ພິທີມອບ-ຮັບ ໜ້າທີ່ປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນໍ້າເທີນ 2

IMG_7809  IMG_7812

             ອົງການ​ຄຸ້ມ​ຄອງ ​ແລະປົກ​ປັກ​ຮັກສາ​ແຫຼ່ງນໍ້ານໍ້າ​ເທີນ 2 (ອຄປ.ທ 2) ​ເປັນ​ອົງການ​ສະ​ເພາະໜຶ່ງຂອງ​ລັດຖະບານມີ​ພາລະ​ບົດບາດ, ສິດ ​ແລະໜ້າທີ່​ ໃນ​ການຄຸ້ມ​ຄອງ, ພັດທະນາ ​ແລະປົກ​ປັກ​ຮັກສາ​ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍນໍ້າ​ເທີນ ​ແລະ ​ເຂດ​ແຫຼ່ງນໍ້ານໍ້າ​ເທີນ 2. ອົງການ​ໄດ້​ກຳນົດ​ແຜນ​ຍຸດ​ທະ​ສາດ, ​ເປົ້າໝາຍ ​ແລະຈຸດປະສົງ​ເພື່ອ​ປົກ​ປັກ​ຮັກສາ ​ແລະຟື້ນຟູ​ເນື້ອທີ່​ປ່າ​ໄມ້ ​ເພື່ອ​ຮັບປະກັນ​ໃຫ້​ມີ​ປະລິມານ​ນໍ້າ​ທີ່​ພຽງພໍ ​ໄຫຼ​ເຂົ້າອ່າງ​ເກັບ​ນໍ້າຂອງ​ໂຄງການ​ນໍ້າ​ເທີນ 2 ​ໂດຍ​​ໃຫ້ມີ​ການ​ຕົກ​ຕະກອນ​ໃນ​ລະດັບ​ຕໍ່າ; ​ເພື່ອ​ອະນຸລັກ​ຄວາມຫຼາກຫຼາຍດ້ານ​ຊີວະ​ນາໆພັນ​ຄຽງຄູ່​ກັບ​ການ​ພັດທະນາ ​ໃຫ້​ເປັນ​ອຸທິຍານ​ແຫ່ງ​ຊາດ​ທີ່​ອຸດົມ​ຮັ່ງມີດ້ານ​ວັດທະນະທຳກັບ​ການທ່ອງທ່ຽວທຳ​ມະ​ຊາດ ​ແລະການ​ສຶກສາຄົ້ນຄວ້າ​ດ້ານ​ວິທະຍາສາດ; ​ເພື່ອ​ຊຸກຍູ​້​ການ​ພັດທະນາ ​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕ່າງໆຈຳນວນ 7.000 ກວ່າ​ຄົນທີ່ອາ​ໃສ​ຢູ່​ໃນ​ເຂດ​ແຫຼ່ງນໍ້າ ​ແລະ 30.000 ກວ່າ​ຄົນ​ຢູ່​ເຂດ​ອ້ອມ​ຂ້າງ. ​ເປັນ​ການສ້າງ​ຄວາມ​ສາມາດ​​ໃຫ້​ແກ່ພະນັກງານ, ອົງການ ​ແລະຄູ່​ຮ່ວມ​ງານ ​ເພື່ອ​ພັດທະນາ​ໂຄງ​ສ້າງ​ກາ​ນຈັດຕັ້ງຂອງ​ອົງການ ​ແລະຂອງ​ເມືອງ, ບ້ານ​ໃຫ້​ເຂັ້ມ​ແຂງ, ຄຸ້ມ​ຄອງ​ການ​ນຳ​ໃຊ້​ທຶນ, ງົບປະມານ​ໃຫ້​ມີ​ປະສິດ​ທິຜົນ​ສູງ.

               ​​ເພື່ອ​ປະຕິບັດ​ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ, ສະບັບ​ເລກທີ 122/ນຍ, ລົງ​ວັນ​ທີ 21 ​ເມສາ 2017. ວ່າ​ດ້ວຍ​ອົງການ​ຄຸ້ມ​ຄອງ ​ແລະປົກ​ປັກ​ຮັກສາ​ເຂດ​ແຫຼ່ງນໍ້ານໍ້າ​ເທີນ 2 ​ແລະຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ 57/ນຍ, ລົງ​ວັນ​ທີ 10 ສິງຫາ 2017. ວ່າ​ດ້ວຍ​ການ​ແຕ່ງຕັ້ງສະພາ​ບໍລິຫານ​ອົງການ​ຄຸ້ມ​ຄອງ ​ແລະປົກ​ປັກ​ຮັກສາ​ເຂດ​ແຫຼ່ງນໍ້ານໍ້າ​ເທີນ 2. ໃນ​ວັນ​ທີ 17 ກັນຍາ 2017 ນີ້ຢູ່​ທີ່​ຫ້ອງ​ຫານ​ກະຊວງ​ກະສິກຳ ​ແລະປ່າ​ໄມ້ ​ໄດ້​ຈັດ​ພິທີ​ມອບ-ຮັບໜ້າທີ່ປະທານສະພາ​ບໍລິຫານ​ອົງການ​ຄຸ້ມ​ຄອງ ​ແລະປົກ​ປັກ​ຮັກສາ​ເຂດ​ແຫຼ່ງນໍ້ານໍ້າ​ເທີນ 2 ລະຫວ່າງ​ຜູ້​ເກົ່າ ​ແລະຜູ້​ໃໝ່ຂຶ້ນ ​ໃຫ້​ກຽດ​ເຊັນ​ບົດ​ບັນທຶກ​ໂດຍ​ ທ່ານ ​ໂອ​ໄດສຸດາ​ພອນ ​ເຈົ້າ​ແຂວງໆຄຳ​ມ່ວນ, ປະທານ​ສະພາ​ບໍລິຫານ​ອົງການຜູ້​ເກົ່າ ​ແລະທ່ານປອລຽນທີ​ແກ້ວລັດຖະມົນຕີ​ກະຊວງ​ກະ​ສິກຳ ​ແລະປ່າ​ໄມ້, ປະທານ​ສະພາ​ບໍລິຫານ​ອົງການຜູ້​ໃໝ່. ​ໂດຍ​ມີທ່ານປອພວງ​ປາຣິສັກປຣະວົງວຽງຄຳ, ທ່ານຮອງ​ເຈົ້າ​ແຂວງໆບໍລິ​ຄຳ​ໄຊ, ພາກສ່ວນ​ທີ່​ກ່ຽວຂ້ອງ ​ແລະ ​ແຂກ​ທີ່​ຖືກ​ເຊີນ ​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ.

                                                ນະຄອນຫຼວງວຽງຈັນ, ວັນ​ທີ 18 ກັນຍາ 2017.

                                                ​ໂດຍ: ​ເຂັມ​ມະ​ໄລສົນ​ດາ​ວັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ