ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ
ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ
ໃນລະຫວ່າງວັນທີ 7-16 ພະຈິກ 2022 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດ ໂຄງການ ລພຊ ຂຶ້ນ, ທີ່ກົມພັດທະນາຊົນນະບົດ, ກະຊວງກະ ສິກຳ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ; ທ່ານ ເຄັນນິຊິ ນິສິກາວາ ຫົວໜ້າທີມງານປົກປ້ອງທາງສັງຄົມ ແລະ ການສ້າງວຽກເຮັດງານທຳ. ເຊິ່ງມີ ທ່ານ ອາລີ ວິໂນ ຊູບັນໂດໂລ ຫົວໜ້າທີມຊ່ຽວຊານ ດ້ານວຽກງານໂພຊະນາການ; ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງສາທາລະນະສຸກ; ຄະນະທີມງານຊ່ຽວຊານຈາກທະນາຄານໂລກ; ຕາງໜ້າ 5 ໂຄງການ ຂອງແຜນງານໜຶ່ງດຽວຫຼາຍຂະແໜງການ ແລະ ບໍລິສັດ ສະຕາຟິນເທັກ (U-Money) ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມເພື່ອເປັນການທົບທວນຄວາມຄືຍໜ້າການຈັດຕັ້ງປະຕິບັດໂຄງການ ໄລຍະ 6 ເດືອນ ທ້າຍປີ 2022; ສຶກສາບັນຫາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແນວທາງການແກ້ໄຂ; ສືບຕໍ່ປຶກສາຫາລືກ່ຽວກັບການກະກຽມໂຄງການ ໄລ ຍະ 2.
ໃນທີ່ປະຊຸມໄດ້ຮັບຟັງ: ການຳສະເໜີຈຸດປະສົງ, ແຜນການເຄື່ອນໄຫວ ແລະ ຄວາມຄາດຫວັງຈາກກການລົງຕິດຕາມ ແລະ ເຮັດວຽກໃນຄັ້ງນີ້; ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໂດຍລວມ ເປັນແຕ່ລະອົງປະກອບ ແລະ ອົງປະກອບຍ່ອຍເຊັ່ນ: ການສຳຫຼວດ PMT ໃນທົ່ວປະເທດ, ຂະບວນການອະນຸມັດການຈ່າຍເງິນ CCT ແລະ ຄົ້ນຫາວິທີແກ້ໄຂບັນຫາຫຍຸ້ງຍາກ ແລະ ຂໍ້ຄົງຄ້າງໃຫ້ດີຂຶ້ນ, ການລາຍງານ CCT ຫຼ້າສຸດ (ຈຳນວນຜູ້ໄດ້ຮັບຜົນປະໂຫຍດ, ການລົງທະບຽນ, ການປະຕິບັດຕາມເງື່ອນໄຂ), ຄາດຄະເນຈຳນວນຜູ້ໄດ້ຮັບຜົນປະໂຫຍດ CCT ສະສົມໃນເວລາປິດໂຄງການ ແລະ ແຜນການຂະຫຍາຍໂຄງການ ໄລຍະ II, ລາຍງານວຽກງານການເງິນ (FM) ແລະ ວຽກງານຈັດຊື້-ຈັດຈ້າງ ປີ 2022, ລາຍງານຄວາມຄືບໜ້າດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ການປະຕິບັດຕາມ ໄລຍະ I, ການທົບທວນຄືນຂະບວນການຈ້າງທີ່ປຶກສາຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ສຳລັບໂຄງການໄລຍະ II, ລາຍງານສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ໄລຍະ 6 ເດືອນຜ່ານມາ; ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂດຍລວມ ແຜນງານໜຶ່ງດຽວຫຼາຍຂະແໜງການ ແລະ ການປະສານງານໂພຊະນາການ ເຊັ່ນ: ການທົບທວນຄືນໂດຍລວມຂອງເຄື່ອງມື M&E ທີ່ໄດ້ນຳໃຊ້ພາຍໃຕ້ການຈັດຕັ້ງໂຄງການ ໄລຍະ I, ການວາງແຜນສຳລັບເຄື່ອງມື SBCC ແລະ ການລົງແນະນຳໃຫ້ຂັ້ນບ້ານ, ການວາງແຜນປັບປຸງການເຮັດວຽກໃນລະດັບແຂວງ/ເມືອງ ຂອງວຽກງານແຜນງານໜຶ່ງດຽວຫຼາຍຂະແໜງການ.
ຜ່ານການຈັດຕັ້ງປະຕິບັດວຽກງານ ສາມາດສະຫຼຸບໄດ້ວ່າ: ການດຳເນີນງານທົບທວນແມ່ນໄດ້ບັນລຸຕາມແຜນ, ການລາຍງານ ແລະ ຜົນການປຶກສາຫາລືນຳໂຄງການ ແມ່ນໄດ້ສ້າງຄວາມພໍໃຈແກ່ທີມງານທະນາຄານໂລກ; ໄດ້ປຶກສາຫາລືກ່ຽວກັບກັບການຈັດຕັ້ງປະຕິບັດວຽກງານ ອົງປະກອບທີ 2 ກັບກະຊວງການເງິນ, ທະນາຄານໂລກ ແລະ ບໍລິສັດສະຕາຟິນເທັກ ເພື່ອຫາທາງອອກໃນຂອດການອະນຸມັດດ້ານເອກະສານບັນຊີຜູ້ຮັບຜົນປະໂຫຍດ, ດ້ານງົບປະມານ ແລະ ການສະຫຼຸບງົບປະມານ; ການກະກຽມໂຄງການ ໄລຍະ II ແມ່ນມີຄວາມຄືບໜ້າສົມຄວນ, ທາງທະນາຄານໂລກ ໄດ້ຈັດຫາຊ່ຽວຊານມາຊ່ວຍຮ່າງກອບກ່ຽວກັບວຽກກງານສັງຄົມ ແລະ ສິ່ງແວດລ້ອມ ແລະ ຄາດໝາຍຈະສຳເລັດໃນກາງເດືອນ ທັນວາ 2022; ການກະກຽມກິດຈະກຳ ແລະ ງົບປະມານຂອງໂຄງການ ໄລຍະ II ແມ່ນຈະໄດ້ດຳເນີນໃນເດືອນ ມັງກອນ-ກຸມພາ 2023; ພາຍຫຼັງການລົງເຮັດວຽກ ທາງທີມງານທະນາຄານໂລກ ຈະຮ່າງບົດບັນທຶກຊ່ວຍຈຳ ແລະ ໃຫ້ທຸກພາກສ່ວນປະກອບຄຳເຫັນ ແລະ ເພື່ອເປັນບ່ອນອີງໃນການຕິດຕາມ ການຈັດຕັ້ງປະ ຕິບັດໂຄງການໃນ 6 ເດືອນ ຕົ້ນປີ 2023.
ເພື່ອເຮັດໃຫ້ກອງປະຊຸມໃນຄັງນີ້ມີຄວາມໝາຍສຳຄັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ ທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ໄດ້ໃຫ້ທິດຊີ້ນຳ ເຊັ່ນ: ໃນການຈ່າຍເງິນອຸດໝູນໃຫ້ຜູ້ຮັບຜົນປະໂຫຍດແບບມີເງື່ອນໄຂ ແມ່ນໃຫ້ເລັ່ງດ່ວນການຈັດຕັ້ງປະຕິບັດ ແລະ ຈ່າຍໃຫ້ໄດ້ຕາມແຜນປີທີ່ໄດ້ກຳນົດໄວ້ (ບໍ່ໃຫ້ປະຊາຊົນມີ ການຄອງຄອຍ ແລະ ລໍຖ້າເປັນເວລາຫຼາຍເດືອນ); ສຳລັບວຽກງານແຜນງານໜຶ່ງດຽວຫຼາຍຂະແໜງການ ແມ່ນໃຫ້ເລັ່ງການຈັດຕັ້ງປະຕິບັດ ເພື່ອໃຫ້ເແັນເອກະພາບກັນ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອບໍ່ໃຫ້ມີຜົນກະທົບ ໃນການຈັດຕັ້ງປະຕິບັດຂອງບັນດາ 5 ໂຄງການ ຂອງແຜນງານໜຶ່ງດຽງຫຼາຍຂະແໜງການ; ໃຫ້ຄະນະທີມງານໂຄງການຂັ້ນສູນກາງ ນຳເອົາເນື້ອໃນ ແລະ ຂໍ້ສະເໜີແນະ ຈາກທີມງານທະນາຄານໂລກ ໄປຜັນຂະຫຍາຍ ແລະ ປັບປຸງນຳໃຊ້ໃຫ້ດີຂຶ້ນ ຕໍ່ກັບບັນຫາຂໍ້ຄົງຄ້າງ; ໃຫ້ພ້ອມກັນແກ້ໄຂດ່ວນ ສຳລັບຂໍ້ບົກຜ່ອງ ແລະ ຂໍ້ຫຍຸ້ງຍາກທີ່ເກີດຂຶ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ ແລະ ໃຫ້ສືບຕໍ່ປຶກສາຫາລື ການກຽມໂຄງການ ໄລຍະ II ໂດຍສະເພາະການກຳນົດເຂດເປົ້າໝາຍຂອງໂຄງການ, ວາງແຜນກິດຈະກຳ ແລະ ງົບປະມານໃຫ້ສອດຄ່ອງ ກັບແຜນພັດທະນາຂອງລັດຖະບານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.