ກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ນໍ້າເທີນ 2
ອີງໃສ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການອະນຸມັດເປີດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2, ສະບັບເລກທີ 4045/ກປ ລົງວັນທີ 21 ກັນຍາ 2017. ສະນັ້ນ ໃນວັນທີ 26 ກັນຍາ ປີ 2017 ທີ່ຫອ້ງປະຊຸມ ຂອງຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ຂຶ້ນ ພາຍໃຕ້ການເປັນປະທານໂດຍທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ນອກນັ້ນຍັງມີ ຮອງເຈົ້າແຂວງ ຄຳມ່ວນ ຮອງເຈົ້າແຂວງ ບໍລິຄຳໄຊ ແລະ ບັນດາເມືອງ ທີ່ນອນໃນພື້ນທີ ອາງໂຕ່ງຂອງນ້ຳເທີນ 2.
ໃນກອງປະຊຸມດັ່ງກ່າວ ທ່ານ ທອງແອັດ ໄພວັນ ຮັກສາການຫົວໜ້າກອງເລຂາອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ໄດ້ລາຍງາຍ ຜົນຂອງການຈັດຕັ້ງປະຕິບັດແຜນການ 5 ປີ ຫຼືແຜນດຳເນີນງານຄັ້ງທີ 2 (ເດືອນຕຸລາ ປີ 2012- ກັນຍາ 2017) ແລະ ແຜນການ 5 ປີ 2017-2021 ແລະ ວິໄສທັດຮອດປີ 2030, ໃນນັ້ນລວມມີ ປ່າໄມ້ ແລະ ລະບົບນິເວດດ້ານພັນພືດ, ພັນສັດປ່າທີ່ມີຄວາມອຸດົມສົມບູນ ແລະ ວັດທະນະທຳ, ຊິວິດການເປັນຢູ່ຂອງປແຊາຊົນທີ່ອາໃສຢູ່ໃນເຂດແຫຼ່ງນ້ຳເທີນ 2 ກາຍເປັນອຸດທິຍານແຫ່ງຊາດ ແລະ ມໍລະດົກດ້ານທຳມະຊາດ. ເປົ້າໝາຍຂອງແຜນງານດັ່ງກ່າວ ເພື່ອເປັນການພື້ນຟູ, ປົກປັກຮັກສາ ແລະ ເສີມຂະຫຍາຍຊິວະນາໆພັນ, ທີ່ຢູ່ອາໄສ ແລະ ຄຸນຄ່າດ້ານການອະນຸລັກກໍຄື ຄຸນຄ່າດ້ານວັດທະນະທຳ ໃນເຂດປ່າສະຫງວນແຫ່ງຊາດ ແລະ ທັງເປັນການຮັບປະກັນປະລິມານນ້ຳທີ່ພຽງພໍໃນລະດັບການຕົກຕະກອນຕໍ່າໄຫຼເຂົ້າ ແລະ ອອກຈາກອ່າງເກັບນ້ຳນ້ຳເທີນ 2 ທັງເປັນການສ້າງອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ໃຫ້ເປັນຕົວແບບໜຶ່ງທີ່ມີປະສິດທິພາບ, ມີການຮ່ວມມື ແລະ ການຄຸ້ມຄອງປ່າສະຫງວນ ດ້ວຍຕົນເອງຂອງທ້ອງຖິ່ນ ທີ່ຕິດພັນກັບວິຖີການດຳລົງຊິວິດຂອງປະຊົນໃຫ້ຮູ້ຈັກປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ແລະ ມີການເພີ່ງພາອາໄສກັນໃນລະບົບນິເວດ ໂດຍການໂຄສະນາເຜີຍແຜ່ ແລະ ໃຫ້ຄວາມຮູ້ຕ່າງຕ່າງໆ ເພື່ອເປັນການເພີ່ມທະວິໃນການຄຸ້ມຄອງປ່າສະ ຫງວນຕາມຊາຍແດນ ແລະ ການປ້ອງກັນການລັກລອບການລ່າສັດປ່າ ແລະ ການຄ້າຂາຍສັດປ່າໃນຂົງເຂດດັ່ງກ່າວອີກດ້ວຍ ເພື່ອເປັນການຄຸ້ມຄອງເຂດແຫຼ່ງນ້ຳ ນ້ຳເທີນ 2ໃຫ້ມີຄວາມຍືນຍົງນັ້ນແມ່ນໄດ້ນຳໃຊ້ ລະບົບ ແລະ ຮູບແບບການຄຸ້ມຄອງແບບມີສ່ວນຮ່ວມມີ 3 ໜ້າວຽກຕົ້ນຕໍ່ຄື: ການວາງແຜນນຳໃຊ້ທີ່ດີນ ແລະ ມອບດິນ–ມອບປ່າແບບມີສ່ວນຮ່ວມ ໂດຍຮູບແບບການວາງແຜນ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທີ່ຍືນຍົງ, ຮັບຮູ້ສິດນຳໃຊ້ ຕາມປະເພນີ ບົນພື້ນຖານກົດລະບຽບຂອງບ້ານ, ຈັດຕັ້ງຄະນະກຳມະ ການພັດທະນາບ້ານເພື່ອການອະນຸລັກ; ການຄຸ້ມຄອງເຂດແຫຼ່ງນ້ຳແບບມີສ່ວນຮ່ວມ: ບ້ານເປັນຜູ້ມີສ່ວນຮວ່ມ ແລະ ຄູ່ຮ່ວມງານຕົນ ຕໍໃນການຄຸ້ມຄອງ, ໃນລະດັບບ້ານໄດ້ຈັດຕັ້ງຄະນະກຳມະການອະນຸລັກບ້ານທັງໃນ ແລະ ນອກເຂດແຫຼ່ງນ້ຳ; ພັດທະນາຊົນນະບົດ ເພື່ອການອະນຸລັກ ເພື່ອເຮັດໃຫ້ໜ້າວຽກດັ່ງກ່າວບັນລຸຜົນໄດ້ຕາມລະດັບຄາດໝາຍນັ້ນກອ່ນອື່ນຕ້ອງໄດ້ໝູນໃຊ້ວຽກງານການໂຄສະ ນາປູກຈິດສຳນຶກເພາະວຽກດັ່ງກ່າວເປັນໂຕຂັບເຂື່ອນໃຫ້ 3 ວຽກງານຕົ້ນຕໍຂ້າງເທີງສຳເລັດຜົນໄດ້.
ນະຄອນຫຼວງວຽງຈັນ, ວັນທີ 26 ກັນຍາ 2017
ບົດຂ່າວໂດຍ: ຂັນວິຈິດ ມະຫາວັງ
ກວດແກ້ ໂດຍ: ເຂັມພອນ ທິພົມມະຈັນ