ສວນຜັກແຫ່ງຄວາມຫວັງ ແລະ ຄວາມຈະເລີນກ້າວໜ້າ

ສວນຜັກແຫ່ງຄວາມຫວັງ ແລະ ຄວາມຈະເລີນກ້າວໜ້າ

ໂຄງການ “ເສີມສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (ຫຼື ໂຄງການ Climate REAL) ເປັນໂຄງການທີ່ຈັດຕັ້ງປະຕິບັດໂດຍ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເຊິ່ງໄດ້ຮັບການສະໜັບສະໜູນທາງດ້ານທຶນຮອນຈາກ ອົງການຮ່ວມມືສາກົນເກົາຫຼີ (KOICA) ເຊິ່ງເປັນໜຶ່ງໃນອົງປະ ກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແບບປະສົມປະສານ ໃນແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຜູ້ໄດ້ຮັບຜົນປະໂຫຍດ ຫ້າ ທ່ານ ໄດ້ແລກປ່ຽນປະສົບການໃນທາງທີ່ດີຈາກການເຂົ້າຮ່ວມໂຄງການ.

ການຮັບປະກັນອານາຄົດອັນສົດໃສຂອງລູກແມ່ນເປັນແຮງບັນດານໃຈໃຫ້ ທ່ານ ຫຼ້າ ໄຊຍະວຽງ ເຮັດວຽກໜັກ ແລະ ສືບຕໍ່ຊອກຫາຊ່ອງທາງສ້າງລາຍຮັບທີ່ໝັ້ນຄົງຈາກດິນດອນຕອນຫຍ້າຂອງທ່ານ. ສຳລັບຜູ້ເປັນພໍ່ຂອງລູກ ສາມ ຄົນ ທີ່ມີອາຍຸ 46 ປີ ແລ້ວ, ຄວາມປາຖະໜາອັນໃຫຍ່ຫຼວງຂອງລາວແມ່ນເຫັນໄດ້ຢ່າງຊັດເຈນໃນຄວາມຕັ້ງໃຈທີ່ຈະໃຫ້ລູກຂອງລາວໄດ້ຮັບຄວາມຮູ້ ແລະ ປະສົບການຢູ່ຕ່າງປະເທດ ເພື່ອນຳຄວາມສົມບູນກັບຄືນສູ່ດິນແດນຂອງຄອບຄົວ.

“ໃນໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ສະເໝີວ່າ ການກະສິກຳແມ່ນສິ່ງທີ່ລໍ່ລ້ຽງຊີວິດ ເພື່ອໃຫ້ພວກເຮົາຢູ່ລອດ ແລະ ເຕີບໃຫຍ່. ເຖິງແມ່ນວ່າຄອບຄົວປະສົບກັບຄວາມຫຍຸ້ງຍາກກໍຕາມ, ແຕ່ຂ້າພະເຈົ້າໄດ້ຕັ້ງໃຈສົ່ງລູກສອງຄົນຂອງຂ້າພະເຈົ້າໄປປະເທດຫວຽດນາມ ເພື່ອຮຽນຮູ້ວິຊາການກະສິກຳ ແລະ ການປະຕິບັດທີ່ດີທີ່ສຸດ. ເມື່ອພວກເຂົາກັບຄືນບ້ານ, ຂ້າພະເຈົ້າຄາດຫວັງວ່າຈະໄດ້ເຫັນການປັບປຸງອັນໃຫຍ່ຫຼວງຕໍ່ດິນແດນຂອງຂ້າພະເຈົ້າ.”

ເຖິງຢ່າງໃດກໍຕາມ, ມັນແມ່ນ ທ່ານ ຫຼ້າ ເອງເປັນຜູ້ທີ່ໄດ້ເຮັດໃຫ້ເກີດການປ່ຽນແປງ. ພາຍຫຼັງໄດ້ຮັບການຄັດເລືອກພາຍໃຕ້ໂຄງການ Climate REAL ໃຫ້ເປັນໜຶ່ງໃນຜູ້ໄດ້ຮັບຜົນປະໂຫຍດຈາກບ້ານພອກ, ເມືອງໄຊເສດຖາ, ທ່ານ ຫຼ້າ ໄດ້ຫັນປ່ຽນການກະສິກໍາຂອງລາວ ແລະ ສາມາດເພີ່ມລາຍຮັບໄດ້ 160% ພາຍໃນລະດູດຽວເທົ່ານັ້ນ.

ທ່ານຫຼ້າ ແລະ ລູກຊາຍເກັບຜັກສະຫຼັດຈາກເຮືອນຫົ່ມຂອງລາວ. ©FAO/Saykham Manilasith

ເປັນເວລາຫຼາຍປີແລ້ວ, ລາຍຮັບຂອງ ທ່ານ ຫຼ້າ ແມ່ນໄດ້ໜ້ອຍກວ່າ 30 ລ້ານກີບ ຕໍ່ປີ, ເຊິ່ງເປັນຈໍານວນທີ່ບໍ່ພຽງພໍກັບຄວາມຕ້ອງການພື້ນຖານຂອງຄອບຄົວ. ການຂາດການເຂົ້າເຖິງທາງເລືອກທາງດ້ານເທັກໂນໂລຢີ ແລະ ຄວາມຮູ້ໄດ້ຈຳກັດ ທ່ານ ຫຼ້າ ໄດ້ນໍາໃຊ້ການປະຕິບັດແບບປະຖົມປະຖານ, ທີ່ມີແຫຼ່ງລາຍຮັບຕົ້ນຕໍມາຈາກການເຮັດນາໃນລະດູຝົນ ແລະ ການປູກຜັກໃນລະດູແລ້ງ ເຊິ່ງໝາຍຄວາມວ່າການຫາຢູ່ຫາກິນໃນລະດູຝົນແມ່ນຫຍຸ້ງຍາກ. ການປູກຜັກບໍ່ແມ່ນທາງເລືອກເລີຍ ເພາະຜັກຈະເນົ່າເປື່ອຍ ແລະ ພືດຜົນຈະຖືກທຳລາຍ.

ຜ່ານການຈັດຕັ້ງປະຕິບັດຂອງໂຄງການ, ການປູກພືດຜັກທີ່ປະສົບຜົນສຳເລັດໃນທັງລະດູຝົນ ແລະ ລະດູແລ້ງ ແມ່ນສາມາດເປັນຈິງໄດ້ໃນປັດຈຸບັນ. ຈາກການເຂົ້າຮ່ວມກິດຈະກໍາຂອງໂຄງການ ເຊັ່ນ​: ການຢ້ຽມຢາມ ແລະ ແລກປ່ຽນຄວາມຮູ້ ແລະ ບົດຮຽນຕ່າງໆຢູ່ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ທ່ານ ຫຼ້າ ໄດ້ຮັບຮູ້ເຖິງອານາຄົດຂອງທ່ານວ່າຈະເປັນແນວໃດ. ທ່ານໄດ້ເວົ້າວ່າ: “ຂ້າພະເຈົ້າຮູ້ຈາກໃຈຂອງຂ້າພະເຈົ້າວ່າເຮືອນຮົ່ມ ແມ່ນຄໍາຕອບສໍາລັບຂ້າພະເຈົ້າ ພາຍຫຼັງທີ່ຂ້າພະເຈົ້າເຫັນ ແລະ ເຂົ້າໃຈວ່າມັນແມ່ນຫຍັງ”.

ໂຄງການ Climate REAL ໄດ້ສະໜອງວັດສະດຸອຸປະກອນ ພ້ອມທັງແນວພັນ ໃນການກໍ່ສ້າງເຮືອນຫົ່ມໃຫ້ແກ່ທ່ານຫຼ້າ. ©FAO/Bounmee Maokhamphiou

ເພື່ອເຮັດໃຫ້ເຮືອນຮົ່ມມປະສົບຜົນສຳເລັດ, ທ່ານ ຫຼ້າ ໄດ້ພັດທະນາທັກສະຂອງຕົນເອງເພີ່ມຕື່ມໂດຍຜ່ານການເຂົ້າຮ່ວມການຝຶກອົບຮົມໂຮງຮຽນຊາວນາ ແລະ ໄດ້ຮັບປັດໄຈການຜິດກະສິກຳ ເພື່ອເລີ່ມລົງມືຈັດຕັ້ງປະຕິບັດ. ພາກສ່ວນໜຶ່ງທີ່ສຳຄັນຂອງການພັດທະນາທັກສະແມ່ນການຝຶກອົບຮົມດ້ານທຸລະກິດກະສິກຳ, ເຊິ່ງໄດ້ໃຫ້ຄວາມຮູ້ທີ່ຈຳເປັນກ່ຽວກັບຄວາມເຂົ້າໃຈທາງດ້ານຄວາມຕ້ອງການຂອງຕະຫຼາດ, ການດຳເນີນທຸລະກິດ ແລະ ການວິເຄາະເສດຖະກິດ. ຈາກການປູກຜັກໃນລະດູຝົນຄັ້ງທຳອິດ, ພາຍໃນ 4 ເດືອນ, ທ່ານ ຫຼ້າ ສາມາດສ້າງລາຍຮັບໄດ້ເທົ່າກັບຈໍານວນລາຍຮັບທີ່ ທ່ານ ຫຼ້າ ຫາໄດ້ໃນຕະຫຼອດປີທີ່ຜ່ານມາ.

ນອກຈາກແນວພັນຜັກສຳລັບລະດູຝົນແລ້ວ, ໂຄງການ Climate REAL ຍັງໄດ້ສະໜອງແນວພັນໝາກໂມ, ໝາກແຕງ ແລະ ໝາກສາລີໃຫ້ແກ່ ທ່ານ ຫຼ້າ ເພື່ອທົດລອງປູກໃນລະດູແລ້ງ ເຊິ່ງໄດ້ພິສູດໃຫ້ເຫັນແລ້ວວ່າມີຜົນສໍາເລັດອັນໃຫຍ່ຫຼວງ, ໂດຍທີ່ໄດ້ຮັບຜົນຕອບແທນຈາກການລົງທຶນເຖິງ 900% ສໍາລັບໝາກໂມ. ລະບົບຊົນລະປະທານຂະໜາດນ້ອຍທີ່ໃຊ້ພະລັງງານແສງຕາເວັນ ເປັນປັດໃຈຫຼັກໃນການເພີ່ມຜົນກຳໄລ ເນື່ອງຈາກ ທ່ານ ຫຼ້າ ບໍ່ໄດ້ມີຄ່າໃຊ້ຈ່າຍໃນການໃຊ້ໄຟເພື່ອເປັ່ງນໍ້າເຂົ້າໄຮ່ນາ/ສວນ.

“ພຽງ 75 ວັນ ເທົ່ານັ້ນ, ຂ້າພະເຈົ້າໄດ້ລາຍຮັບເຖິງ 38,5 ລ້ານກີບ ຈາກການຂາຍໝາກໂມ ແລະ 2,65 ລ້ານກີບ ຈາກການຂາຍໝາກແຕງ. ຂ້າພະເຈົ້າຈະສາມາດຫາເງິນຈໍານວນນີ້ໄດ້ຈາກສິ່ງທີ່ຂ້າພະເຈົ້າມັກໄດ້ຢູ່ໃສອີກ?”

ຊ້າຍ/ເທິງ: ຟາມໝາກໂມຂອງທ່ານຫຼ້າ ©FAO/Vilaylack Khounvisith. ຂວາ/ລຸ່ມ: ໝາກໂມທີ່ເກັບມາຂາຍຈາກຟາມຂອງທ່ານຫຼ້າ … ©FAO/Vilaylack Khounvisith.

ໂຄງການ Climate REAL ໄດ້ກໍານົດເອົາ ທ່ານ ຫຼ້າ ເປັນຊາວກະສິກອນຕົວແບບ ເນື່ອງຈາກວ່າລາວໄດ້ພັດທະນາທັກສະ ແລະ ຄວາມຮູ້ຈາກໂຄງການນີ້ ພາຍຫຼັງທີ່ໄດ້ເຂົ້າຮ່ວມກິດຈະກໍາຂອງໂຄງການອື່ນໆພາຍໃນເມືອງ ກ່ອນການຈັດຕັ້ງປະຕິບັດຂອງໂຄງການ Climate REAL. ຊາວກະສິກອນໃນບ້ານພອກ ໂດຍສະເພາະສະມາຊິກຂອງກຸ່ມຜະລິດຂອງ ທ່ານ ຫຼ້າ ໄດ້ເລີ່ມສອບຖາມຄຳແນະນຳຕ່າງໆຈາກທ່ານ ຫຼ້າ ສຳລັບລະດູການປູກທີ່ຈະມາເຖິງນີ້ ເຊິ່ງຈະສຸມໃສ່ການປູກໝາກເລັ່ນ, ຜັກບົ່ວ, ຜັກກາດ ແລະ ຜັກຊີ, ເນື່ອງຈາກ ຄວາມຕ້ອງການ ແລະ ລາຄາທີ່ສູງ.

ຊ້າຍ/ເທິງ: ທ່ານຫຼ້າເກັບຜັກສະຫຼັດຢູ່ເຮືອນຮົ່ມມຂອງລາວ ©FAO/Bounmee Maokhamphiou. ຂວາ/ລຸ່ມ: ທ່ານຫຼ້າໄດ້ເອົາຜັກສະຫຼັດທີ່ເກັບມາສົດໆຈາກເຮືອນຫົ່ມຂອງລາວ ©FAO/Bounmee Maokhamphiou.

ເພື່ອເປັນການສ້າງພື້ນຖານໃຫ້ແກ່ລູກຂອງລາວ, ທ່ານ ຫຼ້າ ຍັງໄດ້ເລີ່ມຖ່າຍທອດຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ລູກຊາຍຫຼ້າຂອງລາວ, ເຊິ່ງປັດຈຸບັນ ອາຍຸ 17 ປີ ທີ່ກຳລັງສຶກສາຢູ່ໂຮງຮຽນມັດທະຍົມສຶກສາໃນເມືອງ. ສຳລັບ ທ່ານ ຫຼ້າ ແລ້ວ, ອານາຄົດທີ່ຮຸ່ງເຮືອງກວ່າແມ່ນກໍາລັງລໍຖ້າຢູ່.

ທ່ານຫຼ້າໄດ້ອະທິບາຍເຕັກນິກການປູກທີ່ໄດ້ຮຽນຮູ້ຈາກໂຄງການ Climate REAL ໃຫ້ກັບລູກຊາຍຫຼ້າຂອງລາວທີ່ເຮືອນຫົ່ມຂອງລາວເອງ. ©FAO/Bounmee Maokhamphiou.

“ໂຄງການໄດ້ໃຫ້ຂ້າພະເຈົ້າຫຼາຍຢ່າງ, ໃຫ້ຫຼາຍກວ່າທີ່ຂ້າພະເຈົ້າສາມາດຈິນຕະນາການໄດ້. ມັນແມ່ນຄວາມຫວັງ ແລະ ຄວາມຈະເລີນກ້າວໜ້າທີ່ຂ້າພະເຈົ້າຝັນມາຕະຫຼອດ.”

ທ່ານຫຼ້າດູແລຜົນລະປູກຂອງລາວຢູ່ເຮືອນຫົ່ມຂອງລາວເອງ. ©FAO/Bounmee Maokhamphiou.

“ເຮືອນຫົ່ມເຮັດໃຫ້ຂ້າພະເຈົ້າມີລາຍຮັບໃນຊ່ວງລະດູຝົນໄດ້”

 

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

                    ພາກບ່າຍ ເວລາ 13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ