ກອງປະຊຸມຄັ້ງປະຖົມມະເລິກ ຂອງຄະນະຊີ້ນໍາໂຄງການປູກຈິດສໍານຶກ ດ້ານກະສິກໍາໂພຊະນາການ

IMG_0045   IMG_0051

                  ໃນອາທິດຜ່ານມາ, ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກຂອງຄະນະຊີ້ນໍາໂຄງການປູກຈິດສໍານຶກດ້ານກະສິກໍາໂພຊະນາການ ຢູ່ທີ່ໂຮງແຮມ ຄຼາວພຼາຊາ,​ ນະຄອນຫຼວງວຽງຈັນຂຶ້ນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແນະນໍາ ສະພາບລວມຂອງໂຄງການ ໃນການກະກຽມການຈັດຕັ້ງປະຕິບັດໂຄງການໃນເບື້ອງຕົ້ນ, ພ້ອມທັງປຶກສາຫາລື ຮ່ວມກັນລະຫວ່າງຜູ້ໃຫ້ທຶນ ແລະ ບັນດາຄະນະຊີ້ນໍາແຕ່ລະຂັ້ນ ເພື່ອຄວາມເປັນເອກະພາບຕໍ່ກອບແນວຄວາມຄິດ ຂອງໂຄງການກໍ່ຄືວິທີການທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ.

               IMG_0069

            ທ່ານ ຄອນສະຫວັນ ວົງໄຊ ຫົວໜ້າຜູ້ປະສານງານຂັ້ນສູນກາງ ໄດ້ລາຍງານວ່າ: ໂຄງການດັ່ງກ່າວເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າ ຈາກສະຫະພາບເອີຣົບ ຈໍານວນ 4,7 ລ້ານເອີໂຣ ແລະອົງການພັດທະນາປະເທດຝຣັ່ງ 1ລ້ານ ເອີໂຣ ລວມທັງໝົດ 5,7 ລ້ານເອີໂຣ ເພື່ອຈັດຕັ້ງປະຕິບັດວຽກງານກະສິກໍາໂພຊະນາການ 4ມາດຕະການຂອງຂະແໜງກະສິກໍາ ຢູ່ໃນ 11 ເມືອງ, 4 ແຂວງເປົ້າໝາຍຂອງໂຄງການຄື: ແຂວງຜົ້ງສາລີ 2 ເມືອງ, ຫຼວງນໍ້າທາ 1 ເມືອງ, ຫົວພັນ 1 ເມືອງ ແລະ ແຂວງຫຼວງພະບາງ 7 ເມືອງ. ຈຸດປະສົງຫຼັກຂອງໂຄງການ ເພື່ອຊ່ວຍປັບປຸງການຄໍ້າປະກັນທາງດ້ານສະບຽງອາຫານ ແລະໂພຊະນາການ ແລະສົ່ງເສີມກະສິກໍາ ໃຫ້ມີຄວາມຍືນຍົງໃນ 4 ແຂວງເປົ້າໝາຍດັ່ງກ່າວ. ພ້ອມທັງປັບປຸງຄວາມອາສາມາດການໃຫ້ບໍລິການ ຂອງພະນັກງານກະສິກໍາຢູ່ຂັ້ນແຂວງ ແລະຂັ້ນເມືອງ ເພື່ອແກ້ໄຂບັນຫາວຽກງານໂພຊະນາການ ໃນ 4 ມາດຕະການ ຂອງກະຊວງວາງອອກ ຊື່ງມີໄລຍະຈັດຕັ້ງປະຕິບັດໂຄງການ 4ປີ ເລີ່ມແຕ່ປີ 2018 ຫາ ປີ 2022. ສໍາລັບປີທີ 1-2 ແມ່ນຈະຈັດຕັ້ງປະຕິບັດທົດລອງ ຢູ່ 7ເມືອງ ຂອງແຂວງຫຼວງພະບາງ ຫຼັກຈາກນັ້ນປີທີ 3-4 ແມ່ນຈະຈັດຕັ້ງປະຕິບັດ ຢູ່ເມືອງ ແລະ ແຂວງ ທີ່ເຫຼືອ. ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ພ້ອມນີ້ ມີຫົວໜ້າກົມ-ຮອງກົມ, ຕາງໜ້າສະຖານທູດຝຣັ່ງ ແລະເອີຣົບ, ຊ່ຽວຊານປະຈໍາໂຄງການ ແລະ ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ຂຽນຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ