ສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ປະຈຳປີ 2021.
ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ກາຍເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫຼາຍສັດຕະວັດແລ້ວ. ສະນັ້ນ, ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກປີ ເປັນວັນອາຫານໂລກ ເຊິ່ງເລີ່ມແຕ່ ປີ 1980 ເປັນຕົ້ນມາ ທີ່ຄົບຮອບ 41 ປີ. ຫຼັງຈາກນັ້ນ, ສະຫະປະຊາຊາດ ກໍ່ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ໂດຍເລີ່ມແຕ່ ປີ 1992 ເປັນຕົ້ນມາ, ມາຮອດ ປີ 2003 ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ.
ປະຈຸບັນ ສປປ ລາວ ພົບກັບບັນຫາການລະບາດພະຍາດ ໂຄວິດ-19 ກໍ່ຄືໃນທົ່ວໂລກ, ເຊິ່ງລາວເຮົາມີຈໍານວນຜູ້ຕິດເຊື້ອນັບມື້ນັບຫຼາຍຂຶ້ນ ໃນຂອບເຂດທົ່ວປະເທດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ສ້າງຄວາມເສຍຫາຍຢ່າງມະຫາສານ ຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມຂອງຊາດ ໂດຍສະເພາະ ແມ່ນບັນດາຂະແໜງການ ທີ່ນອນໃນຂົງເຂດເສດຖະກິດເປັນຕົ້ນແມ່ນ: ຂະແໜງການກະສິກໍາ ແລະ ປ່າໄມ້, ການບໍລິການ, ການທ່ອງທ່ຽວ ແລະ ຂະແໜງການຄ້າ, ມີການຂະຫຍາຍຕົວຊ້າລົງ ແລະ ການຈ້າງງານໃນສັງຄົມກໍ່ຫຼຸດລົງ.
ໃນວັນທີ 25 ຕຸລາ 2021 ທີ່ຜ່ານມານີ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄຳຂວັນວັນອາຫານໂລກທີ່ວ່າ: “ການກະທໍາຂອງພວກເຮົາ ຄືອະນາຄົດຂອງພວກເຮົາ. ການຜະລິດທີ່ດີກວ່າ, ໂພຊະນາການທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ ແລະ ຊີວິດທີ່ດີກວ່າເກົ່າ ”, ແລະ ຄໍາຂວັນວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກ ທີ່ວ່າ : “ ສ້າງຄວາມກ້າວຫນ້າໄປພ້ອມກັນ : ຢຸດຕິຄວາມທຸກຍາກທີ່ແກ່ຍາວມາດົນນານ, ໃຫ້ຄວາມເຄົາລົບຕໍ່ທຸກຄົນ ແລະໂລກຂອງພວກເຮົາ ” ປະຈຳປີ 2021 ຂຶ້ນ ໃນຮູບແບບຜ່ານລະບົບທາງໄກ ເພື່ອປະຕິບັດຕາມມາດຕະການຕ້ານ ແລະ ສະກັດກັ້ນການພະຍາດລະບາດຂອງພະຍາດ ໂຄວິດ-19.
ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນ. ຊາຣາ ເຊເກັນເນັສ ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳລາວ, ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳລາວ. ເຊິ່ງມີທ່ານຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຕາງໜ້າກະຊວງຕ່າງໆ, ອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ, ພະແນກກະສິກຳ ແລະ ປ່າໄມ້ແຂວງ-ນະຄອນຫຼວງວຽງຈັນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ທອງພັດ ວົງມະນີ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ແນວໃດກໍ່ຕາມ ເຖິງວ່າການສະເຫຼີມສະຫຼອງ ແລະ ລະນຶກເຖິງ 2 ວັນສໍາຄັນດັ່ງກ່າວ ໄດ້ຖືກຈັດຂຶ້ນໃນເງື່ອນໄຂທີ່ປະເທດເຮົາໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ, ແຕ່ໃນຜ່ານມາພວກເຮົາສາມາດຍາດໄດ້ຜົນສຳ ເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຍັງເປັນໄລຍະທີ່ກໍາລັງລິເລີ່ມການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ສືບຕໍ່ປະຕິບັດຍຸດທະສາດຂອງການພັດທະນາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030.
ສໍາລັບຂະແໜງການກະສິກໍາ ແລະ ປ່າໄມ້ ໃນໄລຍະ 5 ປີຜ່ານມາ, ສາມາດຍາດໄດ້ຜົນງານອັນພົ້ນເດັ່ນ ໂດຍສະເພາະແມ່ນ: ສາມາດຜະລິດເຂົ້າເປືອກໄດ້, ສະເລ່ຍ 3,7 ລ້ານໂຕນ/ປີ ທຽບໃສ່ແຜນການດັດແກ້ ເພີ່ມຂື້ນ 8% ມີຄວາມສາມາດພຽງພໍຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ ແລະ ມີສ່ວນແຮໄວ້; ການລ້ຽງສັດ ແລະ ການປະມົງ ກໍ່ໄດ້ມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 4,2-4,7% ຕໍ່ປີ, ອັດຕາບໍລິໂພກທາດຊີ້ນຢູ່ພາຍໃນ ບັນລຸໄດ້ 65 ກິໂລ/ຄົນ/ປີ; ການຜະລິດພືດເປັນສິນຄ້າສົ່ງອອກ ມີມູນຄ່າ 4 ຕື້ໂດລາ (ສະເລ່ຍ 0,8 ຕື້ໂດລາ/ປີ), ຖ້າທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 2 ເທົ່າຕົວ; ການສົ່ງອອກສັດໃຫຍ່ປະເພດງົວ-ຄວາຍ ບັນລຸ 170 ລ້ານໂດລາ. ຂະບວນການລ້ຽງສັດໃຫຍ່ເປັນຟາມໃຫຍ່ ໄດ້ກາຍເປັນໜໍ່ແໜງປັດໃຈໃໝ່, ປະຊາຊົນໄດ້ຮູ້ຈັກນໍາໃຊ້ເຕັກນິກວິຊາການ ເຂົ້າໃນການລ້ຽງສັດ, ຮູ້ຈັກການບໍລິຫານຈັດການຟາມຂະໜາດນ້ອຍ ຂອງຄອບຄົວຫຼາຍຂື້ນ ແລະ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງສືບຕໍ່ເປັນຂະບວນການຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫລາຍດ້ານ.
ດັ່ງນັ້ນ, ການສະເຫຼີມສະຫຼອງໃນປີນີ້ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ ເພື່ອປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈເຖິງບັນຫາສິ່ງທ້າທາຍຕ່າງໆ ແລະ ຍັງເປັນການແຈ້ງເຕືອນ, ປຸກລະດົມກໍາລັງແຮງທົ່ວສັງຄົມລາວ ແລະ ປະຊາຄົມໂລກ ເພື່ອເຝົ້າລະວັງ, ປ້ອງກັນຜົນເສຍຫາຍ ທີ່ອາດເກີດຂຶ້ນ ແລະ ຮ່ວມກັນ ແກ້ໄຂຜົນຮ້າຍຂອງໄພພິບັດທໍາມະຊາດ, ການລະບາດຂອງພະຍາດ ແລະ ສິ່ງທ້າທາຍຕ່າງໆ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.
ທ່ານ ນາຊາ ຮາຢັດ ໄດ້ກ່າວໃນພິທີວ່າ: ເຮົາທຸກຄົນສາມາດມີສ່ວນຮ່ວມສະໜັບສະໜູນ ໃນການປ່ຽນແປງລະບົບອາຫານທາງກະສິກຳ ເພື່ອໃຫ້ແນ່ໃຈວ່າເຮົາປ່ຽນແປງການດຳລົງຊີວິດຂອງຜູ້ທີ່ທຸກຍາກ ຈາກຄວາມອຶດຫິວ ແລະ ຂາດໂພຊະນາການ ຕະຫຼອດຈົນຜູ້ຜະລິດອາຫານທີ່ເຮົາບໍລິໂພກ ເຮົາສາມາດກະຕຸ້ນການດຳເນີນການທີ່ມີຄວາມໝາຍ ເພື່ອໃຫ້ແນ່ໃຈເຖິງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການສຳລັບທຸກຄົນ ໃນຂະນະດຽວກັນກໍ່ປົກປ້ອງສິ່ງແວດລ້ອມຂອງພວກເຮົາໄປພ້ອມໆກັນ.
ວັນອາຫານໂລກປີ 2021 ນີ້ ຮຽກຮ້ອງໃຫ້ທຸກຄົນ ເຮັດຕາມຄຳເວົ້າ ແລະ ລົງມືເຮັດ ໃນຖານະຜູ້ຜະລິດ, ຜູ້ຈຳໜ່າຍ ແລະ ຜູ້ບໍລິໂພກ ເຮົາທຸກຄົນສາມາດສ້າງການປ່ຽນແປງດັ່ງກ່າວ, ການກະທຳຂອງເຮົາຄືອານາຄົດຂອງພວກເຮົາ ໃຫ້ວັນອາຫານໂລກນີ້ເປັນ ມື້ທີໜຶ່ງ ຂອງອານາຄົດທີ່ປາສະຈາກຄວາມອຶດຫິວ.
ຂອບໃຈຫຼາຍໆ ແລະ ຂໍໃຫ້ທຸກຄົນເຮັດໃຫ້ດີທີ່ສຸດ ໃນຄວາມພະຍາຍາມຂອງເຈົ້າ ເພື່ອປ່ຽນແປງລະບົບກະສິກຳ ແລະ ອາຫານ ໃນ ສປປ ລາວ ແລະ ຊຸມຊົນທົ່ວໂລກ.
ທ່ານ ນາງ ຊາຣາ ເຊັກເກັນເນສ ຜູ້ປະສານງານຫ້ອງການອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ຍັງເວົ້້າຕື່ມອີກວ່າ: “ງານສະເຫຼີມສະຫຼອງໃນມື້ນີ້ ເປັນໂອກາດອັນດີ ທີ່ເຮັດໃຫ້ພວກເຮົາເຂົ້າໃຈເຖິງຄວາມອາດສາມາດຂອງຕົນເອງ ໃນຖານະຕົວແທນຂອງອົງກອນໃດໜຶ່ງ ທີ່ສາມາດປະຕິບັດໜ້າທີ່ໃນການສ້າງການປ່ຽນແປງທີ່ມີຄວາມຍືນຍົງໄດ້”
“ປະຊາຊົນທີ່ມີສຸຂະພາບທີ່ດີ ຄືປະຊາຊົນທີ່ສາມາດເລືອກສິ່ງທີ່ດີໃຫ້ແກ່ຕົນເອງ ເຊິ່ງເປັນປັດໄຈຫຼັກຕໍ່ກັບການພັດທະນາ ຂອງ ແຕ່ລະປະເທດ ແລະ ສຳລັບ ສປປ ລາວ ກໍ່ເຊັ່ນດຽວກັນ ການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຈື່ງເປັນສິ່ງທີ່ສຳຄັນ”
ສຳລັບ ສປປ ລາວ “ບໍ່ວ່າຈະເປັນຊາວນາ, ຜູ້ຜະລິດ, ປະຊາຊົນ ຫຼື ຜູ້ບໍລິໂພກ, ພະນັກງານລັດ, ເອກະຊົນ ຫຼື ອົງການຈັດຕັ້ງສາກົນ ຕ່າງກໍ່ມີບົດບາດໜ້າທີ່ອັນສຳຄັນ ໃນການຫັນປ່ຽນລະບົບອາຫານໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກ” ທີ່ສອດຄ່ອງກັບແຜນພັດທະນາຂອງຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຕາມຄາດໝາຍໃນໄລຍະ 5 ປີຜ່ານມາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ທອງພັດ ວົງມະນີ ຍັງກ່າວຕື່ມອີກວ່າ: ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ກໍຄືການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດັ່ງກ່າວໄດ້ນັ້ນ, ມັນຮຽກຮ້ອງໃຫ້ພາກລັດ, ຜູ້ປະ ກອບການເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດຕ້ອງດຳ ເນີນມາດຕະການຢ່າງຕັ້ງໜ້າໃຫ້ມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍເພີ່ມທະວີຄວາມຮັບຜິດ ຊອບຂອງຄະນະພັກ ໃນການຊີ້ນໍາ-ນໍາພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທໍາມະຊາດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ໃຫ້ມີປະສິດຕິຜົນ.