ກອງປະຊຸມນະໂຍບາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA)
ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖານທູດ ສ. ເກົາຫຼີ ແລະ ອົງການກ໋ອຍກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມນະໂຍບາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄັ້ງທີ 2 ຂຶ້ນ, ໃນວັນທີ 29 ພະຈິກ 2018 ທີ່ຫ້ອງປະຊຸມກກະຊວງແຜນການ ແລະ ການລົງທຶນ. ໂດຍການເປັນປະທານຂອງທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ປອ ຊັງ ຮຸນ ຫົວໜ້າກົມພັດທະນາການເງິນ, ກະຊວງເສດຖະກິດ ແລະ ການເງິນ ສ. ເກົາຫຼີ; ເຊິ່ງມີກະຊວງທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 45 ທ່ານ.hermes fake watches kit replica ferrari
ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບນະໂຍບາຍການຊ່ວຍເຫຼືອຂອງລັດຖະ ບານ ສ. ເກົາຫຼີ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ. ໃນທີ່ປະຊຸມແມ່ນໄດ້ຮັບຟັງການລາຍງານຜົນໄດ້ຮັບລວມຂອງກອງປະຊຸມປຶກສາຫາລືນະໂຍບາຍການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ລະຫວ່າ ສປປ ລາວ ແລະ ສ. ເກົາຫຼີ ຄັ້ງທີ 1 ໃນປີ 2017; ທົບທວນນະໂຍບາຍການຈັດຕັ້ງປະຕິບັດ ໂຄງການເງິນກູ້ດອກເບ້ຍຕໍ່າຜ່ອນຜັນ (EDCF) ແລະ ບັນດາໂຄງການຊ່ວຍເຫຼືອລ້າຢູ່ ສປປ ລາວ; ນະໂຍບາຍຮ່ວມມືປະຈຸບັນ ແລະ ທິດທາງໃນຕໍ່ໜ້າ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ.most reliable replica watch site fake bentley chrysler 300
ທ່ານ ມະນີວັນ ມຸກດາ ຕາງໜ້າສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມແຊມາອຸນດົງ ເປັນໂຄງການນໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ.ເກົາຫຼີ ຈຳ ນວນ 14.550.000 ໂດລາສະຫະລັດ ເຊິ່ງເປົ້າໝາຍຂອງໂຄງການແມ່ນຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພັດທະນາຊົນນະບົດໃຫ້ຍືນຍົງ; ໄລຍະການ ຈັດຕັ້ງປະຕິບັດຂອງໂຄງການແມ່ນ 5 ປີ (2015-2019); ໄດ້ຈັດຕັ້ງປະຕິບັດໂຄງການຢູ່ແຂວງ ວຽງຈັນ ມີ 17 ບ້ານ (ກິດຈະກຳລ້ຽງງົວ), ແຂວງ ສະຫວັນນະເຂດ ມີ 13 ບ້ານ (ກິດຈະການປູກເຂົ້າ). ນອກຈາກນີ້, ຍັງມີໂຄງການຍ່ອຍເຊັ່ນ: ກິດຈະກຳສ້າງລາຍຮັບ, ການພັດທະນາພື້ນຖານໂຄງລ່າງ, ສິ່ງເອື້ອອຳນວຍສາທາລະນະປະໂຫຍດ, ສາທາລະນະສຸກ, ປັບປຸງລະບົບການສຶກສາ, ປັບປຸງສະ ພາບແວດລ້ອມການດຳລົງຊີວິດ, ສ້າງຄວາມເຂັ້ມແຂງ ແລະ ສ້າງສະຖາບັນຊຸມຊົນ.
ໂດຍ: ເຂັມມະໄລ ສົນດາວັນ.