ກອງປະຊຸມວິຊາການ ກ່ຽວກັບການປ້ອງກັນ ແລະກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ປະຈໍາປີ 2017
ໃນທ້າຍອາທິດຜ່ານມາ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມວິຊາການ ກ່ຽວກັບການປ້ອງກັນ ແລະກໍາຈັດ ການລະບາດ ຂອງຕັກແຕນຝຸງໄມ້ປ່ອງ ປະຈໍາປີ 2017 ຂຶ້ນທີ່ ສະໂມສອນກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມມີ ທ່ານ ຮອງເຈົ້າແຂວງ, ຮອງເຈົ້າເມືອງ ຈາກ 5 ແຂວງພາກເໝືອ, ຫົົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ໄດ້ຂຶ້ນຜ່ານບົດສະຫຼຸບ ເພື່ອຕີລາຄາຄືນ ຈຸດດີ, ຈຸດອ່ອນ,ຂໍ້ຄົງຄ້າງ ແລະບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໃນປີ 2017 ຜ່ານມາ. ແລະພ້ອມດຽວກັນນີ້, ໃນທີ່ປະຊຸມຍັງຈະໄດ້ກໍານົດແຜນການ ແລະໜ້າວຽກຈຸດສຸມ ປະຈໍາປີ 2018 ເພື່ອເປັນບ່ອນອີງ ໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ຢູ່ໃນແຕ່ລະທ້ອງຖິ່ນ. ໃນທີ່ປະຊຸມ, ບັນດາຜູ້ແທນກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບ ຂອງແຕ່ລະແຂວງ ພ້ອມທັງແລກປ່ຽນບົດຮຽນໃນການຈັດຕັ້ງ
ປະຕິບັດວຽກງານຜ່ານມາ ລະຫວ່າງແຂວງ ທີ່ມີການແຜ່ລະບາດຂອງຕັກແຕນຝຸງໄມ້ປ່ອງ ຢ່າງກົງໄປກົງມາ. ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວ ມີຄວາມໝາຍສໍາຄັນ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍຮຽກຮ້ອງໃຫ້ທຸກຂະແໜງການ ເລີ່ມແຕ່ຂັ້ນສູນກາງ ແລະ ອົງການປົກຄອວທ້ອງຖິ່ນທຸກຂັ້ນ ຈົ່ງເພີມທະວີຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດ ໃຫ້ຖືເອົາວຽກງານດັ່ງກ່າວເປັນບັ້ນຮົບ ໃນການປ້ອງກັນ ແລະ ກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ໃນຕໍ່ໜ້າໃຫ້ໄດ້ຜົນດີເປັນກ້າວໆ
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້