ການນໍາກະຊວງກະສິກໍາ ແລະປ່າໄມ້ ລົງຊຸກຍູ້ການຜະລິດກະສິກໍາ ຢູ່ແຂວງ ຊຽງຂວາງ

IMG_9917     IMG_9926

         ໃນລະຫວ່າງວັນທີ 1-2 ພຶດສະພາ ນີ້ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຜະລິດກະສິກໍາ ຢູ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາປາວ ມົວ ຮອງເຈົ້າແຂວງ ແຂວງຊຽງຂວາງ ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ພ້ອມດ້ວຍວິຊາການພາຍໃນພະແນກເຂົ້າຮ່ວມ.   ໂອກາດນີ້, ທ່ານ ວຽງຄໍາ ຈັນທະລາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 3 ເດືອນຕົ້ນປີ 2018 ວ່າ: ຜ່ານມາ ການນໍາພະແນກໄດ້ເອົາໃຈໃສ່ຕໍ່ວຽກງານແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ສາມາດສະໜອງຊີ້ນ, ປາ ແລະໄຂ່ ໃຫ້ຕະຫຼາດເທດສະບານແຂວງ, ບັນດາເມືອງ ໄດ້ພຽງພໍໂດຍພື້ນຖານ ແລະສາມາດແກ້ໄຂຄວາມທຸກຍາກຂອງຄອບຄົວອາຊີບເຮັດໄຮ່ໃນຊົນນະບົດໄດ້ເທື່ອລະກ້າວ, ແຜນງານການຜະລິດເປັນສິນຄ້າ ສາມາດສົ່ງສິນຄ້າອອກ ສາລີແຂງ ຈໍານວນ 122.600 ກວ່າໂຕນ, ຖົ່ວດິນ 125 ໂຕນ, ຂິງ 253 ໂຕນ, ເຂົ້າເປືອກ 4 ພັນກວ່າໂຕນ, ເຂົ້າສານ 45 ໂຕນ ແລະ ງ່າໝາກຄາຍ ໄດ້ 2 ພັນກວ່າງ່າ.

         IMG_9898

         ນອກຈາກນີ້, ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະຄວບຄຸມການລະບາດຂອງຕັກແຕນຝຸງໄມ້ປ່ອງ ໃນປີ 2018 ຊື່ງໄດ້ລະບາດຢູ່ໃນ 3 ເມືອງຄື: ເມືອງພູກູດ, ຄໍາ ແລະ ເມືອງໜອງແຮດ ລວມມີ 26 ບ້ານ, ສໍາຫຼວດຈຸດວາງໄຂ່ 63 ຈຸດ, ເນື້ອທີ່ 979 ເຮັກຕາ, ໄດ້ສີດຢາປາບຕັກແຕນຊວງເປັນຕົວອ່ອນໄດ້ 8 ບ້ານ ໃນ 3 ເມືອງ ເນື້ອທີ່ປະມານ 76 ເຮັກຕາ, ມີຜູ້ເຂົ້າຮ່ວມທັງໝົດ 93 ຄົນ ປັດຈຸບັນຍັງພວມສືບຕໍ່ຈັດຕັ້ງປະຕິບັດ ພ້ອມທັງໄດ້ຮັບງົບປະມານເຄື່ອນໄຫວກິດຈະກໍາຈາກຂັ້ນເທິງແລ້ວ 211 ລ້ານກີບ ໃນຕົ້ນປີ 2018.

        ໃນຕອນທ້າຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍສະເໜີໃຫ້ພະແນກກວດກາຄືນການຈັດຕັ້ງປະຕິບັດແຜນງານຄໍາປະກັນທາງດ້ານສະບຽງອາຫານ ສະໜອງໃຫ້ການບໍລິໂພກພາຍໃນແຂວງ ແລະ ເມືອງ ໃຫ້ເນັ້ນການຜະລິດກະສິກໍາອິນຊີ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບໄປພ້ອມໆກັນ. ສໍາລັບວຽກງານການສະກັດກັ້ນການລະບາດຂອງຕັກແຕນຝຸງໄມ້ປ່ອງ ສະເໜີໃຫ້ແຂວງຕ້ອງຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງເມືອງຕໍ່ເມືອງ ເພື່ອຫາວິທີກໍາຈັດຮ່ວມກັນ ຕິດພັນກັບການໂຄສະນາອົບຮົມໃຫ້ປະຊາຊົນໃນເຂດບ້ານດັ່ງກ່າວເປັນເຈົ້າການຮ່ວມກັນ. ໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພື້ນທີ່ປູກເຂົ້ານາປີ, ລົງຢ້ຽມຢາມກຸ່ມປູກພືດຜັກອິນຊີ ຂອງກຸ່ມຊາວກະສິກອນ ບ້ານຫອຍ ພ້ອມທັງມອບ ເອກະສານ ກ່ຽວກັບເຕັກນິກການປູກພືດ ແລະ ແນວພັນພືດ ອີກຈໍານວນໜຶງ.

ພາບ-ຂ່າວ: ພະແນກຂ່າວສານ ກປ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ