ຝຶກອົບຮົມ ການນໍາໃຊ້ອຸປະກອນ ແລະ ຄູ່ມື ການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນອາຊະຍາກໍາສັດນໍ້າ, ສັດປ່າ ແລະ ພືດປ່າ

ຝຶກອົບຮົມ ການນໍາໃຊ້ອຸປະກອນ ແລະ ຄູ່ມື ການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນອາຊະຍາກໍາສັດນໍ້າ, ສັດປ່າ ແລະ ພືດປ່າ

ໃນລະຫວ່າງວັນທີ 14 ຫາ 16 ກຸມພາ 2023 ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດຝຶກອົບຮົມ ການນຳໃຊ້ອຸປະກອນ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ອາຊະຍາກຳສັດນ້ຳ, ສັດປ່າ ແລະ ພືດປ່າ ໃຫ້ແກ່ໜ່ວຍເຄື່ອນທີໄວຂອງເຈົ້າໜ້າທີ່ປ່າໄມ້ (SoP RRIT) ຢູ່ທີ່ຫ້ອງປະຊຸມສັນຕິຣີສອດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.

ໂດຍການເປັນປະທານຮ່ວມຂອງ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ແລະ ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 02 ທ່ານ (ຕາງໜ້າຈາກກົມກວດກາປ່າໄມ້, ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ກອງກວດກາປ່າໄມ້, ກອງກວດກາພາສີ ແລະ ຕໍາຫຼວດສິ່ງແວດລ້ອມ ຈາກແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ຄູຝຶກຈາກອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ (WWF-Laos).

ຊຶ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາເຈົ້າໜ້າທີ່ ທີ່ເຂົ້າຮ່ວມຝຶກອົບຮົມ ຮັບຮູ້ເຖິງເຕັກນິກ ແລະ ການວາງແຜນ ການຕິດຕາມ, ກວດກາ, ການສືບສວນ-ສອບສວນ, ການລາຍງານ ແລະ ການສ້າງແຫຼ່ງຂ່າວ ຕໍ່ກັບວຽກງານ ຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າ ແລະ ຍັງໄດ້ຮຽນພາກປະຕິບັດຕົວຈິງ ກ່ຽວກັບການພິສູດອາຊະຍາກຳສັດປ່າ ແລະ ການນຳໃຊ້ອຸປະກອນໃນພາກສະໜາມ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ