ກະຊວງກະສິກໍາ ແລະ ປ່າໄມ້ຈັດກອງປະຊຸມເຊື່ອມຊືມຄໍາສັ່ງນາຍົກລັດຖະມົນຕີ ແລະ ວຽກງານ 3 ສ້າງ

IMG_7293

ໃນ​ວັນ​ທີ 03 ພຶດສະພາ 2018 ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມເຊື່ອມ​ຊຶມ​ ​ແລະ ຊີ້ນຳ​ການຈັດຕັ້ງປະຕິບັດຄຳ​ສັ່ງ​​ນາຍົກລັດຖະມົນຕີວ່າ​ດ້ວຍ​ການ​ປັບປຸງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ການຈັດ ຕັ້ງ ​ແລະ ການ​ບັນຈຸ​ລັດຖະກອນ​ໃໝ່, ສະບັບ​ເລກທີ 03/ນຍ, ລົງ​ວັນ​ທີ 09 ກຸມພາ 2018,  ສະຫຼຸບປີ 2016-2017, ທິດ​ທາງ​ແຜນການ​ປີ 2018 ​ແລະ ຊີ້ນຳ​ການຈັດຕັ້ງປະຕິບັດ​ວຽກງານ 03ສ້າງ ຂອງ​ຂະ​ແໜງ​ກະສິກຳ, ປ່າ​ໄມ້ ແລະ ພັດທະນາຊົນນະບົດ​. ​ໃຫ້ກຽດ​ເປັນ​ປະທານ​ໂດຍ​ທ່ານ ປອ. ພວງ​ປາຣິສັກ ປຣະວົງວຽງຄຳຮອງລັດຖະ ມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫ້ອງການ, ກົມ, ສະຖາບັນ, ພະ​ແນ​ກ, ສູນ ແລະໂຮງຮຽນຊົນລະປະທານ​ຊັ້ນ​ສູງ​ທ່າ​ງ່ອນ ​ເຂົ້າຮ່ວມທັງໝົດ 82 ທ່ານ, ຍິງ 41 ທ່ານ.

​ທ່ານ ນ. ພວງ​ເພັດ ປູ່​ວັງ ຫົວໜ້າກົມ​ຈັດຕັ້ງ ​ແລະ ພະນັກ​ງານ ​​ໄດ້​ລາຍ​ງານ​ກ່ຽວກັບ​ການປັບປຸງ​ກົງຈັກ​ການຈັດຕັ້ງ​ຂອງ​ກະຊວງກະສິກໍາ ແລະ ປ່າໄມ້ໃນ​​ໄລຍະ​ຜ່ານ​ມາ​ວ່າ: ຄະ​ນະ​ພັກ, ຄະນະ​ນຳ​ແຕ່ລະ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ນຳພາ​ການ​ປັບປຸງ​ພາລະ​ບົດບາດ ​ເຊິ່ງ​ໄດ້​ສຳ​ເລັດ​ການ​ປັບປຸງ​ພາລະ​ບົດ​ໂດຍ​ພື້ນຖານ, ​ທົບ​ທວນ ​ແລະ ປັບປຸງ​ຄືນ​ໃໝ່ ​ໂດຍ​ເນັ້ນ​ໃສ່​ແບ່ງ​ຂັ້ນຄຸ້ມ​ຄອງ​ມະຫາ​ພາກ  ​ແລະຈຸ​ລະ​ພາກ, ມີ​ການ​ຄຸ້ມ​ຄອງ​ຕາມ​ທິດ 03 ສ້າງ.

IMG_7303IMG_7295

ທ່ານ ຄຳ​ພັນ ​ເໝືອນສິດທິ​ດາ ຫົວໜ້າຫ້ອງການ​ກະຊວງ, ທັງ​ເປັນ​ຫົວໜ້າກອງ​ເລຂາ 03 ສ້າງໄດ້ລາຍງານ​ການ​ຈັດຕັ້ງປະຕິບັດວຽກງານ 03 ສ້າງ​ໃນ​ສົກ​ປີຜ່ານມາຂອງຂະ​ແໜງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ​ໄດ້​ຜັນ​ຂະຫຍາຍ​ຕາມ​ມະຕິ ​ເລກທີ 25/ຄມສພ, ຄຳ​ສັ່ງ ​ເລກທີ 34/ນຍ ແລະ  ຄຳ​ແນະນຳ ​ເລກທີ 02/ພນ. ​ໂດຍ​ເລີ່​ມຈາກ​ການຈັດຕັ້ງ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄຳ​ສັ່ງ, ຄຳ​ແນະນຳ ​ແລະ ນິຕິ​ກຳກ່ຽວກັບ​ວຽກງານ 03 ສ້າງ, ຜ່ານ​ການ​ຈັດຕັ້ງປະຕິບັດ​ຕົວ​ຈິງ​ເຫັນ​ວ່າ​ນະ​ໂຍບາຍ 03 ສ້າງ ​ແມ່ນ​ຖືກ​ທິດ ​ແລະ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນລາວ​ບັນດາ​ເຜົ່າ ສາມາດ​ຕີ​ລາຄາ​ໄດ້​ວ່າ​ມີຫຼາຍດ້ານ​ທີ່​ພົ້ນ​ເດັ່ນ​ຂຶ້ນ ​ເປັນຕົ້ນ: ​ໄດ້​ຫັນປ່ຽນດ້ານຈິນຕະນາການ​ຂອງ​ສັງຄົມ ​ເພື່ອ​ບຸກທະລຸ​ທັງ 4 ດ້ານ​ຂອງ​ພັກເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ໄດ້​ຫັນປ່ຽນການ​ທຳ​ມາ​ຫາ​ກິນ​ແບບ​ດັ້ງ​ເດີມ​ຂອງ​ປະຊາຊົນ ​ໄປ​ສູ່​ການ​ຜະລິດ​ເປັນ​ສິນຄ້າ, ສ້າງ​ລາຍຮັບເພີ່ມຂຶ້ນໃຫ້​ແກ່​ຄອບຄົວ​, ເຮັດໃຫ້ຊີວິດ​ການ​ເປັນ​ຢູ່ເຂົາເຈົ້າດີ​ຂຶ້ນ, ປະຊາຊົນ​ມີ​ການ​ຕື່ນ​ຕົວກ້າ​ກູ້​ຢືມ​ເງິນ​ຈາກ​ສະ​ຖາ​ບັນ​ການ​ເງິນ​ໄປ​ເຮັດການ​ຜະລິດ​ເປັນ​ສິນຄ້າຫຼາຍຂຶ້ນ, ຊາວ​ກະສິກອນ​ໄດ້​ຫັນ​ມາ​ນຳ​ໃຊ້​ກົນ​ຈັກ​ເພີ່ມ​ຂຶ້ນ, ສ້າງ​ໄດ້​ຄອບຄົວ​ຕົວ​ແບບ​ດ້ານ​ການ​ປູກ-ການ​ລ້ຽງນັບ​ມື້ນັບຫຼາຍອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສ້າງຄອບຄົວກະສິກໍາ ແລະ ປ່າໄມ້ຕົວແບບ, ​ບ້ານ​ແບບຢ່າງກະສິກຳ ​ແລະ ປ່າ​ໄມ້ ແລະ ເມືອງກະສິກໍາ ແລະ ປ່າໄມ້ພັດທະນາ​ຕາມ​ທິດ 03 ສ້າງ.

          ໃນຕອນທ້າຍທ່ານປະທານໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ​ວ່າ: ໄລຍະແຕ່ປີ 2012-2015 ເປັນໄລຍະເຮັດທົດລອງວຽກງານ 3ສ້າງ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຄົ້ນຄວ້າ, ປັບປຸງອອກກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍຫຼາຍສະບັບ. ຈາກນັ້ນ, ກໍ່ໄດ້ກໍານົດແບ່ງຄວາມຮັບຜິດຊອບລະຫວ່າງກະຊວງກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງ, ໄດ້ໂຮມເອົາວຽກງານປ່າສະຫງວນ, ປ່າປ້ອງກັນ ແລະ ວຽກພັດທະນາຊົນນະບົດແກ້ໄຂຄວາມທຸກຍາກມາໂຮມກັນຢູ່ກະຊວງກະສິກໍາ ແລະ ປ່າໄມ້. ໃນຕໍ່ໜ້າໃຫ້ທຸກພາກສ່ວນກ່ຽວຂ້ອງແກ້ໄຂຂໍ້ຄົງຄ້າງໃນການພົວພັນປະສານງານລະຫວ່າງສູນກາງ ແລະ ທ້ອງຖີ່ນໃຫ້ມີຄວາມກົມກຽວກັນດີຂຶ້ນກວ່າເກົ່າ. ເອົາໃຈໃສ່ຊ່ວຍໜູນທາງດ້ານວິຊາການ ໃຫ້ບັນດາກົມ ແລະ ທຽບເທົ່າສືບຕໍ່ຊ່ວຍທ້ອງຖີ່ນຕາມທິດ 3 ສ້າງ. ຊ່ວຍສ້າງພະນັກງານວິຊາການ, ຈັດຝຶກອົບຮົມກັບທີ່, ຊ່ວຍດ້ານວັດຖຸ-ອຸປະກອນ ແລະ ເຕັກນິກ-ເຕັກໂນໂລຊີ ຕາມທິດຫັນເປັນທັນສະໃໝເທື່ອລະກ້າວ ແລະ ເອົາໃຈໃສ່ໃນການຕິດຕາມປະເມີນຜົນເປັນແຕ່ລະໄລຍະຢ່າງປົກະຕິ.

                                                          ​ໂດຍ​: ​ພະ​ແນ​ກຂ່າວສານ​ກະສິກຳ ​ແລະ ປ່າ​ໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ