ເປີດນຳໃຊ້ລະບົບຖານຂໍ້ມູນທາງພູມສາດ ເພື່ອການວາງແຜນພັດທະນາ

   

ໃນວັນ 30 ພະຈິກ 2021 ຢູ່ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ, ລັດຖະບານລາວ ຕາງ    ໜ້າໂດຍກະຊວງກະສິກຳ ແລະ ປ່າໄມ້ ແລະ ລັດຖະບານສະວິສ ຕາງໜ້າໂດຍອົງການສະວິສ ເພື່ອການພັດທະນາ ແລະ ການຮ່ວມມື (SDC) ໄດ້ຮ່ວມມືກັນເປີດນຳໃຊ້ລະບົບຖານຂໍ້ມູນຂ່າວສານອອນລາຍໃໝ່ ທີ່ໄດ້ພັດທະນາໃຫ້ເປັນຄວາມຮູ້ເພື່ອການພັດທະນາ (K4D), ເຊິ່ງເປັນລະບົບຂໍ້ມູນແບບປະສົມປະສານ, ເຜີຍແຜ່ຂໍ້ມູນທາງການ ແລະ ຂໍ້ມູນທີ່ມີລາຍລະອຽດກວ້າງຂວາງ ຂອງບັນດາຂະແໜງການ. ການສ້າງລະບົບຖານຂໍ້ມູນດັ່ງກ່າວ, ເປັນຄວາມຄິດລິເລີ່ມຂອງລັດຖະບານລາວ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະວິສ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລເບີນ, ເພື່ອສານຕໍ່ຜົນສຳເລັດຂອງໂຄງການ ລາວ ດີຊາຍ ອິນໂຟ ໃນເມື່ອກ່ອນ.

  

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄໍາເຫັນກ່າວເປີດ​ໃນ​ພິ​ທີ​ນໍາໃຊ້ລະບົບດັ່ງກ່າວວ່າ: ລະບົບຖານຂໍ້ມູນອອນລາຍນີ້, ສາມາດຕອບສະໜອງຄວາມຕ້ອງການແລກປ່ຽນຂໍ້ມູນຂ່າວສານທີ່ດີກວ່າເກົ່າ, ທັງສາມາດເຊື່ອມໂຍງຂໍ້ມູນຂອງຂະແໜງການລະຫວ່າງບັນດາກະຊວງຕ່າງໆນໍາອີກ. ການເຂົ້າເຖິງຂໍ້ມູນທີ່ຫລາກຫລາຍ ແລະ ກວ້າງຂວາງ ມັນຈະຊ່ວຍແກ້ໄຂບັນດາສິ່ງທ້າທາຍ ແລະ ຄວາມຊັບຊ້ອນຂອງລະບົບຂໍ້ມູນ ທີ່ເປັນອຸປະສັກໃນດ້ານການພັດທະນາຂອງປະເທດເຮົາອີກດ້ວຍ. ຖານຂໍ້ມູນແບບດິຈິຕອ​ນໃໝ່ນີ້ ຈະເປັນເຄື່ອງມືສຳຄັນຂອງພາກລັດ ເພື່ອສື່ສານຂໍ້ມູນຂ່າວສານໃນທົ່ວຂະແໜງການ ແລະ ໃນລະດັບອົງການປົກຄອງທ້ອງຖິ່ນໄດ້ດີຂຶ້ນ ໃນວຽກງານການວາງແຜນ, ຂອດການປະສານງານ ແລະ ການຕັດສິນບັນຫາ ໂດຍອີງໃສ່ຫລັກຖານອ້າງອີງຕ່າງໆ ທີ່ມີຢູ່ໃນລະບົບ.

ທ່ານ ຄຣີສຕຽນ ເອັນເກີຣ (Christian Engler) ຮອງອຳນວຍການອົງການ SDC ປະຈຳພາກພື້ນແມ່ນໍ້າຂອງ ທີ່ມີຫ້ອງການຕັ້ງຢູ່ ສປປ ລາວ ໄດ້ກ່າວມີຄໍາເຫັນວ່າ: ລະບົບຖານຂໍ້ມູນດັ່ງກ່າວ, ຈະຊ່ວຍຍົກລະດັບຂີດຄວາມສາມາດ ທາງດ້ານການວິເຄາະຂໍ້ມູນ ພາຍໃນອົງການຈັດຕັ້ງຕ່າງໆ ດ້ວຍການນໍາໃຊ້ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເພື່ອຄຸ້ມຄອງບໍລິຫານຂໍ້ມູນດິຈິຕອນ. ລະບົບຖານຂໍ້ມູນ K4D ໃໝ່ນີ້ ແມ່ນສາມາດເຂົ້າເຖິງຂໍ້ມູນ ແລະ ເຂົ້າຫາບັນດາຕົວຊີ້ບອກດ້ານການພັດທະນາ ທີ່ກ່ຽວຂ້ອງກັບຂະແໜງການຕ່າງໆໄດ້ງ່າຍ, ລວມທັງຂໍ້ມູນສະຖິຕິ ແລະ ແຜນທີ່ການນຳໃຊ້ເນື້ອທີ່ດິນກະສິກຳ ແລະ ການຄຸ້ມຄອງປ່າໄມ້ຕ່າງໆ ຂອງກະຊວງກະສິກຳ ແລະ ປ່າໄມ້ ເປັນຕົ້ນແມ່ນຂໍ້ມູນທີ່ກ່ຽວກັບສະພາບເສດຖະກິດ-ສັງຄົມ ຈາກສູນສະຖິຕິແຫ່ງຊາດ, ຂໍ້ມູນກ່ຽວກັບດ້ານສິ່ງແວດລ້ອມ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມທັງຂໍ້ມູນຈາກຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການອື່ນໆ, ເຊິ່ງສາມາດປະກອບສ່ວນເຂົ້າ ໃນການເຊື່ອມໂຍງຄວາມຮູ້ ແລະ ການຕັດສິນບັນຫາ ຈະເຮັດໃຫ້ວຽກງານດ້ານການພັດທະນາຂອງ ສປປ ລາວ ມີຄວາມຍືນຍົງຫລາຍຂຶ້ນ.

​ຂໍ້​ມູນ​ເພີ່ມ​ເຕີມ:

www.k4d.la

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ