ພິທີເປີດຝຶກອົບຮົມສ້າງຄູຝຶກດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ ແລະ ສະຖານີບໍລິການດ້ານເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ເມືອງ
ໃນວັນທີ 29 ກໍລະກົດ 2019 ນີ້, ທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນຫ້ວຍຊົ້ວ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດຊຸດຝຶກອົບຮົມເພື່ອສ້າງຄູຝຶກດ້ານເຕັກນິກ ວິຊາການ ກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ, ສະຖານີບໍລິການສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ຂື້ນ, ໃຫ້ກຽດເປັນປະທານເປີດຊຸດຝຶກອົບຮົມໂດຍ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍມີຄະນະນໍາກະຊວງ, ຫົວໜ້າກົມ, ຮອງກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍວິທະຍາກອນ, ພະນັກງານຫຼັກແຫຼ່ງວິຊາການຈາກພະແນກ ກະສິກໍາ ແລະ ປ່າໄມ້ ແຂວງເປົ້າໝາຍເຂົ້າຮ່ວມ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ືອເປັນການສ້າງຄູຝຶກໂດຍການສ້າງພະນັກງານວິຊາການຂັ້ນແຂວງແລະ ເມືອງ ໃຫ້ກາຍເປັນຜູ້ຖ່າຍທອດບົດຮຽນພ້ອມທັງເປັນຜູ້ນໍາພາຊ່ວຍເຫຼືອທາງດ້ານເຕັກນິກໃຫ້ແກ່ພະນັກງານປະຈໍາກຸ່ມບ້ານ ແລະ ຊາວກະສິກອນໃນຂັ້ນຕໍ່ໄປ, ນັກສໍາມະນາກອນຈະຮັບຮູ້ເຖິງຄວາມໝາຍ, ຄວາມສໍາຄັນຂອງນິຕິກໍາໃຕ້ກົດໝາຍຂອງຂະແໜງ ກະສິກໍາ ແລະ ປ່າໄມ້, ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາເພື່ອ ເຜີຍແຜ່ ແລະ ເປັນບ່ອນອີງໃນການວາງແຜນຈັດຕັ້ງປະຕິບັດວຽກງານຂອງຕົນ. ການຝຶກອົບຮົມນີ້ແມ່ນ ເລີ່ມແຕ່ວັນທີ 29 ກໍລະກົດ ຫາ 15 ສິງຫາ 2019 ລວມທັງໝົດ 15 ວັນ, ປະກອບມີ 4 ພາກໃຫຍ່, 12 ຫົວຂໍ້. ໂດຍມີຜູ້ເຂົ້າຮ່ວມຝຶກທັງໝົດ 40 ຄົນມາຈາກ 6 ແຂວງຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍາທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງ ວຽງຈັນ.
ທ່ານປະທານໄດ້ກ່າວໃນພິທີເປີດຝຶກອົບຮົມຄັ້ງນີ້ວ່າ: ການຝຶກອົບຮົມຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນແລະ ເປັນບາດລ້ຽວໃໝ່ຂອງການສ້າງພະນັກງານນໍາພາ ການປູກ-ການລ້ຽງຂອງຂະແໜງພວກເຮົາ ແລະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາຊັບພະຍາກອນມະນຸດຂອງກະຊວງ ຄືສ້າງນັກພັດທະນາຂັ້ນບ້ານໃຫ້ໄດ້ 3-5 ຄົນຕໍ່ບ້ານ, ຄາດວ່າຮອດປີ 2020 ຈະໃຫ້ໄດ້ 60-70% ແລະ ຮອດປີ 2025 ໃຫ້ໄດ້ 100%, ທັງເປັນການຜັນຂະຫຍາຍຂໍ້ຕົກລົງ 837/ກປໃຫ້ປະກົດຜົນເປັນຈິງ. ໃນຕອນທ້າຍທ່ານຍັງໄດ້ເນັ້ນໜັກຕ່ືມໃຫ້ບັນດານັກສໍາມະນາກອນທຸກຄົນຈົ່ງສຸມຈິດສຸມໃຈເຮັດໃຫ້ຊຸດຝຶກອົບຮົມນີ້ໃຫ້ໄດ້ຮັບຜົນດີເພ່ືອເຮັດແນວໃດຈະໃຫ້ຄວາມຮູ້ເຫຼົ່ານີ້ໄປເຖິງຊາວກະສິກອນ ແລະ ນໍາໃຊ້ເຂົ້າໃນການຜະລິດກະສິກໍາ ແລະ ປ່າໄມ້ ເພື່ອສ້າງຄອບຄົວຕົວແບບດ້ານກະສິກໍາ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແລະ ເມືອງກະສິກໍາພັດທະນາໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ