ພິທີປະກາດການຈັດຕັ້ງ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ພິທີປະກາດການຈັດຕັ້ງ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ໃນຕອນເຊົ້າຂອງວັນທີ 9 ມີນາ 2023, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ໄດ້ຈັດພິທີປະກາດການຈັດຕັ້ງຂອງຕົນຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ຊຶ່ງມີທ່ານຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງກົມປ່າໄມ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາກາຍ, ທ່ານເຈົ້າເມືອງ 3 ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ໃນພິທີປະກາດການຈັດຕັ້ງໃນຄັ້ງນີ້ ທ່ານ ທອງສະຫວັນ ພັນທະລາວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂື້ນຜ່ານຂໍ້ຕົກແຕ່ງຕັ້ງຊັບຊ້ອນພະນັກງານຄື: ຕົກລົງໃຫ້ ທ່ານ ອຸໄທ ວົງສາ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄປຮັບໜ້າທີ່ໃໝ່ຢູກົມປ່າໄມ້, ແຕ່ງຕັ້ງທ່ານ ສີທັດ ພີມມະຈັນ ຮອງຫົວໜ້າກອງຄຸ້ມຄອງອຸທິຍານແແຫ່ງຊາດ ນາກາຍ-ນໍ້າເທີນ ເປັນຮັກສາການຫົວ ໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແລະ ແຕ່ງຕັ້ງ ທ່ານ ປອ ສີສົມພອນ ສຸດທິຈັກ ເປັນຮອງ ຫົວໜ້າກອງຄຸ້ມຄອງອຸທິຍານແແຫ່ງຊາດ ນາກາຍ-ນໍ້າເທີນ.
ເຊິ່ງໃນຕອນທ້າຍຂອງພິທີ ທ່ານຫົວໜ້າກົມປ່າໄມ້ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາທ່ານການນຳຂັ້ນກອງ ທີ່ໄດ້ຈັດຕັ້ງປະຕິບັດໜ້າທີ່ໃນໄລຍະທີ່ຜ່ານມາ, ເສຍສະຫຼະ, ທຸ້ມເທ, ກຳລັງແຮງກາຍ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນວຽກງານ ຈົນມີຜົນງານຫຼາຍດ້ານຕໍ່ກັບຂະ ແໜງການຕະຫຼອດໄລຍະຜ່ານມາ ແລະ ຕໍ່ກັບຜູ້ທີ່ໄດ້ຮັບການຊັບຊ້ອນ ແລະ ຮັບຕໍາແໜ່ງໃໝ່ ກໍ່ໃຫ້ສືບຕໍ່ທົບທວນບັນດານະໂຍບາຍ, ມະຕິ, ແຜນພັດທະນາເສດຖະກິດ ຮອດປີ 2025 ເພື່ອໃຫ້ເກີດຄວາມເຂົ້າໃຈ ແລະ ກຳແໜ້ນ ເພື່ອການຈັດຕັ້ງຜັນຂະຫຍາຍ, ປະກອບສ່ວນເຂົ້າໃນການພັດທະນາ ຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.