ພິທີວາງສີລາລຶກໂຄງການຮ່ວມມືການຄົ້ນຄວ້າ ແລະ ຜະລິດດ້ານກະສິກຳ ລາວ-ຈີນ

IMG_3057

         ​​ໃນ​ວັນ​ທີ 25 ພະຈິກ 2018 ສູນ​ຄົ້ນຄວ້າ​ເຂົ້ານາ​ພອກ, ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ-ປ່າ​ໄມ້ ​ແລະພັດທະນາ​ຊົນນະບົດຮ່ວມກັບສະ​ຖາ​ບັນ​ວິທະຍາສາດ​ກະສິກຳ​ແຂວງຫູໜານ ​ແລະບໍລິສັດ​ຊວນ​ເຢ ​ໄດ້​ຈັດພິທີ​ວາງ​ສີ​ລາ​ລຶກ​ໂຄງການ​ຮ່ວມມື​ຄົ້ນຄວ້າ ​ແລະຜະລິດ​ດ້ານ​ກະສິກຳລາວ-ຈີນ​​ຂຶ້ນທີ່​ສູນ​ຄົ້ນຄວ້າ​ເຂົ້ານາ​ພອກ. ​ໃຫ້​ກຽດ​​ເຂົ້າຮ່ວມ​ໂດຍ​ທ່ານປອລຽນທີ​ແກ້ວກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະປ່າ​ໄມ້; ທ່ານຕູ້​ເຈຍ​ຫາວກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງຫູໜານ; ທ່ານ ​ເຈ່ຍ​ຈ້າຍ​ຕຸ່ງ ​ເອກ​ອັກຄະ​ລັດຖະທູດສປຈີນປະຈຳສ​ປປລາວ; ທ່ານຮອງລັດຖະມົນຕີ, ທ່ານ​ຫົວໜ້າ-ຮອງຫົວໜ້າຫ້ອງ ການ, ກົມ, ສະ​ຖາ​ບັນ; ຜູ້​ແທນ​ຝ່າຍ​ຈີນ ​ແລະຝ່າຍ​ລາວ​ເຂົ້າຮ່ວມຢ່າງ​ພ້ອມພຽງ.

​       IMG_3088

          ໂຄງການຮ່ວມມື​ການຄົ້ນຄວ້າ ​ແລະຜະລິດ​ດ້ານ​ກະສິກຳລາວ-ຈີນ ​ເປັນໜຶ່ງ​ໃນ​ໂຄງການ​ທີ່​ສອງ​ຊາດ ​ລາວ-ຈີນ ​ໄດ້​ຊຸກຍູ້​ສົ່ງ​ເສີມ​ເປັນ​​ໂຄງການ​ເຂດ​ອຸດສາຫະກຳ-ກະສິກຳທັນ​ສະ​ໄໝຕາມ​ຍຸດ​ທະ​ສາດຮ່ວມມື ລາວ-ຈີນ ພາຍ​ໃຕ້​ໂຄງການ “ໜຶ່ງ​ແລວໜຶ່ງ​ເສັ້ນທາງ”. ​ໂຄງການ​ກໍ່ສ້າງ​ອາຄານຮ່ວມ ມື​ຄົ້ນຄວ້າ ​ແລະການ​ຜະລິດລາວ-ຈີນ ​ເປັນ​ການ​ສົ່ງ​ເສີມ​ ​ແລະ ​ພັດທະນາ​ກະສິກຳ​ຂອງ​ລາວ​ໃຫ້​ທັນ​ສະ​ໄໝ ​ພ້ອມ​ທັງ​ເປັນ​ການ​ເຊື່ອມ​ໂຍງ​ສາຍ​ພົວພັນລາວ-ຈີນ ​ໃຫ້​ເປັນຮູບປະ​ທຳຫຼາຍຂຶ້ນ.

 

​ໂດຍ: ​ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ