ອົງການ FAO ແລະ ລັດຖະບານຍີ່ປຸ່ນ ແຈກຢາຍໄກ່ 35,640 ໂຕ ໃຫ້ແກ່ຊາວກະສິກອນ ຢູ່ແຂວງ ອຸດົມໄຊ ແລະ ແຂວງ ຫຼວງພະບາງ, ສປປ ລາວ/Press Release FAO and Japanese Government provide 35,640 chickens to farmers in Oudomxay and Luang Prabang Provinces

ຊາວກະສິກອນຜູ້ທີ່ມີຄວາມສ່ຽງປະມານ 3,887 ຄົນໃນແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຈະໄດ້ຮັບແນວພັນໄກ່ພື້ນເມືອງ ແລະ ພັນປັບປຸງ ນັບແຕ່ເດືອນ ເມສາ ຫາ ເດືອນມິຖຸນາ 2022 ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳ ສປປ ລາວ (FAO). ການຊ່ວຍເຫຼືອມີ ມູນຄ່າ 2,32 ຕື້ກີບ, ຈະຊ່ວຍເພີ່ມການຜະລິດໄຂ່, ເພື່ອຊ່ວຍເຫຼືອການຟື້ນຟູຂອງຊຸມຊົນທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ 19 ແລະ ເພີ່ມຄວາມທົນທານຕໍ່ສິ່ງທ້າທາຍຕ່າງໆຕໍ່ຜົນກະທົບທີ່ເກີດຂຶ້ນໃນອະນາຄົດ.

ໂຄງການ FAO ພາຍໃຕ້ກອບຂອງ “ໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສຳລັບຊາວກະສິກອນຂະໜາດນ້ອຍ ຢູ່ ແຂວງພາກເໜືອຂອງ ສປປ ລາວ”ທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ. ໂຄງການດັ່ງກ່າວໄດ້ວາງເປົ້າໝາຍໃສ່ 7,000 ຄົວເຮືອນທີ່ມີຄວາມສ່ຽງທີ່ສຸດ (ປະມານ 37,100 ຄົນ) ໃນ 55 ບ້ານ ຂອງ 7 ເມືອງໃນ ແຂວງຫຼວງພະບາງ ແລະ ອຸດົມໄຊ. ຜູ້ໄດ້ຮັບຜົນປະໂຫຍດໂດຍສະເພາະແມ່ນຄອບຄົວທີ່ມີແມ່ຍິງເປັນຫົວໜ້າຄອບຄົວ, ກຸ່ມຜູ້ຜະລິດແມ່ຍິງ, ຊາວ ໜຸ່ມ ແລະ ແຮງງານທີ່ເຄື່ອນຍ້າຍກັບຄືນປະເທດ.

FAO ໄດ້ເລືອກກໍານົດເອົາສັດປີກວ່າເໝາະສົມເນື່ອງຈາກມູນຄ່າທາງດ້ານເສດຖະກິດ, ຕະຫຼາດ ແລະ ຄົວເຮືອນທີ່ສູງ ແລະ ຍັງເໝາະສົມກັບພື້ນທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ. ໄກ່​ທີ່​ຖືກ​ແຈກ​ຢາຍ​ດ້ວຍ​ການ​ດູ​ແລ​ທີ່​ຖືກ​ຕ້ອງ​ອາດ​ຈະ​ໄດ້​ຜະ​ລິດ​ຕະ​ພັນ​ຫຼາຍ​ກວ່າ, ສະ​ນັ້ນ​ຈຶ່ງ​ໄດ້​ຮັບ​ຜົນ​ຕອບ​ແທນ​ສູງ​ໃຫ້​ແກ່​ຊາວ​ກະ​ສິ​ກອນ.

ໄກ່ທີ່ຈະມອບໃຫ້ຊາວບ້ານນີ້ແມ່ນໄດ້ຮັບການກວດກາສຸຂະພາບໂດຍສັດຕະວະແພດ ແລະ ສັກຢາກັນພະຍາດຄົບຖ້ວນ ກ່ອນຈະສົ່ງມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເພື່ອແຈກຢາຍຕໍ່ໄປ. ນອກຈາກນີ້ ທາງໂຄງການຍັງຈະໄດ້ມີການຝຶກອົບຮົມ ແລະ ສ້າງຄູ່ມືການລ້ຽງໄກ່ລາດເພື່ອເພີ່ມຄວາມຮູ້ ແລະ ເຕັກນິກການລ້ຽງໄກ່ໃຫ້ກັບຊາວບ້ານອີກດ້ວຍ.

……………………………………………………………………………………………………………………………………………………………………………………………………………

Some 3,887 vulnerable farmers in Luang Prabang and Oudomxay Provinces will receive local and improved breeds of chicken between April and June 2022 from the UN Food and Agriculture Organization (FAO). The support, valued at 2.32 billion kip, will boost egg production thus helping communities recover from the economic hardships caused by the COVID 19 pandemic and strengthening resilience to future shocks.

FAO project, titled “Assistance for Smallholders and Socially Vulnerable to Prevent Spread of the COVID-19 in Lao PDR,” funded by the Government of Japan, will support the most vulnerable households (approximately 37,000 people) in 55 villages of seven districts in Luang Prabang and Oudomxay provinces. Beneficiaries include women-headed households, vulnerable families,   producer groups, youth and returning migrant workers.

FAO chose local and improved breeds of poultry due to its high economic, market and household value and suitability for remote and mountainous locations. The distributed chicken with proper care might be more productive, thus providing high returns for the farmers.

The chickens will be checked by veterinarians and vaccinated before they are handed over to the farmers. Beneficiaries will receive training on chicken husbandry, including meat and egg production, and marketing.

 

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ໄດ້ທີ່/For further information please contact:

Vilaylack Khounvisith – Vilaylack.Khounvisith[at]fao.org

Lindy Stein – Lindysteinfao[at]gmail.com

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ