ສໍາມະນາ ວຽກງານຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025)

ເພື່ອເປັນການປະຕິບັດຕາມການຊີ້ນໍາຂອງການນໍາກະຊວງກະສິກໍາ ແລະ ປ່າໄມ້ ໃນວັນທີ 1 ມີນາ 2022 ທີ່ຜ່ານມາ, ກົມພັດທະນາຊົນນະບົດ ຮ່ວມກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະ ຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມສໍາມະນາວຽກງານຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ (2021-2025) ຂຶ້ນ, ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາອ້ວນ ຄໍາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ທລຍ, ມີພະນັກງານຫຼັກແຫຼ່ງຂອງສອງພາກສ່ວນເຂົ້າຮ່ວມ ລວມທັງໝົດ 26 ທ່ານ, ຍິງ 5 ທ່ານ.

ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ເພື່ອນໍາສະເໜີກ່ຽວກັບຈຸດສຸມພັດທະນາຊົນນະບົດ  ໃໝ່ ແລະ ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ໃນໄລຍະ 2021-2025; ພ້ອມທັງປຶກສາຫາລືທິດທາງການປະກອບສ່ວນສະໜັບສະໜູນ ຂອງ ທລຍ ໃນບັນດາຈຸດສຸມເຫຼົ່ານັ້ນ.

ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ໄດ້ນໍາສະເໜີກ່ຍວກັບທິດທາງແຜນການພັດທະນາຈຸດສຸມຊົນນະບົດໃໝ່ ໄລຍະປີ 2021-2025 ເຊິ່ງປະກອບດ້ວຍ 20 ຈຸດສຸມໃນທົ່ວປະເທດ, ກວມເອົາ 109 ບ້ານ (ບ້ານທຸກຍາກ 49 ບ້ານ) ຂອງ 20 ເມືອງ. ສ່ວນຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ໄລຍະປີ 2021-2025 ມີທັງໝົດ 25 ຈຸດສຸມ, ກວມເອົາ 158 ບ້ານ ຂອງ 20 ເມືອງ ໃນຂອບເຂດທົ່ວປະເທດ. ນອກຈາກການລົງທຶນຂອງພາກລັດໃສ່ຈຸດສຸມເຫຼົ່ານີ້ແລ້ວ, ພວກເຮົາຄວນຊຸກ  ຍູ້ສົ່ງເສີມໃຫ້ພາກເອກກະຊົນ ມີສ່ວນຮ່ວມໃນວຽກງານດັ່ງກ່າວ ໂດຍວາງນະໂຍບາຍທີ່ມີລັກສະນະດຶງດູດ ແລະ ສົ່ງເສີມ ເພື່ອສ້າງແຮງຈູງໃຈຫຼາຍກວ່າເກົ່າ; ອັນສໍາຄັນ ຕ້ອງສ້າງເປັນໂຄງການລະອຽດ ທີ່ມີຕົວຊີ້ວັດຈະແຈ້ງ ເພື່ອປະຕິບັດບັນລຸຄາດໝາຍ ການລຶບລ້າງຄອບຄົວ, ບ້ານ, ເມືອງບໍ່ພົ້ນທຸກ ແລະ ສ້າງບ້ານພັດທະນາ, ສ້າງບ້ານໃຫ້ກາຍເປັນຕົວເມືອງໃນຊົນນະບົດ.

ຈາກນັ້ນ, ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ທລຍ ໄດ້ນໍາສະເໜີບົດຮຽນຂອງການຈັດຕັ້ງປະຕິບັດວຽກງານຂອງ ທລຍ ນັບແຕ່ປີ 2003 ເປັນຕົ້ນມາ ໄດ້ຈັດຕັ້ງປະຕິບັດຢູ່ເຂດຫ່າງໄກສອກຫຼີກ ແລະ ກໍານົດເປັນໂຄງການຍ່ອຍຂະໜາດນ້ອຍ ທີ່ຊຸມຊົນຈັດຕັ້ງປະຕິບັດເອງ ໂດຍສຸມໃສ່ການສ້າງພື້ນຖານໂຄງລ່າງຂະໜາດນ້ອຍໃຫ້ແກ່ຊຸມຊົນ ທີ່ຕິດພັນກັບ 4 ຂະແໜງການຕົ້ນຕໍ (ສຶກສາທິການ ແລະ ກິລາ; ສາທາລະນະສຸກ; ໂຍທາທິການ ແລະ ຂົນສົ່ງ; ກະສິກໍາ ແລະ ປ່າໄມ້) ແລະ ມີຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 1 ລ້ານຄົນ. ປະຈຸບັນພາຍໃຕ້ແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຈາກຫຼາຍຂະ      ແໜງການ ທລຍ ໄດ້ທຶນສະໜັບສະໜູນຈາກທະນາຄານໂລກ ມູນຄ່າທັງໝົດ 22.5 ລ້ານໂດລາສະຫະລັດ ກໍາລັງຈັດຕັ້ງປະຕິບັດຢູ່ 465 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ (ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ) ໂດຍສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ. ບົດຮຽນສໍາຄັນທີ່ ທລຍ ສາມາດຖອດຖອນໄດ້ ເຫັນໄດ້ວ່າຄວາມເປັນເຈົ້າການຂອງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກ ໄດ້ຮັບຜົນສໍາເລັດສູງ. ພ້ອມນັ້ນ, ທ່ານ ພັດນະຄອນ ຍັງກ່າວວ່າ ເປັນໂອກາດດີທີ່ກົມພັດທະນາຊົນນະບົດ ແລະ ທລຍ ໄດ້ຮ່ວມກັນຈັດສໍາມະນາວຽກຈຸດສຸມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນໄລຍະຜ່ານມາ. ສໍາລັບ 20 ຈຸດສຸມພັດທະນາຊົນນະບົດໃໝ່ ແລະ 25 ຈຸດສຸມຈັດສັນພູມລໍາເນົາ ແລະ ອາຊີບ ໃນໄລຍະ 2021-2025 ນັ້ນ ທລຍ ກໍ່ຈະເປັນສ່ວນໜຶ່ງປະກອບສ່ວນໃນການພັດທະນາຈຸດສຸມເຫຼົ່ານັ້ນ ການສໍາມະນາໃນຄັ້ງນີ້ ຈະເປັນພື້ນຖານໃຫ້ແກ່ ທລຍ ປຶກສາຫາລືກັບທະນາຄານໂລກ ໃນໄວໆນີ້.

ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ໃນກອງປະຊຸມສໍາມະນາ ໄດ້ຕົກລົງເປັນເອກະພາບກັນ ດັ່ງນີ້:

  1. ໃຫ້ມີການກະກຽມແຜນຈັດສໍາມະນາແບບນີ້ໃນລະດັບ ກະຊວງກະສິກໍາ ແລະ ປ່າໄມ້;
  2. ໃຫ້ມີການອອກຂໍ້ຕົກລົງແຕ່ງຕັ້ງຄະນະກະກຽມຈັດສໍາມະນາລະດັບກະຊວງກະສິກໍາ ແລະ ປ່າ ໄມ້ ແລະ ພິເສດແມ່ນໃຫ້ເຊີນຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມນຳ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ