ລາວບໍລິການຂໍ້ມູນອຸຕຸກະເສດໃນສປປລາວ (LaCSA) ລົງເຜີຍແຜ່ກ່ຽວກັບການພະຍາກອນອາກາດສຳລັບກະສິກຳ ໃຫ້ແກ່ຊາວກະສິກອນໃນບັນດາເມືອງຕ່າງໆ

WhatsApp Image 2020-06-09 at 12.37.47 (1)

        ລາວບໍລິການຂໍ້ມູນອຸຕຸກະເສດໃນ ສປປລາວ (LaCSA) ແມ່ນກິດຈະກຳໜຶ່ງທີ່ນອນໃນແຜນກິດຈະກຳ ຂອງໂຄງການສ້າງຄວາມເຂັ້ມແຂງອຸຕຸກະເສດ ແລະ ຂໍ້ມູນຂ່າວສານ (SAMIS) ​ເພື່ອ​ປັບປຸງ​ການ​ປັບ​ຕົວ​ຕໍ່ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ການຄ້ຳປະກັນ​ສະບຽງອາຫານ​ໃນ ສປປລາວ ​ໂດຍ​ຜ່ານ​ກິດຈະກຳ​ຂອງ​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ​ໄດ້ຮັບທຶນ​ສະໜັບສະໜູນຈາກ ກອງ​ທຶນ​ສິ່ງ​ແວດ​ລ້ອມ​ໂລກ (GEF), ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO). ​ໂຄງການ​ໄດ້​ທົດ​ລອງ​ນຳ​ໃຊ້​ລະບົບບໍລິການ​ພູມ​ອາກາດ​ເປັນ​ຄັ້ງ​ທີ​ສອງ ​ເພື່ອ​ສະໜອງການ​ບໍລິການ​ພະຍາ ກອນ​ອາກາດ​ໃຫ້​ແກ່ວຽກງານ​ກະສິກຳ ​ເຊິ່ງ​ໄດ້​ນຳ​ໃຊ້​ລະບົບ​ລັກ​ຊາ (LaCSA system) ສາມາດເຂົ້າເບິ່ງໄດ້ທີ່​ເວັບ​ໄຊ໌: http://147.46.250.219:8081/ແລະ ຫນ້າເຟສບຸກ https://www.facebook.com/samisdmh., ລະບົບດັ່ງກ່າວມີລັກສະນະເປັນມິດກັບຜູ້ຊົມໃຊ້ ເຊິ່ງສາ ມາດເບິ່ງເຫັນໄດ້ໂດຍງ່າຍໃນໂທລະສັບແບບສະມາດໂຟນທົ່ວໄປ, ເຄື່ອງມືເຫຼົ່ານີີ້ຖືກສ້າງຂື້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ. ສຳລັບລະດູການຜະລິດເຂົ້ານາປີ​ໃນປີນີ້ ການທົດລອງໃຫ້ບໍລິການພູມອາກາດແກ່ຊາວກະສິ ກອນ ໂດຍນຳໃຊ້ລະບົບລັກຊາ ແມ່ນຈະຖືກນຳໃຊ້ເຂົ້າໃນຫລາຍໆແຂວງທົ່ວປະເທດ.

     WhatsApp Image 2020-06-09 at 12.37.47        WhatsApp Image 2020-06-09 at 12.37.46 (1)

     ກົມ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ດິນ​ກະສິກຳ ​ຮ່ວມກັບ ສູນ​ປ້ອງ​ກັນ​ພືດ, ກົ​ມປູກຝັງ (ສາລາະຄຳ), ກະຊວງກະສິກຳ ​ແລະ ປ່າ​ໄມ້, ກົມອຸຕຸ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ວິທະຍຸກະຈາຍສຽງແຫ່ງຊາດ, ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO) ​ແລະ ພະ​ແນ​ກການ​ຕ່າງໆປະຈຳ​ພາກ​ສະໜາມ ​ເຊັ່ນ: ຫ້ອງການ​ຄຸ້ມ​ຄອງ​ທີ່​ດິນ​ແຂວງ ​ແລະ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ. ໄດ້ລົງເຜີຍແຜ່ກ່ຽວກັບການພະຍາກອນອາກາດສຳລັບກະສິກຳ ໃຫ້ແກ່ຊາວກະສິກອນໃນບັນດາເມືອງຕ່າງໆ ທີ່ນອນໃນແຂວງ ສະຫວັນນະເຂດ ແລະ ແຂວງ ຫຼວງນໍ້າທາ.

         ໃນ​ວັນ​ທີ 25-29 ພຶດສະພາ 2020 ທີ່​ຜ່ານ​ມາ ​ເຊິ່ງ​​​ເປັນໄລຍະ​ທຳ​ອິດຂອງ​ການ​ເຮັດ​ທົດ​ລອງ​ ການບໍລິການ​ພະຍາກອນ​ອາກາດໃຫ້​ແກ່​ຊາວ​ກະສິກອນ ​​ໂດຍ​ໄດ້ລົງ​ເຜີຍ​ແຜ່​ໃຫ້​ 7 ບ້ານ​ເປົ້າໝາຍຄື: ບ້ານ ກະດານ, ບ້ານ ​ເລົ່າ​ນາດ, ບ້ານ ພະ​ແລງ, ບ້ານ ​ດົງ​ເມືອງ, ບ້ານ​ກະທ້າງ, ບ້ານ ລຳ​ເທ​ນ ​ແລະ ບ້ານ ​ເຊ, ​ເມືອງ ຈຳ​ພອນ, ​ແຂວງ ສະຫວັນ​ນະ​ເຂດ. ຊາວ​ກະສິກອນ ຈຳນວນ 80-90% ​ໃນ​ບ້ານ ​ເລົ່າ​ນາດ ​ແລະ ບ້ານ ກະດານ ​ໄດ້​ຕັດ ສິນ​ໃຈ​ທົດ​ລອງ​ເຮັດນາ​ຢອດ ​ເພາະວ່າ​ພະຍາກອນ​ລະດູ​ການ​ໄດ້​ພະຍາກອນ​ໄວ້​ວ່າ ຝົນ​ຈະ​ຕົກ​ເປັນ​ປົກກະຕິ ​ເຊິ່ງ​ເລີ່​ມ​ແຕ່​ເດືອນ​ກໍລະກົດ (7) ​ເປັນຕົ້ນ​ໄປ. ໃນ​ວັນ​ທີ 1-5 ມີ​ຖຸນາ 2020 ນີ້ ​​​ເປັນໄລຍະ​ທຳ​ທີ​ສອງ ຂອງ​ການ​ເຮັດ​ທົດ​ລອງ​ ການບໍລິການ​ພະ ຍາກອນ​ອາກາດໃຫ້​ແກ່​ຊາວ​ກະສິກອນ ​ເຊິ່ງ​ໄດ້​ບໍລິການ​ໃຫ້​ແກ່​ບ້ານ ປຸ່ງ, ບ້ານ ນໍ້າ​ທຸງ ​ແລະ ບ້ານ ​ໃໝ່, ​ເມືອງ ນໍ້າ​ທາ ​ແລະ ບ້ານ ສິລິ​ມູນ, ​ເມືອງ ສິງ, ​ແຂວງ ຫຼວງນໍ້າ​ທາ. ບັນດາ​ກິດຈະກຳ​ຊ່ວຍ​​ເຫຼືອດັ່ງກ່າວ​ນີ້ ​ແມ່ນ​ແນ​ໃສ່​ການ​ຄຸ້ມ​ຄອງສັດຕູ​ພືດ​ແບບ​ປະສົມ​ປະສານ​ກັບ​ການ​ປູກ​ເຂົ້າ ​ໂດຍ​ອີງ​ໃສ່​ຂໍ້​ມູນ​ແນະ​ນໍາຈາກ​ລະບົບລັກ​ຊາ (LaCSA system).

WhatsApp Image 2020-06-09 at 12.37.19      WhatsApp Image 2020-06-09 at 12.37.46

          ນອກຈາກ, ການ​ບໍລິການ​ໃຫ້​ແກ່​ຊາວ​ກະສິກຳ​ອນ (ກຸ່ມ​ຊາວນາ) ປະຈຳ​ບ້ານ​ແລ້ວ ຍັງ​ໄດ້​ຈັດ​ຝຶກ​ອົບຮົມ​ໃຫ້​ກັບ​ບຸກຄົນ​ທີ່​ສົນ​ໃຈ​ນຳ​ອີກ​ດ້ວຍ ​ເພື່ອ​ໃຫ້​ຊາວ​ກະສິກອນ​ມີ​ຄວາມ​ສາມ​າດ​ ໃນ​ການ​ອ່ານ​ຂ່າວ​ພະຍາກອນ​ອາກາດ ​ເພື່ອ​ຈະ​ໄດ້​ແຈ້ງ​ຂ່າວ​ຜ່ານ​ໂທລະ​ໂຄ່ງ​ຂອງ​ຊຸມ​ຊົນ. ພ້ອມ​ດຽວກັນນີ້, ຜູ້​ຊ່ຽວຊານ​ໃນ​ການ​ປະກາດ​ຂ່າວ ທີ່​ມາ​ຈາກ​ສະ ຖານີວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໄດ້​ຝຶກ​ອົບຮົມ​ໃຫ້​ແກ່​ເຈົ້າໜ້າທີ່​ປະຈຳ​ບ້ານ ​ໃນ​ການ​ອ່ານ​ຂ່າວ​ພະຍາກອນ​ອາ ກາດ​ເປັນ​ພາສາ​ລາວ ​​ເພື່ອໃຫ້​ເກີ​ດຄວາມ​ຊຳນິ​ຊຳນານ ​ແລະ ການ​ເປັນ​ຊ່ຽວຊານ​ໃນ​ການ​ສົນທະນາ ທີ່​ມີ​ລັກສະນະ​ລຽບງ່າຍ ທີ່​ພົວພັນ​ກັບ​ການ​ໃຫ້​ຂ່າວ​ແກ່​ປະຊາຊົນ​ຄົນ​ທົ່ວ​ໄປ.

                   ມູນເພື່ມຕື່ມ:http://www.fao.org/in-action/samis/en/.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ