ເຂົ້າໜຶ່ງກໍາກັບຄວາມຫວັງອັນຍິ່ງໃຫຍ່

ເຂົ້າໜຶ່ງກໍາກັບຄວາມຫວັງອັນຍິ່ງໃຫຍ່

ໂຄງການ ເສີມສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື (ຫຼື ໂຄງການ Climate REAL) ເປັນໂຄງການທີ່ຈັດຕັ້ງປະຕິບັດໂດຍ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ເຊິ່ງໄດ້ຮັບການສະໜັບສະໜູນທາງດ້ານທຶນຮອນຈາກ ອົງການຮ່ວມມືສາກົນເກົາຫຼີ (KOICA) ເຊິ່ງເປັນໜຶ່ງໃນອົງປະກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແບບປະສົມປະສານ ໃນແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຜູ້ໄດ້ຮັບຜົນປະໂຫຍດຫ້າທ່ານໄດ້ແລກປ່ຽນປະສົບການໃນທາງທີ່ດີຈາກການເຂົ້າຮ່ວມໂຄງການ.

ທ່ານຄໍາມູນກວດກາເຂົ້າທີ່ໄດ້ຮັບການຄັດແຍກຈາກເຄື່ອງຄັດແຍກເຂົ້າທີ່ໄດ້ຮັບຈາກໂຄງການ Climate REAL. ©FAO/Bounmee Maokhamphiou

 

ໃນຂະນະທີ່ເຂົ້າທີ່ເກັບກ່ຽວໄດ້ໃໝ່ພວມຖືກຄັດແຍກໂດຍເຄື່ອງຄັດແຍກເຂົ້າ, ທ່ານ ຄຳມູນ ເຮືອງສຸວັນທາ ໄດ້ສັງເກດເຫັນການປ່ຽນແປງທີ່ພົ້ນເດັ່ນທາງດ້ານຄຸນນະພາບ ແລະ ປະລິມານຂອງເຂົ້າທີ່ທ່ານເອງສາມາດຜະລິດໄດ້. ທ່ານ ຄໍາມູນ ອາຍຸ 58 ປີ ມີອາຊີບເຮັດໄຮ່ນາມາຕະຫຼອດຊີວິດ – ເລີ່ມແຕ່ຕອນທ່ານອາຍຸຍັງນ້ອຍ ທີ່ໄດ້ຊ່ວຍພໍ່ແມ່ຂອງທ່ານເຮັດນາ – ແຕ່ຄັ້ງນີ້ແມ່ນລະດູການທຳອິດທີ່ທ່ານໄດ້ຮັບຜົນຜະລິດທີ່ດີ.

ເປັນເວລາຫຼາຍທົດສະວັດແລ້ວ, ທ່ານ ຄຳມູນ ໄດ້ຮັບຜົນຜະລິດທີ່ຕໍ່າ ແລະ ການສະໜອງຄວາມຕ້ອງການຕ່າງໆໃຫ້ແກ່ຄອບຄົວຂອງທ່ານທີ່ມີ 6 ຄົນນັ້ນໄດ້ກາຍເປັນຄວາມຫຍຸ້ງຍາກຫຼາຍຂຶ້ນ. ການຜະລິດຜົນລະປູກໄດ້ຮັບຜົນກະທົບຈາກຫຼາຍປັດໃຈລວມກັນ ລວມທັງ ໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ, ການເຮັດນາແບບປະຖົມປະຖານ, ສັດຕູພືດ ແລະ ພະຍາດຕ່າງໆ. ຊາວກະສິກອນໃນຊຸມຊົນມີຊັບພະຍາກອນ ຫຼື ຍຸດທະສາດທີ່ຈໍາກັດເພື່ອຕອບໂຕ້ກັບບັນຫາເຫຼົ່ານີ້ ແລະ ໄດ້ອີງໃສ່ການເຮັດນາແບບດັ້ງເດີມ.

 

ທ່ານຄໍາມູນໄປທົ່ງນາຂອງລາວພ້ອມກັບຈົກ. ©FAO/Saykham Manilasith

 

“ດ້ວຍຄວາມພະຍາຍາມທັງໝົດທີ່ຂ້າພະເຈົ້າໄດ້ສຸມໃສ່, ຂ້າພະເຈົ້າຍັງໄດ້ຮັບຜົນຜະລິດຕໍ່າ. ຖ້າຂ້າພະເຈົ້າໃຊ້ຄວາມພະຍາຍາມຫຼຸດລົງພຽງໜ້ອຍໜຶ່ງ, ຂ້າພະເຈົ້າກໍຈະໄດ້ຮັບຜົນຜະລິດທີ່ຕໍ່າກວ່າເກົ່າຫຼາຍ.”

ເດືອນກຸມພາ 2023 ເປັນການເລີ່ມຕົ້ນເສັ້ນທາງໃໝ່ຂອງ ທ່ານ ຄຳມູນ. ເນື່ອງຈາກຄວາມມັກໃນການເຮັດນາ ແລະ ຄວາມກະຕືລືລົ້ນທີ່ຈະຊອກຫາຄວາມຮູ້ ແລະ ທັກສະໃໝ່ເພື່ອປັບປຸງການຜະລິດຜົນລະປູກ, ທ່ານໄດ້ຮັບການສະເໜີຊື່ຈາກອຳນາດການປົກຄອງທ້ອງຖິ່ນໃຫ້ເຂົ້າຮ່ວມກິດຈະກໍາຂອງໂຄງການ Climate REAL. ການມີສ່ວນຮ່ວມໃນເບື້ອງຕົ້ນກັບໂຄງການ ລວມມີການຝຶກອົບຮົມການຜະລິດເມັດພັນເຂົ້າໂດຍຜ່ານໂຮງຮຽນຊາວນາ ແລະ ການທັດສະນະສຶກສາເພື່ອຢ້ຽມຢາມຊາວກະສິກອນທີ່ປະສົບຜົນສຳເລັດຢູ່ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ.

ກິດຈະກໍາລົງປຶກສາຫາລື ແລະ ເກັບກໍາຂໍ້ມູນຂັ້ນບ້ານພາຍໃຕ້ໂຄງການ Climate REAL. ©FAO/Vornthalom Chanthavong

 

ທ່ານ ຄຳມູນ ເປັນຄົນທີ່ຮຽນຮູ້ໄດ້ໄວ ແລະ ສາມາດຈື່ສູດສ່ວນປະສົມຕ່າງໆໃນການເຮັດສະໝຸນໄພຂັບໄຂ່ ສັດຕູພືດ ຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ແລະ ເຕັກນິກສະເພາະຂອງຂັ້ນຕອນການປູກເຂົ້າ ໄດ້ຢ່າງຂຶ້ນໃຈ ພ້ອມທັງການຈັດການສັດຕູພືດ ແລະ ພະຍາດ. ທ່ານຍັງສາມາດອະທິບາຍໃຫ້ເຫດຜົນເຖິງການນໍາໃຊ້ເຕັກນິກຕ່າງໆໄດ້ເປັນຢ່າງດີ.

ປະຊາຊົນແຂວງອັດຕະປືກໍາລັງກຽມປັກດໍານາ. ©FAO/Vilaysack Xayyavong

 

ທ່ານຄໍາມູນໄປທົ່ງນາຂອງລາວພ້ອມກັບຈົກ. ©FAO/Saykham Manilasith

 

“ຂ້າພະເຈົ້າຍອມຮັບວ່າ ແຕ່ກ່ອນຂ້າພະເຈົ້າບໍ່ເຄີຍຮູ້ວ່າ ປຸ໋ຍແມ່ນຫຍັງ? ປຸ໋ຍມີບົດບາດສຳຄັນຕໍ່ການຈະເລີນເຕີບໂຕຂອງຕົ້ນເຂົ້າແນວໃດ? ບໍ່ຮູ້ວ່າຕ້ອງໃຊ້ປຸ໋ຍສູດໃດ ຕອນໃດ ໃສ່ຫຼາຍເທົ່າໃດ ຕົ້ນເຂົ້າຈຶ່ງໃຫ້ຜົນຜະລິດທີ່ດີ. ຈົນວ່າຂ້າພະເຈົ້າໄດ້ເຂົ້າຮ່ວມໂຄງການ. ປັດຈຸບັນ, ຂ້າພະເຈົ້າໄດ້ຮຽນຮູ້ແລ້ວວ່າ ປຸ໋ຍແຕ່ລະສູດໃຫ້ທາດອາຫານທີ່ຕົ້ນເຂົ້າຕ້ອງການໃນແຕ່ລະໄລຍະທີ່ແຕກຕ່າງກັນ ພ້ອມທັງຮຽນຮູ້ວິທີການໃສ່ປຸ໋ຍ ແບບທັງຮຽນທັງເຮັດໄປພ້ອມ ທີ່ອີງຕາມ ອາຍຸຂອງເຂົ້າ, ເນື້ອທີ່ ຂອງທົ່ງນາ ແລະ ລະດັບຄວາມອຸດົມສົມບູນຂອງດິນນາ.”

ຈຸດທີ່ສຳຄັນແມ່ນພາຍຫຼັງເຂົ້າຮ່ວມໂຄງການ, ທ່ານຮູ້ວິທີປ້ອງກັນ ແລະ ຮັບມືກັບແມງໄມ້ ແລະ ພະຍາດຕ່າງໆ ເຊັ່ນ: ຕັກກະແຕນ ແລະ ພະຍາດທີ່ມານໍາເມັດແນວພັນ, ແລະ ທ່ານຍັງເຂົ້າໃຈວ່າການນຳໃຊ້ປຸ໋ຍທີ່ເໝາະສົມຊ່ວຍໃຫ້ໄດ້ຮັບຜົນຜະລິດເຂົ້າທີ່ສູງສົມຄວນ.

ໜຶ່ງໃນບົດຮຽນທີ່ສໍາຄັນທີ່ສຸດແມ່ນຄວາມສໍາຄັນຂອງການຄັດເລືອກແນວພັນເພື່ອປັບປຸງຄຸນນະພາບຂອງຜົນຜະລິດ. ເຕັກນິກໃນການຄັດເລືອກແນວພັນແມ່ນຕ້ອງໄດ້ປະຕິບັດໃນທຸກລະດູການປູກເຂົ້າ ເພື່ອຫຼຸດຜ່ອນພະຍາດທີ່ອາດເກີດຈາກເມັດແນວພັນ, ເຊິ່ງສາມາດເຮັດໃຫ້ເກີດບັນຫາຮ້າຍແຮງຕ່າງໆໃນຂະບວນການປູກເຂົ້າ.

ຮູບພາບທົ່ງນາໃນເຂດຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ Climate REAL. ©FAO/Vornthalom Chanthavong

 

ພາຍໃນສອງ-ສາມເດືອນເທົ່ານັ້ນ, ທ່ານ ຄຳມູນ ກໍສາມາດນໍາເອົາຄວາມຮູ້ຂອງທ່ານໄປລົງປະຕິບັດຕົວຈິງໄດ້ ໃນຊ່ວງທີ່ເຂົ້າຮ່ວມການຝຶກອົບຮົມການຜະລິດເມັດພັນເຂົ້າລຸ້ນ 3. ທ່ານໄດ້ຮັບແນວພັນເຂົ້າລຸ້ນ 2 ຈຳນວນ 9 ກິໂລ ຈາກໂຄງການເພື່ອຜະລິດເມັດພັນລຸ້ນ 3 ໃນລະດູຝົນ ແຕ່ເດືອນມິຖຸນາ ຫາ ເດືອນພະຈິກ 2023 ແລະ ໄດ້ຕັດສິນໃຈເຮັດການທົດລອງດ້ວຍຕົວເອງ ແບບທັງຮຽນທັງເຮັດ ເພື່ອປຽບທຽບຜົນໄດ້ຮັບຂອງການປູກເຂົ້າແບບປະຖົມປະຖານໂດຍການໃຊ້ແນວພັນພື້ນເມືອງຂອງຕົນເອງ ແລະ ການນໍາໃຊ້ເຕັກນິກທີ່ໄດ້ຮຽນຮູ້ຈາກໂຄງການ ໂດຍການໃຊ້ແນວພັນເຂົ້າທີ່ໂຄງການໄດ້ມອບໃຫ້. ທ່ານສັງເກດເຫັນຄວາມແຕກຕ່າງອັນພົ້ນເດັ່ນລະຫວ່າງສອງການທົດລອງ. ທ່ານຮູ້ສຶກດີໃຈຕໍ່ຜົນໄດ້ຮັບ ແລະ ລາຍງານວ່າເຂົ້າທີ່ປູກດ້ວຍເຕັກນິກທີ່ໂຄງການໄດ້ແນະນຳໃຫ້ໄດ້ຜະລິດໃບທີ່ໃຫຍ່ກວ່າ ແລະ ມີສີຂຽວກວ່າ, ເມັດເຕັມດີ ແລະ ຮວງເຂົ້າກໍງາມ ແລະ ໃຫຍ່ກວ່າ.

ບໍ່ພຽງແຕ່ມີຄຸນນະພາບທີ່ດີຂຶ້ນເທົ່ານັ້ນ, ແຕ່ເຕັກນິກຂອງໂຄງການຍັງເຮັດໃຫ້ໄດ້ປະລິມານທີ່ເພີ່ມຂຶ້ນ. ແນວພັນເຂົ້າລຸ້ນ 2 ຈໍານວນ 9 ກິໂລ ຈາກແຫຼ່ງທີ່ເຊື່ອຖືໄດ້ ຜະລິດເຂົ້າລຸ້ນ 3 ໄດ້ ຈໍານວນ 480 ກິໂລ, ໃນລາຄາ 12,000 ກີບຕໍ່ກິໂລ, ສາມາດຂາຍໄດ້ປະມານ 6 ລ້ານກວ່າກີບ. ກົງກັນຂ້າມ, ແນວພັນພື້ນເມືອງ ແລະ ເຕັກນິກການປູກຂອງທ່ານເອງໄດ້ຮັບຜົນຜະລິດທີ່ຕໍ່າ ແລະ ສາມາດຂາຍໄດ້ໃນລາຄາພຽງແຕ່ 7,000 ກີບຕໍ່ກິໂລເທົ່ານັ້ນ.

ນີ້ແມ່ນຄັ້ງທຳອິດທີ່ທ່ານ ຄຳມູນ ໄດ້ເຂົ້າຮ່ວມໂຄງການ ຄື ໂຄງການ Climate REAL. ເຖິງແມ່ນວ່າ ການລົງທຶນໃນເບື້ອງຕົ້ນແມ່ນສູງ, ແຕ່ຜົນໄດ້ຮັບກໍຍິ່ງສູງກວ່າ. ບັນດາກຸ່ມຊາວນາໃນເຂດດັ່ງກ່າວ ລວມທັງ ທ່ານເອງ ມີຄວາມປຶ້ມປິຕິ ຕໍ່ໂຄງການ ໃນການລົງທຶນໃສ່ເຄື່ອງຈັກແຍກແນວພັນເຂົ້າ, ເຊິ່ງເຮັດໃຫ້ຕົ້ນທຶນໃນຂະບວນການນີ້ຫຼຸດລົງ. ການລົງທຶນເບື້ອງຕົ້ນນີ້ໄດ້ເຮັດໃຫ້ຜູ້ໄດ້ຮັບຜົນປະໂຫຍດໂດຍກົງມີຄວາມໝັ້ນໃຈໃນການມີສ່ວນຮ່ວມທາງດ້ານການເງິນກັບກິດຈະກໍາຕ່າງໆຂອງໂຄງການ ແລະ ຍັງສະແດງໃຫ້ເຫັນທ່າແຮງສໍາລັບການລົງທຶນຂອງຕົນເອງໃນອະນາຄົດ.

ປະຊາຊົນໃນເຂດເປົ້າໝາຍຂອງໂຄງການ Climate REAL ແລະ ພະນັກງານໂຄງການສໍາຫຼວດຄຸນນະພາບຂອງການປູກເຂົ້າ  ©FAO/Vornthalom Chanthavong

 

ຍ້ອນໝາກຜົນອັນພົ້ນເດັ່ນ, ທ່ານ ຄຳມູນ ຈຶ່ງໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມ ແລະ ງານຕ່າງໆ ຢ່າງຕໍ່ເນື່ອງ. ທ່ານໄດ້ແລກປ່ຽນຄວາມຮູ້ກັບຄອບຄົວ ແລະ ຊຸມຊົນໃນວົງກວ້າງ ລວມທັງ ຊາວກະສິກອນທ້ອງຖິ່ນຜູ້ທີ່ຍັງບໍ່ທັນເຂົ້າຮ່ວມໂຄງການໂດຍກົງ ແລະ ຊາວກະສິກອນໃນເມືອງເປົ້າໝາຍອື່ນໆຂອງໂຄງການ.

ສິ່ງນີ້ເຮັດໃຫ້ຊຸມຊົນການປູກເຂົ້າຂອງແຂວງອັດຕະປືມີຄວາມຫວັງທີ່ສູງຂຶ້ນ. ນອກຈາກການວາງແຜນ ແລະ ກະກຽມສໍາລັບລະດູການປູກເຂົ້າໃນປີຕໍ່ໄປແລ້ວ, ທ່ານ ຄຳມູນ ຍັງໄດ້ເລີ່ມສ້າງແຜນເພື່ອອະນາຄົດຂອງຫຼານຊາຍຂອງທ່ານ. ໂດຍສ່ວນຕົວແລ້ວ, ທ່ານເຊື່ອວ່າ ການຮຽນຮູ້ ແລະ ການພັດທະນາທັກສະແມ່ນບໍ່ມີມື້ສິ້ນສຸດ ແລະ ຊາວກະສິກອນທ້ອງຖິ່ນສາມາດໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນຢ່າງຕໍ່ເນື່ອງ. ການຈັດຕັ້ງປະຕິບັດຂອງໂຄງການສາມາດຊ່ວຍປະຊາຊົນພາຍໃນແຂວງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນໄລຍະ 5 ຫາ 10 ປີຕໍ່ໜ້າ. ປະຊາຊົນຈະສາມາດຜະລິດເຂົ້າໄດ້ພຽງພໍ ບໍ່ສະເພາະໃຫ້ແຕ່ຄອບຄົວຂອງພວກເຂົາເອງເທົ່ານັ້ນ, ແຕ່ຍັງສາມາດຂາຍໄດ້ອີກດ້ວຍ. ທ່າແຮງໃນການຫາລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ເທື່ອລະກ້າວແມ່ນສາມາດບັນລຸຜົນໄດ້.

 

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

                    ພາກບ່າຍ ເວລາ 13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ