ກອງປະຊຸມ ປຶກສາຫາລືພາກພື້ນກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍໃນປະເທດລຸ່ມແມ່ນໍ້າຂອງ

IMG_2701  IMG_2687

           ໃນລະຫວ່າງວັນທີ 30ຫາ 31 ສິງຫາ 2018 ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາລາວໄດ້ເປີດກອງປະຊຸມ ປຶກສາຫາລືພາກພື້ນກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍຂຶ້ນ ຢູ່ທີ່ຫ້ອງປະຊຸມ ໂຮງແຮມ ມິດຕະພາບ, ແຂວງອຸດົມໄຊ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ, ທ່ານ ຝຣັງຊົວ ເກກັງ Francois GUEGANຮອງຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາລາວ. ມີຜູ້ແທນຈາກກົມອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ແລະບັນດາຜູ້ແທນທີ່ມາຈາກປະເທດລຸ່ມແມ່ນໍ້າຂອງເຂົ້້າຮ່ວມຢ່າງພ້ອມພຽງ. IMG_2712

         ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການຕິດຕາມຄວາມຄືບໜ້າ ແລະ ຄວາມໝັ້ນໝາຍໃນການຕ້ານ ແລະສະກັດກັ້ນການຄ້າຂາຍສັດປ່າຢູ່ໃນຂົງເຂດພາກພື້ນ. ຊື່ງຜ່ານມາປະເທດລຸ່ມແມ່ນໍ້າຂອງ ປະກອບມີ: ສປປ. ລາວ, ມ້ຽນມາ, ຣາຊະອານາຈັກໄທ, ສ.ສ ຫວຽດນາມ ແລະ ສປ ຈີນ ຍັງເປັນເຂດທີ່ມີອາດຊະຍະກຳ ຂ້າມຊາດທາງດ້ານປ່າໄມ້ ແລະສັດປ່າ ທີ່ຜິດກົດໝາຍ ທີ່ຍັງເປັນບັນຫາທ້າທ້າຍ, ມີທັງຮູບແບບການວາງຂາຍໃນຮ້ານຄ້າ ແລະ ການລັກລອບຄ້າຂາຍ ທີ່ຜິດກົດໝາຍ ໂດຍນໍາໃຊ້ເຄື່ອງມືນິຕິກໍາ ແລະຂີດຄວາມສາມາດຕ່າງໆ.ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນໄລຍະຜ່ານມາ ພັກ ແລະລັດຖະບານ ສປປ ລາວໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ໂດຍອະນຸຍາດໃຫ້ສ້າງຕັ້ງເຄືອຂ່າຍປະສານງານບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນໍ້າ ແລະສັດປ່າລະດັບຊາດ ປະກອບມີ: ກົມກວດກາປ່າໄມ້, ກົມພາສີ, ກົມຕຳຫຼວດສິ່ງແວດລ້ອມ, ກົມກວດກາລັດ ແລະ ກວດກາທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ໃນການສະໜັບສະໜູນກຸ່ມວິຊາການຄົ້ນຄວ້າ ວຽກງານສົນທິສັນຍາສາກົນ ແລະ ວຽກງານບັງຄັບໃຊ້ກົດໝາຍດັ່ງກ່າວ. ໃນຕອນທ້າຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີໃຫ້ບັນດາປະເທດສະມາຊິກລຸ່ມແມ່ນໍ້າຂອງ ໃຫ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ສົນທິສັນຍາສາກົນ ແລະ ສົນທິສັນຍາຕ່າງໆ ຂອງອົງການສະຫະປະຊາຊາດ UN ແລະ ສະເໜີໃຫ້ບັນດາຄູ່ຮ່ວມງານຕ່າງໆ ສືບຕໍ່ໃຫ້ການສະໜັບສະໜູນ ເປັນຕົ້ນແມ່ນດ້ານງົບປະມານ, ອູປະກອນຮັບໃຊ້, ເຕັກນິກວິຊາການຕ່າງໆ ເພື່ອເຮັດໃຫ້ວຽກງານຕ້ານ ແລະສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍຫຼຸດລົງເທື່ອລະກ້າວ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ