ທ່ານລັດຖະມົນຕີຊຸກຍູ້ວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນວັນທີ 11 ພຶດສະພາ 2018 ທ່ານ ລຽນທີແກ້ວລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ພ້ອມດ້ວຍຄະນະລົງຊຸກຍູ້ວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດທີ່ພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊ. ມີຫົວໜ້າ, ຮອງຫົວໜ້າພະແນກກປ ແລະພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານພອນສະຫວັນຫອມນະບຸນລັດຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊລາຍງານໃຫ້ຮູ້ວ່າ: ການຜະລິດເຂົານາແຊງປີ 2018 ປະຈຸບັນປະຕິບັດໄດ້ 688,54 ເຮັກຕາ, ທຽບໃສ່ແຜນການປະຕິບັດໄດ້ 39,35%, ເນື້ອທີ່ເກັບກ່ຽວແລ້ວ 500 ກວ່າເຮັກຕາ ເທົ່າກັບ 72,65%, ການຜະລິດເຂົ້ານາແຊງປີນີ້ໄດ້ມີການຜະລິດເຂົ້າແບບກະສິກຳທີ່ດີ (GAP) ຢູ 3 ເມືອງຄື: ເມືອງ ປາກຊັນ, ທ່າພະບາດ ແລະ ເມືອງບໍລິຄັນ ໃນເນື້ອທີ່ 430 ເຮັກຕາ; ສຳລັບການຜະລິດລະດູແລ້ງ ແຜນການແມ່ນ 11.200 ເຮັກຕາ, ຜະລິດຕະພາບ 7,91 ໂຕນ/ເຮັກຕາ, ຜົນຜະລິດ 88.543 ໂຕນປະຈຸບັນປະຕິບັດໄດ້ແລ້ວ 9.682,73 ເຮັກຕາ ເທົ່າກັບ 86,45% ທຽບໃສ່ແຜນການ; ການລ້ຽງສັດ ແລະການປະມົງ ໄດ້ສັກຢາປ້ອງກັນພະຍາດສັດເຊັ່ນ: ຄວາຍ 3.319 ໂຕ, ງົວ 7.652 ໂຕ, ໝູ 6.696 ໂຕ, ສັດປີກ 23.936 ໂຕ ແລະໝາ 695 ໂຕ; ການຜະລິດຊີ້ນ-ປາ ແລະ ໄຂ່ບໍລິໂພກພາຍໃນແຂວງທັງໝົດ 3.452,59 ໂຕນ. ໃນນີ້ບໍລິໂພກຊີ້ນງົວ 410,88 ໂຕນ, ຄວາຍ 284,30 ໂຕນ, ໝູ 616 ໂຕນ, ແກະ/ແບ້ 70,06 ໂຕນ, ສັດປີກ 360,91 ໂຕນ, ປາ 1.330,1 ໂຕນ, ໄຂ່ 272,08 ໂຕນ ແລະອື່ນໆ 98,23 ໂຕນ.
ໃນຕອນທ້າຍທ່ານລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ໄດ້ໃຫ້ທິດຊີ້ນຳໂດຍທ່ານໄດ້ເນັ້ນໜັກບາງບັນຫາດັ່ງນີ້: ໃຫ້ພະແນກກະສິກຳ ແລະປ່າໄມ້ແຂວງ, ຫ້ອງການກະສິກຳ ແລະປ່າໄມ້ເມືອງ ໃຫ້ຄວາມສຳຄັນກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເມືອງ ໄຊຈຳພອນ ໂດຍສະເພາະແມ່ນການສ້າງພື້ນຖານໂຄງລ່າງ (ເສັ້ນທາງ), ການຈັດສັນພູມລຳເນົາ ແລະອາຊີບຄົງທີ່ໃຫ້ປະຊາຊົນ ໂດຍຕິດພັນກັບວຽກງານການພັດທະນາຊົນນະບົດ ເພື່ອໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາບ ແລະ ຂ່າວ ໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.