ກອງປະຊຸມວຽກງານການຈັດສັນຍົກຍ້າຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 1

 IMG_1675IMG_1672

             ເພື່ອເຮັດໃຫ້ປະຊາຊົນທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ມີບ່ອນຢູ່ອາໃສ ແລະ ມີອາຊີບທີ່ໝັ້ນຄົງ, ໃນວັນທີ 5 ກັນຍາ 2017 ນີ້ ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຈັດສັນຍົກຍ້າຍປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍ້າເທີນ 1 ຂຶ້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍມີ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ ແລະ ພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 23 ທ່ານ.

           ໃນທີ່ປະຊຸມ ທ່ານ ແກ້ວວົງເດືອນ ພັນທະນູສີ ຫົວໜ້າໜ່ວຍງານຄຸ້ມຄອງທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຕັ້ງຢູ່ບ້ານ ໂພນສີ, ເມືອງປາກກະດິງ, ແຂວງ ບໍລິຄຳໄຊ ຈາກຈຸດນໍ້າກະດິງໄຫຼປ່ອງໃສ່ແມ່ນໍ້າຂອງໄປທາງຕອນເທິງ ປະມານ 33 ກິໂລແມັດ; ປະເພດຂອງເຂື່ອນແມ່ນເຂື່ອນເປຕົງອັດແຮງ, ມີຄວາມສູງສັນເຂື່ອນ 177 ແມັດ, ປະຕູນໍ້າສາມາດປ່ອຍນໍ້າອອກໃນປະລິມານ 618 ແມັດກ້ອນ/ວິນາທີ, ລະດັບຂອງອ່າງ 292 ແມັດຈາກໜ້ານໍ້າທະເລ, ເນື້ອທີ່ຂອງອ່າງເກັບນໍ້າ 93,6 ກິໂລຕາແມັດ, ກຳລັງການຕິດຕັ້ງ 650 ເມກາວັດ, ປະລິມານການຜະລິດ 2.561,6 GWh/ປີ, ສັນຍາການສຳປະທານແມ່ນ 27 ປີ  (2016-2020 ໄລຍະການກໍ່ສ້າງ ແລະ ປີ 2021-2042 ໄລຍະດຳເນີນໂຄງການ), ມູນຄ່າການກໍ່ສ້າງທັງໝົດ 1.216,5 ລ້ານໂດລາສະຫະ ລັດ. ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 15 ບ້ານ (1.885 ຄອບຄົວ). ສຳລັບແຜນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນເຂດເມືອງວຽງທອງແມ່ນສົ່ງເສີມປະຊາຊົນປູກຝັງ ແລະ ລ້ຽງສັດ (ປູກໄຜ່ກິມຊຸງເປັນກິດຈະກຳຫຼັກ, ປູກຫຍ້າລ້ຽງສັດ, ປູກກ້ວຍ, ລ້ຽງງົວ, ແບ້, ປູກພືດໃນເຮືອນຮົ່ມ, ກິດຈະກຳຫັດຖະກຳ, ການປະກອບອາຊີບເສີມ ແລະ ອື່ນໆ). ສ່ວນຕະຫຼາດແມ່ນບໍລິສັດຈະຮັບຊື້ທັງໝົດ ຕາມລາຄາທີ່ຄະນະກຳມະການເປັນຜູ້ຄົ້ນຄວ້າ ແລະ ກຳນົດໄວ້. ສຳລັບການທົດແທນຄ່າເສຍຫາຍ ປະຈຸບັນກຳລັງສັງລວມຊັບສິນ ເພື່ອຂໍການຮັບຮອງ ແລະ ນຳໄປສ້າງເປັນແຜນທົດແທນຄ່າເສຍຫາຍໃຫ້ປະຊາຊົນທັງໝົດຕາມຄວາມເປັນຈິງ. ສ່ວນການອອກແບບເຮືອນໃຫ້ແກ່ຜູ້ຖືກຍົກຍ້າຍ ແມ່ນມີ 3 ຂະໜາດຄື: ຂະໜາດ 50 ຕາແມັດ, 60 ຕາແມັດ ແລະ 70 ຕາແມັດ.

        ໃນຕອນທ້າຍຂອງກອງປະຊຸມທ່ານປະທານ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ວຽກງານການຍົກຍ້າຍຈັດສັນໃຫ້ມີຄວາມສະຫງົບ; ຄົ້ນຄວ້າອາຊີບທີ່ໝັ້ນຄົງໃຫ້ປະຊາຊົນ ແລະ ມີຕະຫຼາດທີ່ແນ່ນອນ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ; ຄວນມີການບໍລິຫານຈັດການເລື່ອງນໍ້າກິນ ແລະ ນໍ້າໃຊ້; ສ່ວນເສັ້ນທາງແມ່ນໃຫ້ຄະນະກໍາມະການກວດເບິ່ງສັນຍາຄືນ ແລະ ໃຫ້ເລີ່ມກໍ່ສ້າງແຕ່ເບື້ອງຕົ້ນ.

 .

ໂດຍ: ເຂັມມະໄລ ສົນດາວັນ.

ກວດແກ້:​ເຂັມ​ພອນ ທິພົມມະຈັນ.

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ