ວມມືກັບຫຼາຍປະເທດ, ຂອບເຂດການບໍລິການກວມເອົາຂະແໜງກະສິກໍາ, ອຸດສາຫະກໍາ ແລະ ຂະແໜງບໍລິການ. ຄວາມສາມາດດ້ານວິຊາການກວມເອົາຂົງເຂດແຮ່ທາດ, ກະສິກໍາ, ອາຫານ, ນໍ້າມັນເຊື້ອໄຟ, ພະລັງງານ, ສິ່ງແວດລ້ອມ, ການວັດແທກ, ການປ້ອງກັນຟ້າຜ່າ, ຄວາມປອດໄພ, ອາຊີບສຸຂະພາບ ແລະ ອື່ນໆ. ເປັນວິສາຫະກິດພາກສ່ວນທີສາມທີ່ໃຫຍ່ທີ່ສຸດ ແລະ ມີອໍານາດທີ່ສຸດໃນພາກຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ. ຝ່າຍກຸ່ມບໍລິສັດຈະໝູນໃຊ້ທ່າແຮງຂໍ້ໄດ້ປຽບຂອງຕົນໃນດ້ານຄວາມໜ້າເຊື່ອຖືດ້ານຊື່ສຽງ (ຍີ່ຫໍ້), ດ້ານບຸກຄະລາກອນ, ຄວາມສາມາດທາງດ້ານເຕັກນິກ ແລະ ເຄືອຂ່າຍທົ່ວໂລກ ເພື່ອຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຮ່ວມກັນສົ່ງເສີມການນຳໃຊ້ການບໍລິການ “ຕິດຕາມແຫຼ່ງທີ່ມາ + ຢັ້ງຢືນ​ການ​ກວດກາ (TIC)” ໃນການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້, ແລະ ສະບຽງອາຫານ ລາວ – ​ຈີນ ​ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ, ຍົກ​ສູງຄ່ານິຍົມ​ຂອງ​ຍີ່​ຫໍ້​, ສ້າງ​ຄວາມໜ້າ​ເຊື່ອ​ຖືໃນການ​ບໍ​ລິ​ໂພກ ແລະ ​ປະ​ກອບ​ສ່ວນ​ເພື່ອ​ການ​ພັດ​ທະ​ນາ​ການ​ຄ້າ​ ທີ່ມີທ່ວງທ່າດີຂື້ນລະ​ຫວ່າງ​ສອງ​ປະ​ເທດ​.

 

ພາບ ແລະ ຂ່າວ ໂດຍ: ນ. ສີອໍາມອນ ໄຊຍະລາດ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ