ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ/POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA

ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ

POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA

ໃນວັນທີ 2 ຕຸລາ 2023, ທີ່ສູນຄົ້ນຄວ້າພືດກະສິກໍາພາກໃຕ້ (ຫຼັກ 35) ເມືອງປາກຊ່ອງ, ແຂວງຈໍາປາສັກ, ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ (CLEAN Project) ຮ່ວມມືກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ໄດ້ເປີດການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ ຂຶ້ນ, ໃຫ້ກຽດເຂົ້າຮ່ວມໃນພິທີເປີດຝຶກອົບຮົມໃນຄັ້ງໂດຍ ທ່ານ ຄໍາເຜີຍ ພຸດໂທ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ທ່ານ ອາເລັກ ດາຮານ ຫົວໜ້າໂຄງການສ້າງຄວາມເຊື່ອມໂຍງເຄືອຂ່າຍກະສິກໍາ ຫຼື ໂຄງການ ຄຣີນ ປະຈໍາລາວ, ທ່ານ ແສງຈັນ ຄໍາມຸນທາ ຮອງປະ ທານສະມາຄໄມກາເຟລາວ, ທ່ານ ຄໍາສອນ ສີຊາຍຸດ ຕ່າງໜ້າສະມາຄົມຄົນຮັກກາເຟ, ທ່ານ ອິນປັນ ແຫວນສົມເພັດ ຮອງຫົວໜ້າສູນຄົ້ນຄວ້າພືດກະສິກໍາພາກໃຕ້ ຫຼັກ 35 ເມືອງປາກຊ່ອງ ແຂວງຈໍາປາສັກ, ຊຶ່ງມີວິທະຍາກອນທີ່ມາຈາກປະເທດອິນໂດເນເຊຍ ທ່ານ ລີໂອ ເພີບາ ໄວລຽດຈາຈາ, ທ່ານ ນ. ປານລະວີ ດາລາດັງ ຜູ້ຊ່ວຍຄູຝຶກ ແລະ ນັກສໍາມະນາກອນທີ່ມາຈາກພະແນກ ກປ ແຂວງຈໍາປາສັກ, ສາລະວັນ ແລະ ແຂວງເຊກອງ, ຫ້ອງການ ກປ ເມືອງປາກຊ່ອງ, ທ່າແຕງ ແລະ ເມືອງເລົ່າງາມ, ສູນຄົ້ນຄວ້າພືດກະສິກໍາພາກໃຕ້, ຜູ້ປະກອບການກາເຟ, ສະມາຄົມກາເຟລາວ ແລະ ສະມາຄົມຜູ້ຮັກກາເຟລາວ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 12 ທ່ານ.

ຈຸດປະສົງ ເພື່ອເຮັດໃຫ້ນັກສໍາມະນາກອນ ມີຄວາມຮູ້ທາງດ້ານທິດສະດີ ກ່ຽວກັບວິທີການປຸງແຕ່ງຢ່າງເລິກເຊິ່ງ, ສອນແນວທາງການປະຕິບັດທີ່ດີ ແລະ ມອບປະສົບການທີ່ີຕົງລະບົບການຄວບຄຸມຄຸນນະພາບສໍາລັບການປຸງແຕ່ງຫຼັງການເກັບກ່ຽວ ແລະ ຜູ້ເຂົ້າຮ່ວມຈະມີໂອກາດພັດທະນາທັກສະທີ່ຈໍາເປັນ ເພື່ອໃຫ້ໄດ້ລົດຊາດທີ່ແຕກຕ່າງກັນໂດຍຜ່ານການປຸງແຕ່ງ.

ຫົວຂໍ້ທີ່ຈະຝຶກອົບຮົມໃນຄັ້ງນີ້ ປະກອບມີ: 1. ການປຸງແຕ່ງກາເຟ, 2. ວັດຖຸດິບ, 3. ກາຍະວິພາກຂອງໝາກກາເຟ ແລະ ປຽບທຽບວິທີທີ່ນໍາໃຊ້ ໃນຂະບວນການປຸງແຕ່ງ, 4. ການອິ້ວ, 5. ການໝັກ, 6. ການລ້າງ ແລະ ການກໍາຈັດເມືອງ, 7. ການຕາກແຫ້ງ, 8. ການສີ ແລະ ຂໍ້ບົກຜ່ອງທີ່ສາມາດພົບໄດ້ ລະຫວ່າງການປຸງແຕ່ງ, 9. ການຄວບຄຸມຄຸນນະພາບແບບປະສົມປະສານ ໃນຂະບວນການປຸງແຕ່ງ ແລະ 10. ບັນຫາທີ່ພົບພໍ້ໃນປັດຈຸບັນ ແລະ ແນວທາງການຮັບມື. ຊຶ່ງໃນການຝຶກອົບຮົມຈະໄດ້ຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ. ຫຼັງຈາກນັ້ນ, ຈະໄດ້ມີການສອບເສັງ ກ່ຽວກັບ: ການແປງຄ່າ, ການອິ້ວ, ການຕາກແຫ້ງ, ການລະບຸຂໍ້ບົກຜ່ອງ ແລະ ການວັດແທກຄວາມຊຸ່ມ ເພື່ອເປັນການວັດລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້. ການຝຶກອົບຮົມຈະດໍາເນີນເປັນເວລາ 6 ວັນເຕັມ ໃນລະ ຫວ່າງວັນທີ 2-7 ຕຸລາ 2023 ຈຶ່ງຈະສໍາເລັດລົງ.

ການເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການ CLEAN ໂດຍ Winrock ທີ່ໄດ້ຮັບທຶນ USDA Food for Progress, ຮ່ວມມືກັບສູນການຄ້າສາກົນ (ITC), ໂຄງການຄູ່ຮ່ວມມືການຄ້າຂອງອັງກິດ (UKTP) ແລະ ຄູ່ຮ່ວມງານຈກາລາວເຊັ່ນ: ສະມາຄົມກາເຟ (LCA) ແລະ ກົມປູກຝັງ (DOA).

This training program is supported by Winrock’s CLEAN project, funded by USDA Food for Progress, in collaboration with the International Trade Centre, the UK Trade Partnerships (UKTP) Programme, and local partners such as the Lao Coffee Association (LCA) and the Department of Agriculture (DOA).

Winrock International Coffee Quality Institute ARISE Plus ປະຈຳ ສປປ ລາວ – ARISE Plus Lao PDR International Trade Centre UK in Laos LAO Coffee Association ກົມປູກຝັງ Department of Agriculture Espresso Academy, coffee and barista school Lao Barista Community

#CQI #QProcessingLevel2 #CLEANproject #Winrock #USDA #ITC #UKTP #ARISEPLUS #LaoCoffeeLovers #laocoffeeculture

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ