ກອງປະຊຸມຄັ້ງທີ 22 ຂອງໜ່ວຍງານອາຊຽນກ່ຽວກັບການຄວບຄຸມ ການຕົກຄ້າງສູງສຸດຂອງຢາປາບສັດຕູພືດ
ໃນວັນທີ 22 ມັງກອນນີ້, ທີ່ໂຮງແຮມລາວພຣາຊາ, ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄັ້ງທີ 22 ຂອງໜ່ວຍງານຊ່ຽວຊານດ້ານການເຊື່ອມໂຍງການຄວບຄຸມການຕົກຄ້າງສູງສຸດຂອງຢາປາບສັດຕູພືດອາຊຽນຂື້ນ, ໂດຍການເຂົ້າຮ່ວມຂອງທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ແລະ ທ່ານ ດຣ ຫງ່ານ ໄຈກ໋ອງ ປະທານຄະນະຊ່ຽວຊານສາພິດຕົກຄ້າງອາຊຽນພ້ອມດ້ວຍພະນັກງານວິຊາການ ຈາກບັນດາສະມາຊິກອາຊຽນເຂົ້າຮ່ວມ50 ກວ່າທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານດັ່ງກ່າວ ໃນປີ 2017 ທີ່ຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄັ້ງທີ 21 ທີ່ໄດ້ຈັດຂື້ນທີ່ປະເທດມາເລເຊຍ ແລະ ນອກຈາກນັ້ນກອງປະຊຸມຄັ້ງທີ 22 ນີ້, ບັນດາຊ່ຽວຊານຈາກບັນດາປະເທດສະມາຊິກຍັງໄດ້ປຶກສາຫາລືການຄວບຄຸມການຕົກຄ້າງສູງສຸດຂອງຢາປາບສັດຕູພືດໂດຍເປົ້າໝາຍແມ່ນໃນພືດ ແລະ ຜະລິດຕະພັນພືດທີ່ມີການຄ້າຂາຍຮ່ວມກັນໃນອາຊຽນເປັນຕົ້ນແມ່ນໝາກເພັດ, ໝາກເຂືອ, ໝາກມັງກອນ, ມັງຄຸດ, ລໍາໄຍ, ໝາກຫຸ່ງ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍເນື່ອງຈາກເປັນການຈັດຕັ້ງປະຕິບັດຂອງວຽກງານດ້ານຄວາມປອດໄພຂອງອາຫານອາຊຽນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.
ຂຽນໂດຍ: ທ. ອາລົງກອນ ສຸວັນນະສຸກ
ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ