ຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ພະນັກງານ ທລຍ ເມືອງ
ໃນລະຫວ່າງວັນທີ 28 ກຸມພາ 2022 ຫາ 04 ມີນາ 2022, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ການນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງໃຫ້ກັບພະນັກງານ ທລຍ ເມືອງເປົ້າໝາຍຂອງໂຄງການ ທລຍ ໄລຍະເພີ່ມທຶນ, ທີ່ເມືອງ ຂວາ, ແຂວງ ຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ປອ ວົງປະພັນ ມະນີວົງ ຮອງຜູ້ອຳນວຍການ ທລຍ, ຊຶ່ງນັກສໍາມະນາກອນຈາກຫ້ອງການ ທລຍ 12 ເມືອງ ໃນ 4 ແຂວງ ຄື: ແຂວງ ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງ ອຸດົມໄຊ; ສ່ວນຄູຝຶກແມ່ນມາຈາກ ທລຍ ສູນກາງ, ໂຮງຮຽນວິຊາຊີບຂອງ 4 ແຂວງດັ່ງກ່າວ ແລະ ພະນັກງານ ທລຍ ຈາກແຂວງ ຫລວງພະບາງ, ຫລວງນໍ້າທາ ແລະ ແຂວງ ສາລະວັນ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 9 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານ ທລຍ ທີ່ຮັບຜິດຊອບຈັດຕັ້ງປະຕິບັດໂຄງການຍ່ອຍ ໄດ້ຮັບຮູ້ ແລະ ເປັນເອກະພາບກັນໃນການຈັດກອງປະຊຸມ ແລະ ຝຶກອົບຮົມໃຫ້ແກ່ທີມງານບ້ານ ກ່ອນການຈັດຕັ້ງປະຕິບັດໂຄງການ ທີ່ນຳໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ໃນການຝຶກອົບຮົມໃຄັ້ງນີ້ ນັກສຳມະນາກອນຈະໄດ້ຝຶກກ່ຽວກັບ: ການຮັບຮອງແບບໂຄງການຍ່ອຍ;
- ການຮັບຮອງທີມງານຈັດຕັ້ງປະຕິບັດຂັ້ນບ້ານ (ທີມງານກໍ່ສ້າງ, ທີມງານການເງິນ, ແລະ ທີມງານຈັດຊື້);
- ການຄັດເລືອກນາຍຊ່າງຊຸມຊົນ ແລະ ຂັ້ນຕອນການຝຶກອົບຮົມ;
- ການຄັດເລືອກກຳມະກອນ;
- ການຄັດເລືອກວິຊາການຕິດຕາມພາກສະໝາມ;
- ການຝືກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຕິດຕາມການກໍ່ສ້າງ;
- ການຝຶກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຄຸ້ມຄອງທາງດ້ານເງິນ;
- ການຝຶກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຈັດຊື້ວັດສະດຸເຄື່ອງກໍ່ສ້າງ.
ພາຍຫຼັງທີ່ນັກສໍາມະນາກອນ ໄດ້ຝຶກອົບຮົມພາກທິດສະດີແລ້ວ ກໍ່ໄດ້ມີການລົງພາກປະຕິບັດຕົວຈິງ ຢູ່ບ້ານ ນໍ້າມ່າໃຕ້, ເມືອງ ຂວາ, ແຂວງຜົ້ງສາລີ ເຊິ່ງເຫັນໄດ້ວ່າ: ຜູ້ເຂົ້າຮ່ວມທຸກຄົນສາມາດເຂົ້າໃຈ ແລະ ຖອດຖອນເອົາບົດຮຽນຕົວຈິງ ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ເພື່ອໄປຖ່າຍທອດໃຫ້ທີມງານບ້ານ ໃຫ້ສາມາດຈັດຕັ້ງປະຕິບັດໂຄງການຍ່ອຍ ໄດ້ດ້ວຍເຂົາເຈົ້າເອງ ໃຫ້ສຳເລັດຕາມຄາດໝາຍ ແລະ ກຳນົດເວລາ.